ສາຍແນນກັບກາເຟຢຸນນານ

ສາຍແນນກັບກາເຟຢຸນນານ
ຢຸນນານ ເປັນແຂວງທີ່ມີເນື້ອທີ່ປູກກາເຟໃຫຍ່ທີ່ສຸດຂອງ ສປ ຈີນ, ມີປະຫວັດການປູກກາເຟມາເປັນເວລາຮ້ອຍກວ່າປີແລ້ວ, ເນື້ອທີ່ປູກ ແລະ ຜົນຜະລິດກາເຟໄດ້ກວມ 98% ຂອງຈີນ ຂຶ້ນໄປ. ປັດຈຸບັນນີ້, ເນື້ອທີ່ປູກກາເຟຂອງແຂວງຢຸນນານ ມີເຖິງ 84.700 ເຮັກຕາ, ຜົນຜະລິດ ກາເຟດິບມີເຖິງ 114.00 ໂຕນ, ມູນຄ່າການຜະລິດທັງໝົດ 41,8 ຕື້ຢວນຂຶ້ນໄປ. ແຫຼ່ງປູກກາເຟຂອງແຂວງຢຸນນານຕົ້ນຕໍຢູ່ນະຄອນຜູເອີ, ນະຄອນປາວຊານ, ນະຄອນລິນຊາງ ແລະ ກິ່ງແຂວງເຕີຫົງເປັນຕົ້ນ. ໃນນັ້ນ, ຜົນຜະລິດຫຼາຍກວ່າເຄິ່ງໜຶ່ງ ມາຈາກນະຄອນຜູເອີ. ກາເຟຢຸນນານ ໄດ້ດຶງດູດນັກວິຊາການທີ່ມີສ່ວນກ່ຽວຂ້ອງກັບກາເຟ ທັງພາຍໃນ ແລະ ຕ່າງປະເທດ ມາເຕົ້າໂຮມກັນຢູ່ທີ່ນີ້, ເຮັດໃຫ້ກາເຟແຂວງຢຸນນານ ມີຄຸນນະພາບນັບມື້ນັບດີຂຶ້ນ.
3 ເຊັ່ນຄົນ ທີ່ສືບທອດພາລະກິດກາເຟເປັນເວລາ 26 ປີ ຢູ່ສວນກາເຟສຽວອາວຈື ນະຄອນຜູເອີ ແຂວງຢຸນນານ, ມີ “3 ເຊັ່ນຄົນ” ໃນຄອບຄົວໜຶ່ງໄດ້ສືບທອດພາລະກິດກາເຟມາເປັນເວລາ 26 ປີ.
ໃນທ້າຍຊຸມປີ 1980, ນະຄອນຜູເອີ ໄດ້ທົດລອງເຜີຍແຜ່ການປູກກາເຟ ໃນເນື້ອທີ່ກວ້າງ, ທ່ານ ລຽວຊິວກຸ້ຍ ໄດ້ຮັບເຊີນເຂົ້າມາປູກກາເຟຢູ່ນະຄອນຜູເອີ ຈາກແຂວງໄຫນານ ໃນຖານະເປັນນັກວິຊາການ. ທ່ານໄດ້ເຜີຍແຜ່ບົດຮຽນດ້ານການປູກກາເຟຂອງຕົນ ໃຫ້ຊາວກະສິກອນປູກກາເຟທ້ອງຖິ່ນ ແລະ ກາຍເປັນໜຶ່ງໃນຜູ້ເປັນສັກຂີພິຍານໃຫ້ແກ່ການພັດທະນາອຸດສາຫະກຳກາເຟຂອງນະຄອນຜູເອີ. ປີ 1997 ທ່ານ ລຽວຊິວກຸ້ຍ ພະນັກງານບຳນານ ໄດ້ສຳປະທານເນື້ອທີ່ດິນເພື່ອປູກໄຮ່ກາເຟ ໃນຄວາມຝັນຂອງຕົນ. ການເວລາໄດ້ຜ່ານພົ້ນໄປ, ທ່ານ ລຽວເຊິງ ຜູ້ເປັນລູກ ແລະ ທ້າວ ລຽວຊືຫາວ ຜູ້ເປັນຫຼານ ກໍໄດ້ເຂົ້າຮ່ວມກິດຈະກຳປູກກາເຟຕາມໆກັນ. ທ້າວ ລຽວຊືຫາວ ພາຍຫຼັງຮຽນຈົບຈາກມະຫາວິທະຍາໄລແລ້ວ ກັບເມືອນະຄອນຜູເອີ ໃນປີ 2019, ລາວເວົ້າວ່າ: ກາເຟຈີນ ຍັງມີຄວາມສາມາດບົ່ມຊ້ອນອັນມະຫາສານ ແລະ ຈະເຮັດໄດ້ດີກວ່າເກົ່າໃນອະນາຄົດ.”
