ສາທາເມືອງໂຂງ ສະຫຼອງວັນແພດລາວ ຄົບຮອບ 61 ປີ

ສາທາເມືອງໂຂງ ສະຫຼອງວັນແພດລາວ ຄົບຮອບ 61 ປີ

ສາທາເມືອງໂຂງ ສະຫຼອງວັນແພດລາວ ຄົບຮອບ 61 ປີ
​ ໃນວັນທີ 30 ມິຖຸນານີ້, ທີ່ສະໂມສອນເມືອງໂຂງ ແຂວງຈຳປາສັກ ໄດ້ຈັດພິທີສະເຫຼີມສະຫຼອງວັນແພດລາວ ຄົບຮອບ 61 ປີ (18 ມິຖຸນາ 1965-18 ມິຖຸນາ 2026) ໂດຍມີທ່ານ ສາທິດ ປັດສາພັນ ກຳມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ ພ້ອມດ້ວຍພະນັກງານແພດໝໍເຂົ້າຮ່ວມ.
ສາທາເມອງໂຂງ ສະຫອງວນແພດລາວ ຄບຮອບ 61 ປ - image 1
 

ທ່ານ ຄຳສວຍ ຊາພີຈິດ ກຳມະການພັກເມືອງ ຫົວໜ້າຫ້ອງການສາທາລະນະສຸກເມືອງໂຂງ ກ່າວວ່າ: ການຈັດງານຄັ້ງນີ້, ເພື່ອປູກຈິດສຳນຶກໃຫ້ພະນັກງານແພດໝໍ, ພະຍາບານ ແລະ ພະນັກງານສາທາລະນະສຸກຮຸ່ນສືບທອດ ໄດ້ຮ່ຳຮຽນເອົາແບບຢ່າງອັນດີງາມ, ຝຶກຝົນຫຼໍ່ຫຼອມຕົນເອງໃຫ້ພຽບພ້ອມໄປດ້ວຍຄຸນສົມບັດສິນທຳປະຕິວັດ, ຈັນຍາບັນ, ຈັນຍາທຳວິຊາຊີບ ເພື່ອໃຫ້ກາຍເປັນແພດຂອງປະຊາຊົນຢ່າງແທ້ຈິງ, ປຽບເໝືອນ “ແມ່ຜູ້ໃຈດີ” ຂອງຄົນເຈັບ.

ສາທາເມອງໂຂງ ສະຫອງວນແພດລາວ ຄບຮອບ 61 ປ - image 2
 

ໃນພິທີໄດ້ມອບຂອງຂວັນໃຫ້ພະນັກງານແພດບຳນານ ເພື່ອສະແດງຄວາມຮູ້ບຸນຄຸນ ພ້ອມທັງມອບລາງວັນໃຫ້ນັກກິລາທີ່ເຂົ້າຮ່ວມການແຂ່ງຂັນກິລາເປຕັງ ແລະ ແຂ່ງຂັນບານເຕະ ເພື່ອສ້າງຂະບວນການສະເຫຼີມສະຫຼອງວັນແພດລາວໃນຄັ້ງນີ້.

ສາທາເມອງໂຂງ ສະຫອງວນແພດລາວ ຄບຮອບ 61 ປ - image 3
 

ຂ່າວ-ພາບ: ພຸດທະສິນ ວົງວິໄລທອງ

ຄໍາເຫັນ

ຂ່າວສາທະລະນະສຸກ

ສະຫຼອງວັນປະຖົມພະຍາບານໂລກ ປະຈຳປີ 2026

ສະຫຼອງວັນປະຖົມພະຍາບານໂລກ ປະຈຳປີ 2026

ອົງການກາແດງແຫ່ງຊາດລາວ ຈັດກິດຈະກໍາສະຫຼອງວັນປະຖົມພະຍາບານໂລກ ປະຈໍາປີ 2026 ທີ່ ໂຮງຮຽນມັດທະຍົມສຶກສາສົມບູນ ເພຍວັດ ນະຄອນຫຼວງວຽງຈັນ ໂດຍມີທ່ານ ນາງ ຈັນທະໜອມ ມະນີທິບ ຮອງປະທານອົງການກາແດງແຫ່ງຊາດລາວ, ທ່ານ ນາງ ຍູມິ ມາເອຊາວະ ຜູ້ຕາງໜ້າດ້ານວຽກງານສຸຂະພາບປະຈຳສະຫະພັນກາແດງ ແລະ ຊີກເດືອນແດງສາກົນ (IFRC) ພ້ອມດ້ວຍທ່ານ ເຂັມເພັດ ສີວໍລະວົງ ຫົວໜ້າຫ້ອງການສົ່ງເສີມສຸຂະພາບຊຸມຊົນ ພ້ອມດ້ວຍທ່ານຫົວໜ້າພະແນກສຸຂະພາບສຸກເສີນ, ທ່ານຜູ້ອຳນວຍການໂຮງຮຽນ ມສ ເພຍວັດ, ພະນັກງານຄູ-ອາຈານ ແລະ ນັກຮຽນ ເຂົ້າຮ່ວມ.
ພ້ອມກັນເພີ່ມທະວີເຝົ້າລະວັງ ສະກັດກັ້ນ ພະຍາດອະຫິວາໝູອາຟຣິກກາ

