ບົດລາຍງານລະບຸວ່າ: ການຂະຫຍາຍຕົວໃນໄຕມາດສາມ ໄດ້ແຮງຊຸກຍູ້ເບື້ອງຕົ້ນຈາກຂະແໜງ ການຜະລິດ, ການສົ່ງອອກ ລວມເຖິງການເງິນ ແລະ ປະກັນໄພ ຊຶ່ງໄດ້ແຮງໜູນບາງສ່ວນຈາກການປັບຕົວຂຶ້ນຂອງວົງຈອນເອເລັກໂຕຣນິກທົ່ວໂລກ.
ໃນຂະນະດຽວກັນ, ຂະແໜງທຸລະກິດກ່ຽວກັບຜູ້ບໍລິໂພກຍັງຄົງຫົດຕົວ ເນື່ອງຈາກການເດີນທາງຂາອອກຂອງຄົນທ້ອງຖິ່ນ ແລະ ການເດີນທາງຂາເຂົ້າຂອງຄົນຕ່າງປະເທດປັບຕົວຊ້າກວ່າທີ່ວາງໄວ້.
ກະຊວງດັ່ງກ່າວຊີ້ວ່າ: ທ່າອ່ຽງການສະໜອງພາຍນອກໂດຍລວມຂອງສິງກະໂປຈະຍັງຄົງແຂງແກ່ງຕະຫຼອດໄລຍະເວລາທີ່ເຫຼືອຂອງປີ 2024 ແລະ ປັບໂຕເລກການຄາດຄະເນການຂະຫຍາຍຕົວຂອງໝົດປີເພີ່ມຂຶ້ນຈາກ 2-3% ເປັນປະມານ 3.5%.
ນອກຈາກນັ້ນ, ກະຊວງດັ່ງກ່າວຍັງຄາດຄະເນການຂະຫຍາຍຕົວຂອງເສດຖະກິດສິງກະໂປໃນປີ 2025 ແມ່ນຢູ່ໃນລະຫວ່າງ 1-3%.
ຄໍາເຫັນ