ສມປຊ ຈະປັບປຸງກົນໄກການບຳລຸງກໍ່ສ້າງພະນັກງານການນຳພາ ແລະ ຄຸ້ມຄອງ

ສມປຊ ຈະປັບປຸງກົນໄກການບຳລຸງກໍ່ສ້າງພະນັກງານການນຳພາ ແລະ ຄຸ້ມຄອງ
ໂດຍ:ສຳນານ
ໃນຕໍ່ໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ(ສມປຊ)ຈະສືບຕໍ່ສ້າງສະຖາບັນໃຫ້ໜັກແໜ້ນເຂັ້ມແຂງທັງການສິດສອນ,ຮ່ຳຮຽນແລະຄົ້ນຄວ້າວິທະຍາສາດເພື່ອຕອບສະໜອງໜ້າທີ່ການເມືອງຂອງພັກໃນເງື່ອນໄຂໃໝ່.ໃນຂະນະດຽວກັນໃນເງື່ອນໄຂທີ່ປະເທດຊາດພວກເຮົາກຳລັງຫັນເປັນອຸດສາຫະກຳ ແລະ ທັນສະໄໝ,ເຊື່ອມໂຍງກັບພາກພື້ນ ແລະ ສາກົນ ສມປຊ,ຈະປັບປຸງຕົນເອງໃນຫຼາຍດ້ານມີທັງຕ້ອງປ່ຽນແປງດ້ານຈິນຕະນາການ ແລະ ກົນໄກຂອງການບຳລຸງ ແລະ ກໍ່ສ້າງພະນັກງານການນຳພາ ແລະ ຄຸ້ມຄອງໃຫ້ສອດຄ່ອງ ແລະ ທັນກັບຍຸກສະໄໝ.
ໂດຍສະເພາະຈະສຸມໃສ່ບາງທິດທາງໃຫຍ່ເປັນຕົ້ນສືບຕໍ່ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ກ່ຽວກັບການກໍ່ສ້າງ ແລະ ບຳລຸງພະນັກງານນຳພາ ແລະ ຄຸ້ມຄອງ, ດຳລັດວ່າດ້ວຍການສຶກສາຊັ້ນສູງ, ມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໃຫ້ເປັນຮູບປະທຳ. ເອົາໃຈໃສ່ປັບປຸງໂຄງການຫຼັກສູດໃຫ້ສອດຄ່ອງກັບຄວາມຮຽກຮ້ອງຂອງສັງຄົນໃນແຕ່ລະໄລຍະ, ຍົກສູງຄຸນນະພາບຂອງການບຳລຸງ ແລະ ກໍ່ສ້າງພະນັກງານນຳພາ ແລະ ຄຸ້ມຄອງ ໃຫ້ໄປຕາມຂັ້ນຂອງການນຳພາ ແລະ ຄຸ້ມຄອງ. ສຸມໃສ່ວຽກງານບຳລຸງ-ກໍ່ສ້າງບັນດາເປົ້າໝາຍພະນັກງານຫຼັກແຫຼ່ງ; ບັນດາພະນັກງານນຳພາແຕ່ລະຂັ້ນ; ບຳລຸງສະໜອງຄວາມຮູ້ໃໝ່ໃຫ້ແກ່ພະນັກງານນຳພາ, ພະນັກງານຄຸ້ມຄອງລະດັບກາງ ແລະ ລະດັບສູງ; ສຸມໃສ່ສ້າງຫຼັກສູດບຳລຸງທີ່ຍັງບໍ່ທັນສຳເລັດເຊັ່ນ: ຫຼັກສູດຝຶກອົບຮົມຕາມຫົວຂໍ້ໃຫ້ແກ່ຄະນະປະຈຳ ແລະ ກຳມະການພັກແຂວງ, ຫຼັກສູດຝຶກອົບຮົມຕາມຫົວຂໍ້ໃຫ້ແກ່ຄະນະພັກກະຊວງ ແລະ ອົງການຂັ້ນສູນກາງ, ຫຼັກສູດຝຶກອົບຮົມຕາມຫົວຂໍ້ໃຫ້ແກ່ພະນັກງານຂັ້ນກົມ ແລະ ພະແນກຂອງກະຊວງ ແລະ ອົງການຂັ້ນສູນກາງ.