ເສັ້ນທາງລົດໄຟຈີນ-ລາວ ໄດ້ຮັບຄວາມນິຍົມນັບມື້ນັບເພີ່ມຂຶ້ນໃນການທ່ອງທ່ຽວອາຊີຕາເວັນອອກສຽງໃຕ້

ເສັ້ນທາງລົດໄຟຈີນ-ລາວ ໄດ້ຮັບຄວາມນິຍົມນັບມື້ນັບເພີ່ມຂຶ້ນໃນການທ່ອງທ່ຽວອາຊີຕາເວັນອອກສຽງໃຕ້

ນັບແຕ່ປີ 2023 ເປັນຕົ້ນມາ, ບໍລິເວນລຽບຕາມເສັ້ນທາງລົດໄຟຈີນ-ລາວ ໄດ້ມີຜູ້ໂດຍສານນັບມື້ນັບຫຼາຍ, ການທ່ອງທ່ຽວໂດຍຂີ່ລົດໄຟໂດຍສານສາກົນຕາມ ເສັ້ນທາງລົດໄຟຈີນ-ລາວ ໄດ້ເປັນທີ່ນິຍົມອັນໃໝ່.
ແຕ່ວັນທີ 23 – 26 ພຶດສະພາ 2023, ນັກຮຽນປະຖົມ 100 ຄົນຂອງລາວໄດ້ຂີ່ລົດໄຟເດີນທາງຈາກນະຄອນຫຼວງວຽງຈັນ ໄປຮອດນະຄອນຄຸນໝິງ ແຂວງຢຸນນານຈີນ, ແລ້ວຂີ່ລົດໄຟຄວາມໄວສູງໄປຮອດນະຄອນຫຼວງປັກກິ່ງ. ຄວາມໄຝ່ຝັນຂອງນັກຮຽນປະຖົມລາວທີ່ຂີ່ລົດໄຟໄປປັກກິ່ງນັ້ນໄດ້ບັນລຸຜົນເປັນຈິງແລ້ວ.
ໃນວັນທີ 13 ພະຈິກ 2023, ຂະບວນລົດໄຟສະເພາະການທ່ອງທ່ຽວຖ້ຽວທຳອິດ ຈາກນະຄອນຫຼວງປັກກິ່ງຫາປະເທດລາວໄດ້ອອກເດີນທາງຈາກສະຖານີເຟີ່ງໄທ ຂອງນະຄອນຫຼວງປັກກິ່ງ, ເມື່ອໄປຮອດນະຄອນຄຸນໝິງແລ້ວ, ກໍແລ່ນຕາມ ເສັ້ນທາງລົດໄຟຈີນ-ລາວຕໍ່ໄປຮອດນະຄອນຫຼວງວຽງຈັນອີກ. ຂະບວນລົດໄຟຖ້ຽວນີ້ໃຊ້ເວລາ 15 ວັນ, ຢູ່ລະຫວ່າງທາງຈະຜ່ານແຫຼ່ງທ່ອງທ່ຽວຕ່າງໆ, ເຊັ່ນ: ສິບສອງພັ່ນນາ ແຂວງຢຸນນານ, ນະຄອນຊື້ປີ້ ແຂວງຫູເປີຍ, ແຂວງຫຼວງພະບາງ ຂອງລາວ ແລະ ອື່ນໆອີກ. ພວກນັກທ່ອງທ່ຽວໄດ້ສຳຜັດກັບມົນສະເໜ່ຂອງເສັ້ນທາງລົດໄຟຈີນ-ລາວທີ່ເປັນໂຄງການສຳຄັນເປັນຂີດໝາຍໃນການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ດ້ວຍຄຸນນະພາບສູງ.
ນັບແຕ່ການເປີດນຳໃຊ້ເປັນຕົ້ນມາ, ເສັ້ນທາງລົດໄຟຈີນ-ລາວໄດ້ອອກແຮງສົ່ງເສີມຮູບແບບການພັດທະນາໃໝ່ “ທາງລົດໄຟ + ການທ່ອງທ່ຽວ”. ຫຼາຍບໍລິສັດທ່ອງທ່ຽວໄດ້ນຳສະເໜີເສັ້ນທາງທ່ອງທ່ຽວຕາມ ເສັ້ນທາງລົດໄຟຈີນ-ລາວ, “ຈາກພູຫິມະຮອດປ່າໄມ້ເຂດຮ້ອນ” “ຈາກທົ່ງພຽງແຂວງເສສວນຮອດປ່າໄມ້ເຂດຮ້ອນ” ແລະ ການບໍລິການທ່ອງທ່ຽວອື່ນໆໄດ້ຮັບຄວາມນິຍົມຫຼາຍ ແລະ ມີນັກທ່ອງທ່ຽວນັບມື້ນັບເພີ່ມຂຶ້ນ, ນັກທ່ອງທ່ຽວເກືອບ 1 ແສນຄົນໄດ້ສຳຜັດກັບການທ່ອງທ່ຽວຂ້າມຊາດທີ່ “ຂີ່ລົດໄຟທ່ຽວປະເທດລາວ” “ຂີ່ລົດໄຟທ່ຽວປະເທດຈີນ”. ມີຂໍ້ມູນສະແດງໃຫ້ເຫັນວ່າ, ນັບມາຮອດວັນທີ 5 ທັນວາ 2023, ດ່ານບໍ່ຫານໄດ້ກວດກາຂະບວນລົດໄຟໂດຍສານສາກົນ 474 ຖ້ຽວ, ກວດນັກທ່ອງທ່ຽວເຂົ້າອອກເມືອງທີ່ມາຈາກ 75 ປະເທດຂອງ 6 ທະວີບ ລື່ນ 100.186 ເທື່ອຄົນ ນັກທ່ອງທ່ຽວຕ່າງປະເທດທີ່ເຂົ້າອອກເມືອງມີປະມານ 14900 ເທື່ອຄົນ, ກວມ 14,9%, ຜູ້ໂດຍສານສັນຊາດລາວ, ໄທ ແລະ ສິງກະໂປ ມີຈຳນວນຢູ່ແຖວໜ້າ.
ບໍ່ພຽງແຕ່ເທົ່ານັ້ນ, ເສັ້ນທາງລົດໄຟຈີນ-ລາວ ຍັງໄດ້ປັບປຸງແຜນການຈັດສັນຂະບວນລົດໄຟເລື້ອຍໆ, ເພື່ອຕອບສະໜອງຕາມຄວາມຕ້ອງການຂອງປະຊາຊົນສອງຊາດຈີນ ແລະ ລາວ. ນັບແຕ່ເປີດລົດໄຟໂດຍສານສາກົນຕາມເສັ້ນທາງລົດໄຟຈີນ-ລາວເປັນຕົ້ນມາ, ຢູ່ລະຫວ່າງນະຄອນຄຸນໝິງ ແລະ ນະຄອນຫຼວງວຽງຈັນສາມາດເດີນທາງໄປຮອດພາຍໃນມື້ດຽວ, ເວລາການແລ່ນລົດຫຼຸດລົງເປັນ 9 ຊົ່ວໂມງ 26 ນາທີ, ເວລາເຂົ້າເມືອງ ແລະ ອອກເມືອງຂອງຜູ້ໂດຍສານໄດ້ຫຼຸດລົງປະມານ 1 ຊົ່ວໂມງ, ເປົ້າໝາຍການພັດທະນາຂອງລົດໄຟໂດຍສານສາກົນຕາມ ເສັ້ນທາງລົດໄຟຈີນ-ລາວພວມບັນລຸຜົນເປັນຈິງເທື່ອລະກ້າວ. ຢູ່ປະເທດຈີນມີລົດໄຟ 51 ຖ້ຽວຕໍ່ມື້, ສູງສຸດມື້ໜຶ່ງໄດ້ເປີດ 74 ຖ້ຽວ, ໄດ້ຂົນສົ່ງຜູ້ໂດຍສານຫຼາຍທີ່ສຸດເຖິງ 83.000 ເທື່ອຄົນ/ມື້.
ສາມາດເຫັນໄດ້ວ່າ, ເສັ້ນທາງລົດໄຟຈີນ-ລາວ ພວມໄດ້ຮັບຄວາມນິຍົມຊົມຊອບນັບມື້ນັບເພີ່ມຂຶ້ນໃນການທ່ອງທ່ຽວອາຊີຕາເວັນອອກສຽງໃຕ້. ກ່ອນໜ້ານີ້ ເມື່ອເວົ້າເຖິງການທ່ອງທ່ຽວອາຊີຕາເວັນອອກສຽງໃຕ້, ຄົນສ່ວນຫຼາຍມັກຈະຄິດເຖິງ “ສິງກະໂປ, ມາເລເຊຍ ແລະ ໄທ”, ສຳລັບ ເສັ້ນທາງລົດໄຟຈີນ-ລາວ ຈະຊຸກຍູ້ໃຫ້ການທ່ອງທ່ຽວຂອງລາວພັດທະນາແບບຍືນຍົງ, ແລະ ສ້າງຜົນງານທີ່ພົ້ນເດັ່ນຢ່າງບໍ່ຢຸດຢັ້ງ.
ໂດຍ: ຊີອາໄອ

