ເສີມຂະຫຍາຍມູນເຊື້ອສາມັກຄີ ເຕົ້າໂຮມກໍາລັງແຮງສັງລວມທົ່ວປວງຊົນລາວທັງຊາດ ເຂົ້າໃນການປົກປັກຮັກສາ ແລະ ສ້າງສາປະເທດຊາດໃຫ້ຮຸ່ງເຮືອງສີວິໄລ (ເນື່ອງໃນໂອກາດ ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 76 ປີ)

ເສີມຂະຫຍາຍມູນເຊື້ອສາມັກຄີ ເຕົ້າໂຮມກໍາລັງແຮງສັງລວມທົ່ວປວງຊົນລາວທັງຊາດ ເຂົ້າໃນການປົກປັກຮັກສາ ແລະ ສ້າງສາປະເທດຊາດໃຫ້ຮຸ່ງເຮືອງສີວິໄລ (ເນື່ອງໃນໂອກາດ ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 76 ປີ)

ຫວນຄືນກ່ອນນີ້ 76 ປີ ຄືວັນທີ 13 ສິງຫາ 1950 ໃນກອງປະຊຸມໃຫຍ່ຜູ້ແທນແນວລາວຕໍ່ຕ້ານທົ່ວປະເທດ ທີ່ມີຜູ້ແທນເຂົ້າຮວ່ມທັງໝົດ 105 ທ່ານ. ທີ່ເປັນຕົວແທນຂອງກຳລັງປະກອບອາວຸດທຸກພາກ, ຕົວແທນບັນດາເຜົ່າ, ຊັ້ນຄົນ, ບັນດາອົງການຈັດຕັ້ງສັງຄົມ, ສາສະໜາ ເພດ-ໄວ ຈາກເຂດຕໍ່ຕ້ານ ແລະ ເຂດກວດກາຂອງຂອງສັດຕູໃນທົ່ວປະເທດ ໄດ້ເຫັນດີເປັນເອກະສັນ ປະກາດສ້າງຕັ້ງແນວໂຮມແຫ່ງຊາດໂດຍໃຫ້ຊື່ວ່າ: “ແນວລາວອິດສະຫຼະ” ປະກອບມີຄະນະກຳມະການແນວລາວອິດສະຫຼະ ຈຳນວນ 15 ທ່ານ ໂດຍແມ່ນ ສະເດັດ ເຈົ້າສຸພານຸວົງ ເປັນປະທານແນວລາວອິດສະຫຼະ.

 

ຈາກຜົນງານການເຄື່ອນໄຫວຂອງແນວລາວອິດສະຫຼະ ໃນການເປີດກວ້າງແນວໂຮມເອກະພາບແຫ່ງຊາດ, ໃນກອງປະຊຸມໃຫຍ່ແນວລາວອິດສະຫຼະສະ ໄໝທີ II (6-9/01/1956); ໄດ້ປ່ຽນຊື່ ແນວລາວອິດສະຫຼະ ມາເປັນ “ແນວລາວຮັກຊາດ” ແລະ ໃນກອງປະຊຸມໃຫຍ່ແນວລາວຮັກຊາດ ສະໄໝທີ IV (16-20/2/1979); ແນວລາວຮັກຊາດ ກໍໄດ້ປ່ຽນຊື່ເປັນ “ແນວລາວສ້າງຊາດ” ຮອດປັດຈຸບັນ.