ກະກຽມຄວາມພ້ອມເພື່ອສະ
ເໜີຂໍເປີດຫຼັກສູດປະລິນຍາເອກເພື່ອຕອບສະໜອງຄວາມຕ້ອງການຂອງການພັດທະນາປະເທດຊາດ. ປັບປຸງວຽກງານຄຸ້ມຄອງການຮຽນການສອນໃຫ້ມີຄຸນນະພາບ, ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງການບຳລຸງ ແລະ ກໍ່ສ້າງພະນັກງານທີ່ມີຄວາມສາມາດໃນການນຳພາ ແລະ ຄຸ້ມຄອງ, ຄວາມສາມາດດ້ານວິຊາສະເພາະ, ຄຸນທາດການເມືອງ, ແບບແຜນການດຳລົງຊີວິດ, ມີຄວາມສາມາດທາງດ້ານຈິນຕະນາການປະດິດສ້າງ ແລະ ມີສະຕິຄວາມຮັບຜິດຊອບການເມືອງຕໍ່ປະຊາຊົນ, ປະເທດຊາດ, ປະຊາຊົນບັນດາເຜົ່າ ແລະ ລະບອບໃໝ່ຂອງພວກເຮົາສູງຂຶ້ນ.
ໃນນີ້, ເພີ່ມທະວີການຄົ້ນຄວ້າວິທະຍາສາດ.ກ່ອນອື່ນແມ່ນຮັບໃຊ້ການຍົກສູງການບຳລຸງ ແລະ ກໍ່ສ້າງພະນັກງານ, ທັງຮັບໃຊ້ວຽກງານທິດສະດີຂອງພັກ, ປະກອບສ່ວນເຂົ້າໃນການບູລະນະແນວທາງ, ທິດນຳ, ນະໂຍບາຍຂອງພັກ-ລັດ, ຕໍ່ສູ້ຕ້ານທັດສະນະທີ່ຜິດພາດ, ເປັນປໍລະປັກ, ປົກປ້ອງລັດທິມາກ-ເລນິນ ແລະ ແນວທາງຂອງພັກເຮົາ, ປົກປ້ອງພັກ ແລະ ລະບອບໃໝ່ຂອງພວກເຮົາ. ບັນດາຈຸດສຸມຂອງການຄົ້ນຄວ້າວິທະຍາສາດແມ່ນຄົ້ນຄວ້າຄຸນຄ່າທີ່ໝັ້ນຄົງຂອງລັດທິມາກ-ເລນິນ,ແນວຄິດປະທານໄກສອນພົມວິຫານອັນທີ່ເປັນມູນເຊື້ອຂອງພັກພວກເຮົາ, ຄົ້ນຄວ້າກ່ຽວກັບສັງຄົມນິຍົມ ແລະ ເສັ້ນທາງກ້າວຂຶ້ນສັງຄົມນິຍົມຂອງປະເທດເຮົາ, ສ້າງພື້ນຖານປະຊາທິປະໄຕສັງຄົມນິຍົມ, ສ້າງລັດປົກຄອງດ້ວຍກົດໝາຍຕາມທິດສັງຄົມນິຍົມ ແລະ ມູນເຊື້ອຄວາມສາມັກຄີທົ່ວປວງຊົນ, ສາຍພົວພັນ ລະຫວ່າງ ການປ່ຽນແປງໃໝ່ດ້ານເສດຖະກິດ ແລະ ການເມືອງ, ການສ້າງຄວາມເຂັ້ມແຂງຂອງພັກປະຊາຊົນປະຕິວັດລາວກຳອຳນາດ... ຊຶ່ງເປັນວິທະຍາສາດແຫ່ງການນຳພາການເມືອງຂອງພັກ ແລະ ຄຸ້ມຄອງຂອງລັດ. ນອກນັ້ນສະຖາບັນກໍຕ້ອງຜັນຂະຫຍາຍການຄົ້ນຄວ້າທີ່ຕິດພັນກັບຊີວິດຕົວຈິງ, ເຂົ້າຮ່ວມການສະຫຼຸບພຶດຕິກຳ, ເຂົ້າຮ່ວມການກຳນົດແນວທາງຂອງພັກ, ບັນດານະໂຍບາຍພັດທະນາເສດຖະກິດ-ສັງຄົມຂອງປະເທດຊາດໃນແຕ່ລະໄລຍະ.
ໃນຂະນະດຽວກັນເພື່ອສຳເລັດສອງທິດທາງຕົ້ນຕໍດັ່ງກ່າວນັ້ນສິ່ງສໍາຄັນແມ່ນປັດໄຈຄົນ, ຄຸນນະພາບຂອງພະນັກງານນຳພາ, ລັດຖະກອນພາຍໃນສະຖາບັນ. ບົດບາດ, ທີ່ຕັ້ງ ແລະ ຄວາມຮັບຜິດຊອບທາງການເມືອງຂອງສະຖາບັນຮຽກຮ້ອງໃຫ້ຖັນແຖວພະນັກງານ ຕ້ອງແມ່ນຜູ້ທີ່ມີອຸດົມການໜັກແໜ້ນ, ມີຄວາມສາມາດຄົ້ນຄວ້າວິທະຍາສາດ ແລະ ສິດສອນທິດສະດີທີ່ເກັ່ງ, ມີແບບແຜນ ແລະ ປະສົບປະການນຳພາ-ຄຸ້ມຄອງທີ່ດີ, ມີຄຸນສົມບັດ, ທັດສະນະແຮງງານ ແລະ ແບບແຜນດຳລົງຊີວິດທີ່ສົດໃສ, ເປັນຄູ-ອາຈານ ທີ່ມີຈັນຍາບັນທີ່ດີ ແລະ ເປັນສະມາຊິກພັກປະຊາຊົນປະຕິວັດລາວ ທີ່ແທ້ຈິງ. ຖັນແຖວພະນັກງານຕ້ອງສະຫງົບທາງຈຳນວນ, ໂຄງປະກອບ, ຮັບປະກັນການສືບທອດໃນອະນາຄົດ. ສະຖາບັນຕ້ອງສູ້ຊົນໃຫ້ກາຍເປັນບ່ອນປະຕິບັດທັດສະນະຊີ້ນຳ, ແຜນນະໂຍບາຍ ແລະ ວິທີການກ່ຽວກັບວຽກງານກໍ່ສ້າງ ແລະ ພັດທະນາຖັນແຖວພະນັກງານທີ່ດີຂອງພັກ.
ພ້ອມນີ້, ສືບຕໍ່ຂຶ້ນແຜນກໍ່ສ້າງພື້ນຖານໂຄງລ່າງຂອງສະຖາບັນໃຫ້ສາມາດຕອບສະໜອງຄວາມຕ້ອງການຂອງການບຳລຸງ-ກໍ່ສ້າງພະນັກງານນຳພາ ແລະ ຄຸ້ມຄອງໃຫ້ມີຄວາມສະດວກ ແລະ ມີດ້ານທັນສະໄໝ. ດຳເນີນການຕິດຕາມ ແລະ ຊຸກຍູ້ບັນດາໂຄງການກໍ່ສ້າງພື້ນຖານໂຄງລ່າງທີ່ລັດຖະບານອະນຸມັດໃຫ້ໄປຕາມລະບຽບຫຼັກການ ແລະ ສຳເລັດຢ່າງມີຄຸນນະພາບ. ເພີ່ມຄວາມເອົາໃຈໃສ່ຄຸ້ມຄອງ-ບໍລິຫານອາຄານ, ສະຖານທີ່ຫ້ອງສະໝຸດ-ສູນຂໍ້ມູນຂ່າວສານ ທີ່ລັດຖະບານໄດ້ລົງທຶນປຸກສ້າງໃຫ້ສອດຄ່ອງ, ຍືນນານ ແລະ ສວຍງາມ, ໃຫ້ເປັນສັນຍາລັກແຫ່ງສະຖາປະນິກລາວທີ່ທັນສະໄໝ. ຍົກສູງສະຕິເປັນເຈົ້າຕໍ່ຊັບສິນຂອງລັດ, ຂອງລວມໝູ່, ຂອງການຈັດຕັ້ງ ແລະ ຂອງບຸກຄົນໃຫ້ສູງຂຶ້ນ, ມີວັດທະນາທຳສີວິໄລເທື່ອລະກ້າວ.
ໃນນັ້ນເອົາໃຈໃສ່ພົວພັນ ແລະ ຮ່ວມມືກັບບັນດາອົງການຈັດຕັ້ງພັກ-ລັດ ເພື່ອຍາດແຍ່ງການສະໜັບສະໜູນຊ່ວຍເຫຼືອດ້ານວັດຖຸ ແລະ ຈິດໃຈ,ເພີ່ມທະວີແລກປ່ຽນບົດຮຽນໃນການປັບປຸງວຽກງານບຳລຸງ ແລະ ກໍ່ສ້າງພະນັກງານນຳພາ ແລະ ຄຸ້ມຄອງ ໃຫ້ສອດຄ່ອງກັບຄວາມຕ້ອງການຂອງແຕ່ລະວຽກງານ ແລະ ມີຄຸນນະພາບ, ຕອບສະໜອງກັບໜ້າທີ່ການເມືອງຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ.ເອົາໃຈໃສ່ບຳລຸງຍົກລະດັບພາສາຕ່າງປະເທດ ໂດຍສະເພາະແມ່ນພາສາອັງກິດ, ຈີນ ແລະ ຫວຽດນາມ ເພື່ອເປັນເຈົ້າການເຊື່ອມໂຍງກັບອາຊຽນ ແລະ ພາກພື້ນ, ເຂົ້າຮ່ວມການຄົ້ນຄວ້າແລກປ່ຽນບົດຮຽນປະສົບປະການທາງດ້ານການເມືອງ ແລະ ການປົກຄອງກັບປະເທດເພື່ອນມິດຕາມການມອບໝາຍຂອງຂັ້ນເທິງ. ດຳເນີນໂຄງການຄົ້ນຄວ້າແລກປ່ຽນຂໍ້ມູນຂ່າວສານກັບສະຖາບັນການເມືອງແຫ່ງຊາດໂຮ່ຈິມິນ, ໂຮງຮຽນພັກກອມມູນິດຈີນ ເພື່ອສ້າງຄວາມເຂັ້ມແຂງທັງດ້ານສິດສອນຄົ້ນຄວ້າທິດສະດີ ແລະ ສະຫຼຸບພຶດຕິກຳຂອງສະຖາບັນ ໃຫ້ດີຂຶ້ນ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ກອງພົນທີ 2 ເປີດຂະບວນການແຂ່ງຂັນກິລາການທະຫານ-ກິລາມວນຊົນ

