ສອງພາກສ່ວນຊຸກຍູ້ເສື້ອໃຫ້ກໍາມະການຕັດສິນງານແຂ່ງຂັນຊ່ວງເຮືອຈອມແຈ້ງ

ສອງພາກສ່ວນຊຸກຍູ້ເສື້ອໃຫ້ກໍາມະການຕັດສິນງານແຂ່ງຂັນຊ່ວງເຮືອຈອມແຈ້ງ
ໂຮງຮຽນນານາຊາດວຽງຈັນ (VIS) ປະກອບສ່ວນຊຸກຍູ້ເສື້ອ ຈໍານວນ 10 ຜືນ ມູນຄ່າ 6.900.000 ກີບ ໃຫ້ແກ່ກໍາມະການຕັດສິນ ໃນງານແຂ່ງຂັນກິລາເຮືອຊ່ວງຈອມແຈ້ງ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ນອກຈາກນີ້ ສູນກິລາພີພີໜອງຄາຍ ມອບໃຫ້ 30 ຜືນ ມູນຄ່າ 2.925.000 ກີບ ລວມທັງໝົດ 40 ຜືນ ລວມມູນຄ່າ 9.825.000 ກີບ.
    ພິທີມອບ-ຮັບເສື້ອຈາກ VIS ຈໍານວນ 10 ຜືນ ຈັດຂຶ້ນວັນທີ 18 ຕຸລາ ນີ້ ຢູ່ໂຮງຮຽນນານາຊາດວຽງຈັນ ໂດຍການກ່າວມອບຂອງ ທ່ານນາງ Elsa Donohue ຫົວໜ້າໂຮງຮຽນນານາຊາດວຽງຈັນ ແລະ ກ່າວຮັບຂອງທ່ານ ກາລຸນາ ຫົງຄໍາ ຮອງຫົວໜ້າໜ່ວຍງານກິລາ-ກາຍຍະກໍາ ແລະ ສິລະປະ ຫ້ອງການສຶກສາທິການ ແລະ ກິລາ ເມືອງສີສັດຕະນາກ ມີພະນັກງານວິຊາການກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ.
    ນອກຈາກນີ້, ໃນວັນທີ 17 ຕຸລາ 2023 ຢູ່ສູນກິລາພີພີໜອງຄາຍ ທ່ານ ອາພາກອນ ຕຸຍານັນ ຜູ້ຈັດການສູນກິລາພີພີໜອງຄາຍ ຍັງໄດ້ມອບໃຫ້ 30 ຜືນ ໃຫ່ແກ່ກໍາມະການຕັດສິນງານແຂ່ງຂັນກິລາເຮືອຊ່ວງຈອມແຈ້ງ ແລະ ຮັບແມ່ນທ່ານ ວິຊຽນ ໂລວັນ ຫົວໜ້າໜ່ວຍງານກິລາ-ກາຍຍະກໍາ ແລະ ສິລະປະ ຫ້ອງການສຶກສາທິການ ແລະ ກິລາ ເມືອງສີສັດຕະນາກ ທັງເປັນຄະນະຮັບຜິດຊອບຈັດການແຂ່ງຂັນຊ່ວງເຮືອຈອມແຈ້ງ.  
    ສໍາລັບການແຂ່ງຂັນກິລາຊ່ວງເຮືອ ປະຈໍາປີ 2023 ທີ່ທ່ານໍ້າຂອງ ໜ້າວັດຈອມແຈ້ງ ບ້ານຈອມແຈ້ງ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ມາຮອດປັດຈຸບັນມີເຮືອທີ່ແຈ້ງສະໝັກເຂົ້າຮ່ວມແຂ່ງ ຂັນແລ້ວໄດ້ຈໍານວນ 9 ລໍາ ແລະ ຄາດວ່າຮອດວັນທີ 20 ຕຸລາ 2023 ຊຶ່ງເປັນມື້ປິດຮັບສະໝັກ ຈະມີເຮືອເຂົ້າຮ່ວມຫຼາຍກວ່າ 10 ລໍາ ໂດຍໃນເວລາ 9:00 ໂມງ ຂອງວັນທີ 20 ຕຸລາ ນີ້ ຈະມີການປະຊຸມຈັບສະຫຼາກ ແລະ ເຜີຍແຜ່ກົດລະບຽບແຂ່ງຂັນ ຢູ່ສະຖານທີ່ວັດຈອມແຈ້ງ ທີມເຮືອຊ່ວງບ້ານໃດສົນໃຈກໍສາມາດ ໂທຕິດຕໍ່ພົວພັນທີ່ເບີ 020 2265 5662 ແລະ 020 5593 6885 ໃນໂມງລັດຖະການ.
   ສໍາລັບຄ່າສະໝັກເຮືອແຕ່ລະລໍາທີ່ເຂົ້າຮ່ວມແຂ່ງຂັນແມ່ນ 300.000 ກີບ/ລໍາ ຄ່າລາກແກ່ເຮືອເຂົ້າຮ່ວມແຂ່ງຂັນ 500.000 ກີບ/ລໍາ ສ່ວນປະເພດເງິນລາງວັນ ອັນດັບ 1 ຈະໄດ້ຮັບຂັນໂລ້ 1 ໜ່ວຍ + ເງິນລາງວັນ 5 ລ້ານກີບ, ອັນດັບ 2 ຈະໄດ້ຮັບຂັນໂລ້ 1 ໜ່ວຍ + ເງິນລາງວັນ 3 ລ້ານກີບ, ອັນດັບ 3 ຈະໄດ້ຮັບຂັນໂລ້ 1 ໜ່ວຍ + ເງິນລາງວັນ 2 ລ້ານກີບ ແລະ ອັນດັບ 4 ຈະໄດ້ຮັບເງິນລາງວັນ 1 ລ້ານກີບ. 
(ຂ່າວ: ວຽງຈັນໃໝ່)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