ຄໍາເຫັນ

ຂ່າວຕ່າງປະເທດ

ຈີນ​ເລີ່ມ​ປະ​ຕິ​ບັດ​ດ່ານ​ພາ​ສີ​ອິດ​ສະຫຼະ​ທົ່ວ​ເກາະ​ໄຫຫຼຳ

ຈີນ​ເລີ່ມ​ປະ​ຕິ​ບັດ​ດ່ານ​ພາ​ສີ​ອິດ​ສະຫຼະ​ທົ່ວ​ເກາະ​ໄຫຫຼຳ

ຂ່າສານຊີອາໄອລາຍງານວ່າ: ນັບ​ແຕ່​ວັນ​ທີ 18 ທັນ​ວາ 2025 ເປັນ​ຕົ້ນ​ໄປ, ຈີນ​ເລີ່ມ​ປະ​ຕິ​ບັດ​ດ່ານ​ພາ​ສີ​ອິດ​ສະຫຼະ​ທົ່ວ​ເກາະ​ໄຫຫຼຳ​ຢ່າງ​ເປັນ​ທາງ​ການ.
ຈີນ ແລະ ອາຊຽນປະຕິບັດຕາມຄຳໝັ້ນສັນຍາ​ຂອງ​ຕົນ​ພາຍ​ໃນສັນຍາປາຣີດ້ວຍພຶດຕິກຳຕົວຈິງ

ຈີນ ແລະ ອາຊຽນປະຕິບັດຕາມຄຳໝັ້ນສັນຍາ​ຂອງ​ຕົນ​ພາຍ​ໃນສັນຍາປາຣີດ້ວຍພຶດຕິກຳຕົວຈິງ

ປີນີ້ເປັນປີຄົບ​ຮອບ 10 ປີ​ຂອງການເຊັນສັນຍາປາຣີ​ວ່າ​ດ້ວຍ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າອ​າ​ກາດ (2015-2025), ສ່ວນການຄຸ້ມຄອງດິນຟ້າອາກາດກຳລັງຢືນຢູ່ໃນທາງສີ່ແຍກແຫ່ງປະຫວັດສາດ. ດ້ານໜຶ່ງແມ່ນຍ້ອນສະພາບຂ້ຽວຂາດທີ່ການເພີ່ມຂຶ້ນຂອງອຸນຫະພູມທົ່ວໂລກໄດ້ແຕະຕ້ອງເສັ້ນ​ຕ້ອງ​ຫ້າມ​ແດງ​ລະ​ດັບ1,5 ອົງສາ ຫຼາຍຄັ້ງ ແລະ ເກີດ​ສະ​ພາບອາກາດຮຸນແຮງເລື້ອຍໆ; ອີກດ້ານໜຶ່ງແມ່ນ​ຍ້ອນສະພາບຄວາມຫຍຸ້ງຍາກດ້ານການບໍລິຫານທີ່ລັດທິຝ່າຍດຽວເງີຍໜ້າຂຶ້ນ ແລະ ບາງປະເທດບໍ່ສາມາດປະຕິບັດຕາມຄຳໝັ້ນສັນຍາ​ຂອ​ງ​ຕົນຢ່າງທັນການ. ແຕ່ຈີນ ແລະ ບັນດາປະເທດ​ສະ​ມາ​ຊິກອາຊຽນໄດ້ໃຫ້ຄຳຕອບຂອງບັນ​ຫາດັ່ງກ່າວດ້ວຍພຶດຕິກຳຕົວຈິງແບບສີຂຽວ ຄື: ໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດທີ່ກ່ຽວ​ຂ້ອງກັບຊາຕາກຳຂອງມວນມະນຸດ, ມີແຕ່ຢຶດໝັ້ນລັດທິຫຼາຍຝ່າຍ ແລະ ລົງເລິກການຮ່ວມມືຕົວຈິງ ຈຶ່ງຈະສາມາດເຮັດໃຫ້ຄຳໝັ້ນສັນຍາໃນສັນຍາປາຣີກາຍເປັນການເຄື່ອນໄຫວຕົວຈິງເພື່ອ​ປົກ​ປ້ອງໂລກ.
ເສດ​ຖະ​ກິດ​ຈີນ ​ໄດ້​ຮັກ​ສາ​ສະ​ພາບ​ຄວ​າມ​ໝັ້ນ​ທ່ຽງ ທ່າ​ອ່ຽງ​ກ້າວ​ໄປ​ໜ້າ ແລະ ຄວາມ​ໝັ້ນ​ໜຽວ