ພ້ອມກັນເພີ່ມທະວີເຝົ້າລະວັງ ສະກັດກັ້ນ ພະຍາດອະຫິວາໝູອາຟຣິກກາ

ສປປ ລາວ ໄດ້ພະຍາຍາມຕອບໂຕ້, ຄວບຄຸມ ແລະ ສະກັດກັ້ນ ພະຍາດອະຫິວາໝູອາຟຣິກກາ ໃຫ້ສະຫງົບລົງ ແຕ່ການປະເມີນສະພາບການໂດຍລວມ ແລະ ອີງໃສ່ຂໍ້ມູນທາງດ້ານລະບາດວິ ທະຍາທີ່ເກັບກຳໄດ້ ເຫັນວ່າຍັງມີຄວາມສ່ຽງສູງທີ່ພະຍາດດັ່ງກ່າວ ຈະແຜ່ລະບາດອອກໄປສູ່ເຂດອື່ນໆ ໃນຂອບເທດທົ່ວປະເທດ. ຍ້ອນແນວນັ້ນ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ, ພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ ຈຶ່ງໄດ້ເອົາໃຈໃສ່ໃນການຈັດຕັ້ງປະຕິບັດເຝົ້າລະວັງ ແລະ ສະກັດກັ້ນ ການລະບາດຂອງພະຍາດດັ່ງກ່າວ. ໂດຍຜັນຂະຫຍາຍແຈ້ງການຂອງລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ ສະບັບເລກທີ 4213/ກສ, ລົງວັນທີ 11 ກັນຍາ 2026 ວ່າດ້ວຍການເພີ່ມທະວີ ການຕິດຕາມເຝົ້າລະວັງ ແລະ ສະກັດກັ້ນ ການລະບາດຂອງພະຍາດອະຫິວາໝູອາຝຣິກກາ ທີ່ກຳລັງລະ ບາດຢູ່ຫຼາຍທ້ອງຖິ່ນ ລົງສູ່ບັນດາເມືອງ, ອົງການປົກຄອງທ້ອງຖິ່ນ, ດ່ານສາກົນ, ດ່ານທ້ອງຖິ່ນ, ດ່ານປະເພນີ, ບໍລິສັດ ແລະ ຜູ້ປະກອບການ.
ສາທາລະນະສຸກ ກຽມຄວາມພ້ອມດ້ານການແພດ 24 ຊົ່ວໂມງ ຮັບໃຊ້ກອງປະຊຸມ 3RC-CCM

ສາທາລະນະສຸກ ກຽມຄວາມພ້ອມດ້ານການແພດ 24 ຊົ່ວໂມງ ຮັບໃຊ້ກອງປະຊຸມ 3RC-CCM

ຂະແໜງສາທາລະນະສຸກ ໄດ້ກຽມຄວາມພ້ອມຮອບດ້ານ 100% ທາງດ້ານກຳລັງທີມແພດໝໍ, ຢາປິ່ນປົວພະຍາດ ແລະ ອຸປະກອນການແພດ ເພື່ອໃຫ້ການບໍລິການປິ່ນປົວດູແລຮັກສາສຸຂະພາບຂອງບັນດາແຂກ, ຜູ້ຊ່ຽວຊານ ແລະ ຜູ້ແທນຈາກຕ່າງປະເທດ ທີ່ເຂົ້າຮ່ວມກອງປະຊຸມທົບທວນສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 (3RC-CCM) ຢ່າງໃກ້ຊິດຕະຫຼອດ 24 ຊົ່ວໂມງ.
ຫຼວງພະບາງ ພາວເວີ ມອບອຸປະກອນການແພດເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ ພາວເວີ ມອບອຸປະກອນການແພດເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ 800 ລ້ານກີບ ໃຫ້ແກ່ ໂຮງໝໍແຂວງຫຼວງພະບາງ ເພື່ອເສີມສັກກະຍະພາບ ການໃຫ້ບໍລິການທາງການແພດ ແລະ ສະໜັບສະໜູນການເຂົ້າເຖິງບໍລິການສຸຂະພາບທີ່ມີຄຸນນະພາບຂອງປະຊາຊົນ.
ເຊັນບົດບັນທຶກຄວາມເຂົ້າໃຈລະຫວ່າງພະແນກສາທາລະນະສຸກແຂວງຄໍາມ່ວນ-ອົງການໄອຊັບ ປະຈໍາ ສປປ ລາວ

