ທ່ານ ໂຈເຊຟິນ ຕຽວ ລັດຖະມົນຕີກະຊວງພັດທະນາດີຈີຕອນ ແລະ ຂໍ້ມູນຂ່າວສານຂອງສິງກະໂປ ໄດ້ກ່າວຄຳປາໄສໃນກອງປະຊຸມງານໜຶ່ງວ່າ: ລັດຖະບານເຊື່ອວ່າການລົງທຶນນີ້ຈະຊ່ວຍເສີມຂະຫຍາຍສະຖານະພາບຂອງສິງກະໂປໃນຖານະເປັນສູນກາງການຄົ້ນຄວ້າດ້ານ AI, ໂດຍຈະນໍາໃຊ້ເພື່ອສ້າງຕັ້ງສູນຄົ້ນຄວ້າ, ພັດທະນາຂີດຄວາມສາມາດດ້ານ AI ແລະ ປູກຝັງບຸກຄະລາກອນທີ່ມີທັກສະພາຍໃນປະເທດ.
ຖະແຫຼງການຈາກກະຊວງດັ່ງກ່າວລະບຸວ່າ: "ການຄົ້ນຄວ້າແມ່ນໝາກຫົວໃຈສຳຄັນໃນການຊຸກຍູ້ຄວາມພະຍາຍາມດ້ານ AI ຂອງພວກເຮົາ, ໂດຍຈະຊ່ວຍພັດທະນາຂີດຄວາມສາມາດດ້ານເຕັກນິກຢ່າງເລິກເຊິ່ງຂອງປະເທດ ແລະ ຮັບປະກັນວ່າສິງກະໂປຈະຍັງຄົງຢູ່ແຖວໜ້າຂອງນະວັດຕະກໍາ AI ຕໍ່ໄປ".
ທັງນີ້, ສິງກະໂປແມ່ນໜຶ່ງໃນຫຼາຍປະເທດທີ່ກຳລັງເລັ່ງການພັດທະນາເຕັກໂນໂລຊີ AI ເຊັ່ນດຽວກັບ ສ ເກົາຫຼີ ທີ່ສະໜັບສະໜູນການແຂ່ງຂັນເພື່ອພັດທະນາ AI ພາຍໃນປະເທດ. ໃນຂະນະທີ່ ຊາອຸດິດ ອາຣັບບີ ແລະ ສະຫະລັດ ອາຣັບເອມີເຣດ (UAE) ກຳລັງລົງທຶນຢ່າງຫຼວງຫຼາຍໃນການສະໜອງພື້ນຖານໂຄງລ່າງດ້ານການປະມວນຜົນຂັ້ນສູງ ແລະ ສະໜັບສະໜູນການພັດທະນາຮູບແບບ AI ພາຍໃນປະເທດ. ນອກຈາກນັ້ນ, ຍີ່ປຸ່ນ, ການາດາ ແລະ ອິນເດຍ ຍັງກຳລັງວາງຍຸດທະສາດເພື່ອເສີມສ້າງຂີດຄວາມສາມາດດ້ານ AI ຂອງພາກລັດເຊັ່ນດຽວກັນ.
ຄໍາເຫັນ