ສະພາບລວມ ການຈັດຕັ້ງປະຕິບັດວຽກງານ 3 ສ້າງ ຂອງ ນວ

ສະພາບລວມ ການຈັດຕັ້ງປະຕິບັດວຽກງານ 3 ສ້າງ ຂອງ ນວ
ໂດຍ: ສ.ບຸດປະຊາ
    ນະຄອນຫຼວງວຽງຈັນ (ນວ) ເປັນເມືອງຫຼວງຂອງ ສປປ ລາວ, ປະກອບມີ 9 ເມືອງຄື: ຈັນທະບູລີ, ສີສັດຕະນາກ, ໄຊເສດຖາ, ສີໂຄດຕະບອງ, ໄຊທານີ, ນາຊາຍທອງ, ຫາດຊາຍຟອງ, ສັງທອງ ແລະ ປາກງື່ມ, ມີທັງໝົດ 481 ບ້ານ (ມີ 300 ບ້ານກໍານົດເຂົ້າໃນເທດສະບານ), ມີເນື້ອທີ່ທັງໝົດ 3.920 ກິໂລຕາແມັດ, ມີປະຊາກອນທີ່ຂຶ້ນເປັນພົນລະເມືອງ 984.447 ຄົນ, ສະເລ່ຍຄວາມໜາແໜ້ນຂອງພົນລະເມືອງ 241,95 ຄົນ/km2, ອັດຕາການຈະເລີນເຕີບໂຕທາງດ້ານເສດຖະກິດສະເລ່ຍ 5 ປີ ເພີ່ມຂຶ້ນ 9,15% ລາຍໄດ້ສະເລ່ຍຕໍ່ຫົວຄົນ 6.004 ໂດລາ. (ຕາມມະຕິກອງປະຊຸມໃຫຍ່ ຄັ້ງທີ VII ຂອງອົງຄະນະ ພັກ ນວ, ໜ້າ 40).
    ນວ ໄດ້ເລີ່ມຈັດຕັ້ງປະຕິບັດນະໂຍບາຍເຮັດທົດລອງ 3 ສ້າງນັບແຕ່ປີ 2012 ເປັນຕົ້ນມາ ຕາມມະຕິ 03/ກມສພ ຢູ່ 10 ບ້ານ, 3 ເມືອງ ແລະ ໄດ້ຈັດກອງປະຊຸມສະຫຼຸບຖອດຖອນບົດຮຽນທົ່ວ ນວ ຄັ້ງ ວັນທີ 16/2/2016; ຈາກນັ້ນ, ກໍໄດ້ຈັດເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິ ສະບັບເລກທີ 25/ກມສພ, ລົງວັນທີ 22/12/2014 ແລະ ຄໍາສັ່ງເລກທີ 34/ນຍ, ລົງວັນທີ 23/8/2016 ວ່າດ້ວຍທິດທາງ, ເປົ້າ                        ໝາຍ ແລະ ມາດຕະການສ້າງແຂວງເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ, ສ້າງບ້ານເປັນຫົວໜ່ວຍພັດທະນາຄື: ມະຕິຕົກລົງ ຄະນະຮັບຜິດຊອບການຜັນຂະຫຍາຍວຽກງານ 3 ສ້າງໃນໄລຍະໃໝ່ຂອງ ນວ ສະບັບເລກທີ 0174/ຄພ.ນວ, ລົງວັນທີ 10/2/2016 ແລະ ມະຕິຄະນະບໍລິຫານງານພັກ ນວ, ສະບັບເລກທີ 0175/ຄພນວ, ລົງວັນທີ 10/2/2016 ວ່າດ້ວຍການຜັນຂະຫຍາຍວຽກງານ 3 ສ້າງໃນໄລຍະໃໝ່; ມະຕິຕົກລົງຄະນະປະຈໍາພັກ ນວ, ສະບັບເລກທີ 1410/ຄພນວ, ລົງວັນທີ 20/9/2017 ວ່າດ້ວຍການ ສືບຕໍ່ຫັນພະນັກງານລົງຮາກຖານ ຕາມວິທີການ “ຫັນລົງຮາກຖານ”; ມະຕິຄະນະປະຈໍາພັກ ນວ ສະບັບເລກທີ ເລກທີ 1143/ຄພ.ນວ, ລົງວັນທີ 17/5/2018 ວ່າດ້ວຍວຽກງານ 3 ສ້າງໃນໄລຍະໃໝ່ ແຕ່ນີ້ຫາປີ 2020.