ເຊັນບົດບັນທຶກຄວາມເຂົ້າໃຈລະຫວ່າງພະແນກສາທາລະນະສຸກແຂວງຄໍາມ່ວນ-ອົງການໄອຊັບ ປະຈໍາ ສປປ ລາວ

ພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU ) ລະຫວ່າງພະແນກສາທາລະນະສຸກແຂວງຄໍາມ່ວນ ແລະ ອົງການໄອຊັບ ປະຈໍາ ສປປ ລາວ ແລະ ກອງປະຊຸມເປີດໂຄງການປັບປຸງການເຂົ້າເຖິງຄຸນນະພາບການບໍລິການສຸຂະພາບແມ່ ແລະ ເດັກໃນຊຸມຊົນ ເຂດຊົນນະບົດຂອງເມືອງບົວລະພາ ໄດ້ຈັດຂຶ້ນໃນວັນທີ 10 ກັນຍາ 2026
ຍົກລະດັບການພະຍາບານ ແລະ ປິ່ນປົວສະເພາະທາງ ໃນຄົນເຈັບພະຍາດໄຂ່ຫຼັງຊຸດໂຊມ

ຍົກລະດັບການພະຍາບານ ແລະ ປິ່ນປົວສະເພາະທາງ ໃນຄົນເຈັບພະຍາດໄຂ່ຫຼັງຊຸດໂຊມ

ໂຮງໝໍມິດຕະພາບ ຮ່ວມກັບສະມາຄົມແພດໄຂ່ຫຼັງລາວ (LNS) ຈັດພິທີເປີດຫຼັກສູດຝຶກອົບຮົມການພະ ຍາບານ ແລະ ປິ່ນປົວສະເພາະທາງ ໃນຄົນເຈັບພະຍາດໄຂ່ຫຼັງຊຸດໂຊມ (Program of Nursing Specialty and Treatment in Kidney Disease) ຂຶ້ນໃນວັນທີ 1 ກັນຍາຜ່ານມາ, ທີ່ໂຮງໝໍມິດຕະພາບໂດຍການ ເປັນປະທານຮ່ວມຂອງທ່ານ ສອນໄຊ ລາດຊະວົງ ຜູ້ອໍານວຍການໂຮງໝໍມິດຕະພາບ ແລະ ທ່ານ ນາງ ຈັນມາລີ ແກ້ວມະນີ ປະທານສະມາຄົມແພດໄຂ່ຫຼັງລາວ ຫົວໜ້າພະແນກໄຂ່ຫຼັງໂຮງໝໍມິດຕະພາບ, ມີບັນດາແຂກ ຖຶກເຊີນກ່ຽວຂ້ອງເຂົ້າຮ່ວມ.
ກະຊວງສາທາລະນະສຸກ ມອບເຄື່ອງເອັກສະເລ ຊອກຫາພະຍາດວັນນະໂລກ ໃຫ້ໂຮງໝໍເມືອງໂຂງ

ກະຊວງສາທາລະນະສຸກ ມອບເຄື່ອງເອັກສະເລ ຊອກຫາພະຍາດວັນນະໂລກ ໃຫ້ໂຮງໝໍເມືອງໂຂງ

ພິທີ ມອບ-ຮັບ ເຄື່ອງເອັກສະເລ (X-ray) ຊອກຫາພະຍາດວັນນະໂລກ ໃຫ້ແກ່ໂຮງໝໍເມືອງໂຂງ ຈຳນວນ 1 ຊຸດ ມູນຄ່າ 70,000 ໂດລາ ເພື່ອນຳໃຊ້ເຂົ້າໃນວຽກງານການແພດ ແລະ ເພີ່ມປະສິດທິພາບ ໃນການປິ່ນປົວສຸຂະພາບຂອງປະຊາຊົນ.
3 ປະເພດອາການພະຍາດໄຂ້ຍຸງລາຍ ທີ່ທຸກຄົນຄວນຮູ້ຈັກ

