ກອງປະຊຸມພົບປະສອງຝ່າຍ ລະຫວ່າງ ສະພາປະຊາຊົນ ນວ- ສະພາປະຊາຊົນ ແຂວງເງະອ່ານ ແຫ່ງ ສສຫວຽດນາມ

ສະພາປະຊາຊົນນວ-ສະພາປະຊາຊົນແຂວງເງະອ່ານສືບຕໍ່ຮັດແໜ້ນສາຍພົວພັນຮ່ວມມື

ສະພາປະຊາຊົນນວ-ສະພາປະຊາຊົນແຂວງເງະອ່ານສືບຕໍ່ຮັດແໜ້ນສາຍພົວພັນຮ່ວມມື
ສະພາປະຊາຊົນນະຄອນຫຼວງວຽງຈັນ (ນວ) ໄດ້ຈັດກອງປະຊຸມພົບປະສອງຝ່າຍ ລະຫວ່າງ ສະພາປະຊາຊົນ ນວ- ສະພາປະຊາຊົນ ແຂວງເງະອ່ານ ແຫ່ງ ສສຫວຽດນາມ ໃນວັນທີ 21ສິງຫາ

ນີ້ ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ.

ໃນການພົບປະຄັ້ງນີ້ ຕາງໜ້າສະພາປະຊາຊົນນວ ໂດຍທ່ານ ນາງລຳພອຍ ສີອັກຄະຈັນ ຄະນະປະຈຳພັກນວ ພ້ອມດ້ວຍຄະນະ, ສະພາປະຊາຊົນ ແຂວງເງະອ່ານ ນຳໂດຍ ທ່ານ ຫງວຽນນາມດິງ ກໍາມະການປະຈໍາພັກ ຮອງປະທານສະພາປະຊາຊົນ ແຂວງເງະອ່ານ ສສຫວຽດນາມ ພ້ອມດ້ວຍຄະນະ.

ໃນກອງປະຊຸມ, ທ່ານນາງລຳພອຍ ສີອັກຄະຈັນ ໄດ້ສະແດງຄວາມຕ້ອນຮັບ ແລະ ຕີລາຄາສູງຕໍ່ ຄະນະຜູ້ແທນ ສະພາແຫ່ງປະຊາຊົນ ແຂວງເງະອ່ານ ສສ ຫວຽດນາມ ທີ່ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ນວຊຶ່ງເປັນການສືບຕໍ່ເພີ່ມທະວີຮັດແໜ້ນສາຍພົວພັນ ມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືແບບຮອບດ້ານ ລະຫວ່າງ ສອງພັກ-ສອງລັດ ຂອງສອງຊາດ ລາວ-ຫວຽດນາມ,ຫວຽດນາມ-ລາວ ໄດ້ຮັບການເສີມຂະຫຍາຍເຂົ້າສູ່ລວງເລິກ ດ້ວຍຄຸນນະພາບໃໝ່ຢ່າງແທ້ຈິງ. ປັດຈຸບັນເຖິງວ່າສະພາບສາກົນ ແລະ ພາກພື້ນຍັງຜັນແປໄປຢ່າງສັບສົນ, ສະພາບພາຍໃນປະເທດຍັງມີຄວາມຫຍຸ້ງຍາກ ແຕ່ຂ້າພະເຈົ້າຍັງເຊື່ອໝັ້ນວ່າການພົວພັນມິດຕະພາບອັນເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງປະເທດ ລາວ-ຫວຽດນາມ ຍັງສືບຕໍ່ໄດ້ຮັບການເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ ແລະ ເຂົ້າສູ່ລວງເລິກ ໃນທຸກຂົງເຂດວຽກງານ.

