ສະພາການຄ້າ ແລະ ອຸດສາຫະກໍາຄໍາມ່ວນ ແລະ ນະຄອນພະນົມ ແລກປ່ຽນບົດຮຽນຮ່ວມກັນ

ສະພາການຄ້າ ແລະ ອຸດສາຫະກໍາຄໍາມ່ວນ ແລະ ນະຄອນພະນົມ ແລກປ່ຽນບົດຮຽນຮ່ວມກັນ

ສະພາການຄ້າ ແລະ ອຸດສາຫະກໍາຄໍາມ່ວນ ແລະ ນະຄອນພະນົມ ແລກປ່ຽນບົດຮຽນຮ່ວມກັນ
ສະພາການຄ້າ ແລະ ອຸດສາຫະກໍາແຂວງຄໍາມ່ວນ ສປປ ລາວ ແລະ ສະພາອຸດສາຫະກໍາ ແຂວງນະຄອນພະນົມ ຣາຊະອານາຈັກໄທ ຈັດກອງປະຊຸມປຶກສາຫາລື ແລກປ່ຽນບົດຮຽນຮ່ວມກັນ ຂຶ້ນໃນວັນທີ 11 ທັນວາ 2025ນີ້ ຢູ່ທີ່ຫ້ອງປະຊຸມເຮືອນຮັບແຂກເລກ 1 ແຂວງຄໍາມ່ວນ. ຄະນະຜູ້ແທນສະພາການຄ້າ ແລະ ອຸດສາຫະກໍາແຂວງຄໍາມ່ວນ ນໍາໂດຍທ່ານ ໄທຍະພອນ ສິງທອງ ປະທານສະພາການຄ້າ ແລະ ອຸດສາຫະກໍາແຂວງ, ຄະນະຜູ້ແທນສະພາອຸດສາຫະກໍາແຂວງນະຄອນພະນົມ ນໍາໂດຍທ່ານ ວໍຣະພົນ ບຸດທິເດດ ປະທານສະພາອຸດສາຫະກໍາແຂວງ ແລະ ຄະນະຜູ້ແທນທັງສອງຝ່າຍເຂົ້າຮ່ວມ.
ສະພາການຄາ ແລະ ອດສາຫະກາຄາມວນ ແລະ ນະຄອນພະນມ ແລກປຽນບດຮຽນຮວມກນ - image 1
 