ນອກນີ້, ກໍມີມະຕິຄະນະປະຈໍາພັກ ນວ, ສະບັບເລກທີ 52/ຄພ.ນວ, ລົງວັນທ 25/1/2021 ວ່າດ້ວຍການແບ່ງງານໃຫ້ຄະນະປະຈໍາພັກ ນວ ຮັບຜິດຊອບລົງຊີ້ນໍາເມືອງ ແລະ ຂໍ້ຕົກລົງສະບັບເລກທີ 609/ຈນວ, ລົງວັນທີ 24/9/2020 ວ່າດ້ວຍການຫັນລົງຮາກຖານດ້ວຍຮູບການເຮັດທົດລອງ “ເອົາພະແນກການ-ອົງການຂອງ ນວ ລົງຊ່ວຍຮາກຖານ, ຂໍ້ຕົກລົງຂອງທ່ານເຈົ້າຄອງນະຄອນຫຼວງວຽງຈັນ ສະບັບ ເລກທີ 0455/ຈນວ, ລົງວັນທີ 17 ພຶດສະພາ 2018 ວ່າດ້ວຍການຈັດຕັ້ງປະຕິບັດ ຄໍາສັ່ງເລກທີ 34/ນຍ ແລະ ມະຕິຂອງຄະນະປະຈໍາພັກນະຄອນຫຼວງວຽງຈັນ ສະບັບເລກທີ 1143/ຄພ.ນວ, ຂໍ້ຕົກລົງທ່ານເຈົ້າຄອງ ນວ ສະບັບເລກທີ 180/ຈນວ, ລົງວັນທີ 10/3/2020 ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບປະເມີນຜົນສ້າງແຂວງເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບ      ດ້ານ, ສ້າງບ້ານເປັນຫົວໜ່ວຍພັດທະນາ.
ບັນດານິຕິກຳຂ້າງເທິງນັ້ນ, ແມ່ນການຜັນຂະຫຍາຍ ແລະ ຈັດຕັດປະຕິບັດວຽກງານ 3 ສ້າງໃນໄລຍະຜ່ານມາ ຊຶ່ງສະພາບການໂດຍລວມແລ້ວ ເຖິງຈະມີຄວາມຫຍຸ້ງຍາກສັບສົນພຽງໃດກໍຕາມ, ດ້ວຍຄວາມເອົາໃຈໃສ່ບຸກບືນສູ້ຊົນຂອງທົ່ວຄະນະພັກ-ອົງການປົກຄອງ ນວ, ທົ່ວກໍາລັງປະກອບອາວຸດ ແລະ ພໍ່ແມ່ປະຊາຊົນຊາວ ນວ ພາຍໃຕ້ການນໍາພາ-ຊີ້ນໍາຂອງສູນກາງພັກ-ລັດຖະບານ ໃນການຈັດຕັ້ງປະຕິບັດນະໂຍບາຍກ່ຽວກັບວຽກງານ 3 ສ້າງ ທີ່ສູນກາງໄດ້ວາງອອກໃນມະຕິກອງປະຊຸມໃຫຍ່ ຄັ້ງທີ IX ຂອງພັກ ກໍຄືມະຕິ 03/ກມສພ, ລົງວັນທີ 15/2/2012, ມະຕິສະບັບເລກທີ 25/ກມສພ, ລົງວັນທີ 22/12/2014 ແລະ ຄໍາສັ່ງຂອງນາຍົກລັດຖະມົນຕີສະບັບເລກ ທີ 34/ນຍ, ລົງວັນທີ 23/8/2016 ແລະ ບັນດານິຕິກໍາຕ່າງໆກ່ຽວກັບວຽກງານ 3 ສ້າງ ຊຶ່ງ ນວ ໄດ້ຈັດຕັ້ງເຊື່ອມຊຶມ ແລະ ຜັນຂະຫຍາຍເຂົ້າໃນແຜນວຽກ, ແຜນງານຂອງຄະນະພັກ-ອົງການປົກຄອງແຕ່ລະຂັ້ນ, ໄດ້ດໍາເນີນການຢ່າງຕໍ່ເນື່ອງ ໂດຍຕິດພັນກັບຂະບວນການຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາ, ຮັກ ນວ ຈົນມີຜົນສຳເລັດເປັນຂີດໝາຍແຫ່ງປະຫວັດສາດຂອງ ນວ ໃນການໄດ້ຮັບການຢັ້ງຢືນ ແລະ ຮັບຮອງເອົາເປັນຫົວໜ່ວຍຍຸດທະສາດ.
 

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