ສົ່ງເສີມເຕັກນິກການພັດທະນາວິຊາຊີບຄູແບບຕໍ່ເນື່ອງ

ສົ່ງເສີມເຕັກນິກການພັດທະນາວິຊາຊີບຄູແບບຕໍ່ເນື່ອງ
ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ໄດ້ຮັບການສະໜັບສະໜູນ ຈາກລັດຖະບານອົສຕຣາລີ ໃນການໃຊ້ວິດີໂອ ສຳລັບການພັດທະນາຄູຕອນໃໝ່ “ການສອນເປັນຄູ່”ເພື່ອສົ່ງເສີມໃຫ້ຄູໄດ້ຮຽນຮູ້ຈາກຄູດ້ວຍກັນ ແລະ ໄດ້ທົດລອງເຕັກນິກການສອນແບບໃໝ່ໃນຫ້ອງຮຽນ.
    ການສອນເປັນຄູ່ ແມ່ນກິດຈະກໍາການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ຊຶ່ງຄູສອນສອງຄົນ ຫຼື ຄູສອນໜຶ່ງຄົນ ແລະ ຜູ້ສະໜັບສະໜູນດ້ານການສອນ ຈະເຮັດວຽກຮ່ວມກັນເພື່ອວາງແຜນການສອນ, ສອນ ແລະ ທົບທວນຄືນບົດຮຽນນຳກັນ.  ທັງນີ້, ກໍເພື່ອໃຫ້ຄູຊ່ວຍເຫຼືອຊຶ່ງກັນ ແລະ ກັນ ເພື່ອຮຽນຮູ້ກິດຈະກຳໃນຫ້ອງຮຽນ ແລະ ວິທີການການສອນແບບໃໝ່ ຊຶ່ງວິທີດັ່ງກ່າວ, ແມ່ນເໝາະສົມສໍາລັບຄູທີ່ມີປະສົບການທີ່ຈະແບ່ງປັນຄວາມຮູ້ ແລະ ຄວາມສາມາດຂອງເຂົາເຈົ້າ ເພື່ອຊ່ວຍເຫຼືອແບບ "ຝຶກສອນຕົວຈິງ" ກັບເພື່ອນຮ່ວມງານຂອງເຂົາເຈົ້າ. ວິທີນີ້ຈະຊຸກຍູ້ໃຫ້ມີຄວາມຄິດສ້າງສັນ, ແໜ້ນແຟ້ນຄວາມສາມັກຄີໃນການສອນລະຫວ່າງຄູ ແລະ ສ້າງກຸ່ມຂອງຄູເພື່ອຊ່ວຍເຫຼືອກັນ.
      ທ່ານ ອານຸລົມ ວິໄລພອນ ຜູ້ອຳນວຍການສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ໄດ້ກ່າວວ່າ: ຄູສອນໃນລາວ ໃນບາງບ່ອນອາດຈະເຮັດວຽກຢູ່ໃນສະພາບທີ່ຫຍຸ້ງຍາກ ແລະ ຫ່າງໄກ, ການຮຽນຮູ້ເອົາວິທີການໃໝ່ໆເຂົ້າໃນການສອນຕາມຄວາມຮຽກຮ້ອງຕ້ອງການເພື່ອຊ່ວຍໃຫ້ສາມາດ ປະຕິບັດການສອນດ້ວຍຫຼັກສູດຊັັ້ນປະຖົມສຶກສາ ສະບັບປັບປຸງໃໝ່ ອາດເປັນສິ່ງທ້າທາຍ ຫາກບໍ່ໄດ້ຮັບການສະໜັບສະໜູນ, ວິດີໂອສຳລັບການພັດທະນາຄູ ຈະຊ່ວຍໃຫ້ຄູສອນຊັ້ນປະຖົມສຶກສາ ໄດ້ຮັບຄໍາແນະນໍາ ແລະ ເຫັນຕົວຢ່າງທີ່ຕົວຈິງຂອງວິທີການທີ່ເຂົາເຈົ້າສາມາດນໍາໃຊ້ວິທີການສອນແບບໃໝ່ ເພື່ອປັບປຸງທັກສະການສອນຂອງເຂົາເຈົ້າ ແລະ ແກ້ໄຂສິ່ງທ້າທາຍໃນການສອນ.