ສາຍແນນກາເຟຂອງ ທ່ານ ມາຕີໂປລັກ “ກາເຟຜູເອີ ດີຫຼາຍ, ກາເຟຢຸນນານ ກໍດີຄືກັນ, ສາມາດກ້າວເດີນໄປສູ່ທົ່ວໂລກ.” ທ່ານ ມາຕີໂປລັກ ຈາກລັດເທັກຊາສ ຂອງອາເມຣິກາ ກ່າວວ່າ: ໃນຊຸມປີຜ່ານມາ, ການປ່ຽນແປງໃຫຍ່ທີ່ສຸດ ສຳລັບກາເຟຢຸນນານ ກໍແມ່ນຄຸນນະພາບຂອງກາເຟ ໄດ້ຮັບການປັບປຸງໃຫ້ດີຂຶ້ນເປັນກ້າວໆ.
ປີ 2005, ທ່ານ ມາຕີໂປລັກ ໄດ້ເດີນທາງໄປ ພາກຕາເວັນຕົກຂອງຈີນ, ຮຽນທັງພາສາຈີນ ທັງຮຽນ ຮູ້ກ່ຽວກັບການເປີດຮ້ານເຄັກ ແລະ ຮ້ານກາເຟ. ປີ 2014, ທ່ານ ມາຕີໂປລັກ ໄດ້ຍ້າຍໄປປະຈຳຢູ່ນະຄອນຜູເອີ ແຂວງຢຸນນານ ແລະ ເປີດຫ້ອງທົດລອງກາເຟຈູ້ຕຽນ ຢູ່ນະຄອນຜູເອີ ໃນປີ 2015. ຫ້ອງທົດລອງກາເຟແຫ່ງນີ້ ບໍ່ພຽງແຕ່ເປັນຮ້ານກາເຟ ທີ່ສາມາດຜະລິດກາເຟທ້ອງຖິ່ນທີ່ມີຄຸນນະພາບສູງເທົ່ານັ້ນ, ຫາກຍັງມີຫຼັກສູດກາເຟວິຊາການຕ່າງໆ ຂອງສະມາຄົມກາເຟແບບຍືນຍົງ ຫຼື SCI, ສະມາຄົມກາເຟວິຊາການ ຫຼື SCA ແລະ ສະມາຄົມຄຸນນະພາບກາເຟ ຫຼື CQI ຊຶ່ງໄດ້ຊຸກຍູ້ໃຫ້ກາເຟຢຸນນານ ມີຄຸນນະພາບນັບມື້ນັບດີຂຶ້ນ ແລະ ເຮັດໃຫ້ກາເຟ ທີ່ມີຄຸນນະພາບດີ ມີບັນຍາກາດການຄ້ານັບມື້ນັບຫຼາຍຂຶ້ນ.
ໃນອະນາຄົດ, ທ່ານ ມາຕີໂປລັກ ທີ່ເອີ້ນຕົນເປັນຊາວຢຸນນານໃໝ່ ຫວັງວ່າ, ຈະສາມາດເພີ່ມມູນຄ່າເພີ່ມໃຫ້ກາເຟຫຼາຍກວ່າເກົ່າ ເພື່ອສະໜອງກາເຟ ທີ່ມີຄຸນນະພາບດີຂອງຢຸນນານ ໃຫ້ແກ່ລູກຄ້າດ້ວຍວິທີໂດຍກົງທີ່ສຸດ, ເຮັດໃຫ້ຜູ້ບໍລິໂພກທຸກທ່ານ ລ້ວນແຕ່ມີໂອກາດຊິມກາເຟຢຸນນານທີ່ດີ.
(ແຫຼ່ງຂ່າວ: ຂ່າວສານ CMG, ຂໍ້ມູນຂ່າວສານຈິ່ນໄທ)