ໃນໂອກາດນີ້, ສອງຝ່າຍໄດ້ຜັດປ່ຽນກັນຂຶ້ນລາຍງານສະພາບການເຄື່ອນໄຫວວຽກງານໃນໄລຍະທີ່ຜ່ານມາໂດຍຫຍໍ້ໃຫ້ກັນຊາບ ຊຶ່ງທ່ານນາງລໍາພອຍ ສີອັກຄະຈັນລາຍງານບາງວຽກງານທີ່ພົ້ນເດັ່ນຂອງ ນວສັງຄົມມີຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ ແລະ ຮັກສາໄດ້ຄວາມສະຫງົບປອດໄພ, ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ນວສະພາບເສດຖະກິດ ແມ່ນມີທ່າອ່ຽງຈະຂະຫຍາຍຕົວ 5,7% ຍອດລວມຜະລິດຕະພັນພາຍໃນ ປະມານ 43 ຕື້ກີບ ຊຶ່ງຂະແໜງກະສິກໍາ ລວມເອົາ 13%, ຂະແໜງອຸດສາຫະກໍາ ກວມເອົາ 48%, ຂະແໜງບໍລິການ ກວມເອົາ 39%.

ໃນໄລຍະປີ 2024 ນີ້, ນວ ພວມສຸມໃສ່ການກະກຽມຄວາມພ້ອມໃນດ້ານຕ່າງໆ ເພື່ອເປັນປະທານເຈົ້າພາບກອງປະຊຸມອາຊຽນ, ກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດອາຊຽນ ຫຼື ໄອປາ (AIPA) ຄັ້ງທີ 45, ສ່ວນນວ ເອງ ແມ່ນຈະໄດ້ເປັນເຈົ້າພາບຈັດກອງປະຊຸມບັນດານະຄອນຫຼວງອາຊຽນ ແລະ ນະຄອນອາຊີ ຊຶ່ງສະພາປະຊາຊົນ ນວ ກໍໄດ້ຕິດຕາມຊຸກຍູ້ພາກສ່ວນກ່ຽວຂ້ອງ ໃນການກະກຽມບັນດາກອງປະຊຸມດັ່ງກ່າວ. ຄຽງຄູ່ກັນນີ້, ປີ 2024 ກໍເປັນປີເປີດການທ່ອງທ່ຽວລາວມີກິດຈະກຳຕ່າງໆໃນທົ່ວປະເທດຕະຫຼອດປີ ສະນັ້ນຂໍໃຫ້ສອງນະຄອນຫຼວງ ສົ່ງເສີມການໄປມາຫາສູ່ກັນລະຫວ່າງປະຊາຊົນຫຼາຍຂຶ້ນ, ຂໍເຊີນຊວນປະຊາຊົນຫວຽດນາມ, ໂດຍສະເພາະປະຊາຊົນ ແຂວງເງະອ່ານ ມາຢ້ຽມຢາມທ່ອງທ່ຽວ ຢູ່ ສປປ ລາວ ຫຼາຍຂຶ້ນ.ດ້ານການລົງທຶນ, ນະຄອນຫຼວງວຽງຈັນ ມີຄະນະຄຸ້ມຄອງເຂດເສດຖະກິດພິເສດ ນວ ທີ່ເປັນອົງການໜຶ່ງທຽບເທົ່າພະແນກ ເປັນໃຈກາງປະສານງານ, ອໍານວຍຄວາມສະດວກແກ້ວຽກງານພັດທະນາ ແລະ ການລົງທຶນພາຍໃນເຂດເສດຖະກິດ ຊຶ່ງຄຸ້ມຄອງ 5 ເຂດເສດຖະກິດພິເສດຄື: ເຂດພັດທະນາກວມລວມໄຊເສດຖາ, ເຂດເສດຖະກິດພິເສດ ບຶງທາດຫຼວງ, ເຂດເສດຖະກິດລ່ອງແທງ-ວຽງຈັນ, ເຂດເສດຖະກິດດົງໂພສີ ແລະ ເຂດໂລຈິສຕິກ.