ຕະຫຼອດ 76 ປີ ຜ່ານມາ, ພາຍໃຕ້ການຊີ້ນຳ ແລະ ນຳພາ ຢ່າງໃກ້ຊິດຂອງພັກປະຊາຊົນ ປະຕິວັດລາວ, ວຽກງານແນວໂຮມ ໄດ້ຮັບການເສີມຂະຫຍາຍມູນເຊື້ອອັນສະຫງ່າລາສີ ກາຍເປັນກ້ອນກຳລັງມະຫາສາມັກຄີທົ່ວປວງຊົນລາວທັງຊາດ ຢ່າງແໜ້ນແຟ້ນ. ໂດຍສະເພາະ ພາຍໃຕ້ແນວທາງປ່ຽນແປງໃໝ່ຂອງພັກ, ແນວລາວສ້າງຊາດ ແຕ່ລະຂັ້ນ ໄດ້ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດຂອງຕົນ ຢ່າງສະເໝີຕົ້ນສະເໝີປາຍ, ເປັນຜູ້ຖືຄັນທຸງນໍາໜ້າ ໃນການເຕົ້າໂຮມກ້ອນກໍາລັງສາມັກຄີ ໃນວົງຄະນະຍາດແຫ່ງຊາດລາວ, ປະກອບສ່ວນອັນໃຫຍ່ຫຼວງ ເຂົ້າໃນການບູລະນະລະບອບປະຊາທິປະໄຕ ປະຊາຊົນ, ເປັນຜູ້ປຸກລະດົມ, ສຶກສາອົບຮົມທຸກຊັ້ນຄົນ ບົນພື້ນຖານຄວາມເປັນເອກະພາບໃນອຸດົມການ ແຫ່ງການສ້າງສາປະເທດໃຫ້ມັ່ງຄັ່ງເຂັ້ມແຂງ, ປະຊາຊົນຮັ່ງມີຜາສຸກ, ສັງຄົມມີປະຊາທິປະໄຕ ສີວິໄລ ແລະ ຍຸຕິທຳ.

ເວົ້າສະເພາະ ໃນກອງປະຊຸມໃຫຍ່ ຜູ້ແທນແນວລາວສ້າງຊາດທົ່ວປະເທດ ຄັ້ງທີ XII (28-29/4/2026) ພາຍໃຕ້ຄຳຂວັນ; “ຍົກສູງບົດບາດຂອງແນວລາວສ້າງຊາດ ສູ່ຄຸນນະພາບໃໝ່, ເສີມສ້າງມະຫາສາມັກຄີ ແລະ ເຕົ້າໂຮມກໍາລັງແຮງສັງລວມຂອງທົ່ວປວງຊົນລາວທັງຊາດ ເຂົ້າໃນການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ” ຍິ່ງໄດ້ຍົກສູງບົດບາດຂອງແນວລາວສ້າງຊາດ ກ້າວສູ່ຄຸນນະພາບໃໝ່ ດວ້ຍການເສີມສ້າງມະຫາສາມັກຄີ ແລະ ເຕົ້າໂຮມກໍາລັງແຮງສັງລວມຂອງທົ່ວປວງຊົນລາວທັງຊາດ ເຂົ້າໃນການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ, ສືບຕໍ່ເສີມຂະຫຍາຍບົດບາດເປັນໃຈກາງການເຕົ້າໂຮມຄວາມສາມັກຄີປອງດອງທົ່ວປວງຊົນ, ປະຊາຊົນລາວບັນດາເຜົ່າ, ສາສະໜາ, ຊັ້ນຄົນ, ທຸກເພດ-ໄວ, ລວມທັງຄົນເຊື້ອຊາດລາວທີ່ດໍາລົງຊີວິດຢູ່ຕ່າງປະເທດ. ພ້ອມນັ້ນ, ກໍໄດ້ປຸກລະດົມປະຊາຊົນ ໃນການສ້າງບ້ານສາມັກຄີປອງດອງ, ຈັດຕັ້ງການຜະລິດປົວແປງຊີວິດການເປັນຢູ່ໃຫ້ນັບມື້ດີຂື້ນ. ທັງເປັນຫຼັກແຫຼ່ງໃນການປົກປ້ອງແລະ ເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນ ທັງປະຕິບັດບົດບາດຕິດຕາມກວດກາສຽງສະທ້ອນຂອງສັງຄົມ ເພື່ອສະເໜີ ຕໍ່ພັກ-ລັດຖະບານ ພິຈາລະນາ ແລະ ອື່ນໆ.

ພິເສດໃນກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດທົ່ວປະເທດ ຄັ້ງທີ XII ໄດ້ຮັບຮອງເອົາແຜນພັດທະນາອົງການແນວລາວສ້າງຊາດ ໃນ 5 ປີຕໍ່ໜ້າ (2026-2030) ໂດຍມີ 63 ໂຄງການ ແລະ 6ແຜນງານໃຫຍ່ຄື: ໜຶ່ງ, ແຜນງານການເຕົ້າໂຮມ ແລະ ເສີມສ້າງຄວາມສາມັກຄີປອງດອງທົ່ວປວງຊົນລາວທັງຊາດ. ສອງ, ແຜນງານການເຕົ້າໂຮມ ແລະ ເສີມສ້າງຄຸນງາມຄວາມດີ. ສາມ, ແຜນງານການເຕົ້າໂຮມ ແລະ ເສີມສ້າງຄຸນວຸດທິ. ສີ່, ແຜນງານການເຕົ້າໂຮມແລະ ເສີມສ້າງຄຸນນະທໍາ. ຫ້າ, ແຜນງານການສ້າງຄວາມເຂັ້ມແຂງໃຫ້ອົງການແນວລາວສ້າງຊາດ ແຕ່ລະຂັ້ນ ແລະ ຫົກ, ແຜນງານການຮວ່ມມືກັບອົງການພາຄີ ແລະ ການຮວ່ມມືກັບສາກົນ.

ເພື່ອບັນລຸຜົນສຳເລັດຕາມແຜນການທີ່ວາງໄວ້, ກ່ອນອື່ນ ອົງການແນວລາວສ້າງຊາດແຕ່ລະຂັ້ນ ຕ້ອງຈັດຕັ້ງຜັນຂະຫຍາຍທິດຊີ້ນຳຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ທີ່ກ່າວໃນກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດທົ່ວປະເທດ ຄັ້ງທີ XII, ໃນ 6ວຽກໃຫຍ່ຄື: ໜຶ່ງ) ສືບຕໍ່ເສີມຂະຫຍາຍທີ່ຕັ້ງ, ບົດບາດຂອງແນວລາວສ້າງຊາດ ໃນການເຕົ້າໂຮມຄວາມສາມັກຄີເປັນປຶກແຜ່ນຂອງຊາດ. ສອງ) ຍົກສູງຄວາມຮັບຜິດຊອບໃນການເສີມຂະຫຍາຍບົດບາດຕິດຕາມ, ກວດກາຫາງສຽງສະທ້ອນສັງຄົມ. ສາມ) ຕ້ອງປ່ຽນແປງຢ່າງແຂງແຮງ ວິທີການຂົນຂວາຍມະຫາຊົນ, ການໃກ້ຊິດກັບມະຫາຊົນ ດວ້ຍຫຼາຍຮູບແບບ, ຫຼາຍຮູບການ. ສີ່) ສືບຕໍ່ຈັດຕັ້ງປະຕິບັດໂຄງການສ້າງກອງທຶນບ້ານສາມັກຄີ ແລະ ພັດທະນາ ດວ້ຍຮູບແບບການຮວ່ມມື ລະຫວ່າງ ແນວລາວສ້າງຊາດ, ນັກທຸລະກິດ ແລະ ປະຊາຊົນ, ສ້າງກອງທຶນພັດທະນາຕາມທ້ອງຖິ່ນ, ສ້າງເປັນໜວ່ຍຜະລິດລວມໝູ່ ກ້າວຂຶ້ນເປັນສະຫະກອນ ເທື່ອລະກ້າວ. ຫ້າ) ເພີ່ມຄວາມສາມັກຄີສາກົນ ແລະ ເປີດກວ້າງສາຍພົວພັນການທູດປະຊາຊົນ ຕາມແນວທາງການຕ່າງປະເທດຂອງພັກ-ລັດ. ຫົກ) ສືບຕໍ່ເຕົ້າໂຮມຂົນຂວາຍ ແລະ ສ້າງເງື່ອນໄຂໃຫ້ຄົນເຊື້ອຊາດລາວ ທີ່ດຳລົງຊີວິດຢູ່ຕ່າງປະເທດ ທີ່ມີຈິດໃຈຮັກເຊື້ອແພງຊາດ ອວ່າຍໜ້າມາຫາປະເທດຊາດ. ພ້ອມນັ້ນ, ກໍປຸກລະດົມໃຫ້ຊາວຕ່າງດ້າວ, ຊາວຕ່າງປະເທດທີ່ດໍາລົງຊີວິດ ທຳມາຫາກິນ ແລະ ປະຕິບັດໜ້າທີ່ຢູ່ ສປປ ລາວ ໃຫ້ຮັບຮູ້, ເຂົ້າໃຈ ແລະ ເຄົາລົບລະບຽບ, ກົດໝາຍ,ວັດທະນະທຳ, ຮີດຄອງປະເພນີອັນດີງາມຂອງລາວ ແລະ ມີຄວາມສາມັກຄີກັບປະຊາຊົນລາວບັນດາເຜົ່າ.