     ທ່ານ ນາງ ວາເນັດຊ້າ ເຮັກກາທີ້ ເລຂາເອກສະຖານທູດອົສຕຣາລີ ໄດ້ກ່າວວ່າ: “ການຊ່ວຍເຫຼືອຂອງລັດຖະບານອົສຕຣາລີ ຕໍ່ຂະແໜງການສຶກສາຂອງ ສປປ ລາວ ໄດ້ສ້າງຄວາມເຂັ້ມແຂງໃຫ້ແກ່ຄູສອນ ດ້ວຍວິທີການສິດສອນແບບໃໝ່ພາຍໃຕ້ຫຼັກສູດຊັ້ນປະຖົມສຶກສາສະບັບປັບປຸງ ແນໃສ່ຍົກສູງຄວາມສາມາດຂອງຄູ ເພື່ອເຮັດໃຫ້ຫຼັກສູດການຮຽນການສອນ, ຮັບປະກັນໃຫ້ຄູມີຄວາມໝັ້ນໃຈ,ຄູມີທັກສະໃນການສອນຫຼັກສູດທີ່ມີປະສິດທິພາບ ທັງເປັນການພັດທະນາວິຊາຊີບຂອງຄູ.
    ວິດີໂອການສອນເປັນຄູ່ ຖ່າຍທຳຢູ່ໃນຫ້ອງຮຽນຕົວຈິງ ທີ່ແຂວງສະຫວັນນະເຂດ ໂດຍວິດີໂອໄດ້ອະທິບາຍສາມຂັ້ນຕອນ ຂອງການສອນເປັນຄູ່ຄື: ການວາງແຜນກ່ອນການສອນເປັນຄູ່, ການດຳເນີນການສອນເປັນຄູ່ ແລະ ການສະທ້ອນຄືນຫຼັງການສອນເປັນຄູ່. ແຕ່ລະຂັ້ນຕອນເຫຼົ່ານີ້, ຖຶກຖ່າຍທອດໂດຍການສອນຕົວຈິງຂອງຄູ, ຄູຝຶກ ແລະ ນັກຮຽນ, ເຕັກນິກທີ່ສະແດງໃຫ້ເຫັນແມ່ນງ່າຍ ແລະ ຈະຊ່ວຍໃຫ້ຄູມີຄວາມໝັ້ນໃຈໃນການສິດສອນຫຼັກສູດສະບັບປັບປຸງ. ວິດີໂອນີ້ ໄດ້ອອກອາກາດທາງຊ່ອງ Lao ESTV-ຊ່ອງໂທລະພາບສຶກສາ ແລະ ກິລາ ທາງຊ່ອງ 8 ຈານດາວທຽວລາວແຊັດ ແລະ ຍັງສາມາດເບິ່ງໄດ້ທາງແພລັດຟອມ ຄັງປັນຍາລາວ ແລະ ຊ່ອງ ຢູທູບ Youtubeວິດີໂອສໍາລັບການພັດທະນາຄູ Teacher Development Videos. 
       ຊ່ອງ YouTube ວິດີໂອສຳລັບການພັດທະນາຄູ ໄດ້ສ້າງຂຶ້ນແຕ່ປີ 2019 ໂດຍ ກະຊວງສຶກສາທິການ ແລະ ກິລາ ໄດ້ຮັບການສະໜັບສະໜູນ ຈາກລັດຖະບານອົສຕຣາລີ ຜ່ານແຜນງານບີຄວາ. ຊ່ອງທາງດັ່ງກ່າວ, ເປັນຜົນສໍາເລັດອັນຍິ່ງໃຫຍ່ຊຶ່ງໄດ້ຮັບເຖິງ 4 ລ້ານວິວ. ໃນຊ່ອງດັ່ງກ່າວ, ຍັງມີວິດີໂອສຳລັບການພັດທະນາຄູອີກຫຼາຍຕອນ, ສາລະຄະດີຄູຕົວແບບ ແລະ ສື່ການຮຽນ-ການສອນທີ່ເປັນຟາຍສຽງສຳລັບຄູຊັ້ນປະຖົມສຶກສາ, ຄູຝຶກ ແລະ ຜູ້ເຮັດວຽກສຶກສານິເທດ, ມີບັນດາວິດີໂອຂອງຫຼາຍວິຊາ ແລະ ເຕັກນິກຕ່າງໆ ກ່ຽວກັບວິທີການປະຕິບັດ ວິທີການຮຽນການສອນແບບໃໝ່ຂອງຫຼັກສູດ ຊຶ່ງຫົວຂໍ້ວິດີໂອສຳລັບການພັດທະນາຄູ ໄດ້ຖືກຄັດເລືອກໂດຍອີງໃສ່ສິ່ງທ້າທາຍທີ່ຄູໄດ້ພົບຕົວຈິງ ແລະ ຈາກຄໍາຄິດເຫັນຈາກຄູ. 
ຄູສາມາດນໍາໃຊ້ວິດີໂອເພື່ອກະກຽມບົດຮຽນ, ປັບປຸງວິທີການສອນຂອງຕົນ ແລະ ຮຽນຮູ້ ຫຼື ທົບທວນຄືນເຕັກນິກສະເພາະຈາກຄູ ຜູ້ທີ່ເຄີຍໄດ້ສອນຫຼັກສູດສະບັບປັບປຸງໃໝ່. ພ້ອມທັງສາມາດເປີດຟາຍສຽງ, ເພງ ແລະ ບົດເລື່ອງພາສາອັງກິດ ໃຫ້ນັກຮຽນຟັງໃນຫ້ອງຮຽນ. ວິດີໂອທັງໝົດຖືກແປພາສາມືເພື່ອການເຂົ້າເຖິງໄດ້ຫຼາຍຂຶ້ນ.
(ຂ່າວ:ບີຄວາ)