ບັນດາເຂດເສດຖະກິດພິເສດດັ່ງກ່າວນັ້ນ ໄດ້ເປັນທ່າແຮງສໍາຄັນໃນການພັດທະນາເສດຖະກິດ-ສັງຄົມ ຂອງນວ ກໍຄືການສ້າງລາຍຮັບ-ດຶງດູດການລົງທຶນຈາກຕ່າງປະເທດ. ນອກນີ້, ນວ ກໍາລັງພິຈາລະນາ ອະນຸມັດສ້າງເຂດເສດຖະກິດພິເສດເພີ່ມອີກ 2 ແຫ່ງ ຄື: ໂຄງການພັດທະນາເມືອງທັນສະໄໝ (Smart city), ປັດຈຸບັນຢູ່ຂັ້ນຕອນການພິຈາລະນາຂອງລັດຖະບານ ເພື່ອເຊັນສັນຍາການພັດທະນາໂຄງການແລະຢູ່ເມືອງປາກງື່ມ (ໂຄງການເຂດອຸດສາຫະກໍາສົ່ງອອກຜະລິດຕະພັນກະສິກໍາ ແລະ ເຂດພັດທະນາເຕັກໂນໂລຊີລະດັບສູງ).

ຈາກນັ້ນ, ທ່ານ ນາງລໍາພອຍ ສີອັກຄະຈັນ ຍັງໄດ້ແຈ້ງສະພາບການໂດຍຫຍໍ້ ສະພາປະຊາຊົນ ນວ ໃນໄລຍະຕົ້ນເດືອນກໍລະກົດ ຜ່ານມາໃຫ້ທີ່ປະຊຸມຊາບຕື່ມອີກວ່າ: ໄດ້ສໍາເລັດການດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາປະຊາຊົນ ນວຊຶ່ງກອງປະຊຸມດັ່ງກ່າວໄດ້ພິຈາລະນາຮັບຮອງເອົາຫຼາຍບັນຫາສໍາຄັນພື້ນຖານ ຂອງນວ ເປັນຕົ້ນການພິຈາລະນາຮັບຮອງເອົາແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ ຂອງນະຄອນຫຼວງ, ພິຈາລະນາຮັບຮອງເອົານິຕິກໍາ ແລະ ບັນຫາສໍາຄັນອື່ນໆ ຊຶ່ງໄດ້ອອກເປັນມະຕິກອງປະຊຸມ ທັງໝົດ 7 ສະບັບ ເພືື່ອເປັນບ່ອນອີງໃຫ້ອົງການປົກຄອງຈັດຕັ້ງປະຕິບັດ. ມາຮອດປັດຈຸບັນ ແມ່ນກ້າວເຂົ້າສູ່ການເຄື່ອນໄຫວປີທີ 3 ຂອງສະພາປະຊາຊົນ ນວ ຊຸດທີ IIຕະຫຼອດໄລຍະເວລາທີ່ຜ່ານມາ ໃນການຈັດຕັ້ງປະຕິບັດພາລະບົດບາດ ຂອງສະພາປະຊາຊົນຂັ້ນທ້ອງຖິ່ນ ໂດຍສະເພາະການປະຕິບັດ 3 ພາລະບົດບາດຫຼັກ ຄື: ດ້ານນິຕິກໍາ, ດ້ານການຕົກລົງບັນຫາສໍາຄັນ ແລະ ດ້ານການຕິດຕາມກວດກາ ຖືວ່າມີການຫັນປ່ຽນຢ່າງຕັ້ງໜ້າ ແລະ ໄດ້ຮັບຜົນສໍາເລັດໃນຫຼາຍດ້ານ. ສິ່ງສໍາຄັນແມ່ນພວກເຮົາໄດ້ຮັບການຊ່ວຍເຫຼືອທາງດ້ານບົດຮຽນ ແລະ ປະສົບການ ຈາກສະພາປະຊາຊົນ ຂອງ ສສ ຫວຽດນາມ ບໍ່ວ່າຈະເປັນ ສະພາປະຊາຊົນ ນະຄອນຫຼວງຮ່າໂນ້ຍ, ສະພາປະຊາຊົນ ນະຄອນໂຮ່ຈິມິນ.

