ອົບຮົມການເມືອງ-ແນວຄິດພະນັກງານ-ລັດຖະກອນທົ່ວ ສນຫລ

ສນຫລ ຈະສືບຕໍ່ອົບຮົມການເມືອງ-ແນວຄິດ​ພະ​ນັກງານ ​ໃຫ້​ມີ​ການ​ຫັນ​ປ່ຽນ​ຢ່າງ​ຕັ້ງ​ໜ້າ

ສນຫລ ຈະສືບຕໍ່ອົບຮົມການເມືອງ-ແນວຄິດ​ພະ​ນັກງານ ​ໃຫ້​ມີ​ການ​ຫັນ​ປ່ຽນ​ຢ່າງ​ຕັ້ງ​ໜ້າ
ໂດຍ: ວັນເພັງ ສະຫະພັນນັກຮົບເກົ່າແຫ່ງຊາດລາວ (ສນຫລ) ຈະສືບຕໍ່ອົບຮົມການເມືອງ-ແນວຄິດພະນັກງານ-ລັດຖະກອນທົ່ວ ສນຫລໃຫ້ມີການຫັນປ່ຽນຢ່າງຕັ້ງໜ້າ, ຕະຫຼອດຮອດຖັນແຖວພະນັກງານນັກຮົບເກົ່າໃຫ້ໜັກແໜ້ນເຂັ້ມແຂງເຄື່ອນໄຫວໂຄສະນາຫຼາຍຮູບແບບ,


ຫຼາຍວິທີເຊັ່ນ: ປາຖະກະຖາເລົ່າມູນເຊື້ອວັນສ້າງຕັ້ງວັນສໍາຄັນຕ່າງໆຂອງຊາດ, ຂອງພັກ, ເຜີຍແຜ່ເອກະສານ, ມະຕິ, ຄໍາສັ່ງຜ່ານສື່ມວນຊົນຂອງນັກຮົບເກົ່າທີ່ມີຢູ່ໃຫ້ກ້ວາງຂວາງ, ທົ່ວເຖິງແລະມີເນື້ອໃນອຸດົມສົມບູນ; ສືບຕໍ່ລົງເຄື່ອນໄຫວປັບປຸງກໍ່ສ້າງຮາກຖານການເມືອງຂອງນັກຮົບເກົ່າໃຫ້ມີຄວາມໜັກແໜ້ນແທດເຖິງຖັນແຖວນັກຮົບເກົ່າຢູ່ເຂດຫ່າງໄກສອກຫຼີກປຸກລະດົມໃຫ້ໄດ້ຂະບວນການແຂ່ງຂັນ 3 ດີ 6 ຮັກສາຂອງນັກຮົບເກົ່າຢ່າງເປັນຂະບວນຟົດຟື້ນເຮັດໃຫ້ນັກຮົບເກົ່າເຊື່ອໝັ້ນຕໍ່ການນຳພາຂອງພັກ; ສ້າງແຜນຝຶກອົບຮົມໃຫ້ພະນັກງານຜູ້ທີ່ເຮັດວຽກງານໂຄສະນາ-ອົບຮົມຢູ່ສະຫະພັນນັກຮົບເກົ່າຂັ້ນທ້ອງຖິ່ນໃຫ້ຮັບຮູ້ແລະເຂົ້າໃຈບົດບາດ, ໜ້າທີ່ຂອງຕົນຢ່າງໜັກແໜ້ນຕັ້ງໜ້າຈັດຕັ້ງຕາໜ່າງຂ່າວຢູ່ຂັ້ນທ້ອງຖິ່ນໃຫ້ສາມາດຕອບສະໜອງໄດ້ຂໍ້ມູນຂ່າວສານທັນຕາມກຳນົດເວລາ.