ກອງພົນທີ 2 ເປີດຂະບວນການແຂ່ງຂັນກິລາການທະຫານ-ກິລາມວນຊົນ

ໃນວັນທີ 12 ພະຈິກ 2025, ກອງພົນທີ 2 ໄດ້ເປີດຂະບວນການແຂ່ງຂັນກິລາການທະຫານ-ກິລາມວນຊົນ ເພື່ອຂໍ່ານັບຮັບຕ້ອນວັນວັນຊາດທີ 2 ທັນວາ ຄົບຮອບ 50 ປີ ແລະ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ ໂດຍການເປັນປະທານຂອງສະຫາຍ ພັນເອກ ສອນເພັດ ຈັນສົມ ຮອງເລຂາຄະນະພັກ ຫົວໜ້າການທະຫານກອງພົນທີ 2, ມີບັນດາສະຫາຍ ຄະນະຫ້ອງ, ພະແນກການ, ຄະນະພັກ-ຄະນະບັນຊາກົມກອງ ຕະຫລອດຮອດນັກກິລາເຂົ້າຮ່ວມ.
ພິທີເປີດນໍ້າ ວັນຊົນລະປະທານ ແລະ ວັນສັກຢາປ້ອງກັນສັດແຫ່ງຊາດ

ພິທີເປີດນໍ້າ ວັນຊົນລະປະທານ ແລະ ວັນສັກຢາປ້ອງກັນສັດແຫ່ງຊາດ

ວັນທີ 11 ພະຈິກຜ່ານມາ, ຫ້ອງການກະສີກຳ ແລະ ສິ່ງແວດລ້ອມ ເມືອງ ມຸນລະປາໂມກ ແຂວງ ຈຳປາສັກ ໄດ້ຈັດພິທີເປີດນໍ້າ ວັນຊົນລະປະທານແຫ່ງຊາດ 3 ພະຈິກ ແລະ ວັນສັກຢາປ້ອງກັນພະຍາດສັດ ແຫ່ງຊາດ 11 ພະຈິກ ຂຶ້ນຢູ່ທີ່ກຸ່ມ ນາດີ ບ້ານ ຊານຫວ້າ ໂດຍການເປັນປະທານຂອງທ່ານ ວັນລະເດດ ແກ້ວຈັນທາ ປະທານຄະນະກຳມະການປົກຄອງເມືອງ, ທ່ານ ສີສຸພັນ ແວງທີສານ ຕ່າງໜ້າພະແນກກະສີກຳ ແລະ ສິ່ງແວດລ້ອມແຂວງ, ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ອະດີດຮອງນາຍົກລັດຖະມົນຕີ ຢ້ຽມຊົມສະຖານທີ່ທ່ອງທ່ຽວ ບຶງໜອງເທົາ ແລະ ຖໍ້າປາເຊືອມ

ອະດີດຮອງນາຍົກລັດຖະມົນຕີ ຢ້ຽມຊົມສະຖານທີ່ທ່ອງທ່ຽວ ບຶງໜອງເທົາ ແລະ ຖໍ້າປາເຊືອມ

ວັນທີ 11 ພະຈິກຜ່ານມານີ້, ທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດຮອງນາຍົກລັດຖະມົນຕີ, ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ ໄດ້ຢ້ຽມຊົມສະຖານທີ່ທ່ອງທ່ຽວບຶງໜອງເທົາ ແລະ ຖໍ້າປາເຊືອມ ໂດຍໃຫ້ການຕ້ອນຮັບຂອງທ່ານ ເຂັມເພັດ ແກ້ວເພຍຈັນ ປະທານບໍລິສັດ ເພັດມະນີ ເຄພີຊີ ຈໍາກັດຜູ້ດຽວ ໃນນາມຜູ້ສໍາປະທານ ແລະ ພັດທະນາແຫຼ່ງທ່ອງທ່ຽວດັ່ງກ່າວ.
ອົງການກາແດງແຫ່ງຊາດລາວ ວາງພວງມະລາ ແລະ ວາງກະຕ່າດອກໄມ້ໃນໂອກາດຂໍ່ານັບຮັບຕ້ອນ ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ

ອົງການກາແດງແຫ່ງຊາດລາວ ວາງພວງມະລາ ແລະ ວາງກະຕ່າດອກໄມ້ໃນໂອກາດຂໍ່ານັບຮັບຕ້ອນ ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ

ໃນວັນທີ 12 ພະຈິກ 2025 ນີ້, ການນໍາຂອງອົງການກາແດງແຫ່ງຊາດລາວໄດ້ເຂົ້າວາງພວງມະລາຢູ່ອານຸສາວະລີນັກຮົບນິລະນາມ (ດາວແດງ)ແລະ ວາງກະຕ່າດອກໄມ້ຢູ່ໜ້າຮູບປັ້ນ ປະທານໄກສອນ ພົມວິຫານ
ພະແນກການເງິນລົງຊຸກຍູ້ວຽກງານຮອບດ້ານຢູ່ ເມືອງ ບໍ່ແຕນ