ເພື່ອເປັນການສືບຕໍ່ເສີມຂະຫຍາຍ ການພົວພັນຮ່ວມມືໃນຕໍ່ໜ້າໃຫ້ນັບມື້ນັບດີຂຶ້ນ ໂດຍສະເພາະໃນຂົງເຂດວຽກງານຂອງສະພາປະຊາຊົນ, ກໍຄື ສະພາປະຊາຊົນ ນວ ແລະ ສະພາປະຊາຊົນ ແຂວງເງະອ່ານ, ຂ້າພະເຈົ້າ ກໍຫວັງຢ່າງຍິ່ງວ່າ ໃນຕໍ່ໜ້າ ທັງສອງສະພາປະຊາຊົນ ຂອງພວກເຮົາຈະກ້າວໄປ ສູ່ການສ້າງບົດບັນທຶກວ່າດ້ວຍການຮ່ວມມື ເພື່ອສອງຝ່າຍພິຈາລະນາວຽກງານ ແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ຄະນະວິຊາສະເພາະ, ແລກປ່ຽນບົດຮຽນໃນວຽກງານສ້າງນິຕິກໍາ, ວຽກງານຕິດຕາມກວດກາ ແລະ ການຈັດຕັ້ງເຄື່ອນໄຫວ ຂອງສະພາປະຊາຊົນຂັ້ນທ້ອງຖິ່ນ ຈໍານວນຄະນະ 1ຄັ້ງ/ປີ, ສອງຝ່າຍພິຈາລະນາວຽກງານ ແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ຄະນະວິຊາສະເພາະ, ແລກປ່ຽນບົດຮຽນໃນວຽກງານສ້າງນິຕິກໍາ, ວຽກງານຕິດຕາມກວດກາ ແລະ ການຈັດຕັ້ງເຄື່ອນໄຫວ ຂອງສະພາປະຊາຊົນຂັ້ນທ້ອງຖິ່ນຈໍານວນຄະນະ 1ຄັ້ງ/ປີ,ສະພາປະຊາຊົນ ແຂວງເງະອ່ານ ຈະພິຈາລະນາຊ່ວຍເຫຼືອຈັດຕັ້ງຊຸດຝຶກອົບຮົມວິຊາສະເພາະ ໄລຍະສັ້ນໃຫ້ແກ່ສະມາຊິກສະພາປະຊາຊົນ ນວ ຈໍານວນຄະນະ 15-20 ຄົນ/ຊຸດ 2 ຊຸດ/ປີ, ສອງຝ່າຍ ຄົ້ນຄວ້າບັນດາກົນໄກການປະສານງານ, ແບ່ງປັນບົດຮຽນຂໍ້ມູນຂ່າວສານ ກ່ຽວກັບວຽກງານສະເພາະໜ້າທີ່ໃນຂະບວນການຮ່ວມມື ເພື່ອຍົກສູງຄຸນນະພາບການເຄື່ອນໄຫວ ຂອງສະພາປະຊາຊົນຂັ້ນເມືອງ ແລະ ວຽກງານອື່ນໆ.

(ຂ່າວ-ພາບ: ແສງຈັນ)

ຄໍາເຫັນ

ຂ່າວການຮ່ວມມື

ໄຊສົມບູນ ແລະ ບັ໋ກນິງ ສະຫຼຸບວຽກງານຮ່ວມມື ໃນໄລຍະ 2021-2025 ແລະ ສຶບຕໍ່ຮ່ວມມື 2026-2030

ໄຊສົມບູນ ແລະ ບັ໋ກນິງ ສະຫຼຸບວຽກງານຮ່ວມມື ໃນໄລຍະ 2021-2025 ແລະ ສຶບຕໍ່ຮ່ວມມື 2026-2030