ສໍາລັບຫົວຂໍ້ທີ່ທັງສອງຝ່າຍນໍາມາປຶກຫາລື ແລະ ແລກປ່ຽນຮ່ວມກັນລວມມີ 7 ຫົວຂໍ້ຄື: ການບັນທຸກນໍ້າໜັກລົດຂົນສົ່ງລະຫວ່າງປະເທດ ແລະ ລະບຽບການປັບໄໝ; ໂຄງການກໍ່ສ້າງທາງຫຼວງແຫ່ງຊາດເລກ 12, ສະພາບການລົງທຶນຢູ່ແຂວງຄໍາມ່ວນ, ຄວາມຄືບໜ້າໃນການສ້າງທ່າບົກທ່າແຂກ (Thakhek Dry Port), ການຊຸກຍູ້ຄວາມຮ່ວມມືດ້ານການທ່ອງທ່ຽວສອງຝັ່ງຂອງ ເພື່ອເຊື່ອມໂຍງການທ່ອງທ່ຽວ 2 ແຂວງຄໍາມ່ວນ-ນະຄອນພະນົມ, ສຶກສາຄວາມເປັນໄປໄດ້ເພື່ອນໍາສະເໜີພາກລັດທັງ 2 ປະເທດເພື່ອຍົກລະດັບຈາກຈຸດຜ່ອນຜັນບ້ານດ່ານປາກເຊບັ້ງໄຟ ເມືອງໜອງບົກ ແຂວງຄໍາມ່ວນ ກັບ ເມືອງທາດພະນົມ ແຂວງນະຄອນພະນົມ ເປັນດ່ານຖາວອນ ແລະ ປະເດັ່ນອື່ນໆ ທີ່ທັງສອງຝ່າຍມີຄວາມສົນໃຈຮ່ວມກັນ. ບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດ ແລະ ຍົກລະດັບການພົວພັນຮ່ວມມືດ້ານການຄ້າ, ການລົງທຶນ, ການທ່ອງທ່ຽວເວົ້າສະເພາະການເຊື່ອງໂຍງ 3 ແຂວງຄໍາມ່ວນ, ນະຄອນພະນົມ, ຮາຕິ່ງ, ເວົ້າລວມ ສປປ ລາວ, ຣາຊະອານາຈັກໄທ ແລະ ສສ ຫວຽດນາມໃຫ້ມີການເຕີບໃຫຍ່ຂະຫຍາຍຕົວ ແລະ ໂດດເດັ່ນຂຶ້ນກວ່າເກົ່າ. ພ້ອມນັ້ນ ສອງຝ່າຍແມ່ນຈະໄດ້ນໍາເອົາເນື້ອໃນຈິດໃຈ ແລະ ຂໍ້ສະເໜີຂອງແຕ່ລະຝ່າຍຈາກຜົນຂອງກອງປະຊຸມໃນຄັ້ງນີ້ ນໍາສະເໜີຕໍ່ພາກສ່ວນກ່ຽວຂ້ອງກໍຄືການນໍາຂັ້ນສູງພາຍໃນແຂວງຂອງຕົນເພື່ອຄົ້ນຄວ້າ ແລະ ພິຈາລະນາ, ກ້າວໄປສູ່ຂອດການຈັດຕັ້ງປະຕິບັດຮ່ວມກັນທີ່ເປັນຮູບປະທໍາ.

(ຂ່າວ-ພາບ: ແດງສະຫວັດ ແສນພານິດ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

76 ປີ ພາຍໃຕ້ການນໍາພາຂອງພັກ ສື່ມວນຊົນລາວ ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ

76 ປີ ພາຍໃຕ້ການນໍາພາຂອງພັກ ສື່ມວນຊົນລາວ ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ

ຕະຫຼອດໄລຍະ 76 ປີ ພາຍໃຕ້ການນໍາພາຂອງພັກ ສື່ມວນຊົນລາວ ໄດ້ມີການເຕີບໃຫຍ່ຂະຫຍາຍຕົວທາງດ້ານປະລິມານ, ຄຸນນະພາບ, ເນື້ອໃນ ແລະ ຮູບການ ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ. ພ້ອມນັ້ນ, ສື່ມວນຊົນ ໄດ້ເຄື່ອນໄຫວເຮັດໜ້າທີ່ເປັນກະບອກສຽງອັນແຫຼມຄົມຂອງພັກ-ລັດ ແລະ ເປັນເວທີແລກປ່ຽນຂໍ້ມູນຂ່າວສານຂອງປະຊາຊົນບັນດາເຜົ່າ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນພາລະກິດປະຕິວັດ, ການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.
ຝຶກອົບຮົມນັກເດີນສຳຫຼວດ ແລະ ກວດກາຂັ້ນແຂວງ ເພື່ອເກັບກຳຂໍ້ມູນແຮງງານ

ຝຶກອົບຮົມນັກເດີນສຳຫຼວດ ແລະ ກວດກາຂັ້ນແຂວງ ເພື່ອເກັບກຳຂໍ້ມູນແຮງງານ

ເພື່ອສ້າງຖານຂໍ້ມູນສັງຄົມ-ເສດຖະກິດ ໃຫ້ມີຄວາມຖືກຕ້ອງ, ແນ່ນອນ ແລະ ທັນສະໄໝ ຕາມມາດຕະຖານສາກົນ, ໃນວັນທີ 10 ສິງຫາ 2026 ນີ້, ຢູ່ຫ້ອງປະຊຸມ ເຮືອນພັກພູນຊັບ ເມືອງແກ້ວອຸດົມ ແຂວງວຽງຈັນ ໄດ້ມີພິທີເປີດຊຸດຝຶກອົບຮົມນັກເດີນສຳຫຼວດ ແລະ ກວດກາຂັ້ນແຂວງ ຂອງການສຳຫຼວດແຮງງານ ປະຈຳປີ 2026–2027 ຢ່າງເປັນທາງການ.
ສະຫາຍ ໄຊສົມພອນ ພົມວິຫານ ກັບພາລະກິດປະຕິວັດຊາດ

