ຖະແຫຼງການລະບຸວ່າ: ຄະນະຜູ້ແທນ ຊຶ່ງນຳໂດຍທ່ານ ໂກບິນ ຊິງ ເດໂອ ລັດຖະມົນຕີກະຊວງດັ່ງກ່າວໄດ້ເດີນທາງຢ້ຽມຢາມຈີນ ແລະ ເຂົ້າຮ່ວມກອງປະຊຸມປັນຍາປະດິດໂລກ (WAIC) 2025 ຢູ່ນະຄອນຊຽງໄຮ ຊຶ່ງການຢ້ຽມຢາມຄັ້ງນີ້ໄດ້ເສີມຂະຫຍາຍບົດບາດຂອງມາເລເຊຍໃນຖານະເປັນຜູ້ນຳລະດັບພາກພື້ນໃນການຫັນເປັນດິີຈີຕອນ ແລະ ນະວັດຕະກຳ.
ມາເລເຊຍ ໄດ້ຮັບການລົງທຶນດ້ານດີຈີຕອນຈາກບໍລິສັດເຕັກໂນໂລຊີຊັ້ນນໍາຂອງຈີນ ຊຶ່ງຈະສ້າງວຽກເຮັດງານທຳດ້ານດີຈີຕອນ ສູງກວ່າ 6,800 ຕຳແໜ່ງທົ່ວປະເທດ. ການລົງທຶນເຫຼົ່ານີ້ລວມມີການພັດທະນາສູນນະວັດຕະກໍາທີ່ຂັບເຄື່ອນດ້ວຍ AI, ສູນບໍລິການລູກຄ້າອັດສະລິຍະ, ແຟລັດຟອມ AI ຂັ້ນສູງ ແລະ ພື້ນຖານໂຄງລ່າງດີຈີຕອນຍຸກໃໝ່.
ທັງນີ້, ບໍລິສັດເຕັກໂນໂລຊີຂອງຈີນໄດ້ໃຫ້ຄໍາໝັ້ນສັນຍາທີ່ຈະສະໜັບສະໜູນຄວາມມຸ່ງໝັ້ນດ້ານດີຈີຕອນຂອງມາເລເຊຍ ໂດຍການຖ່າຍທອດເຕັກໂນໂລຊີທີ່ກ້າວໜ້າ ແລະ ຄວາມຮູ້ທີ່ເລິກເຊິ່ງ ຊຶ່ງຈະເຮັດໃຫ້ລະບົບນິເວດເຕັກໂນໂລຊີຂອງມາເລເຊຍເຂັ້ມແຂງຂຶ້ນ.
ຄໍາເຫັນ