ໃນວັນທີ 18 ທັນວາຜ່ານມານີ້, ການນຳແຂວງໄຊສົມບູນ ແລະ ແຂວງບັ໋ກນິງ ສ.ສ ຫວຽດນາມ ໄດ້ຈັດກອງປະຊຸມສະຫຼຸບຂໍ້ຕົກລົງການຮ່ວມມືໄລຍະ 2021-2025 ແລະ ລົງນາມໃນສັນຍາຮ່ວມມື 2026-2030ຂຶ້ນ ທີ່ຫ້ອງວ່າການຄະນະກຳມະການປະຊາຊົນແຂວງບັ໋ກນິງ, ຝ່າຍແຂວງໄຊສົມບູນ ນຳໂດຍ ສະຫາຍ ພອຍຄຳ ຮຸ່ງບຸນຍວງ ເລຂາຄະນະບໍລິຫານງານພັກແຂວງ ພ້ອມດ້ວຍຄະນະ, ຝ່າຍແຂວງບັ໋ກນິງ ນຳໂດຍ ສະຫາຍ ຫງວຽນຮົ່ງໄທ ກໍາມະການສູນກາງພັກ ເລຂາຄະນະພັກແຂວງບັ໋ກນິງ ພ້ອມດ້ວຍຄະນະ.
ລັດຖະມົນຕີກະຊວງການຕ່າງປະເທດລາວ ເຂົ້າຢ້ຽມຂ່ຳນັບ ການນຳຂັ້ນສູງ ສສຫວຽດນາມ

ລັດຖະມົນຕີກະຊວງການຕ່າງປະເທດລາວ ເຂົ້າຢ້ຽມຂ່ຳນັບ ການນຳຂັ້ນສູງ ສສຫວຽດນາມ

ໃນວັນທີ 18 ທັນວາ 2025, ສະຫາຍ ທອງສະຫວັນ ພົມວິຫານ,ກຳມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນຈາກກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ ເຂົ້າຢ້ຽມຂ່ຳນັບການນຳຂັ້ນສູງຂອງສສ ຫວຽດນາມ ສອງສະຫາຍ ຕາມລຳດັບ ຄື: ສະຫາຍ ຟ້າມ ມິງ ຈິງ,ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ສະຫາຍ ເຈີ່ນ ແທັງ ເມີ້ນ, ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ,ໃນໂອກາດເຂົ້າຮ່ວມກອງປະຊຸມປຶກສາຫາລືດ້ານການເມືອງ ຂັ້ນລັດຖະມົນຕີລະຫວ່າງກະຊວງການຕ່າງປະເທດ ລາວ-ຫວຽດນາມ ຄັ້ງທີ 12, ທີ່ ນະຄອນຫຼວງ ຮ່າໂນ້ຍ, ສສ ຫວຽດນາມ.
ກະຊວງການຕ່າງປະເທດ ລາວ-ຫວຽດນາມປຶກສາຫາລືດ້ານການເມືອງ ຄັ້ງທີ 12 ທີ່ ນະຄອນຫຼວງຮ່າໂນ້ຍ

ກະຊວງການຕ່າງປະເທດ ລາວ-ຫວຽດນາມປຶກສາຫາລືດ້ານການເມືອງ ຄັ້ງທີ 12 ທີ່ ນະຄອນຫຼວງຮ່າໂນ້ຍ

ໂດຍຕອບສະໜອງຕາມຄຳເຊີນຂອງ ສະຫາຍ ເລ ຮວ່າຍ ຈຸງ, ເລຂາທິການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ. ຫວຽດນາມ, ສະຫາຍ ທອງສະຫວັນ ພົມວິຫານ, ກໍາມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນ ກະຊວງການຕ່າງປະເທດ ເດີນທາງຢ້ຽມຢາມ ແລະ ເຮັດວຽກ ທີ່ ສສ. ຫວຽດນາມ ເພື່ອເຂົ້າຮ່ວມກອງປະຊຸມປຶກສາຫາລື ດ້ານການເມືອງ ຂັ້ນລັດຖະມົນຕີ ຄັ້ງທີ 12 ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ-ຫວຽດນາມ ໃນວັນທີ 17-20 ທັນວາ 2025, ຊຶ່ງເປັນກົນໄກການຮ່ວມມືປົກກະຕິ ຂອງສອງກະຊວງ ທີ່ຜັດປ່ຽນກັນເປັນເຈົ້າພາບໃນທຸກໆປີ, ເພື່ອປຶກສາຫາລື ແລະ ແລກປ່ຽນຄຳຄິດຄຳເຫັນຕໍ່ບັນຫາຕ່າງໆແນໃສ່ປະກອບສ່ວນເຂົ້າໃນການເສີມຂະຫຍາຍ ແລະ ຮັດແໜ້ນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງ ລາວ ແລະ ຫວຽດນາມ, ກໍຄືລະຫວ່າງສອງກະຊວງການຕ່າງປະເທດ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.
ອົງການ WFP ຊ່ວຍສົ່ງເສີມວຽກງານໂພຊະນາການ ໃນ ສປປ ລາວ

