ເພື່ອເປັນການຈັດຕັ້ງປະຕິບັດຕາມ 5 ຫຼັກມູນການສຶກສາ ພ້ອມກັນນີ້ກໍທັງເປັນການຮັດແໜ້ນຄວາມສາມັກຄີ ແລະ ທັງເປັນການສ້າງຂະບວນການອອກແຮງແຂ່ງຂັນກັນສິາງຜົນງານລະຫວ່າງນັັກສຶກສາດ້ວຍກັນ,ຄູ-ອາຈານ ກັບນັກສຶກສາຂອງສະຖາບັນຍຸຕິທໍາແຫ່ງຊາດ ພ້ອມທັງເປັນການສະເຫຼີມສະຫຼອງວັນສໍາຄັນຕ່າງໆຂອງຊາດ. ຂະບວນການດັ່ງກ່າວໄດ້ເປີດຂຶ້ນ ແລະ ຈະດໍາເນີນເລີ່ມແຕ່ວັນທີ15 ຫາ 26 ທັນວາ 2023 ນີ້.ທີ່ ສະຖາບັນຍຸຕິທໍາແຫ່ງຊາດ ເຂົ້າຮ່ວມມີ ທ່ານ ບຸນຕາ ສ. ຜາບມີໄຊ ກໍາມະການພັກກະຊວງ ເລຂາຄະນະພັກຮາກຖານ ຫົວໜ້າສະຖາບັນຍຸຕິ ທໍາແຫ່ງຊາດ, ມີຄະນະສະຖາບັນຍຸຕິທໍາແຫ່ງຊາດ, ສາມອົງການຈັດຕັ້ງມະຫາຊົນ, ຄະນະພະແນກ, ພາກວິຊາ, ສູນ, ພະນັກງານ, ຄູ-ອາຈານ ແລະ ນັກສຶກສາເຂົ້າຮ່ວມຢ່າງພ້ອມພຽງ.
ສໍາລັບຂະບວນການຂອງນັກສຶກສາໃນສົກຮຽນ 2023-2024 ນີ້ ປະກອບມີ 2 ກິດຈະກໍາຄື: ແຂ່ງຂັນກິລາເຕະບານ ຍິງ-ຊາຍ, ແຂ່ງຂັນສິລະປະວັນນະຄະດີ ປະເພດບົດຟ້ອນ ແລະ ຮ້ອງເພງ.
ປະເພດກິລາ ມີການແຂ່ງຂັນເຕະບານຍິງ-ຊາຍ ທັງໝົດ 16 ທີມຈາກ 5 ພາກວິຊາ, ທີມຍິງ 5 ທີມ ແລະ ທີມຊາຍ 11 ທີມ (ພາກວິຊາລະ 3 ທີມ, ຍິງ 1 ທີມ) ໃນນັ້ນມີທີມຄູ-ອາ ຈານ 2 ທີມ, ກໍານົດການແຂ່ງຂັນ 3 ວັນຄື: ວັນທີ 21, 22, 25 ທັນວາ 2023 ແລະ ປະ ເພດສິລະປະວັນນະຄະດີ ມີບົດເພງ ແລະ ບົດຟ້ອນຈະຈັດຂຶ້ນໃນວັນທີ 26 ທັນວາ 2023 ທີ່ ສະຖາບັນຍຸຕິທໍາແຫ່ງຊາດ.ຂ່າວ-ພາບ: ໄຊຍະສິດ

ຄໍາເຫັນ