ຄໍາເຫັນ

ຂ່າວສືກສາ-ກິລາ

ພິທີມອບ-ຮັບ ໂຮງຮຽນປະຖົມສົມບູນບ້ານຫຼັກສອງ

ພິທີມອບ-ຮັບ ໂຮງຮຽນປະຖົມສົມບູນບ້ານຫຼັກສອງ

ວັນທີ 10 ພະຈິກ 2025, ທີ່ໂຮງຮຽນປະຖົມສົມບູນສົມບູນ ບ້ານຫຼັກສອງ ເມືອງສາລະວັນ ແຂວງສາລະວັນ ໄດ້ຈັດພິທີມອບ-ຮັບໂຮງຮຽນບ້ານດັ່ງກ່າວ (ການກໍ່ສ້າງ - ສ້ອມແປງ ແລະ ຕໍ່ເຕີມອາຄານຮຽນ) ຈຳນວນ 2 ຫຼັງ, ມູນຄ່າ 282,700,000 ກີບ ໂດຍໄດ້ຮັບທຶນຈາກສະມາຄົມການສຶກສາ-ກິລາ ເພື່ອສຸຂະພາບລາວ-ສະວິດເຊີແລນ, ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ສົມໃຈ ອຸ່ນຈິດ ຮອງເຈົ້າແຂວງສາລະວັນ, ທ່ານ ອາໂອອິສ ແຄສະເລີ ປະທານສະມາຄົມການສຶກສາ-ກິລາ ເພື່ອສຸຂະພາບລາວ-ສະວິດເຊີແລນ, ມີພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ຫຼາຍພາກສ່ວນ ມອບເງິນສະໜັບສະໜູນທີມນັກກິລແລ່ນ-ລານ ນວ