ຄຽງຄູ່ກັນນັ້ນ, ວຽກງານໂຄສະນາ-ອົບຮົມຈະສືບຕໍ່ປະຕິບັດວຽກງານເປັນເສນາທິການ ແລະ ຈໍລະຈອນເອກະສານເກັບກໍາສໍາເນົາໃຫ້ຖືກຕ້ອງ, ວ່ອງໄວເພື່ອຮັບໃຊ້ວຽກງານຮອບດ້ານຂອງກົມໃຫ້ມີຄຸນນະພາບດີກວ່າເກົ່າ, ສະຫຼຸບສັງລວມຜົນງານການເຄື່ອນໄຫວຮອບດ້ານຂອງກົມໃຫ້ມີຄຸນນະພາບດີກວ່າເກົ່າ, ເປັນເຈົ້າການໃນການສ້າງແຜນສັງລວມໃຫ້ທັນເວລາ;ສືບຕໍ່ຕິດຕາມແຜນງົບປະມານປະຈໍາປີ 2023 ແຜນໂຄງການຂຽນປຶ້ມມູນເຊື້ອນັກຮົບເກົ່າ, ຈັດຕັ້ງປະຕິບັດແບບແຜນວິທີເຮັດວຽກຂອງພະແນກອົບຮົມໃຫ້ດີກວ່າເກົ່າ ແລະ ວ່ອງໄວທັນກັບເວລາ, ປະຕິບັດວຽກງານຕາມຄໍາສັ່ງຂອງຂັ້ນເທິງ,ຕິດຕາມກວດກາ, ເກັບກໍາສະພາບເຄື່ອງຮັບໃຊ້ວິຊາການສະເພາະລວມທັງປຶກສາຫາລືວຽກງານພະແນກ ແລະ ສ່ອງແສງລາຍງານໃຫ້ຄະນະກົມ; ສືບຕໍ່ສ້າງແຜນປາຖະກະຖາວັນສໍາຄັນຂອງພັກ, ຂອງຊາດປະຈຳປີ2024ໃຫ້ຖືກຕ້ອງ, ເໝາະສົມແລະເຄື່ອນໄຫວທັນເວລາ. ສໍາລັບວຽກງານຈັດຕັ້ງ-ພະນັກງານຈະສືບຕໍ່ເອົາໃຈໃສ່ຄົ້ນຄວ້ານໍາສະເໜີຂໍການຮັບຮອງການກໍານົດຕໍາແໜ່ງງານຂອງ 2 ກົມຢູ່ສະຫະພັນນັກຮົບເກົ່າແຫ່ງຊາດລາວໃຫ້ສໍາເລັດ; ສືບຕໍ່ຊຸກຍູ້ແລະຕິດຕາມສະຫະພັນນັກຮົບເກົ່າຂັ້ນທ້ອງຖິ່ນໃນການຂຽນພາລະບົດບາດ, ການກໍານົດຕໍາແໜ່ງງານໃຫ້ສໍາເລັດ, ຖືກຕ້ອງຕາມທິດກະທັດຮັດແລະສົມເຫດສົມຜົນ;ສືບຕໍ່ຊຸກຍູ້, ຕິດຕາມການດໍາເນີນກອງປະຊຸມໃຫຍ່ຄັ້ງທີV ຂອງໜ່ວຍສະຫະພັນນັກຮົບເກົ່າແລະກອງປະຊຸມໃຫຍ່ສະຫະພັນນັກຮົບເກົ່າຂັ້ນເມືອງຄັ້ງທີVໃນຂອບເຂດທົ່ວປະເທດໃຫ້ສໍາເລັດຕາມຄໍາສັ່ງແນະນໍາເລກທີ 120/ສນຫລ;ກະກຽມເປີດກອງປະຊຸມວິຊາການຮ່ວມກັບກະຊວງພາຍໃນ, ກະຊວງການເງິນແລະຄະນະຈັດຕັ້ງສູນກາງພັກກ່ຽວກັບການຈັດຕັ້ງແລະການຄຸ້ມຄອງບຸກຄະລາກອນຂັ້ນໜ່ວຍຂອງສະຫະພັນນັກຮົບເກົ່າ;ກະກຽມຈັດຝຶກອົບຮົມວຽກງານຈັດຕັ້ງ, ການເກັບກໍາສະຖິຕິນັກຮົບເກົ່າໃຫ້ພະນັກງານ-ລັດຖະກອນສະຫະພັນນັກຮົບເກົ່າຂັ້ນແຂວງໃນທົ່ວປະເທດ;ຂຶ້ນແຜນລົງຕິດຕາມ, ຊຸກຍູ້ວຽກງານຈັດຕັ້ງຢູ່ສະຫະພັນນັກຮົບເກົ່າຂັ້ນທ້ອງຖິ່ນເປັນຕົ້ນການປັບປຸງການຈັດຕັ້ງ, ການເກັບກໍາໂຕເລກສະຖິຕິສະມາຊິກນັກຮົບເກົ່າ;ກວດກາບັນຊີຈໍານວນພົນ, ຊັ້ນ-ຂັ້ນເງິນເດືອນຂອງພະນັກງານ-ລັດຖະກອນຢູ່ສນຫລງວດI-IVປີ 2024 ແລະນໍາສະເໜີກວດຜ່ານຈາກກະຊວງພາຍໃນໃຫ້ທັນຕາມກໍານົດເວລາ; ຄົ້ນຄວ້າປັບປຸງຮ່າງເກັບກໍາສະຖິຕິນັກຮົບເກົ່າ,ສະຖິຕິພະນັກງານ-ລັດຖະກອນສະຫະພັນນັກຮົບເກົ່າແຕ່ລະຂັ້ນໃຫ້ສາມາດສະໜອງໄດ້ຕາມຄວາມຮຽກ ຮ້ອງຕ້ອງການໃນສະພາບປັດຈຸບັນ.