ອົງການ WFP ຊ່ວຍສົ່ງເສີມວຽກງານໂພຊະນາການ ໃນ ສປປ ລາວ

ທ່ານ ນາງ ອິລດີໂກ ຮາໂມສ ຜູ້ຊ່ຽວຊານດ້ານການສື່ສານ ແລະ ການພົວພັນຂອງອົງການອາຫານໂລກ (WFP) ປະຈໍາ ສປປ ລາວ ໄດ້ໃຫ້ສາພາດຕໍ່ສື່ມວນຊົນໃນວັນທີ 18 ທັນວານີ້ວ່າ: ອົງການWFP ມີຍຸດທະສາດການວາງແຜນນໍາພາສື່ມວນຊົນລາວໄປເຄື່ອນໄຫວຢ້ຽມຢາມການຈັດຕັ້ງປະຕິບັດຂອງໂຄງການທີ່ໃຫ້ການສະໜັບສະໜັບຢູ່ຕ່າງແຂວງຂອງ ສປປ ລາວ ທຸກໆປີ, ເພື່ອໃຫ້ສື່ມວນຊົນໄດ້ນໍາເອົາຂໍ້ມູນໄປຈັດຕັ້ງຜັນຂະຫຍາຍໂຄສະນາໃຫ້ສັງຄົມໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງກວ້າງຂວາງກ່ຽວກັບຄວາມຄືບໜ້າການຈັດຕັ້ງປະຕິບັດໃນຕະຫຼອດໄລຍະຜ່ານມາ ແລະ ໃນຕໍ່ໜ້າ. ດັ່ງນັ້ນ, ອົງການອາຫານໂລກຈຶ່ງເຫັນໄດ້ວ່າສື່ມວນຊົນມີຄວາມສໍາຄັນຫຼາຍຢູ່ໃນວຽກງານຂອງອົງການອາຫານໂລກໃນ ສປປ ລາວ ເພື່ອເປັນຂົວຕໍ່ເຜີຍແຜ່ໂຄສະນາໃຫ້ປະຊາຊົນໄດ້ຮັບຮູ້-ເຂົ້າເຖິງຂໍ້ມູນ-ຂ່າວສານ ແລະ ເຫັນຄວາມສໍາຄັນໃນວຽກງານໂພຊະນາການ ແລະ ຄວາມໝັ້ນຄົງດ້ານອາຫານ. ພ້ອມນັ້ນ, ທັງໃຫ້ທົ່ວໂລກຮັບຮູ້ວ່າການລົງທຶນສະໜັບສະໜູນຊ່ວຍເຫຼືອຂອງອົງການອາຫານໂລກຢູ່ ສປປ ລາວ ເພື່ອໃຫ້ເຂົາເຈົ້າມີຄວາມໝັ້ນໃຈເຂົ້າມາຊ່ວຍເຫຼືອ ແລະ ລົງທຶນອີກຕໍ່ໄປ.
ອົດສະຕຣາລີ ສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມຢູ່ພາກໃຕ້ຂອງລາວ

ອົດສະຕຣາລີ ສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມຢູ່ພາກໃຕ້ຂອງລາວ

ແຕ່ວັນທີ14-19 ທັນວານີ້, ທ່ານນາງ ເມແກັນ ຈອນສ, ເອກອັກຄະລັດຖະທູດອົດສະຕຣາລີໄດ້ໄປຢ້ຽມຢາມບັນດາແຂວງພາກໃຕ້ເພື່ອຢືນຢັນຄຳໝັ້ນສັນຍາຂອງອົດສະຕຣາລີໃນການຮ່ວມມືກັບ ສປປ ລາວ ໃນຂະແໜງສຶກສາ, ການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສຄັ້ງທີ 5, ແລະ ການຮ່ວມມືດ້ານການພັດທະນາເສດຖະກິດສັງຄົມກັບ ສປປ ລາວ.
ຜົ້ງສາລີ ເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ ຄັ້ງທີ IX ທີ່ ແຂວງດຽນບ່ຽນ