ຫຼາຍພາກສ່ວນ ມອບເງິນສະໜັບສະໜູນທີມນັກກິລແລ່ນ-ລານ ນວ

ໃນວັນທີ 10 ພະຈິກ 2025, ທີ່ສະໜາມກິລາແຫ່ງຊາດ (ຫຼັກ 16) ໄດ້ມີພິທີມອບ-ຮັບການສະໜັບສະໜູນຈາກຫຼາຍສ່ວນ ຕາງໜ້າຮັບໂດຍທ່ານ ພອນປະເສີດ ອິນທະສອນ ປະທານກຸ່ມພັດທະນາ 3ເອັດ ພັດທະນາ ຈຳກັດ ທັງເປັນປະທານສະຫະພັນແລ່ນ-ລານ ນະຄອນຫຼວງວຽງຈັນ, ໂດຍມີ ທ່ານ ພູວົງ ວົງຄໍາຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນເຂົ້າຮ່ວມ ໃນໂອກາດທີ່ລົງຕິດຕາມໃຫ້ກຳລັງໃຈຄະນະນຳ, ຄູຝຶກ ແລະ ນັກກິລາແລ່ນລານ ນະຄອນຫຼວງວຽງຈັນ (ນວ).
ສະແດງຊ້ອມໃຫຍ່ ພິທີເປີດ ມະຫະກຳກິລາແຫ່ງຊາດ ຄັ້ງທີ XII

ສະແດງຊ້ອມໃຫຍ່ ພິທີເປີດ ມະຫະກຳກິລາແຫ່ງຊາດ ຄັ້ງທີ XII

ສະແດງຊ້ອມໃຫຍ່ ພິທີເປີດ ມະຫະກຳກິລາແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນ ເກມ ຈັດຂຶ້ນວັນທີ 10 ພະຈິກ 2025 ທີ່ສະໜາມກິລາແຫ່ງຊາດ ຫຼັກ 16 ໂດຍມີທ່ານ ສີລິລາດທົງສິນ ທອງເພັງ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ຄະນະຮັບຜິດຊອບລະດັບຊາດ ງານມະຫະກຳກິລາຄັ້ງທີ XII, ທ່ານ ສົມພູ ພົງສາ ຮອງປະທານ ຄະນະກຳມະການໂອແລມປິກແຫ່ງຊາດ, ຄະນະຮັບຜິດຊອບ, ຄູຝຶກ, ອະນຸກຳມະການແຕ່ລະພາກສ່ວນ ພ້ອມດ້ວຍກ້ອນກຳລັງຕ່າງໆ ແລະ ສື່ມວນຊົນເຂົ້າຮ່ວມ.
ເປີດງານພົບປະ-ຕັ້ງຄ້າຍເຍົາວະຊົນທົ່ວປະເທດ ຄັ້ງທີ VI ຢ່າງເປັນທາງການ

ເປີດງານພົບປະ-ຕັ້ງຄ້າຍເຍົາວະຊົນທົ່ວປະເທດ ຄັ້ງທີ VI ຢ່າງເປັນທາງການ

ພິທີເປີດງານພົບປະ-ຕັ້ງຄ້າຍເຍົາວະຊົນ ທົ່ວປະເທດ ຄັ້ງທີ VI ຢ່າງເປັນທາງການ ໃນວັນທີ 10 ພະຈິກ 2025 ທີ່ນະຄອນຫຼວງວຽງຈັນ ພາຍໃຕ້ຫົວຂໍ້ "ເຍົາວະຊົນຍຸກໃໝ່ໃສ່ໃຈສິ່ງແວດລ້ອມສີຂຽວ, ສົ່ງເສີມຍຸດທະສາດການສຶກສາ ນໍາໃຊ້ວິທະຍາສາດ ແລະ ເຕັກໂນໂລຊີ ໃນການຫັນສູ່ຄວາມທັນສະໄໝ" ໂດຍມີ ທ່ານ ທອງສະລິດ ມັງໜໍ່ເມກ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫລວງວຽງຈັນ, ທ່ານ ທອງລີ ສີສຸລິດ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ ພ້ອມດ້ວຍບັນດາເລຂາ-ຮອງເລຂາຄະນະບໍລິຫານງານຊາວໜຸ່ມ 17 ແຂວງທົ່ວປະເທດ, ນ້ອງໆທີ່ເປັນຕົວແທນໃຫ້ອະນຸຊົນ, ເຍົາວະຊົນ ແລະ ຊາວໜຸ່ມທົ່ວປະເທດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທີມນັກສຶກສາ ຄສປ ຊະນະເລີດແຂ່ງຂັນຖາມ-ຕອບວິທະຍາສາດ

