ສົ່ງເສີມການລ້ຽງສັດ ແລະ ສັດນໍ້າ ແມ່ນໜຶ່ງນະໂຍບາຍແຫ່ງຊາດ ທີ່ສຳຄັນ

ສົ່ງເສີມການລ້ຽງສັດ ແລະ ສັດນໍ້າ ແມ່ນໜຶ່ງນະໂຍບາຍແຫ່ງຊາດ ທີ່ສຳຄັນ
ໂດຍ: ສ.ບຸດປະຊາ
    ນະໂຍບາຍແຫ່ງຊາດ ວ່າດ້ວຍການສົ່ງເສີມການລ້ຽງສັດ ແລະ ສັດນໍ້າ ແມ່ນ 1 ໃນ 2 ນະໂຍບາຍແຫ່ງຊາດໃນຂະແໜງກະສິກຳ ແລະ ປ່າໄມ້ ຈາກການຈັດຕັ້ງຜັນຂະຫຍາຍ ແນວທາງນະໂຍບາຍຂອງພັກ ທີ່ກຳນົດໄວ້ໃນມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໃຫ້ເປັນຮູບປະທໍາ ຊຶ່ງແມ່ນພາລະກິດຕົ້ນຕໍໃນການສ້າງພື້ນຖານທີ່ໜັກແໜ້ນໃຫ້ແກ່ການພັດທະນາ ເພື່ອນໍາເອົາປະເທດຊາດໃຫ້ຫຼຸດພົ້ນສະຖານະພາບດ້ອຍພັດທະນາ ແລະ ສືບຕໍ່ກ້າວໄປສູ່ສັງຄົມນິຍົມ. ນະໂຍບາຍແຫ່ງຊາດນີ້, ໄດ້ຖືກຮັບຮອງ ແລະ ປະກາດໃຊ້ ໂດຍນາຍົກລັດຖະມົນຕີ ຊຶ່ງແມ່ນດຳລັດເລກທີ 196/ນຍ, ລົງວັນທີ 6/7/2022 ໂດຍຈະຊຸກຍູ້ສົ່ງເສີມໃຫ້ບັນເປົ້າໝາຍການຜະລິດຊີ້ນ, ໄຂ່ ແລະ ປ່າ ທີ່ກຳນົດໄວ້ໃນປີ 2025 ແລະ ສູ້ຊົນບັນລຸ 3 ເປົ້າໝາຍສຳຄັນວາງໄວ້ຮອດປີ 2030.
    ການລ້ຽງສັດ ແລະ ສັດນໍ້າ ແມ່ນມີບົດບາດສຳຄັນຫຼາຍຕໍ່ຊີວິດການເປັນຢູ່ຂອງປະຊາຊົນ ແລະ ປະກອບຢູ່ໃນໂຄງປະກອບເສດຖະກິດຂອງຊາດ ຊຶ່ງຍາມໃດ ພັກ ແລະ ລັດຖະບານ ກໍໄດ້ຖືສຳຄັນ ຊຶ່ງວຽກງານດັ່ງກ່າວ ໄດ້ປະກອບສ່ວນເຂົ້າໃນມູນຄ່າລວມຍອດຜະລິດຕະພັນພາຍໃນ (GDP) ຂອງຊາດໃນແຕ່ລະໄລຍະ ເປັນຕົ້ນໃນປີ 2020 ຂະແໜງລ້ຽງສັດ ແລະ ການປະມົງ ປະກອບສ່ວນຢູ່ໃນ GDP ຫຼາຍກວ່າ 7.500 ຕື້ກີບ ຫຼື ປະມານ 4,4%; ໃນແຜນພັດທະນາກະສິກຳ, ປ່າໄມ້ ແລະ ພັດທະນາຊົນບົດ 5 ປີ ຄັ້ງທີ IX (2021-2025) ຂະແໜງການລ້ຽງສັດ ແລະ ການປະມົງ ມີເປົ້າໝາຍຜະລິດຊີ້ນ, ໄຂ່ ແລະ ປາ ໃຫ້ບັນລຸ 577.000 ໂຕນ ຕອບສະໜອງອັດຕາການບໍລິໂພກສະເລ່ຍໃຫ້ໄດ້ປະມານ 73 ກິໂລຕໍ່ຄົນຕໍ່ປີ ຫຼື ຮັບປະກັນດ້ານໂພຊະນາການຂອງປະຊາຊົນໃຫ້ໄດ້ຮັບພະລັງງານຈາກຊີ້ນ, ໄຂ່ ແລະ ປາ ບໍ່ຕໍ່າກວ່າ 440 ກິໂລກະລໍລີ/ຄົນ/ວັນ. ພ້ອມນີ້ ຍັງໄດ້ວາງເປົ້າໝາຍການຜະລິດສັດ ແລະ ສັດນໍ້າ ເປັນສິນຄ້າ ໂດຍສະເພາະຜະລິດງົວ ເປັນສິນຄ້າເພື່ອສົ່ງອອກໃຫ້ໄດ້ 50.000 ໂຕຕໍ່ປີ ຫຼື 250.000 ໂຕ ໃນປີ 2025. 