ພະແນກການເງິນລົງຊຸກຍູ້ວຽກງານຮອບດ້ານຢູ່ ເມືອງ ບໍ່ແຕນ

ໃນວັນທີ 10ພະຈິກຜ່ານມານີ້້, ຄະນະພະແນກການເງິນແຂວງໄຊຍະບູລີໄດ້ລົງເຄື່ອນໄຫວຊຸກຍູ້ວຽກງານຮອບດ້ານຢູ່ເມືອງບໍ່ແຕນ ຊຶ່ງນຳໂດຍທ່ານ ປະຖົມ ບຸນຍາວົງຮອງຫົວໜ້າພະແນກ ການເງິນແຂວງ ພ້ອມດ້ວຍທີມງານ ໄດ້ລົງຕິດຕາມຊຸກຍູ້ການຈັດຕັງປະຕິບັດແຜນງົບປະມານແຫ່ງລັດຢູ່ເມືອງບໍ່ແຕນໃນໄລຍະ 10 ເດືອນ ແລະ 2 ເດືອນທ້າຍປີ 2025.
ກອງປະຊຸມສະຫຼຸບຜົນການຄົ້ນຄວ້າປັບປຸງກົດໝາຍວ່າດ້ວຍການດໍາເນີນຄະດີອາຍາ

ກອງປະຊຸມສະຫຼຸບຜົນການຄົ້ນຄວ້າປັບປຸງກົດໝາຍວ່າດ້ວຍການດໍາເນີນຄະດີອາຍາ

ເພື່ອຈັດຕັ້ງປະຕິບັດ ມະຕິກອງປະຊຸມສະພາແຫ່ງຊາດ ສະບັບເລກທີ 98/ສພຊ, ລົງວັນທີ 18 ກໍລະກົດ 2023 ວ່າດ້ວຍ ການຮັບຮອງເອົາຜົນການປະເມີນການຈັດຕັ້ງປະຕິບັດກົດໝາຍຂົງເຂດຍຸຕິທໍາ 4 ສະບັບ ແລະ ຂໍ້ຕົກລົງຂອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ສະບັບເລກທີ 192/ອອປສ, ລົງວັນທີ 12 ມີນາ 2025 ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບ ປັບປຸງກົດໝາຍວ່າດ້ວຍການດໍາເນີນຄະດີອາຍາ ແລະ ແຜນການເຄື່ອນໄຫວ ຂອງຄະນະຮັບຜິດຊອບຄົ້ນຄວ້າ ແລະ ປັບປຸງກົດໝາຍວ່າດ້ວຍການດໍາເນີນຄະດີອາຍາ ໃຫ້ມີຜົນສໍາເລັດຕາມລະດັບຄາດໝາຍທີ່ວາງໄວ້.
ພິທີສະຫຼຸບຜົນງານຕະຫຼາດທຶນລາວ ຄົບຮອບ 15 ປີ

ພິທີສະຫຼຸບຜົນງານຕະຫຼາດທຶນລາວ ຄົບຮອບ 15 ປີ

ວັນທີ 11 ພະຈິກ 2025 ທີ່ຫ້ອງປະຊຸມຕະຫຼາດຫຼັກຊັບລາວ, ສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ (ສຄຄຊ) ໄດ້ຈັດພິທີສະຫຼຸບຜົນງານຕະຫຼາດທຶນລາວ ຄົບຮອບ 15 ປີ (10/2010–10/2025) ພາຍໃຕ້ການເປັນປະທານ ແລະ ມອບໃບຍ້ອງຍໍຂອງ ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການຄຸ້ມຄອງຫຼັກຊັບ (ຄຄຊ),ທ່ານ ນາງ ບຸນຄຳ ວິລະຈິດ ຜູ້ວ່າການທະນາຄານ ແຫ່ງ ສປປ ລາວ ພ້ອມດ້ວຍຮອງປະທານ ຄຄຊ ບັນດາອະດີດພະນັກງານ ແລະ ບັນດາພະນັກງານທີ່ປະກອບສ່ວນໃນວຽກງານສ້າງຕັ້ງຕະຫຼາດທຶນ, ບັນດາຜູ້ມີສ່ວນຮ່ວມ ແລະ ອົງການຈັດຕັ້ງສາກົນກ່ຽວຂ້ອງ ເຂົ້າຮ່ວມ.
ປີ 2025 ເມືອງແກ່ນທ້າວ ເກັບລາຍຮັບໄດ້ແລ້ວ9,500 ລ້ານກວ່າກີບ