ສະຫາຍ ໄຊສົມພອນ ພົມວິຫານ ກັບພາລະກິດປະຕິວັດຊາດ

ສະຫາຍ ໄຊສົມພອນ ພົມວິຫານ ເກີດເມື່ອວັນທີ 12 ທັນວາ 1956 ຢູ່ທີ່ຕາແສງນາແມວ, ເມືອງວຽງໄຊ, ແຂວງຫົວພັນ ແລະ ໄດ້ເຂົ້າຮ່ວມພັກປະຊາຊົນ ປະຕິວັດລາວ ໃນປີ 1976. ເປັນລູກຊາຍກົກຂອງ ປະທານ ໄກສອນ ພົມວິຫານ ຊຶ່ງເປັນຜູ້ນຳທີ່ດີເດັ່ນຂອງການປະຕິວັດລາວ ແລະ ເປັນຜູ້ວາງຮາກຖານໃຫ້ແກ່ລັດລາວ. ສະຫາຍ ໄຊສົມພອນ ພົມວິຫານ ໄດ້ສືບທອດມູນເຊື້ອປະຕິວັດອັນສະຫງ່າລາສີຂອງຄອບຄົວ ແລະ ໄດ້ເອົາໃຈໃສ່ຢ່າງສະເໝີຕົ້ນສະເໝີປາຍ ໃນການຮັກສາ ແລະ ເສີມຂະຫຍາຍສາຍພົວພັນພິເສດ ລະຫວ່າງ ພັກ, ລັດ ແລະ ປະຊາຊົນ ລາວ ແລະ ຫວຽດນາມ. ໄລຍະທີ່ຍັງມີຊີວິດ ເພິ່ນ ໄດ້ດຳລົງຕຳແໜ່ງເປັນກຳມະການກົມການເມືອງສູນກາງພັກ ປະຊາຊົນ ປະຕິວັດລາວ ແລະ ປະທານສະພາແຫ່ງຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.
ນໍ້າເທີນ 2 ຢຸດການຜະລິດໄຟຟ້າຊົ່ວຄາວ ເພື່ອຢຸດການປ່ອຍນໍ້າລົງສູ່ແມ່ນໍ້າເຊບັ້ງໄຟ

ນໍ້າເທີນ 2 ຢຸດການຜະລິດໄຟຟ້າຊົ່ວຄາວ ເພື່ອຢຸດການປ່ອຍນໍ້າລົງສູ່ແມ່ນໍ້າເຊບັ້ງໄຟ

ກອງປະຊຸມກ່ຽວກັບການຢຸດການປ່ອຍນໍ້າ (ຢຸດການຜະລິດໄຟຟ້າຊົ່ວຄາວ) ຂອງບໍລິສັດໄຟຟ້າ ນໍ້າເທີນ 2 ໄດ້ຈັດຂຶ້ນໃນວັນທີ 9 ສິງຫາ 2026, ທີ່ ບໍລິສັດໄຟຟ້ານໍ້າເທີນ 2 ບ້ານສ້າງແກ້ວ ເມືອງຍົມມະລາດ ແຂວງຄໍາມ່ວນ ໂດຍມີຄະນະກໍາມະການຂັ້ນແຂວງ, ຂັ້ນເມືອງຍົມມະລາດ, ເມືອງມະຫາໄຊ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ ເຂົ້າຮ່ວມ.
ສ​ພ​ຂ ຄໍາມ່ວນ ຕິດຕາມສະພາບໄພພິບັດນໍ້າຖ້ວມຢູ່ເມືອງຄູນຄໍາ

ສ​ພ​ຂ ຄໍາມ່ວນ ຕິດຕາມສະພາບໄພພິບັດນໍ້າຖ້ວມຢູ່ເມືອງຄູນຄໍາ

ທ່ານ ແກ້ວອຸດອນ ບຸດສິງຂອນ ຮອງປະທານຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 12, ຮອງປະທານສະພາປະຊາຊົນແຂວງ (ສ​ພ​ຂ) ຄໍາມ່ວນ ຮ່ວມກັບຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນແຂວງ ເຄື່ອນໄຫວຢ້ຽມຢາມ ແລະ ຕິດຕາມສະພາບໄພພິບັດນໍ້າຖ້ວມ ຢູ່ເມືອງຄູນຄໍາ ເມື່ອ​ວັນ​ທີ 8 ສິງ​ຫາ​ຜ່ານ​ມາ ໂດຍມີ ທ່ານ ຄໍາປ່ຽນ ມະນີຄໍາ ເລຂາຄະນະບໍລິຫານງານພັກເມືອງ, ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງຄູນຄໍາ ພ້ອມ​ຄະ​ນະ​ໃຫ້​ການ​ຕ້ອນ​ຮັບ.
ສາລະວັນ ສໍາເລັດການຍົກລະດັບວຽກງານເສນາທິການຮັບໃຊ້ການນໍາ

ສາລະວັນ ສໍາເລັດການຍົກລະດັບວຽກງານເສນາທິການຮັບໃຊ້ການນໍາ

ຊຸດຝຶກອົບຮົມຍົກລະດັບວຽກງານເສນາທິການຮັບໃຊ້ການນໍາ ໃຫ້ພະນັກງານ ຫ້ອງວ່າການແຂວງ, ພະແນກການ, ອົງການອ້ອມຂ້າງແຂວງ ແລະ ເມືອງ ທົ່ວແຂວງສາລະວັນ ປິດລົງເມື່ອ​ບໍ່​ດົນ​ມາ​ນີ້ ນີ້ ທີ່ ແຂວງສາລະວັນ ໂດຍ​ມີທ່ານ ຈັນເພັງ ສາຍທຳມະວົງ ກຳມະການພັກແຂວງ ຫົວໜ້າຫ້ອງວ່າການແຂວງ; ມີນັກສຳມະກອນ ທີ່ມາຈາກຫ້ອງວ່າການແຂວງ-ເມືອງ, ພະແນກການ ແລະ ອົງການອ້ອມຂ້າງແຂວງ ເຂົ້າຮ່ວມ.
ການນຳແຂວງຫຼວງພະບາງ ຢ້ຽມ​ຢາມບໍ​ລິ​ສັດຊີມັງຫຼວງພະບາງ ຈຽງເກີ ຈໍາກັດ

ການນຳແຂວງຫຼວງພະບາງ ຢ້ຽມ​ຢາມບໍ​ລິ​ສັດຊີມັງຫຼວງພະບາງ ຈຽງເກີ ຈໍາກັດ

ທ່ານ ບຸນເລື່ອມ ມະນີວົງ ເລ​ຂາ​ຄະ​ນະ​ບໍ​ລິ​ຫານ​ງານ​ພັກແຂວງປະທານສະພາປະຊາຊົນ ແຂວງຫຼວງພະບາງ ພ້ອມດ້ວຍຄະນະ, ໄດ້ຢ້ຽມຢາມ-ເຮັດວຽກ ຢູ່ບໍລິສັດຊີມັງ ຫຼວງພະບາງ ຈຽງເກີ ຈໍາກັດຜູ້ດຽວ ເມື່ອ​ວັນ​ທີ 6 ສິງ​ຫາ​ຜ່ານ​ມາ, ໂຮງ​ງານ​ດັ່ງ​ກ່າວຕັ້ງຢູ່ເຂດພັດທະນານ້ຳຖ້ວມ ເມືອງນໍ້າບາກ, ໂດຍໄດ້ຮັບການຕ້ອນຮັບຈາກ ຜູ້ບໍລິຫານ ແລະພະນັກງານພາຍໃນໂຮງງານ.
ຄໍາມ່ວນ ປູກເຂົ້ານາປີໄດ້ທັງໝົດ 91,472 ເຮັກຕາ