ທົ່ວພັກ, ທົ່ວລັດ ແລະ ປວງຊົນລາວທັງຊາດ, ລວມທັງຄົນເຊື້ອຊາດລາວ ທີ່ດໍາລົງຊີວິດຢູ່ຕ່າງປະເທດ ແລະ ຊາວຕ່າງດ້າວທີ່ດໍາລົງຊີວິດ, ທຳມາຫາກິນຢູ່ ສປປ ລາວ ຈົ່ງພ້ອມກັນເຊີດຊູນໍ້າໃຈຮັກຊາດ, ເພີ່ມທະວີຄວາມສາມັກຄີໃຫ້ເປັນປຶກແຜ່ນແໜ້ນໜາ, ເສີມຂະຫຍາຍມູນເຊື້ອແຫ່ງຄວາມດຸໝັ່ນຂະຫຍັນພຽນ ແລະ ຫົວຄິດປະດິດສ້າງ ສຸມທຸກສະຕິປັນຍາ ແລະ ເຫື່ອແຮງ ເຂົ້າໃນການປົກປັກຮັກສາ ແລະ ສ້າງສາປະເທດຊາດ ໃຫ້ກ້າວຂຶ້ນຕາມຈຸດໝາຍທີ່ວາງໄວ້ ຢ່າງໜັກແໜ້ນ ແລະ ຮຸ່ງເຮືອງສີວິໄລ.

ຂໍ່ານັບຊົມເຊີຍວັນສ້າງຕັ້ງ ແນວລາວສ້າງຊາດ ຄົບຮອບ 76 ປີ ຢ່າງສຸດໃຈ!

 

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຊາວໜຸ່ມໄຊເສດຖາ ລະດົມກໍາລັງ 1,300 ກວ່າຄົນ ປ້ອງກັນງານບຸນນະມັດສະການພະທາດຫຼວງ

ຊາວໜຸ່ມໄຊເສດຖາ ລະດົມກໍາລັງ 1,300 ກວ່າຄົນ ປ້ອງກັນງານບຸນນະມັດສະການພະທາດຫຼວງ

ຄະນະບໍລິຫານງານຊາວໜຸ່ມ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໄດ້ນໍາພາກໍາລັງຊາວໜຸ່ມ ຫຼາຍກວ່າ 1,300 ຄົນ ລົງປະຈໍາການ ປ້ອງກັນຄວາມສະຫງົບ ໃນງານບຸນນະມັດສະການພະທາດຫຼວງ ປະຈໍາປີ 2026 ພ້ອມທັງເຂົ້າຮ່ວມ ກິດຈະກໍາສໍາຄັນ ຂອງງານບຸນດັ່ງກ່າວ ຢ່າງເປັນຂະບວນຟົດຟື້ນ.
ຜ່ານຮ່າງຄູ່ມືຄຸ້ມຄອງລະບົບການເງິນເພື່ອຄວາມເປັນເອກະພາບແລະໂປ່ງໃສ