ປີ 2025 ເມືອງແກ່ນທ້າວ ເກັບລາຍຮັບໄດ້ແລ້ວ9,500 ລ້ານກວ່າກີບ

ໃນວັນທີ 11 ພະຈິກ 2025 ນີ້, ທ່ານ ປະຖົມ ບຸນຍາວົງ ຮອງຫົວໜ້າພະແນກການເງິນແຂວງໄຊຍະບູລີ ພ້ອມດ້ວຍທີມງານ ໄດ້ລົງຊຸກຍູ້ການເກັບລາຍຮັບທ້າຍປີ 2025 ຢູ່ເມືອງແກ່ນທ້າວ, ໂດຍມີ ທ່ານ ບຸນຊູ ບຸນພັກດີ ຫົວໜ້າຫ້ອງການ-ການເງິນເມືອງ, ມີຫົວໜ້າ, ຮອງຫົວໜ້າໜ່ວຍງານ ແລະ ພະນັກງານຫ້ອງການ-ການເງິນເມືອງເຂົ້າຮ່ວມ.
ເມືອງຫຼວງນໍ້າທາ ເປີດຂະບວນການສັກຢາປ້ອງກັນພະຍາດສັດແຫ່ງຊາດ

ເມືອງຫຼວງນໍ້າທາ ເປີດຂະບວນການສັກຢາປ້ອງກັນພະຍາດສັດແຫ່ງຊາດ

ຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງຫຼວງນໍ້າທາ ແຂວງຫຼວງນໍາທາ ໄດ້ຈັດພິທີເປີດຂະບວນການສັກຢາປ້ອງກັນພະຍາດສັດແຫ່ງຊາດ ປະຈຳປີ 2025 ຂຶ້ນໃນຕອນເຊົ້າຂຶ້ນວັນທີ 11 ພະຈິກນີ້ ທີ່ບ້ານພຽງງາມ ເມືອງຫຼວງນໍ້າທາ ໂດຍມີທ່ານ ຄໍາຫຼ້າ ແຫຼ່ງໄຊຍະທໍາ ຮອງເລຂາພັກເມືອງ ຮັກສາການເຈົ້າເມືອງ, ທ່ານ ວິລະຊົນ ແດນຫັນສາ ຮອງຫົວໜ້າພະແນກກະສິກໍາ ແລະ ສິ່ງແວດລ້ອມແຂວງ,ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໜ່ວຍພັກກົມເລຂານຸການ-ການນຳ ດໍາເນີນຊີວິດການເມືອງທ້າຍສະໄໝ

ໜ່ວຍພັກກົມເລຂານຸການ-ການນຳ ດໍາເນີນຊີວິດການເມືອງທ້າຍສະໄໝ

ໃນອາທິດຜ່ານມາ,ໜ່ວຍພັກກົມເລຂານຸການ-ການນຳ, ຫ້ອງວ່າການສູນກາງພັກ ໄດ້ຈັດກອງປະຊຸມດໍາເນີນຊີວິດການເມືອງທ້າຍສະໄໝແລະ ທາບທາມເນື້ອໃນ ແລະ ບຸກຄະລາກອນ ຮອບທີ II ຂຶ້ນ; ໂດຍການເປັນປະທານ ຂອງ ສະຫາຍ ຜາຄໍາ ອິນແສງ, ຄະນະປະຈຳພັກ, ຮອງຫົວໜ້າຫ້ອງວ່າການສູນກາງພັກ, ຜູ້ຊີ້ນໍາກົມ ເຊິ່ງມີບັນດາສະຫາຍຕາງໜ້າກົມພາຍໃນຫ້ອງວ່າການສູນກາງພັກ ພ້ອມດ້ວຍພະນັກງານສະມາຊິກພັກພາຍໃນກົມເຂົ້າຮ່ວມ
ເພີ່ມເຕີມ