ຄໍາມ່ວນ ປູກເຂົ້ານາປີໄດ້ທັງໝົດ 91,472 ເຮັກຕາ

ໃນລະດູການຜະລິດເຂົ້ານາປີ 2026 ທົ່ວແຂວງຄໍາມ່ວນມີເນື້ອທີ່ແຜນປູກເຂົ້ານາປີລວມທັງໝົດ 94,102 ເຮັກຕາ,ຄາດຄະເນຜົນຜະລິດ 344,651 ໂຕນ,ໝົດແນວພັນເຂົ້າ 5,646 ໂຕນ, ສ່ວນແຜນການປູກພືດເພື່ອເປັນສະບຽງອາຫານ 54,319 ເຮັກຕາ, ຄາດຄະເນຜົນຜະລິດ 197,009 ໂຕນ; ແຜນການປູກພືດເພື່ອເປັນສິນຄ້າ 39,783 ເຮັກຕາ, ຄາດຄະເນຜົນຜະລິດ 147,641 ໂຕນ.
ສະຫຼຸບການຈັດຕັ້ງປະຕິບັດວຽກງານອະໄພຍະໂທດ 5 ປີ

ສະຫຼຸບການຈັດຕັ້ງປະຕິບັດວຽກງານອະໄພຍະໂທດ 5 ປີ

ຄະນະກຳມະການອະໄພຍະໂທດລະດັບຊາດ ໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານອະໄພຍະໂທດ 5 ປີ (2021-2025) ແລະ ວາງທິດທາງ 5 ປີ (2026-2030) ຂຶ້ນໃນວັນທີ 7 ສິງຫານີ້ ທີ່ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຂອງ ທ່ານ ຄໍາພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງຍຸຕິທຳ ທັງເປັນປະທານຄະນະກຳມະການອະໄພຍະໂທດ ລະດັບຊາດ, ມີບັນດາທ່ານຄະນະກໍາມະການອະໄພຍະໂທດລະດັບຊາດ, ບັນດາທ່ານກອງເລຂາ ຄະນະກຳມະການອະໄພຍະໂທດລະດັບຊາດ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ສື່ມວນຊົນແມ່ນຂົວຕໍ່ທີ່ສໍາຄັນທີ່ສຸດ ລະຫວ່າງພັກ-ລັດ ກັບປະຊາຊົນ

ສື່ມວນຊົນແມ່ນຂົວຕໍ່ທີ່ສໍາຄັນທີ່ສຸດ ລະຫວ່າງພັກ-ລັດ ກັບປະຊາຊົນ

ເນື່ອງໃນໂອກາດວັນສ້າງຕັ້ງສື່ມວນຊົນລາວ ຄົບຮອບ 76 ປີ (13 ສິງຫາ 1950 – 13 ສິງຫາ 2026) ທີ່ໃກ້ຈະມາເຖິງນີ້ ທ່ານ ທອງໃບ ໂພທິສານ ກໍາມະການສູນກາງແນວລາວສ້າງຊາດສິລະປິນດີເດັ່ນ ສາຂາວັນນະກໍາ ປະທານສະມາຄົມນັກປະພັນລາວ ໄດ້ໃຫ້ສໍາພາດ ແລະ ສະແດງຄວາມຮູ້ສຶກກ່ຽວກັບວັນດັ່ງກ່າວ ຕໍ່ນັກຂ່າວໜັງສືພິມປະຊາຊົນ.
ເພີ່ມເຕີມ