ເສດ​ຖະ​ກິດ​ຈີນ ​ໄດ້​ຮັກ​ສາ​ສະ​ພາບ​ຄວ​າມ​ໝັ້ນ​ທ່ຽງ ທ່າ​ອ່ຽງ​ກ້າວ​ໄປ​ໜ້າ ແລະ ຄວາມ​ໝັ້ນ​ໜຽວ

ຂ່າວສານຊີອາໄອລາຍງານວ່າ: ໃນວັນ​ທີ 8 ທັນ​ວາ ຜ່ານມາ, ໂຕ​ເລກ​ສະ​ຖິ​ຕິ​ທີ່​ເຜີຍ​ແຜ່​ໂດຍ​ລັດ​ຖະ​ບານ​ຈີນ​ສະ​ແດງ​ເຫັນ​ວ່າ, ໃນ 11 ເດືອນ​ຂອງ​ປີ 2025, ຍອດ​ມູນ​ຄ່າ​ນຳ​ເຂົ້າ-ສົ່ງ​ອອກ​ສິນ​ຄ້າ​ປະ​ເພດ​ຈັບ​ຕ້ອງ​ໄດ້​ຂອງ​ຈີນ​ມີ​ເຖິງ 41,210 ຕື້ຢວນ, ເພີ່ມ​ຂຶ້ນ 3.6% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2024. ໃນ​ນັ້ນ, ຍອດ​ມູນ​ຄ່າ ນຳ​ເຂົ້າ-ສົ່ງ​ອອກ​ສິນ​ຄ້າ​ປະ​ເພດ​ຈັບ​ຕ້ອງ​ຂອງ​ເດືອນພະ​ຈິກ​ໄດ້​ເພີ່ມ​ຂຶ້ນ 4.1% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2024 ຊຶ່ງ​ໄດ້​ຮັກ​ສາ​ການ​ເຕີບ​ໂຕ​ເປັນ​ເວ​ລາ 10 ເດືອນ​ລຽ​ນ​ຕິດ ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2024. ນັກ​ວິ​ເຄາະ​ຊີ້​ໃຫ້​ເຫັນ​ວ່າ, ໂຄງ​ປະ​ກອບ​ການ​ຄ້າ​ກັບ​ຕ່າງ​ປະ​ເທດ​ຂອງ​ຈີນ​ໄດ້​ປັບ​ປຸງ​ດີ​ຂຶ້ນ​ເລື້ອຍໆ, ປ່ອຍ​ພະ​ລັງ​ຂັບ​ເຄື່ອນ​ໃໝ່​​ຢ່າງຕໍ່​ເນື່ອງ, ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ໝັ້ນ​ໜຽວ​ທີ່​ເຂັ້ມ​ແຂງ.
ຍ້ອນ​ຫຍັງ​ດິ​ສ​ນີ​​ບໍ່​ສາ​ມາດ​ເບິ່ງ​ຂ້າມ​ຕະຫຼາດ​ຈີນ