ທີມນັກສຶກສາ ຄສປ ຊະນະເລີດແຂ່ງຂັນຖາມ-ຕອບວິທະຍາສາດ

ທີມນັກສຶກສາຄະນະສະຖາປັດຕະຍະກຳສາດ (ຄສປ) ຊະນະເລີດການແຂ່ງຂັນຖາມ-ຕອບວິທະຍາສາດ ຂອງນັກສຶກສາ ມະຫາວິທະຍາໄລແຫ່ງຊາດ (ມຊ) ເນື່ອງໃນໂອກາດສະເຫຼີມ ສະຫຼອງວັນສ້າງຕັ້ງ ມຊ ຄົບຮອບ 29 ປີ (5 ພະຈິກ 2025 - 5 ພະຈິກ 1996). ງານດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 7 ພະຈິກນີ້ ທີ່ ມຊ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ອຸ່ນຫຼ້າ ສີວັນເພັງ ຮອງຜູ້ອໍານວຍການໃຫຍ່ ມຊ, ມີພະນັກງານ, ຄູ-ອາຈານ, ນັກສຶກສາ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ນັກກິລາດອກປີກໄກ່ຫຼວງພະບາງ ມີຄວາມພ້ອມຕັ້ງເປົ້າຍາດໃຫ້ໄດ້3 ຫຼຽນຄຳໃນງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII

ນັກກິລາດອກປີກໄກ່ຫຼວງພະບາງ ມີຄວາມພ້ອມຕັ້ງເປົ້າຍາດໃຫ້ໄດ້3 ຫຼຽນຄຳໃນງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII

ນັກກິລາດອກປີກໄກ່ ແຂວງຫຼວງພະບາງ ມີຄວາມພ້ອມ ເຂົ້າຮ່ວມແຂ່ງຂັນງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ຮັບກຽດເປັນເຈົ້າພາບ ຈັດຂຶ້ນໃນລະຫວ່າງວັນທີ 15-25 ພະຈິກ 2025 ທີ່ຈະມາເຖິງນີ້,ນັກກິລາດອກປີກໄກ່ແຂວງຫຼວງພະບາງ ໄດ້ສຸມໃສ່ການຝຶກຊ້ອມດ້ານເຕັກນິກ ແລະກໍາລັງ, ແນໃສ່ເຮັດໃຫ້ການເຂົ້າຮ່ວມແຂ່ງຂັນຄັ້ງນີ້ ປະສົບຜົນສຳເລັດຕາມຄາດໝາຍທີ່ຕັ້ງໄວ້.
ການນຳແຂວງຫຼວງພະບາງ ເນັ້ນໃຫ້ນັກກິລາ ຄວ້າຫຼຽນລາງວັນໃຫ້ໄດ້ຕາມເປົ້າໝາຍ ໃນນະຄອນຫຼວງວຽງຈັນເກມ 2025

ການນຳແຂວງຫຼວງພະບາງ ເນັ້ນໃຫ້ນັກກິລາ ຄວ້າຫຼຽນລາງວັນໃຫ້ໄດ້ຕາມເປົ້າໝາຍ ໃນນະຄອນຫຼວງວຽງຈັນເກມ 2025

ວັນທີ 5 ພະຈິກນີ້, ທີ່ສະໂມສອນໃຫຍ່ຫ້ອງວ່າການແຂວງຫຼວງພະບາງ, ທ່ານ ບຸນເລື່ອມ ມະນີວົງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະມາຄົມກິລາ - ກາຍຍະກໍາ ແຂວງຫຼວງພະບາງ ໄດ້ໂອ້ລົມທັບນັກກິລາຈາກດິນແດນ ເມືອງມໍຣະດົກໂລກ ທີ່ຈະເຂົ້າຮ່ວມແຂ່ງຂັນໃນງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ 2025.
ກິລາຕີຄີ ທີມປະຊາຊົນຊະນະທີມພະນັກງານ ໃນບຸນນະມັດສະການພະທາດຫຼວງວຽງຈັນ