ຜ່ານຮ່າງຄູ່ມືຄຸ້ມຄອງລະບົບການເງິນເພື່ອຄວາມເປັນເອກະພາບແລະໂປ່ງໃສ

ອົງການກາແດງແຫ່ງຊາດລາວ ໄດ້ຈັດກອງປະຊຸມຜ່ານຮ່າງຄູ່ມືຄຸ້ມຄອງລະບົບການເງິນ ຂອງອົງການກາແດງແຫ່ງຊາດລາວ ໃນວັນທີ 19 ພະຈິກນີ້, ໂດຍການເປັນປະທານ ຂອງທ່ານ ຄໍາລາວັນ ຈັນທະລາວັນ ກໍາມະການສູນກາງພັກເລຂາຄະນະພັກປະທານອົງການກາແດງແຫ່ງຊາດລາວ, ເຂົ້າຮ່ວມມີບັນດາຜູ້ແທນຈາກຂັ້ນສູນກາງ ແລະ ຂັ້ນແຂວງທົ່ວປະເທດ ພ້ອມດ້ວຍຄູ່ຮ່ວມງານພັດທະນາ.
ມ​ສ ສົງແຂວງຫລວງພະບາງ ໄດ້ຮັບການຊ່ວຍ​ເຫຼືອຈາກຄະນະສາຍບຸນ ສປ ຈີນ

ມ​ສ ສົງແຂວງຫລວງພະບາງ ໄດ້ຮັບການຊ່ວຍ​ເຫຼືອຈາກຄະນະສາຍບຸນ ສປ ຈີນ

ພິທີມອບ - ຮັບ ອຸປະກອນການສຶກສາ ຂອງຄະນະທີມງານສາຍບຸນ ຈາກ ສປ ຈີນ ໃຫ້ແກ່ໂຮງຮຽນມັດທະຍົມສົມບູນສົງ (ມ​ສ ສົງ) ແຂວງຫຼວງພະບາງ,ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 19 ພະ​ຈິກ​ຜ່ານ​ມາທີ່ ມ​ສ ດັ່ງ​ກ່າວ, ໂດຍມີ ສາທຸ ຈັນທະລິນ ຈີນນະທັມໂມ ຮອງປະທານ ອົງການພຸດທະສາສະໜາສັມພັນລາວ (ອພສ) ຫົວໜ້າກັມມາທິການສຶກສາສົງແຂວງ, ທ່ານ ຄຳຄ່ອງ ພົມມະປັນຍາ ປະທານກວດກາພັກ-ອົງການກວດກາລັດແຂວງ, ພ້ອມດ້ວຍ ຜູ້ຕາງໜ້າຈາກພະແນກການກ່ຽວຂ້ອງ ເຂົ້າຮ່ວມ.
ນາງ ອາລຸນໄຊ ພຸດທະວົງ ຈາກ ມສ ຄອນ ຊະ​ນະ​ເລີດ ການ​ປະ​ກວດ​ໝໍ​ລຳ​ສີ​ພັນ​ດອນ

ນາງ ອາລຸນໄຊ ພຸດທະວົງ ຈາກ ມສ ຄອນ ຊະ​ນະ​ເລີດ ການ​ປະ​ກວດ​ໝໍ​ລຳ​ສີ​ພັນ​ດອນ

ງານຕະຫຼາດນັດກາງຄືນຂອງ ເມືອງ​ໂຂງ ແຂວງ​ຈຳ​ປາ​ສັກ ເພື່ອສືບສານສິລະປະໝໍລຳສີພັນດອນ ພາຍໃຕ້ຄຳຂວັນ: “ມົນສະເໜ່ສີພັນດອນ ສືບສານວິຖີຊີວິດ ສ້າງສີສັນຍາມຄ່ຳຄືນ” ຕິດພັນກັບການປະກວດໝໍລຳສີພັນດອນ ໃນລະດັບໂຮງຮຽນມັດທະຍົມສົມບູນ (ມສ) ທົ່ວເມືອງໂຂງ ໄດ້​ປິດ​ລົງ​ຢ່າງຄຶກຄື້ນ ແລະ ມ່ວນຊື່ນ ໃນ​ຄ່ຳ​ຄືນ​ຂອງວັນ​ທີ 19 ພະ​ຈິກ​ຜ່ານ​ມາ ທີ່ ບ້ານ​ເມືອງ​ແສນ ຕາ​ແສງດອນ​ໂຂງ, ໂດຍມີ ທ່ານ ສາທິດ ປັດສາພັນ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງໂຂງ, ທ່ານ ສະເຫຼີມໄຊ ແສງສຸລິຍະວົງ ຮອງປະທານຄະນະກຳມະການປົກຄອງເມືອງ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ ຕະຫຼອດ​ຮອດ​ປະ​ຊາ​ຊົນ​ຊາວ​ເມືອງ​ໂຂງເຂົ້າຮ່ວມຢ່າງຫຼວງຫຼາຍ.
ແຂວງຄຳມ່ວນ ມອບ 500 ລ້ານກີບ ບູລະນະໂຮງຮຽນ ມ.ປ ທ່າແຂກ