ຄໍາເຫັນ

ຂ່າວຕ່າງປະເທດ

ບຸນກາຣີ ກາຍເປັນສະມາຊິກທີ 21 ຂອງເຂດເອີໂຣ

ບຸນກາຣີ ກາຍເປັນສະມາຊິກທີ 21 ຂອງເຂດເອີໂຣ

ຂ່າວຕ່າງປະເທດລາຍງານ ໃນວັນທີ 1 ມັງກອນ ຜ່ານມາວ່າ: ປະເທດບຸນກາຣີໄດ້ເຂົ້າຮ່ວມເປັນສ່ວນໜຶ່ງໃນເຂດເອີໂຣ (eurozone) ຫຼື ອີຢູ ແລະ ໄດ້ຮັບຮອງເອົາເງິນເອີໂຣເປັນສະກຸນເງິນຢ່າງເປັນທາງການໃນວັນປີໃໝ່ (ວັນທີ 1 ມັງກອນ 2026) ເຮັດໃຫ້ບຸນກາຣີກາຍເປັນສະມາຊິກອັນດັບທີ 21 ຂອງເຂດເອີໂຣ.
ບັນດາການນຳໂລກສົ່ງສານອວຍພອນປີໃໝ່ 2026

ບັນດາການນຳໂລກສົ່ງສານອວຍພອນປີໃໝ່ 2026

ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 1 ມັງກອນ ຜ່ານມາວ່າ: ໃນສານຕ້ອນຮັບປີໃໝ່ 2026, ບັນດາການນຳໂລກໄດ້ສົ່ງຄຳອວຍພອນ ພ້ອມກັບຄຳຮຽກຮ້ອງຄວາມມານະພະຍາຍາມທົ່ວໂລກ ເພື່ອແນໃສ່ຮັບມືກັບບັນດາສິ່ງທ້າທາຍລວມ, ໃນນັ້ນ, ສັນຕິພາບ ແລະ ຄວາມໝັ້ນຄົງທົ່ວໂລກສືບຕໍ່ແມ່ນຄວາມວິຕົກກັງວົນ ແລະ ບຸລິມະສິດແຖວໜ້າກັບຫຼາຍປະເທດ. ທ່ານ ອັນໂຕນີໂອ ກູເຕີເຣັສ ເລຂາທິການໃຫຍ່ສະຫະປະຊາຊາດ ໄດ້ເນັ້ນໜັກເຖິງການສ້າງຕັ້ງສັນຕິພາບ ແລະ ຄວາມຍຸຕິທຳ.
ການເຊື່ອມໂຍງດ້ວຍ QR Code ນໍາເອົາແຮງຂັບເຄື່ອນໃໝ່ມາໃຫ້ຈີນ - ອາຊຽນ

ການເຊື່ອມໂຍງດ້ວຍ QR Code ນໍາເອົາແຮງຂັບເຄື່ອນໃໝ່ມາໃຫ້ຈີນ - ອາຊຽນ

ຂ່າວສານຊີອາໄອລາຍງານ ໃນວັນທີ 1 ມັງກອນ ຜ່ານມາວ່າ: ປີ 2026 ເປັນປີແຫ່ງການສ້າງຕັ້ງເຂດການຄ້າເສລີຈີນ-ອາຊຽນ ຄົບຮອບ 16 ປີ.​ ຄຽງຄູ່ກັບການແລກປ່ຽນກັນດ້ານເສດຖະກິດການຄ້າລະຫວ່າງຈີນ-ອາຊຽນ ໄດ້ຮັບການຍົກລະດັບຢ່າງບໍ່ຢຸດຢັ້ງ, ການປ່ຽນແປງທີ່ສາມາດເຫັນ ແລະ ນໍາໃຊ້ໄດ້ທີ່ນັບມື້ນັບຫຼາຍຂຶ້ນນັ້ນ ພວມອໍານວຍຄວາມສະດວກໃຫ້ແກ່ການໄປມາຫາສູ່ກັນລະຫວ່າງປະຊາຊົນ ກໍຄືການຮ່ວມມືດ້ານເສດຖະກິດການຄ້າລະຫວ່າງຈີນ-ອາຊຽນ. ໃນນັ້ນ, ການເຊື່ອມໂຍງເຊື່ອມຈອດດ້ວຍ QR Code ກໍແມ່ນໜຶ່ງໃນການປ່ຽນແປງທີ່ໂດດເດັ່ນທີ່ໄດ້ຊຸກຍູ້ການຮ່ວມມືດ້ານເສດຖະກິດການຄ້າຢູ່ໃນພາກພື້ນໃຫ້ເຂົ້າສູ່ລວງເລິກຢ່າງເປັນຮູບປະທໍາ.
ການຄ້າເອເລັກໂຕຣນິກ ຫວຽດນາມ ເພີ່ມຄວາມໄວ ແລະ ບຸກທະລຸ ໄລຍະ 2026 – 2030

