ທ່ານ ລີ ໄດ້ເຂົ້າຮ່ວມພິທີມອບ-ຮັບຄູປະຈຳປີຢູ່ສະຖາບັນການສຶກສາແຫ່ງຊາດ ມະຫາວິທະຍາໄລເຕັກໂນໂລຊີ ນັນຍາງ, ທ່ານກ່າວວ່າ: ໃນຂະນະທີ່ສິງກະໂປໄດ້ສ້າງບຸກຄະລາກອນສິດສອນທີ່ມີຄວາມມຸ່ງໝັ້ນ ແລະ ມີຄຸນນະພາບສູງໃນຫຼາຍປີຜ່ານມາ, ແຕ່ລະບົບການສຶກສາຍັງຕ້ອງປັບຕົວເຂົ້າກັບຍຸກສະໄໝທີ່ມີການປ່ຽນແປງ.
ທ່ານ ລີ ຊີ້ໃຫ້ເຫັນວ່າກະແສທີ່ປ່ຽນແປງຢ່າງໄວວາເຊັ່ນ: ປັນຍາປະດິດ (AI), ການປ່ຽນແປງສະພາບດິນຟ້າອາກາດ ແລະ ສື່ສັງຄົມອອນລາຍ ກຳລັງປ່ຽນແປງວິທີການສື່ສານຂອງໄວໜຸ່ມຢ່າງຫຼວງຫຼາຍ ຊຶ່ງລະບົບການສຶກສາຕ້ອງເຮັດຫຼາຍກວ່າການກ້າວໃຫ້ທັນການປ່ຽນແປງເຫຼົ່ານີ້.
ທັງນີ້, ຂໍ້ມູນຈາກກະຊວງດັ່ງກ່າວລະບຸວ່າ: ຈຳນວນຄູສອນຢູ່ສິງກະໂປໄດ້ຫຼຸດລົງຈາກ 33,378 ຄົນ ໃນປີ 2016 ມາເປັນ 30,396 ຄົນໃນປີ 2023, ຍ້ອນການຮັບສະໝັກຊ້າລົງ.
ຄໍາເຫັນ