ຄໍາເຫັນ

ຂ່າວການເມືອງ

ສະຫາຍ ຄຳປ່ຽນ ແສງສະຫວັດ ໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ໃໝ່

ສະຫາຍ ຄຳປ່ຽນ ແສງສະຫວັດ ໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ໃໝ່

ພິທີມອບ-ຮັບ ໜ້າທີ່ເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 22 ທັນວານີ້ ຢູ່ຫ້ອງປະຊຸມຂອງເມືອງດັ່ງກ່າວ, ​ໂດຍ​ການເປັນ​ກຽດເຂົ້າຮ່ວມຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ຜູ້ແທນແນວລາວສ້າງຊາດແຂວງຄຳມ່ວນ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ IX

ຜູ້ແທນແນວລາວສ້າງຊາດແຂວງຄຳມ່ວນ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ IX

ກອງປະຊຸມໃຫຍ່ ຄັ້ງທີ IX ຂອງຜູ້ແທນແນວລາວສ້າງຊາດ ແຂວງຄຳມ່ວນ ໄດ້ໄຂຂຶ້ນໃນວັນທີ 23 ທັນວານີ້, ໂດຍການເປັນປະທານຂອງທ່ານ ພິດສະໄໝ ກອງຊາເດດ ກຳມະການສູນກາງແນວລາວສ້າງຊາດ, ປະທານແນວລາວສ້າງຊາດແຂວງຄຳມ່ວນ, ເປັນກຽດເຂົ້າຮ່ວມມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຄໍາມ່ວນ, ມີບັນດາການນຳແຂວງ, ຄະນະກຳມະການແນວລາວສ້າງຊາດແຂວງ, ອົງການຈັດຕັ້ງມະຫາຊົນ ແລະ ແຂກຖືກເຊີນເຂົ້າຮ່ວມ.
ຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ວັນທີ 22 ທັນວານີ້, ເມືອງໄຊຍະບູລີ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມປືກສາຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ທີ່ຫ້ອງປະຊຸມຫ້ອງວ່າການເມືອງ ໂດຍການເປັນປະທານຂອງ ທ່ານ ຄໍາຫຼ້າ ຜີວວັນນາ ຄະນະປະຈໍາພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ມີຄະນະປະຈໍາພັກເມືອງ, ກຳມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສາລະວັນ ຊຸດທີ IV ໄດ້ໄຂຂຶ້ນ ໃນວັນທີ 18 ທັນວານີ້ ທີ່ສະໂມສອນແຂວງສາລະວັນ, ໂດຍການເປັນປະທານຂອງທ່ານ ສີເຮັງ ຫອມສົມບັດ ປະທານສະພາປະຊາຊົນແຂວງສາລະວັນ, ເຂົ້າຮ່ວມມີທ່ານ ດາວວົງ ພອນແກ້ວ ກໍາມະການສູນກາງພັກ ເລຂາຄະນະບໍລິຫານພັກແຂວງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຄໍາມ່ວນ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຂ ຊຸດທີ IV

ຄໍາມ່ວນ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຂ ຊຸດທີ IV

ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາປະຊາຊົນແຂວງຄໍາມ່ວນ (ສພຂ) ຊຸດທີ IV ໄດ້ຈັດຂຶ້ນໃນວັນທີ 17 ທັນວານີ້, ໂດຍການເປັນປະທານຂອງທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງ, ມີທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ, ພ້ອມດ້ວຍຄະນະປະຈຳສະພາປະຊາຊົນແຂວງ, ຫົວໜ້າພະແນກການ, ກອງບັນຊາການ ປກຊ-ປກສ, ອົງການທຽບເທົ່າຂັ້ນແຂວງເຂົ້າຮ່ວມ.
ດຳເນີນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV

ດຳເນີນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV

ກອງປະຊຸມສະໄໝສາມັນເທື່ອທີ 10 ທີ່ເປັນກອງປະຊຸມທ້າຍສະໄໝຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 16 ທັນວານີ້ ທີ່ຫໍວັດທະນະທຳໄກສອນພົມວິຫານ ໂດຍການເປັນປະທານຂອງທ່ານ ກົງແກ້ວ ມີວໍລະຈັກ ປະທານສະພາປະຊາຊົນແຂວງ, ໃຫ້ກຽດເຂົ້າຮ່ວມໃນກອງປະຊຸມມີທ່ານ ນາງ ສູນທອນ ໄຊຍະຈັກ ຄະນະເລຂາທິການສູນກາງພັກ ຮອງປະທານສະພາແຫ່ງຊາດ ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 13, ທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງສະຫວັນນະເຂດ ພ້ອມດ້ວຍການນຳຂັ້ນສູງຂອງແຂວງ, ເມືອງ, ນະຄອນ ເຂົ້າຮ່ວມ.
ສະພາປະຊາຊົນແຂວງຫຼວງພະບາງ ດຳເນີນກອງປະຊຸມສະໄໝ ສາມັນເທື່ອທີ່ 10

ສະພາປະຊາຊົນແຂວງຫຼວງພະບາງ ດຳເນີນກອງປະຊຸມສະໄໝ ສາມັນເທື່ອທີ່ 10

ກອງປະຊຸມສະໄໝ ສາມັນເທື່ອທີ່ 10 ຂອງສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV, ໄດ້ໄຂຂຶ້ນ ໃນວັນທີ່ 16 ທັນວານີ້ ທີ່ສະໂມສອນໃຫຍ່ຫ້ອງວ່າການແຂວງ, ໂດຍເປັນປະທານຂອງ ທ່ານ ວົງສະຫວັນ ເທບພະຈັນ ປະທານສະພາປະຊາຊົນແຂວງ, ມີການນຳຂອງແຂວງ, ອະດິດສະມາຊິກ ສະພາແຫ່ງຊາດປະຈຳເຂດເລືອກຕັ້ງ, ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງ ແລະ ສະມາຊິກສະພາປະຊາຊົນແຂວງ ເຂົ້າຮ່ວມ.
ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາ

ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາ

ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດຂຶ້ນໃນວັນທີ 16 ທັນວາ 2025 ທີ ຄະນະໂຄສະນາອົບຮົມສູນກາງພັກ(ຄອສພ) ,ພາຍໃຕ້ການເປັນປະທານກ່າວເປີດກອງປະຊຸມໂດຍ ສະຫາຍ ບົວໄລ ພານຸວົງ ເລຂາໜ່ວຍພັກ ,ໂດຍໃຫ້ກ່ຽດເຂົ້າຮ່ວມຂອງ ສະຫາຍ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ ຮອງເລຂາຄະນະບໍລິຫານງານພັກ ຮອງ ຄອສພ ພ້ອມດ້ວຍສະມາຊິກພັກສົມບູນ ສຳຮອງ ແລນະ ແຂກຖືກເຊີນເຂົ້າຮ່ວມ.
ໜ່ວຍພັກ ຂປລ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ XVI

ໜ່ວຍພັກ ຂປລ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ XVI

ກອງປະຊຸມໃຫຍ່ ຄັ້ງທີ XVI ຂອງໜ່ວຍພັກສຳນັກຂ່າວສານປະເທດລາວ (ຂປລ) ໄດ້ຈັດຂຶ້ນໃນວັນທີ 15 ທັນວາ 2025 ໂດຍການເປັນປະທານຂອງ ສະຫາຍ ວັນນະສິນ ສິມມະວົງ ເລຂາໜ່ວຍພັກ, ຜູ້ອໍານວຍການໃຫຍ່ ສໍານັກຂ່າວສານປະເທດລາວ, ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີສະຫາຍເລຂາ, ຮອງເລຂາ ແລະ ຄະນະໜ່ວຍພັກ ອ້ອມຂ້າງຄະນະໂຄສະນາອົບຮົມສູນກາງພັກ ເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນວ ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນວ ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ (ນວ) ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 15 ທັນວານີ້ ທີ່ອົງການປົກຄອງນະຄອນຫຼວງວຽງຈັນ (ນວ), ໂດຍການເປັນປະທານຂອງ ສະຫາຍ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ, ເຂົ້າຮ່ວມ ມີສະຫາຍ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ຮອງເຈົ້າຄອງ, ບັນດາສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ, ບັນດາສະມາຊິກສະພາປະຊາຊົນນະຄອນຫຼວງ ແລະ ພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເພີ່ມເຕີມ