ການຄ້າເອເລັກໂຕຣນິກ ຫວຽດນາມ ເພີ່ມຄວາມໄວ ແລະ ບຸກທະລຸ ໄລຍະ 2026 – 2030

ວິທະຍຸກະຈາຍສຽງຫວຽດນາມ ລາຍງານ ໃນວັນທີ 1 ມັງກອນ ຜ່ານມາວ່າ: ກ້າວເຂົ້າສູ່ປີ 2026, ການຄ້າເອເລັກໂຕຣນິກສືບຕໍ່ໄດ້ຮັບການຄາດຄະເນວ່າຈະແມ່ນໜຶ່ງໃນບັນດາກຳລັງໜູນການເຕີບໂຕທີ່ສຳຄັນຂອງເສດຖະກິດດີຈີຕອນ ຫວຽດນາມ, ພິເສດໃນສະພາບການຫັນເປັນດີຈີຕອນທີ່ພວມດຳເນີນໄປນັບມື້ນັບເລິກເຊິ່ງ, ກວ້າງຂ້ວາງ ແລະ ຕະຫຼາດສາກົນໄດ້ເປີດໂອກາດໃໝ່ຫຼາຍຢ່າງ.
ທ່ານ ສີຈິ້ນຜິງ ປະທານປະເທດຈີນ ກ່າວຄຳປາໄສອວຍພອນປີໃໝ່ 2026

ທ່ານ ສີຈິ້ນຜິງ ປະທານປະເທດຈີນ ກ່າວຄຳປາໄສອວຍພອນປີໃໝ່ 2026

ເນື່ອງ​ໃນ​ໂອ​ກາດ​ປີ​ໃໝ່​ສາ​ກົນ​ 2026 ກຳ​ລັງ​ຈະ​ກ້າວ​ເຂົ້າມາ​ເຖິງ, ທ່ານ ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ກ່າວ​ຄຳ​ປາ​ໄສ​ອວຍ​ພອນ​ປີ​ໃໝ່ ແລະ ສົ່ງ​ຄຳ​ອວຍ​ພອນ​ອັນ​ປະ​ເສີດ​ຈາກ​ນະ​ຄອນຫຼວງ​ປັກ​ກິ່ງ​ເຖິງ​ບັນ​ດາ​ທ່ານ ໂດຍ​ຜ່ານ​ວິ​ທະ​ຍຸ​ໂທ​ລະ​ພາບ​ສູນ​ກາງ​ຈີນ ຫຼື CMG ແລະອິນ​ເຕີ​ເນັດ.
ການໃຊ້ຈ່າຍຜ່ານບັດຂອງອັງກິດຫຼຸດລົງເປັນຄັ້ງທຳອິດໃນຮອບ 5 ປີ

ການໃຊ້ຈ່າຍຜ່ານບັດຂອງອັງກິດຫຼຸດລົງເປັນຄັ້ງທຳອິດໃນຮອບ 5 ປີ

ຂ່າວຕ່າງປະເທດລາຍງານ ໃນວັນທີ 30 ທັນວາ ຜ່ານມາວ່າ: ຂໍ້ມູນຈາກທະນາຄານ Barclays ຊີ້ໃຫ້ເຫັນວ່າ, ການໃຊ້ຈ່າຍຜ່ານບັດເດບິດ ແລະ ບັດເຄຣດິດຂອງຜູ້ຊື້ສິນຄ້າຊາວອັງກິດໃນປີ 2025 ຫຼຸດລົງເປັນຄັ້ງທຳອິດນັບຕັ້ງແຕ່ການລະບາດຂອງ ໂຄວິດ-19. ເຖິງຢ່າງໃດກໍຕາມ, ຊາວອັງກິດຍັງຄົງເຕັມໃຈທີ່ຈະໃຫ້ຄວາມສຸກຕົນເອງດ້ວຍການຊື້ສິນຄ້າຟຸ່ມເຟືອຍ ລວມທັງໃຊ້ຈ່າຍກັບການຫາປະສົບການໃໝ່ໆ.
ນັກວິທະຍາສາດຢືນຢັນວ່າປີ 2025 ເປັນໜຶ່ງໃນສາມປີທີ່ຮ້ອນທີ່ສຸດ

