ຂ່າວຕ່າງປະເທດລາຍງານ ໃນວັນທີ 2 ມັງກອນ 2024 ໂດຍອີງຕາມຂໍ້ມູນຈາກກົມປະຊາສຳພັນຂອງລັດຖະບານສີລັງກາໃຫ້ຮູ້ວ່າ: ລັດຖະບານສີລັງກາໄດ້ອະນຸມັດຕາມຂ້ໍສະເໜີເພື່ອໃຫ້ມີການແນະນຳກົດໝາຍໃໝ່ວ່າດ້ວຍການປົກຫຸ້ມຂອງປ່າໄມ້ ແລະ ການຟື້ນຟູປ່າໄມ້ເພື່ອຈັດຕັ້ງປະຕິບັດແຜນການເພີ່ມການປົກຫຸ້ມຂອງປ່າໄມ້ໃຫ້ກວມ 32% ຂອງເນື້ອທີ່ທັງໝົດເມື່ອຮອດປີ 2032. ອີງຕາມແຈ້ງການ, ລັດຖະບານສີລັງກາໄດ້ມີແຜນເພີ່ມປະລິມານການດູດຊືມກາກບອນຈາກປ່າໄມ້ໃຫ້ເພີ່ມຂື້ນ 7 %ຈາກປະລິມານທີ່ມີຢູ່ເມື່ອຮອດປີ 2030 ແລະ ປະຕິບັດຕາມຂອບເຂດອະນຸສັນຍາວ່າດ້ວຍການປ່ຽນແປງຂອງດິນຟ້າອາກາດຂອງອົງການສະຫະປະຊາຊາດ. ການປະຕິບັດງານຈະຕ້ອງເລີ່ມຈາກຕອນນີ້ເພື່ອປູກປ່າ, ຟື້ນຟູປ່າໄມ້ທີ່ຖືກທຳລາຍ ແລະ ເພີ່ມການປົກຫຸ້ມຂອງເນື້ອທີ່ປ່າໄມ້ທັງເນື້ອທີ່ດິນຂອງລັດ ແລະ ເອກະຊົນ. ໂຄງການນີ້ຈະຕ້ອງມີການເຂົ້າຮ່ວມຂອງຫລາຍພາກສ່ວນ ແລະ ມັນຕ້ອງສົ່ງຜົນປະໂຫຍດໃຫ້ກັບປະຊາຊົນ. ສຳຫຼັບການສ້າງຕັ້ງກອງທຶນປ່າໄມ້ແຫ່ງຊາດນັ້ນຈະຕ້ອງໄດ້ຮັບການຊ່ວຍເຫລືອຈາກພາກສ່ວນເອກະຊົນ, ອົງການຈັດ ຕັ້ງທີ່ບໍ່ສັງກັດລັດ ແລະ ອົງການຈັດຕັ້ງສາກົນເພື່ອຊອກຫາແຫລ່ງທຶນໃນການຈັດຕັ້ງປະຕິບັດການປູກປ່າໃຫ້ໄດ້ຈຳນວນຫລວງຫລາຍ.
ຈີນ ມຸ່ງໝັ້ນສ້າງຄວາມເຂັ້ມແຂງດ້ານເສດຖະກິດດ້ວຍການປະດິດສ້າງ
ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ ປະທານປະເທດຈີນໄດ້ກ່າວຄຳປາໄສໃນພິທີສະເຫຼີມສະຫຼອງວັນສະຖາປະນາສາທາລະນະລັດ ປະຊາຊົນຈີນ ຄົບຮອບ 77 ປີທີ່ຈັດຂຶ້ນໃນວັນທີ 30 ກັນຍາ ຜ່ານມາ, ໂດຍເພິ່ນໄດ້ຍົກໃຫ້ເຫັນວ່າ: “ຕ້ອງຊຸກຍູ້ເສດຖະກິດໃຫ້ພັດທະນາໄປສູ່ການຂັບເຄື່ອນດ້ວຍການປະດິດສ້າງ, ມີໂຄງສ້າງເສດຖະກິດທີ່ປັບປຸງໃຫ້ດີຂຶ້ນ ແລະ ພັດທະນາໄປສູ່ທິດທາງທີ່ດີ, ຮັບປະກັນ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນຢ່າງແທ້ຈິງ, ພະຍາຍາມສູ້ຊົນເຮັດສຳເລັດໜ້າທີ່ເປົ້າ ໝາຍໝົດປີ ເພື່ອບັນລຸສະພາບການເລີ່ມຕົ້ນທີ່ດີແຫ່ງການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 15”.
ຄໍາເຫັນ