ຜົ້ງສາລີ ເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ ຄັ້ງທີ IX ທີ່ ແຂວງດຽນບ່ຽນ

ວັນທີ 18 ທັນວາຜ່ານມານີ້, ຄະນະນຳແຂວງຜົ້ງສາລີ ພ້ອມດ້ວຍຄະນະສິລະປະ ວັນນະຄະດີ, ຄະນະນັກກິລາ ໄດ້ເດີນທາງເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ 3 ແຈປະເທດຄື: ລາວ, ຈີນ ແລະ ຫວຽດນາມ ຄັ້ງທີ IX ທີ່ແຂວງດຽນບ່ຽນ ແຫ່ງ ສສ ຫວຽດນາມ ເປັນເຈົ້າພາບ. ແຂວງຜົ້ງສາລີນຳໂດຍທ່ານ ອູ່ຄຳ ຕຸລາພັນ ກຳມະການປະຈຳພັກແຂວງ ຮອງປະທານຄະນະກຳມະການປົກຄອງແຂວງ, ພ້ອມດ້ວຍຄະນະນຳ ແລະ ພາກສ່ວນທີ່ກ່ຽວຂ້ອງຮ່ວມຕິດຕາມ. ພິທີຕ້ອນຮັບໄດ້ຈັດຂຶ້ນທີ່ຣິສອດຮີມລານ ໂດຍຕາງໜ້າຄະນະນຳແຂວງ ດຽນບ່ຽນອອກຕ້ອນຮັບໂດຍທ່ານ ຫງວຽນ ຮວາງຮຽບ ຮອງຫົວໜ້າພະແນກວັດທະນະທຳ ແລະ ທ່ອງທ່ຽວ ແຂວງດຽນບ່ຽນ ພ້ອມດ້ວຍຄະນະ.
ສະຖານທູດອົດສະຕຣາລີ ພົບປະ ພະແນກ ອຄ ເຊກອງ

ສະຖານທູດອົດສະຕຣາລີ ພົບປະ ພະແນກ ອຄ ເຊກອງ

ໃນວັນທີ 18 ທັນວາ 2025 ທີ່ແຂວງເຊກອງ, ທ່ານ ໄມໂຄ ຣີຣ່າ ເລຂານຸການໂທ, ຮັບຜິດຊອບວຽກງານການຄ້າ ແລະ ການລົງທຶນ ສະຖານທູດອົດສະຕາລີ ປະຈຳ ສປປ ລາວ ພ້ອມຄະນະ ໄດ້ເຂົ້າພົບປະຢ້ຽມຢາມ ແລະ ເຮັດວຽກ ຮ່ວມກັບ ພະແນກອຸດສາຫະກໍາ ແລະ ການຄ້າ (ອຄ) ແຂວງເຊກອງ ໂດຍການຕ້ອນຮັບ ຂອງທ່ານ ນາງ ວິລະຄອນ ບັນທະເວີ ຮອງຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງ ແລະ ມີຂະແໜງການກ່ຽວຂ້ອງ ເຂົ້າຮ່ວມ.
ການລົງເລິກຮ່ວມມືລະຫວ່າງເມືອງມິດຕະພາບ ຢຸນນານ-ລາວ, ຂຽນໜ້າປະຫວັດສາດໃໝ່ພາຍໃຕ້ຄູ່ຮ່ວມຊະຕາກຳ

ການລົງເລິກຮ່ວມມືລະຫວ່າງເມືອງມິດຕະພາບ ຢຸນນານ-ລາວ, ຂຽນໜ້າປະຫວັດສາດໃໝ່ພາຍໃຕ້ຄູ່ຮ່ວມຊະຕາກຳ