ນັກວິທະຍາສາດຢືນຢັນວ່າປີ 2025 ເປັນໜຶ່ງໃນສາມປີທີ່ຮ້ອນທີ່ສຸດ

ຂ່າວຕ່າງປະເທດລາຍງານໃນວັນທີ 30 ທັນວາ ຜ່ານມາວ່າ: ນັກວິທະຍາສາດຢືນຢັນວ່າປີ 2025 ເປັນໜຶ່ງໃນສາມປີທີ່ຮ້ອນທີ່ສຸດໃນປະຫວັດສາດຂອງໂລກ, ໂດຍອ້າງເຖິງການເຜົາໄໝ້ເຊື້ອໄຟຟອດຊິວຢ່າງບໍ່ຢຸດຢັ້ງເປັນສາເຫດຫຼັກຂອງໄພພິບັດທົ່ວໂລກ, ໄດ້ເອົາຊີວິດຄົນນັບບໍ່ຖ້ວນ ແລະ ກໍ່ໃຫ້ເກີດຄວາມເສຍຫາຍທີ່ບໍ່ສາມາດວັດແທກໄດ້.
ຈີນ ​ຈະ​ປັບ​ປຸງ​ພາ​ສີ​ສິນ​ຄ້າ​ຈຳ​ນວນ​ໜຶ່ງ​ ເລີ່ມ​ແຕ່​ວັນ​ທີ 1 ມັງ​ກອນ​ປີ 2026

ຈີນ ​ຈະ​ປັບ​ປຸງ​ພາ​ສີ​ສິນ​ຄ້າ​ຈຳ​ນວນ​ໜຶ່ງ​ ເລີ່ມ​ແຕ່​ວັນ​ທີ 1 ມັງ​ກອນ​ປີ 2026

ຂ່າວສານຊີອາໄອລາຍງານຫວ່າງມໍ່ໆມານີ້ວ່າ: ຄະ​ນະ​ກຳ​ມະ​ການ​ກົດ​ລະ​ບຽບ​ພາ​ສີ​ຂອງ​ລັດ​ຖະ​ບານ​ຈີນ​ ໄດ້​ເຜີຍ​ແຜ່ “ແຜນ​ການ​ປັບ​ປຸງ​ພາ​ສີ​ປີ 2026”, ແຜນ​ການ​ສະ​ບັບ​ນີ້​ຈະຈັດ​ຕັ້ງ​ປະ​ຕິ​ບັດ​ເລີ່ມ​ແຕ່​ວັນ​ທີ 1 ມັງ​ກອນ​ປີ 2026 ເປັນ​ຕົ້ນ​ໄປ.
ມາເລເຊຍ ມີການລົງທຶນດ້ານດີຈີຕອນຫຼາຍກວ່າ 13 ຕື້ໂດລາ

ມາເລເຊຍ ມີການລົງທຶນດ້ານດີຈີຕອນຫຼາຍກວ່າ 13 ຕື້ໂດລາ

ຂ່າວຕ່າງປະເທດລາຍງານຫວ່າງບໍ່ດົນມານີ້ວ່າ: ມາເລເຊຍໄດ້ຮັບເງິນລົງທຶນທັງໝົດ 54.13 ຕື້ຣິງກິດ (ປະມານ 13.33 ຕື້ໂດລາ) ໃນໄຕມາດທີສາມຂອງປີ 2025 ພາຍໃຕ້ໂຄງການສົ່ງເສີມເສດຖະກິດດີຈີຕອນ “Malaysia Digital” ຊຶ່ງຊ່ວຍສ້າງວຽກເຮັດງານທໍາທີ່ມີຄຸນນະພາບສູງຫຼາຍກວ່າ 21,815 ຕໍາແໜ່ງໃນ 402 ບໍລິສັດດີຈີຕອນ.
ຣັດເຊຍ ຍິງດາວທຽມ 52 ດວງຂຶ້ນສູ່ວົງໂຄຈອນ

ຣັດເຊຍ ຍິງດາວທຽມ 52 ດວງຂຶ້ນສູ່ວົງໂຄຈອນ

ຂ່າວຕ່າງປະເທດລາຍງານ ໃນວັນທີ 29 ທັນວາ ຜ່ານມາວ່າ: Roscosmos ຊຶ່ງເປັນອົງການອາວະກາດຂອງຣັດເຊຍ ໄດ້ລາຍງານການຍິງຈະຫຼວດ Soyuz-2.1b ທີ່ບັນທຸກດາວທຽມ 52 ດວງເຂົ້າສູ່ວົງໂຄຈອນທີ່ກຳນົດໄວ້ຢ່າງສຳເລັດຜົນໃນຕອນບ່າຍວັນທີ 28 ທັນວາ ຜ່ານມາ.
ເພີ່ມເຕີມ