ແຂວງຄຳມ່ວນ ມອບ 500 ລ້ານກີບ ບູລະນະໂຮງຮຽນ ມ.ປ ທ່າແຂກ

“ທ່ານ ໄຊຊະນະ ໂຄດພູທອນ ເລຂາພັກແຂວງປະທານສະພາປະຊາຊົນແຂວງຄໍາມ່ວນ ໄດ້ມອບເງິນ 500 ລ້ານກີບ ທີ່ໄດ້ຈາກການລະດົມທຶນຈາກສັງຄົມ ໃຫ້ແກ່ໂຮງຮຽນມັດທະຍົມຕອນປາຍທ່າແຂກ ເພື່ອບູລະນະສ້ອມແປງອາຄານ ແລະ ປັບປຸງສະພາບແວດລ້ອມການຮຽນ-ການສອນ.
ຊາວໜຸ່ມແຂວງຫຼວງພະບາງ ຈັດ​ກິດ​ຈະ​ກຳບໍລິຈາກເລືອດ

ຊາວໜຸ່ມແຂວງຫຼວງພະບາງ ຈັດ​ກິດ​ຈະ​ກຳບໍລິຈາກເລືອດ

ຄະນະບໍລິຫານງານຊາວໜຸ່ມ ແຂວງຫຼວງພະບາງ ໄດ້ຈັດກິດຈະກຳ ຮັບບໍລິຈາກເລືອດແບບສະໝັກໃຈ ເພື່ອຊ່ວຍເຫຼືອສັງຄົມ, ໃນ​ວັນ​ທີ 20 ພະ​ຈິກ​ນີ້, ໂດຍມີ ທ່ານ ຄຳຫຼ້າ ລຽນປະດິດ ຮອງເລຂາຄະນະບໍລິຫານງານພັກແຂວງ, ພ້ອມດ້ວຍຄະນະບໍລິຫານງານຊາວໜຸ່ມແຂວງ, ຕາງໜ້າອົງການກາແດງແຂວງ, ພະສົງ-ສາມະເນນ ແລະສະມາຊິກຊາວໜຸ່ມ ຈາກສຳນັກງານ-ອົງການ ພາຍໃນແຂວງ ເຂົ້າຮ່ວມ.
ອັດຕະປື ເປີດນຳໃຊ້ລະ​ບົບ​ໃບເກັບ​ເງິນເອ​ເລັກ​ໂຕ​ຣ​ນິກ ແລະ ເບີກຈ່າຍງົບປະມານລັດ

