ກະຊວງດັ່ງກ່າວ ໄດ້ສັ່ງໃຫ້ສະຖາບັນເບິ່ງແຍງສຸຂະພາບສາທາລະນະ ບັນທຶກຂໍ້ມູນທີ່ຕ້ອງສົງໄສ ແລະ ຜ່ານການຢືນຢັນແລ້ວທັງໝົດນັບຕັ້ງແຕ່ວັນທີ 9 ກໍລະກົດ ເປັນຕົ້ນມາ. ຫຼັງຈາກມີການສູບຢາສູບໄຟຟ້າປະສົມສານ Etomidate ເພີ່ມຂຶ້ນຕະຫຼອດປີທີ່ຜ່ານມາ, ໂດຍຜູ້ສູບຢາສູບໄຟຟ້າຈະບໍ່ຖືກດໍາເນີນຄະດີຕາມກົດໝາຍ ຫາກເຂົ້າຮັບຄວາມຊ່ວຍເຫຼືອທາງການແພດໂດຍສະໝັກໃຈ.
ສິງກະໂປ ປາບປາມການສູບຢາສູບໄຟຟ້າຢ່າງເຂັ້ມງວດ, ໂດຍສະເພາະການສູບຢາສູບໄຟຟ້າທີ່ປະສົມສານອັນຕະລາຍເຊັ່ນ: Etomedate. ໂດຍໃນວັນທີ 28 ສິງຫາ ຜ່ານມາ, ສິງກະໂປປະກາດວ່າ: ສານ Etomedate ຈະຖືກຈັດເປັນສານເສບຕິດພາຍໃຕ້ການຄວບຄຸມລະດັບ C ເປັນເວລາ 6 ເດືອນ, ເລີ່ມແຕ່ວັນທີ 1 ກັນຍາເປັນຕົ້ນໄປ.
ດ້ວຍເຫດນີ້, ຜູ້ນຳເຂົ້າ, ຂາຍ ຫຼື ຈຳໜ່າຍຢາສູບໄຟຟ້າ ທີ່ປະສົມສານ Etomedate ຈະຖືກດຳເນີນຄະດີຕາມກົດໝາຍ ແລະ ການລົງໂທດທີ່ຮຸ່ນແຮງ. ໂດຍຜູ້ໃຊ້ອຸປະກອນດັ່ງກ່າວ ຫຼື ກວດພົບສານ Etomedate ໃນຮ່າງກາຍຈະຖືກລົງໂທດຮ້າຍແຮງ ນອກເໜືອຈາກການປັບໃໝ.
ຄໍາເຫັນ