ຍ້ອນ​ຫຍັງ​ດິ​ສ​ນີ​​ບໍ່​ສາ​ມາດ​ເບິ່ງ​ຂ້າມ​ຕະຫຼາດ​ຈີນ

ຫວ່າງ​ມໍ່ໆ​ມາ​ນີ້, ມູນ​ຄ່າ​ຂາຍ​ປີ້​ເຂົ້າ​ຊົມ​ຮູບ​ເງົາ​ເລື່ອງ“ ‌Zootopia 2” ຢູ່​ແຜ່ນ​ດິນ​ໃຫຍ່​ຈີນ​ບັນ​ລຸຫຼາຍກວ່າ 2 ຕື້ຢວນຊຶ່ງບໍ່​ພຽງ​ແຕ່​ໄດ້​ສ້າງ​ສະ​ຖິ​ຕິ​ມູນ​ຄ່າ​ຂາຍ​ປີ້​ເຂົ້າ​ຊົມ​ຮູບ​ເງົາ​ກາ​ຕູນ​ທີ່​ນຳ​ເຂົ້າ​ຈາກ​ຕ່າງ​ປະ​ເທດ​ໃນ​ປະ​ຫວັດ​ສາດ​ຮູບ​ເງົາ​ຈີນ​ໃໝ່​ເທົ່າ​ນັ້ນ, ຍິ່ງ​ໄດ້​ລື່ນ​ກາຍ​ຕະຫຼາດ​ອາ​ເມ​ຣິ​ກາ​ເໜືອ​ແລ້ວ​ກາຍ​ເປັນ​ຕະຫຼາດ​ທີ່​ໄດ້​ຂາຍ​ປີ້​ເຂົ້າ​ຊົມຫຼາຍ​ທີ່​ສຸດ​ໃນ​ໂລກອີກ​ດ້ວຍ. ກ່ອນ​ຈະ​ໄດ້​ສາຍ​ຮູບ​ເງົາ​ເລື່ອງ​ນີ້, ຜູ້​ບໍ​ລິ​ໂພກ​ຈີນ​ກໍ​ໄດ້​ພົບ​ເຫັນ​ຊັບ​ສິນ​ທາງ​ປັນ​ຍາ (IP)ນີ້​ໃນ​ຊີ​ວິດ​ປະ​ຈຳ​ວັນ​ເລື້ອຍໆເຊັ່ນ: ຈອກ​ກາ​ເຟ​ Luckin ​ທີ່​ໄດ້​ແຕ້ມ​ໂປ​ສ​ເຕີ​ຮູບ​ເງົາ​ໃສ່, ເສື້ອ​ເຊີດ​ທີ່​ມີ​ຮູບ​ກາ​ຕູນ​ຮູບ​ເງົາ​ຂອງ UNIQLO, ​ກ່ອງ​ສຸ່ມຂອງ POP MART ແລະ​ ອື່ນໆ. ຈາກ​ມູນ​ຄ່າ​ຂາຍ​ປີ້​ເຂົ້າ​ຊົມ​ຮູບ​ເງົາ​ເຖິງ​ຜະ​ລິດ​ຕະ​ພັນ​ຕ່າງໆ​ຮ່ວມ​ມື​ກັບ​ຍີ່​ຫໍ້​ຕ່າງໆ ໄດ້​ພິ​ສູດ​ໃຫ້​ເຫັນ​ເຖິງ​ຖາ​ນະ​ທີ່​ທົດ​ແທນ​ບໍ່​ໄດ້​ຂອງ​ຕະຫຼາດ​ຈີນ​ໃນ​ຍຸດ​ທະ​ສາດ​ທົ່ວ​ໂລກ​ຂອງ​ບໍ​ລິ​ສັດ​ດິ​ສ​ນີ.
AI ສາມາດຊຸກຍູ້ເສດຖະກິດອົສຕຣາລີໄດ້ເຖິງ 151 ຕື້ໂດລາ

AI ສາມາດຊຸກຍູ້ເສດຖະກິດອົສຕຣາລີໄດ້ເຖິງ 151 ຕື້ໂດລາ

ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີ້: ບົດລາຍງານຈາກສະພາວິທະຍາສາດ ແລະ ວິສະວະກຳທາງເຕັກໂນໂລຊີຂອງອົສຕຣາລີເປີດເຜີຍວ່າ, ການນຳໃຊ້ປະໂຫຍດຈາກປັນຍາປະດິດ (AI) ສາມາດຊ່ວຍຊຸກຍູ້ເສດຖະກິດອົສຕຣາລີໄດ້ເຖິງ151 ຕື້ໂດລາ ໃນທົດສະວັດຕໍ່ໄປ.
ກຳປູເຈຍ ສົ່ງອອກເຄື່ອງນຸ່ງຫົ່ມ ເກີບ ແລະ ສິນຄ່າເດີນທາງ ມູນຄ່າ 13.6 ຕື້ໂດລາ