ອັດຕະປື ເປີດນຳໃຊ້ລະ​ບົບ​ໃບເກັບ​ເງິນເອ​ເລັກ​ໂຕ​ຣ​ນິກ ແລະ ເບີກຈ່າຍງົບປະມານລັດ

ກະຊວງການເງິນ ຮ່ວມກັບ ອົງການປົກຄອງແຂວງອັດຕະປື ຈັດກອງປະຊຸມເຜີຍແຜ່ແນະນຳ ແລະ ເປີດນຳໃຊ້ລະບົບໃບເກັບເງິນເອເລັກໂຕຣນິກ (E-Tax Invoice) ແລະ ລະບົບຄຸ້ມຄອງແບບຟອມ ແລະ ເບີກຈ່າຍງົບປະມານພາກລັດແບບເອເລັກໂຕຣນິກ (D-Filing) ໃນວັນທີ 19 ພະຈິກຜ່ານ​ມາ ທີ່ແຂວງອັດ​ຕະ​ປື, ໂດຍມີ ທ່ານ ສາຍມະໂນລິນ ສິນບັນດິດ ຮອງຫົວ ໜ້າກົມສ່ວຍ ສາອາກອນ ກະຊວງການເງິນ, ມີທ່ານ ນາງ ໄຍຄຳ ສີຊາຊົນ ຮອງຫົວໜ້າພະແນກການເງິນແຂວງອັດຕະປື, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ
ສະມໍລບີ ໃຊ້ພະນັກງານ 280 ຄົນ ອະນາໄມໃນງານບຸນພະທາດຫຼວງ ຕະຫຼອດ 24 ຊົ່ວໂມງ

ສະມໍລບີ ໃຊ້ພະນັກງານ 280 ຄົນ ອະນາໄມໃນງານບຸນພະທາດຫຼວງ ຕະຫຼອດ 24 ຊົ່ວໂມງ

ບໍລິສັດ ສະມໍລບີ ໄດ້ກະກຽມກໍາລັງພະນັກງານຈໍານວນ 280 ຄົນ ພ້ອມອຸປະກອນ ແລະ ພາຫະນະຮັບໃຊ້ວຽກງານອະນາໄມ, ເກັບມ້ຽນ ແລະຂົນສົ່ງຂີ້ເຫຍື້ອພາຍໃນງານບຸນນະມັດສະການພະທາດຫຼວງວຽງຈັນ ປີ 2026 ໂດຍໄດ້ຈັດກໍາລັງພະນັກງານປະຈໍາການຕະຫຼອດ 24 ຊົ່ວໂມງ ເພື່ອຮັກສາສະພາບແວດລ້ອມພາຍໃນງານບຸນໃຫ້ສະອາດງາມຕາ ແລະ ເປັນລະບຽບຮຽບຮ້ອຍ.
ຄະນະຈັດຕັ້ງສູນກາງພັກ ມອບອຸປະກອນໄອທີໃຫ້ 38 ຕາແສງ ທົ່ວແຂວງສາລະວັນ

ຄະນະຈັດຕັ້ງສູນກາງພັກ ມອບອຸປະກອນໄອທີໃຫ້ 38 ຕາແສງ ທົ່ວແຂວງສາລະວັນ

ຄະນະຈັດຕັ້ງສູນກາງພັກ ມອບອຸປະກອນໄອທີໃຫ້ຄະນະກຳມະການປົກຄອງຕາແສງ 38 ຕາແສງ ທົ່ວແຂວງສາລະວັນ ປະກອບມີ ປີ່ນເຕີ 38 ເຄື່ອງ, ແທັບເລັດ 38 ເຄື່ອງ ແລະ ຄອມພິວເຕີແລັບທັອບ 38 ເຄື່ອງ, ລວມທຸກລາຍການທັງໝົດ 114 ເຄື່ອງ.
ສາລະວັນວາງເປົ້າໝາຍສ້າງຄອບຄົວພົ້ນທຸກ 5 ພັນກວ່າຄອບຄົວ

ສາລະວັນວາງເປົ້າໝາຍສ້າງຄອບຄົວພົ້ນທຸກ 5 ພັນກວ່າຄອບຄົວ

ແຂວງ​ສາ​ລະ​ວັນໄດ້​ຈັດກອງປະຊຸມເຜີຍແຜ່ ວາລະແຫ່ງຊາດ ວ່າດ້ວຍ ການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໃນວັນທີ 18 ພະຈິກຜ່​ານ​ມາທີ່ສະໂມສອນແຂວງ, ໂດຍການເປັນປະທານຂອງ ທ່ານ ປະເດີມພອນ ສົນທະນີ ຮອງເລຂາພັກແຂວງ, ປະທານຄະນະກໍາມະການປົກຄອງແຂວງ ທັງເປັນຫົວໜ້າຄະນະຊີ້ນໍາການຈັດຕັ້ງປະຕິບັດ ວາລະແຫ່ງຊາດຂັ້ນແຂວງ, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ເພີ່ມເຕີມ