![]() |
ເນື່ອງໃນໂອກາດສະເຫຼີມສະຫຼອງວັນສະຖາປະນາ ສປປລາວ ຄົບຮອບ 50 ປີ (2 ທັນວາ 1975-2 ທັນວາ 2025) ທ່ານ ຄໍາຮຸ່ງ ຈັນທະວົງ ຜູ້ອໍານວຍການສະຖາບັນຂົງຈືຝ່າຍລາວ (ສຂຈ) ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ສະແດງທັດສະນະຜ່ານສື່ມວນຊົນໃນວັນທີ 1 ທັນວານີ້ວ່າ: ຕະຫຼອດ 5 ປີທີ່ຜ່ານມາ, ສຂຈໄດ້ເອົາໃຈໃສ່ຜັນຂະຫຍາຍມະຕິ XI ຂອງພັກພາຍໃຕ້ພາລະບົດບາດໜ້າທີ່ຂອງຕົນເອງ ໂດຍສະເພາະການບໍາລຸງພາສາຈີນ ແລະ ສົ່ງເສີມການແລກປ່ຽນວັດທະນະທໍາລາວ-ຈີນ, ໂດຍໄດ້ສ້າງຜົນງານຄື: ເປີດບໍາລຸງພາສາຈີນໃຫ້ແກ່ສັງຄົມໄດ້ເຖິງ 24,173 ຄົນ ຍິງ 12, 306 ຄົນ, ຮັບນັກສຶກສາລະດັບປະລິນຍາຕີສາຂາຄູພາສາຈີນຈໍານວນ 428 ຄົນ ຍິງ 242 ຄົນ, ໄດ້ສົ່ງຄູ-ອາຈານຈີນໄປສິດສອນຢູ່ຕາມອົງການຈັດຕັ້ງລັດ ໂດຍສະເພາະໃນບັນດາກະຊວງ, ທະບວງກົມ, ຫ້ອງຮຽນຂົງຈື 5 ແຫ່ງ ແລະ ຈຸດສອນພາສາຈີນ 2 ແຫ່ງ. ນອກນັ້ນ, ໃນໄລຍະ ການແຜ່ລະບາດຂອງພະຍາດໂຄວິດ-19 ສຂຈ ສ້າງວິດີໂອສອນພາສາຈີນອອນລາຍໄດ້ເຖິງ 222 ບົດ ແລະ ມີຄົນເຂົ້າຊົມເຖິງ 25,000 ກວ່າເທື່ອຄັ້ງ, ໄດ້ລາງວັນທີ 1 ໃນການແຂ່ງຂັນຂົວພາສາຈີນຈໍານວນ 4 ຄັ້ງ ເຊິ່ງໄດ້ຕາງໜ້າໃຫ້ແກ່ ສປປ ລາວ ໄປແຂ່ງຂັນທີ່ ສປ ຈີນ, ໄດ້ຮັບລາງວັນ ສຂຈ ດີເດັ່ນ ແລະ ຈຸດສອບເສັງ HSK ດີເດັ່ນ 2024-2025 ສອງປີຊ້ອນ ແລະ ໄດ້ລາງວັນທີ 1 ການແຂ່ງຂັນຄູຕົວແບບສອນດີ ສອນເດັ່ນໃນພາກພື້ນ ແລະ ອາຊີປະຈໍາປີ 2025 ທີ່ປະເທດມາເລເຊຍ, ສ້າງຫຼັກສູດຄູພາສາຈີນເຊິ່ງເປັນ ສຂຈ ແຫ່ງທໍາອິດຂອງໂລກທີ່ສ້າງລະດັບ ປ.ຕີ ໂດຍສະເພາະແມ່ນລະບົບ 2+2; ສຂຈ ຍັງໄດ້ຮັບໃຊ້ໂຄງການອັນສໍາຄັນຂອງສອງຊາດ ລາວ-ຈີນເຊັ່ນ: ການສ້າງບຸກຄະລາກອນ ແລະ ຝຶກອົບຮົມດ້ານພາສາຈີນສະເພາະດ້ານໃຫ້ພະນັກງານທາງດ່ວນ ແລະ ທາງລົດໄຟລາວ-ຈີນຈໍານວນ 590 ກວ່າຄົນ, ເຊິ່ງສາມາດຮັບໃຊ້ທັນການໃນພິທີເປີດທາງລົດໄຟລາວ-ຈີນ ຢ່າງເປັນທາງການໃນວັນທີ 3 ທັນວາ 2021 ແລະ ທາງດ່ວນໃນວັນທີ 20 ທັນວາ 2020. ຄຽງຄູ່ກັນນີ້, ດ້ານການສົ່ງເສີມແລກປ່ຽນກິດຈະກໍາລາວ-ຈີນໃນຕະຫຼອດ 5 ປີທີ່ຜ່ານມາ, ພວກເຮົາສໍາເລັດກິດຈະກໍາໄດ້ເຖິງ 140 ກິດຈະກໍາເຊິ່ງມີຄົນເຂົ້າຮ່ວມທັງໝົດ 42,100 ເທື່ອຄົນ.
![]() |
ຜົນງານທັງໝົດທີ່ກ່າວມານັ້ນ, ຍ້ອນແນວທາງນະໂຍບາຍອັນຖືກຕ້ອງຂອງພັກ-ລັດ ບວກກັບການເອົາ ໃຈນໍາພາຊີ້ນໍາຂອງອົງຄະນະພັກ ມຊ ແລະ ຄວາມບຸກບືນຫ້າວຫັນຂອງຄະນະພັກ ແລະ ພະນັກງານຄູ-ອາຈານທົ່ວ ສຂຈ ຈຶ່ງສາມາດສ້າງຜົນງານ ແລະ ຍາດແຍ່ງການສະໜັບສະໜູນຊ່ວຍເຫຼືອຈາກທຸກພາກສ່ວນ.
ທ່ານ ຄໍາຮຸ່ງ ຈັນທະວົງ ຍັງໄດ້ສະແດງທັດສະນະຕໍ່ວັນເກີດຂອງປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີທີ່ຈະມາເຖິງນີ້ວ່າ: ປະທານ ໄກສອນ ພົມວິຫານ ແມ່ນຜູ້ນໍາທີ່ແສນເຄົາລົບຮັກ ແລະ ຈະບໍ່ມີວັນຕາຍໄປຈາກຈິດໃຈຊອງປະຊາຊົນລາວ, ນໍ້າໃຈອົດທົນຕໍ່ສູ້ຢ່າງບໍ່ຢ້ານກົວ ແລະ ພິລະອາດຫານເພື່ອການປົດປ່ອຍປະເທດຊາດ. ການເສຍສະຫຼະຂອງເພິ່ນໄດ້ກາຍເປັນແວ່ນແຍງແບບຢ່າງຂອງພະນັກງານລັດຖະກອນ ແລະ ປະຊາຊົນລາວບັນດາເຜົ່າ. ດັ່ງຄໍາຂວັນທີ່ວ່າ: ປະທານ ໄກສອນ ພົມວິຫານ ຍືນຍົງໃນພາລະກິດປະຕິວັດຂອງພັກເຮົາຕະຫຼອດໄປ. ໃນນາມເປັນຄົນລາວຜູ້ໜຶ່ງທີ່ຮັກເຊື້ອແພງຊາດ ແລະ ໄດ້ຮຽນກ່ຽວກັບປະຫວັດສາດການຕໍ່ສູ້ກູ້ຊາດ ແລະ ການເສຍສະຫຼະຂອງບັນດາຄະນະນໍາ ໂດຍສະເພາະທ່ານປະທານ ໄກສອນ ພົມວິຫານ, ເນື່ອງໃນວັນເກີດຄົບຮອບ 105 ປີຂອງເພິ່ນ, ຂ້າພະເຈົ້າຂໍສະແດງຄວາມຮູ້ບຸນຄຸນຢ່າງຍິ່ງໃຫຍ່ ຖ້າວ່າບໍ່ມີການນໍາພາ ບໍ່ມີການເສຍສະຫຼະຂອງປະທານ ໄກສອນ ພົມວິຫານ ແລະ ຄະນະນໍາໃນເວລານັ້ນ ກໍຈະບໍ່ມີຂ້າພະເຈົ້າ ແລະ ພວກເຮົາໃນເວລານີ້, ປະຊາຊົນທຸກມື້ນີ້ຍູທ່າງທໍາມາຫາກິນ ສັງຄົມມີຄວາມສີວິໄລ ເອກະພາບກັນ ແລະ ປອດໄພ. ສຳລັບຄົນຮຸ່ນຫຼັງຢ່າງຂ້າພະເຈົ້າ, ມານະຈິດທີ່ທ່ານປະໄວ້ໃຫ້ລູກຫຼານບໍ່ແມ່ນພຽງຄວາມຊົງຈຳ, ແຕ່ເປັນແຮງບັນດານໃຈໃນການຮັກຫອມເອກະລາດ ແລະ ການສ້າງສາປະເທດຊາດ. ຄວາມອົດທົນຂອງທ່ານໄດ້ເຕືອນໃຫ້ພວກເຮົາຮູ້ຈັກຄຸນຄ່າຂອງ "ສັນຕິພາບ ແລະ ອະທິປະໄຕ ຜືນແຜ່ນດິນອັນຄົບຖ້ວນ". ສໍາລັບຂ້າພະເຈົ້າ ວັນເກີດ ປະທານ ໄກສອນ ພົມວິຫານ ບໍ່ແມ່ນພຽງການທົບທວນຫວນຄືນປະຫວັດສາດເທົ່ານັ້ນ, ແຕ່ເປັນການສ້າງແຮງກະຕຸ້ນຈິດໃຈໃຫ້ຄົນລາວຮຸ່ນຫຼັງໄດ້ສືບຕໍ່ພາລະກິດດັ່ງຄໍາຂວັນທີ່ວ່າ: ປະທານ ໄກສອນ ພົມວິຫານ ຍືນຍົງໃນພາລະກິດປະຕິວັດຂອງພວກເຮົາຕະຫຼອດໄປ.
![]() |
ໃນນາມປະຊາຊົນລາວຜູ້ຮັກຊາດ ແລະ ຮັກການປົກຄອງລະບອບໃໝ່ຜູ້ໜຶ່ງ, ຂ້າພະເຈົ້າຂໍອວຍພອນໄຊອັນປະເສີດມາຍັງການນໍາພັກ-ລັດຜູ້ທີ່ຖືຄັນທຸງແສງສະຫວ່າງນຳທາງໃຫ້ຊາດລາວຜ່ານຜ່າຄວາມທຸກຍາກ ແລະ ສ້າງເສດຖະກິດ-ສັງຄົມໃຫ້ໝັ້ນຄົງ ຍືນຍົງ. ຂໍໃຫ້ທ່ານມີພາລະນາໄມທີ່ສົມບູນ ສືບຕໍ່ນໍາພາ-ຊີ້ນໍາປະເທດຊາດກ້າວໄປສູ່ຄວາມຈະເລີນຮຸ່ງເຮືອງ ສີວິໄລ ດ້ວຍຄວາມສາມັກຄີເປັນປຶກແຜ່ນທົ່ວປວງຊົນຕະຫຼອດໄປ.
ນໍ້າໃຈວັນຊາດທີ 2 ທັນວາ ໝັ້ນຍືນ!.



ຄໍາເຫັນ