ການຮ່ວມມືເມືອງມິດຕະພາບໄດ້ຮັບຜົນສໍາເລັດຕົວຈິງຜູກຈິດດ້ວຍໃຈ, ສາຍພົວພັນແບບອ້າຍນ້ອງ ຢຸນນານ-ລາວ ອັນເລິກເຊິ່ງ. ນັບຕັ້ງແຕ່ສ້າງຕັ້ງສາຍພົວພັນທາງການທູດເປັນຕົ້ນມາ, ຢຸນນານໄດ້ເສີມຂະຫຍາຍບົດບາດພິເສດ ແລະ ສຳຄັນໃນການຮ່ວມມື ຈີນ-ລາວ ຢ່າງຫ້າວຫັນ, ຊຸກຍູ້ໃຫ້ການສ້າງຄູ່ຮ່ວມຊະຕາກຳ ຈີນ-ລາວ ຢັ່ງຮາກເລິກ ແລະ ແຕກດອກອອກຜົນ. ຜ່ານການພົວພັນເມືອງມິດຕະພາບສາກົນ, ສອງຝ່າຍໄດ້ເພີ່ມທະວີມິດຕະພາບລະຫວ່າງປະຊາຊົນ ແລະ ລົງເລິກການຮ່ວມມືບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດຢ່າງບໍ່ຢຸດຢັ້ງ, ຈົນຍາດໄດ້ຜົນສຳເລັດໃນຫຼາຍດ້ານເປັນຕົ້ນແມ່ນ ນະວັດຕະກຳດ້ານກົນໄກປັບປຸງປະຊາຄົມການບໍລິຫານແບບປະສານສົມທົບກັນໃຫ້ສົມບູນຂຶ້ນ.
ຫົວໜ້າ ຄຕພ ຕ້ອນຮັບເອກອັກຄະລັດຖະທູດຝຣັ່ງຄົນໃໝ່ ປະຈໍາ ສປປ ລາວ

ຫົວໜ້າ ຄຕພ ຕ້ອນຮັບເອກອັກຄະລັດຖະທູດຝຣັ່ງຄົນໃໝ່ ປະຈໍາ ສປປ ລາວ

ໃນວັນທີ 17 ທັນວານີ້, ທີ່ສໍານັກງານຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ), ທ່ານ ບຸນເຫຼືອ ພັນດານຸວົງ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານນາງ ເບ່ເນ່ດິກ ເດ່ຊັອງ(Bénédicte Deschamps), ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສາທາລະນະລັດ ຝຣັ່ງ ປະຈໍາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.
ຄະນະຜູ້ແທນ ໂຄສະນາອົບຮົມ 3 ແຂວງພາກເໜືອ ພົບປະແລກປ່ຽນບົດຮຽນຢູ່ແຂວງດຽນບຽນ

ຄະນະຜູ້ແທນ ໂຄສະນາອົບຮົມ 3 ແຂວງພາກເໜືອ ພົບປະແລກປ່ຽນບົດຮຽນຢູ່ແຂວງດຽນບຽນ

ວັນທີ 16 ທັນວານີ້, ຄະນະຜູ້ແທນ ຄະນະໂຄສະນາອົບຮົມ 3 ແຂວງພາກເໜືອຄື: ຫຼວງພະບາງ ອຸດົມໄຊ ແລະ ແຂວງຜົ້ງສາລີ, ນຳໂດຍ ທ່ານ ສົມຈິດ ສິງລໍຄຳ ຮອງຫົວຄະນະໂຄສະນາອົບຮົມແຂວງຫຼວງພະບາງ ເພື່ອເຄື່ອນໄຫວພົບປະແລກປ່ຽນບົດຮຽນ ກັບ ຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນ ແຂວງດຽນບຽນ ສສ ຫວຽດນາມ, ໂດຍໄດ້ຮັບການຕ້ອນຮັບຢ່າງອົບອຸ່ນ ດ້ວຍໄມຕີຈິດມິຕະພາບຈາກ ທ່ານ ລີລີ ຊ້າ ຮອງຫົວໜ້າຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນ ຄະນະບໍລິຫານງານພັກແຂວງດຽນບຽນ ພ້ອມດ້ວຍຄະນະ.
ເພີ່ມເຕີມ