3 ປະເພດອາການພະຍາດໄຂ້ຍຸງລາຍ ທີ່ທຸກຄົນຄວນຮູ້ຈັກ

ພະຍາດໄຂ້ຍຸງລາຍ ແມ່ນພະຍາດໂດຍມີຍຸງກົ້ນຊີ້ເປັນພາຫະ. ຍຸງຈະຕິດເຊື້ອໄດ້ກໍຕໍ່ເມື່ອມັນໄປກັດຄົນທີ່ຕິດເຊື້ອໄຂ້ຍຸງລາຍ. ຄົນເຮົາອາດຈະສະແດງອາການ ຫຼື ບໍ່ສະແດງອາການ. ພາຍຫຼັງ 1 ອາທິດ, ຍຸງດັ່ງກ່າວ ສາມາດສົ່ງຕໍ່ເຊື້ອພະຍາດໂດຍການກັດຄົນທີ່ແຂງແຮງ. ພະຍາດໄຂ້ຍຸງລາຍບໍ່ສາມາດແຜ່ກະຈາຍເຊື້ອຈາກຄົນສູ່ຄົນໄດ້ໂດຍກົງ. ກຸ່ມຄົນທີ່ມີຄວາມສ່ຽງເຈັບເປັນຮຸນແຮງຈາກພະຍາດໄຂ້ຍຸງລາຍຫຼາຍກວ່າກຸ່ມອື່ນແມ່ນແມ່ຍິງຖືພາ, ຜູ້ທີ່ມີພະຍາດປະຈໍາໂຕ ຫຼື ພະຍາດຊໍ້າເຮື້ອເຊັ່ນ: ເບົາ ຫວານ, ໝາກໄຂ່ຫຼັງຊຸດໂຊມ ຫຼື ພະຍາດຫົວໃຈ.
ພະຍາດໄຂ້ຍຸງລາຍ ເກີດຍ້ອນຍຸງລາຍເປັນພາຫະນໍາເຊື້ອ

ພະຍາດໄຂ້ຍຸງລາຍ ເກີດຍ້ອນຍຸງລາຍເປັນພາຫະນໍາເຊື້ອ

ພະຍາດໄຂ້ຍຸງລາຍ ຫຼື ປະຊາຊົນມັກເອີ້ນກັນວ່າ (ໄຂ້ເລືອດອອກ) ມັກເກີດຂຶ້ນໃນແຕ່ລະປີ ແລະ ເຫັນວ່າມີຈຳນວນການເຈັບເປັນຂ້ອນຂ້າງສູງພໍສົມຄວນ ຊຶ່ງມັກເກີດຂຶ້ນໃນໄລຍະລະດູຝົນເລີ່ມແຕ່ເດືອນພຶດສະພາ ຫາ ເດືອນສິງຫາ, ແຕ່ພົບຫຼາຍແມ່ນເດືອນກໍລະກົດ ແລະ ເດືອນສິງຫາ, ແຕ່ມາ ໃນປັດຈຸບັນນີ້ ແມ່ນເຫັນວ່າສະພາບອາກາດມີການປ່ຽນແປງ ເຮັດໃຫ້ຝົນຕົກບໍ່ຖືກຕາມລະດູການ ຈຶ່ງເປັນສາເຫດໜຶ່ງທີ່ເຮັດ ໃຫ້ມີການແຜ່ພັນຂອງຍຸງລາຍເພີ່ມຂຶ້ນ.
ໂຄງການສົ່ງເສີມສຸຂະພາບຈະເລີນພັນ ແມ່ເດັກເກີດໃໝ່ເດັກນ້ອຍ ແລະ ໄວໜຸ່ມ

ໂຄງການສົ່ງເສີມສຸຂະພາບຈະເລີນພັນ ແມ່ເດັກເກີດໃໝ່ເດັກນ້ອຍ ແລະ ໄວໜຸ່ມ

ໃນວັນທີ 5 ສິງຫາ 2026 ນີ້ ໂຄງການສົ່ງເສີມສຸຂະພາບຈະເລີນພັນ ແມ່, ເດັກເກີດໃໝ່, ເດັກນ້ອຍ ແລະ ໄວໜຸ່ມ ໄດ້ລົງເຄື່ອນໃຫວຕິດຕາມຊກຍູ້ ແລະຢ້ຽມຢາມການຈັດຕັ້ງປະຕິບັດ ກິດຈະກຳ 6 ເດືອນຕົ້ນປີ ຢູ່ຂັ້ນບ້ານ ທີ່ບ້ານລະກາຍ ເມືອງກະລຶມ ແຂວງເຊກອງ ໂດຍການນໍາພາ ຂອງທ່ານ ຄຳສິງ ໂລຍວິໄລສັກ ຮອງປະທານຄະນະກຳມະການປົກຄອງເມືອງກະລຶມ, ມີທ່ານ ສົງ ຈັນທະວົງສາ ຜູ້ບໍລິຫານໂຄງການຂັ້ນແຂວງ ພ້ອມດ້ວຍຂະແໜງການກ່ຽວຂ້ອງ ຈາກກະຊວງສາທາລະນະສຸກ, ກະຊວງການຕ່າງປະເທດ, ອົງການແຄຣ, ຜູ້ປະສານງານໂຄງການ ເຂົ້າຮ່ວມ.
ເພີ່ມເຕີມ