ນະໂຍບາຍນີ້, ຈະເປັນການຊຸກຍູ້ສົ່ງເສີມໃຫ້ແກ່ເປົ້າໝາຍດັ່ງກ່າວໃຫ້ບັນລຸ ໂດຍນະໂຍບາຍສະບັບນີ້ ໄດ້ກໍານົດແນວທາງນະໂຍບາຍຂອງພາກລັດ ເພື່ອອໍານວຍຄວາມສະດວກ, ຊຸກຍູ້ ສົ່ງເສີມການພັດທະນາການລ້ຽງສັດ ແລະ ສັດນໍ້າຂອງ ສປປ ລາວ ແນໃສ່ສົ່ງເສີມການລ້ຽງສັດຂອງບຸກຄົນ, ກຸ່ມ, ສະຫະກອນ, ນິຕິບຸກຄົນ, ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ທີ່ປະກອບການກ່ຽວກັບການລ້ຽງສັດ ແລະ ສັດນໍ້າ ແບບເປັນຟາມໃຫ້ເຕີບໃຫຍ່ຂະຫຍາຍຕົວ ແນໃສ່ຮັບປະກັນການສະຫນອງຊີ້ນ, ໄຂ່ ແລະ ປາ ໃຫ້ພຽງພໍ, ປອດໄພ, ມີໂພຊະນາການ, ເປັນສິນຄ້າ ແລະ ເພີ່ມຂີດຄວາມສາມາດໃນ ການແຂ່ງຂັນດ້ານການຄ້າຂອງ ສປປ ລາວ ໃຫ້ນັບມື້ນັບສູງຂຶ້ນ. ນອກນີ້, ກໍຍັງໃຫ້ຮູ້ຂໍ້ມູນສຳຄັນໃນການຕີລາຄາສະພາບລວມ ກ່ຽວກັບການລ້ຽງສັດ ແລະ ສັດນໍ້າ, ການວິເຄາະເຖິງທ່າແຮງ, ບັນຫາ, ກາລະ ໂອກາດ, ສິ່ງທ້າທາຍ, ເຫດຜົນ, ຄວາມຈໍາເປັນ, ເປົ້າໝາຍ ແລະ ເນື້ອໃນ 8 ຂໍ້ ເພື່ອສະໜັບສະໜູນ ແລະ ສ້າງສິ່ງເອື້ອອໍານວຍ ໃຫ້ແກ່ລະບົບຕ່ອງໂສ້ຂອງມູນຄ່າຂອງການລ້ຽງສັດ ແລະ ສັດນໍ້າ ຂອງ ສປປ ລາວ ນັບຕັ້ງແຕ່ຂັ້ນຕອນການຜະລິດ ໄປຈົນເຖິງການປຸງແຕ່ງ, ຈໍລະຈອນ ແລະ ການຄ້າ.
ການຊຸກຍູ້ສົ່ງເສີມຂ້າງເທິງ, ກໍຍັງສົ່ງເສີມໃຫ້ເປົ້າໝາຍ ຮອດປີ 2030 ທີ່ເປັນ 3 ເປົ້າໝາຍສຳຄັນທີ່ລະບຸໃນນະໂຍບາຍນີ້ໃຫ້ບັນລຸ ຊຶ່ງໃນນີ້ແມ່ນເປົ້າໝາຍທາງດ້ານເສດຖະກິດ ແຕ່ນີ້ຫາ ປີ 2030 ສປປ ລາວ ຈະເພີ່ມການຜະລິດງົວໄດ້ ປະມານ 50.000 ໂຕ/ປີ, ໝູ 264.000 ໂຕ/ປີ (ຫຼື 22.440 ໂຕນ/ປີ), ແບ້ 20.000 ໂຕ/ປີ, ໄກ່ຊີ້ນ 7.562 ໂຕນ/ປີ, ໄຂ່ 31.450 ໂຕນ/ປີ ແລະ ປາຊີ້ນ 22.500 ໂຕນ/ປີ ລວມມູນຄ່າຜະລິດຕະພັນສັດ ແລະ ສັດນໍ້າ ປະມານ 2.697 ຕື້ກີບ/ປີ. ນອກຈາກນັ້ນ ປະຊາຊົນ ຍັງຈະມີລາຍຮັບຈາກການສະຫນອງພືດອາຫານສັດ ເປັນຕົ້ນ ສາລີ, ມັນຕົ້ນ ແລະ ຫຍ້າລ້ຽງສັດ ລວມທັງ ປຸ໋ຍຊີວະພາບ ທີ່ໄດ້ຈາກສັດລ້ຽງ ຄາດວ່າຈະມີມູນຄ່າປະມານ 330 ຕື້ກີບ/ປີ. ເປົ້າໝາຍທາງດ້ານສັງຄົມ ແມ່ນຈະໃຫ້ມີຜົນປະໂຫຍດແກ່ການສ້າງງານ, ສ້າງອາຊີບໃຫ້ແກ່ຊາວກະສິກອນ, ກໍາມະກອນ ແລະ ຜູ້ປະກອບການ ໃຫ້ມີລາຍຮັບ ແລະ ເຮັດໃຫ້ຊີວິດການເປັນຢູ່ທີ່ດີຂຶ້ນ, ຫຼຸດຜ່ອນການຫຼັ່ງໄຫຼເຂົ້າມາເຮັດວຽກຢູ່ໃນຕົວເມືອງຂອງຊາວໜຸ່ມ; ຍົກລະດັບສີມືແຮງງານ, ສ້າງຄວາມຊໍານານງານໃນການຄຸ້ມຄອງ, ບໍລິຫານ ແລະ ບໍລິການກິດຈະການ ດ້ານການລ້ຽງສັດ ແລະ ສັດນໍ້າສູງຂຶ້ນ. ປະຊາຊົນຢູ່ດີກິນດີ ມີລາຍໄດ້, ສັງຄົມ ໄດ້ຮັບອາຫານພຽງພໍ ມີຄວາມສະຫງົບ ອຸ່ນອ່ຽນທຸ່ນທ່ຽງ ປະເທດຊາດມີຄວາມໝັ້ນຄົງ, ຈະເລີນສີວິໄລເພີ່ມຂຶ້ນ; ການຈັດຕັ້ງ ແລະ ຄຸ້ມຄອງວຽກງານລ້ຽງສັດ, ສັດຕະວະແພດ ແລະ ການປະມົງ ຂອງ ສປປ ລາວ ຈະໄດ້ຮັບການພັດທະນາ, ຍົກສູງປະສິດທິພາບ ແລະ ປະສິດທິຜົນຂອງວຽກງານສູງຂຶ້ນ. ເປົ້າຫມາຍທາງດ້ານສິ່ງແວດລ້ອມ ແມ່ນຈະໃຫ້ມີການສະໜອງຝຸ່ນຊີວະພາບໃຫ້ແກ່ການປັບປຸງດິນປູກພືດ ແລະ ປະກອບສ່ວນເຂົ້າໃນການຜະລິດພະລັງງານທົດແທນ (ແກັສຊີວະພາບ) ລວມທັງການຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວໄດ້ອີກດ້ວຍ ຄາດວ່າຈະມີຝຸ່ນຊີວະພາບ ເພື່ອປັບປຸງຄຸນນະພາບດິນປູກພືດ ໄດ້ຫຼາຍກວ່າ 72.000 ໂຕນຕໍ່ປີ ຊຶ່ງສາມາດນໍາໄປບໍາລຸງຕົ້ນພືດ ຫຼື ເຮັດກະສິກໍາອິນຊີ ໄດ້ຫຼາຍກວ່າ 8.000 ເຮັກຕາຕໍ່ປີ.
ຈາກບັນດາຂໍ້ມູນຂ້າງເທິງ, ເຮົາສາມາດຢືນຢັນໄດ້ວ່າ: ນະໂຍບາຍການສົ່ງເສີມການລ້ຽງສັດ ແລະ ສັດນໍ້າ ແມ່ນໜຶ່ງນະໂຍບາຍທີ່ສຳຄັນ ທີ່ມີຄວາມສໍາຄັນໃນການສ້າງເງື່ອນໄຂໃຫ້ແກ່ຂະແໜງການ ເພື່ອຈັດຕັ້ງປະຕິບັດຄາດໝາຍສູ້ຊົນດ້ານການຜະລິດສະບຽງອາຫານ ແລະ ຜະລິດສິນຄ້າກະສິກໍາ ທີ່ໄດ້ກໍານົດໄວ້ໃນທິດທາງແຜນພັດທະນາກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ໃຫ້ສໍາເລັດຜົນ. ນອກຈາກນັ້ນ ຍັງເປັນການກຽມຄວາມພ້ອມຂອງຂະແໜງການ ເພື່ອເຊື່ອມໂຍງກັບການເຂົ້າຮ່ວມໃນເວທີພາກພື້ນ ແລະ ສາກົນ ທີ່ ສປປ ລາວ ໄດ້ເຂົ້າເປັນພາຄີ ອີກດ້ວຍ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