ສຳລັບໂຄງການປັບປຸງລະບົບລະບາຍນ້ຳໃໝ່ 6 ໂຄງການໃນປີ 2025 ຊຶ່ງເປັນສ່ວນໜຶ່ງຂອງຄວາມພະຍາຍາມເພື່ອຫຼຸດຜ່ອນໄພນ້ຳຖ້ວມ.
ການຈັດສັນງົບປະມານດັ່ງກ່າວມີຂຶ້ນຫຼັງຈາກສິງກະໂປໄດ້ປະເຊີນກັບພາຍຸມໍລະສຸມ 2 ຄັ້ງໃນເດືອນມັງກອນ ຜ່ານມາ. ພາໃຫ້ເກີດຝົນຕົກໜັກ ແລະ ນ້ຳຖ້ວມເປັນບໍລິເວນກວ້າງ ຊຶ່ງທ່ານ ຟູ ກ່າວຕໍ່ບັນດາສະມາຊິກສະພາກ່ຽວກັບມາດຕະການປ້ອງກັນໄພນ້ຳຖ້ວມວ່າ: ກະຊວງກຳລັງກວດກາຄືນແຜນການກໍ່ສ້າງພື້ນຖານໂຄງລ່າງລະບົບລະບາຍນ້ຳຂອງປະເທດໃນໄລຍະ 5 ປີ (ປີງົບປະມານ 2026-2030).
ປັດຈຸບັນ, ສິງກະໂປມີໂຄງການປັບປຸງລະບົບລະບາຍນ້ຳ 19 ໂຄງການ, ສ່ວນໂຄງການໃໝ່ 6 ໂຄງການຈະກ່ຽວຂ້ອງກັບການຂະຫຍາຍ ແລະ ຂຸດເຈາະທໍ່ລະບາຍນ້ຳ.ລັດຖະບານສິງກະໂປໄດ້ລົງທຶນ 2.5 ຕື້ໂດລາສິງກະໂປນັບແຕ່ປີ 2011 ເພື່ອປັບປຸງພື້ນຖານໂຄງລ່າງລະບົບລະບາຍນ້ຳ.
ທ່ານ ຟູກ່າວວ່າ: ການຂະຫຍາຍລະບົບລະບາຍນ້ຳທີ່ບໍ່ສິ້ນສຸດຕ້ອງໃຊ້ຊັບພະຍາກອນທີ່ດິນ ແລະແຫຼ່ງທຶນອັນມະຫາສານຊຶ່ງຈະບໍ່ສາມາດນຳໄປໃຊ້ປະໂຫຍດທີ່ສຳຄັນອື່ນໆໄດ້ ແລະເນັ້ນໜັກເຖິງຄວາມຮັບຜິດຊອບຮ່ວມກັນ ຮຽກຮ້ອງໃຫ້ລັດຖະບານ, ເຈົ້າຂອງອາຄານ, ຜູ້ພັດທະນາ ແລະ ຊຸມຊົນທົ່ວໄປ ກຽມພ້ອມຮັບມືກັບໄພນ້ຳຖ້ວມກະທັນຫັນ ແລະ ປັບຕົວຕາມສະຖານະການ.
ທ່ານ ຟູກ່າວຕື່ມວ່າ: ໄພນ້ຳຖ້ວມໃນສິງກະໂປສ່ວນໃຫຍ່ເກີດຂຶ້ນສະເພາະພື້ນທີ່ ແລະ ຫຼຸດລົງພາຍໃນໜຶ່ງຊົ່ວໂມງ.
ຄໍາເຫັນ