ກຳປູເຈຍ ສົ່ງອອກເຄື່ອງນຸ່ງຫົ່ມ ເກີບ ແລະ ສິນຄ່າເດີນທາງ ມູນຄ່າ 13.6 ຕື້ໂດລາ

ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີ້ວ່າ: ກະຊວງການຄ້າຂອງກຳປູເຈຍໄດ້ປະກາດວ່າ, ກຳປູເຈຍໄດ້ສົ່ງອອກເຄື່ອງນຸ່ງຫົ່ມ, ແຜ່ນແພ, ເກີບ ແລະ ສິນຄ້າດ້ານການເດີນທາງ ມູນຄ່າ 13.6 ຕື້ໂດລາ ໃນໄລຍະ 10 ເດືອນທຳອິດຂອງປີ 2025 (ມັງກອນ-ຕຸລາ), ເພີ່ມຂຶ້ນ 20% ເມື່ອທຽບກັບໄລຍະດຽວກັນຂອງປີກາຍ.
COP30ຮັບຮອງເອົາສັນ​ຍາ​ການເຄື່ອນ​ໄຫວ​ດ້າ​ນ​ດິນ​ຟ້າ​ອາ​ກາດສະບັບໃໝ່

COP30ຮັບຮອງເອົາສັນ​ຍາ​ການເຄື່ອນ​ໄຫວ​ດ້າ​ນ​ດິນ​ຟ້າ​ອາ​ກາດສະບັບໃໝ່

ຂ່າວສານຊີອາໄອລາຍງານ ຫວ່າງບໍ່ດົນມານີ້ວ່າ: ກອງປະຊຸມພາຄີຂອບ​ສົນ​ທິສັນ​ຍາວ່າດ້ວຍການ​ປ່ຽນ​ແປງຂອງ​ດິນ​ຟ້າ​ອາ​ກາດ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ຄັ້ງທີ 30 (COP30) ໄດ້ສໍາເລັດລົງໃນວັນທີ 22 ​ພະ​ຈິກ ຜ່ານມາ​ຢູ່​ນະ​ຄອນເບເລມ ​ພາກ​ເໜືອຂອງ​ປະ​ເທດບ​ຣາ​ຊິນ. ກອງປະຊຸມໄດ້ຮັບຮອງເອົາສັນ​ຍາ​ໂດຍ​ລວມ​ກ່ຽວ​ກັບ​ການເຄື່ອນ​ໄຫວ​ດ້ານດິນ​ຟ້າ​ອາ​ກາດ​ສະ​ບັບ​ໃໝ່ ຄື: "ການລະດົມທົ່ວໂລກ: ​ສາ​ມັກ​ຄີ ແລະ ປະ​ສານ​ງານ​ກັນເພື່ອ​ຮັບ​ມື​ກັບສິ່ງທ້າທາຍຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ", ໂດຍຮຽກຮ້ອງໃຫ້ບັນດາປະເທດຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງດິນ​ຟ້າ​ອາ​ກາ​ດ​ຢ່າງ​ເປັນ​ເຈົ້າ​ການ ແລະ ເລັ່ງການເຄື່ອນ​ໄຫວດ້ານ​ດິນ​ຟ້າ​ອາ​ກາດ​ທີ່​ກ່ຽວ​ຂ້ອງ.
ການສົ່ງອອກຂອງ ສ ເກົາຫຼີ ເພີ່ມຂຶ້ນ 8.2% ໃນ 20 ມື້ທຳອິດຂອງເດືອນພະຈິກ

ການສົ່ງອອກຂອງ ສ ເກົາຫຼີ ເພີ່ມຂຶ້ນ 8.2% ໃນ 20 ມື້ທຳອິດຂອງເດືອນພະຈິກ

ຂ່າວຕ່າງປະເທດລາຍງານ ໃນທ້າຍອາທິດຜ່ານມາວ່າ: ຫ້ອງການພາສີຂອງ ສ ເກົາຫຼີໄດ້ປະກາດ ວ່າ, ການສົ່ງອອກຂອງ ສ ເກົາຫຼີ ໃນລະຫວ່າງວັນທີ 1-20 ພະຈິກ ເພີ່ມຂຶ້ນ 8.2% ເມື່ອທຽບກັບປີກ່ອນເປັນ 38.5 ຕື້ໂດລາ ທຽບກັບ 35.6 ຕື້ໂດລາໃນໄລຍະດຽວກັນຂອງປີກາຍ, ໂດຍໄດ້ຮັບແຮງຂັບເຄື່ອນຈາກຄວາມຕ້ອງການsemiconductorແລະ ລົດຍົນທີ່ເຂັ້ມແຂງ.
ເພີ່ມເຕີມ