ກິລາຕີຄີ ທີມປະຊາຊົນຊະນະທີມພະນັກງານ ໃນບຸນນະມັດສະການພະທາດຫຼວງວຽງຈັນ

ງານບຸນນະມັດສະການພະທາດຫຼວງວຽງຈັນ ເປັນບຸນປາງໃຫຍ່ທີ່ສຳຄັນ ຊຶ່ງເປັນບ່ອນເຕົ້າໂຮມຈິດໃຈຂອງປະຊາຊົນລາວບັນດາເຜົ່າ ໂດຍສະເພາະຊາວພຸດ, ຜູ້ທີ່ເຫຼື້ອມໃສໃນພະພຸດທະສາສະໜາ ໄດ້ມາຮ່ວມກັນເຮັດບຸນສິນກິນທານ, ນອກຈາກມີກິດຈະກໍາທາງສາສະໜາ ແລະ ວາງສະແດງສິນຄ້າແລ້ວ ຍັງມີກິດຈະກຳໜຶ່ງທີ່ຂາດບໍ່ໄດ້ ແລະ ເປັນປະເພນີທີ່ໄດ້ສຶບທອດກັນມາເປັນເວລາຫຼາຍຮ້ອຍປີ ຊຶ່ງແມ່ນມໍລະດົກທາງວັດທະນະທໍາ ອັນລໍ້າຄ່າຂອງຊາດລາວນັັ້ນກໍຄື: ການຕີຄີ ຊຶ່ງແມ່ນສັນຍາລັກຄວາມສາມັກຄີ ຖືວ່າເປັນກິດຈະກໍາທີ່ສະແດງເຖິງຄວາມປອງດອງ, ຄວາມຜູກພັນ ແລະ ຄວາມເປັນເອກະພາບຂອງຄົນໃນຊາດ ແລະ ຍັງເປັນການທວາຍຊາຕາຕາມຄວາມເຊື່ອ, ຜົນການແຂ່ງຂັນແມ່ນໃຊ້ເພື່ອພະຍາກອນຄວາມອຸດົມສົມບູນ ແລະ ຄວາມເປັນໄປຂອງບ້ານເມືອງໃນປີຕໍ່ໄປອີກດ້ວຍ.
ການຈັດຕັ້ງປະຕິບັດວຽກງານໂຄສະນາ-ຂ່າວສານ ໃຫ້ແກ່ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII

ການຈັດຕັ້ງປະຕິບັດວຽກງານໂຄສະນາ-ຂ່າວສານ ໃຫ້ແກ່ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII

ທ່ານ ສົມສະຫວາດ ພົງສາ ຫົວໜ້າກົມສື່ມວນຊົນ ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ຫົວໜ້າກໍາມະການໂຄສະນາ-ຂ່າວສານ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນກ່ຽວກັບການຈັດຕັ້ງປະຕິບັດວຽກງານໃຫ້ແກ່ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ໃນວັນທີ 5 ພະຈິກນີ້ ທີ່ ຄອສພ ວ່າ: ຂະແໜງສື່ມວນຊົນ ໄດ້ເຮັດໜ້າທີ່ເປັນກະບອກສຽງໂຄສະນາໃນການກະກຽມໃຫ້ແກ່ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ຊຶ່ງສຸມໃສ່ປະສານງານ ແລະ ພົວພັນກັບບັນດາສະຫະພັນກິລາປະເພດຕ່າງໆ ທັງຂັ້ນສູນກາງ ແລະ ບັນດາແຂວງໃນທົ່ວປະເທດ ເພື່ອຕິດຕໍ່ສໍາພາດຜ່ານທາງໂທລະສັບ ແລະ ລົງໄປສໍາພາດຢູ່ສະຖານທີ່ຕົວຈິງ ກ່ຽວກັບການກະກຽມຄວາມພ້ອມທຸກດ້ານ ລວມທັງການສົ່ງນັກກິລາ ເຂົ້າຮ່ວມແຂ່ງຂັນງານມະຫະກຳກິລາແຫ່ງຊາດຄັ້ງທີ XII ທີ່ ນະຄອນຫຼວງວຽງຈັນ (ນວ) ຈະເປັນເຈົ້າພາບ ຫຼື ນວ ເກມ 2025 ລະຫວ່າງວັນທີ 15-25 ພະຈິກ 2025. ຄຽງຄູ່ກັນນັ້ນ, ໄດ້ໂຄສະນາການພັດທະນາພື້ນຖານໂຄງລາງຂອງຕົວເມືອງ ນວ ເປັນຕົ້ນຖະໜົນ, ປັບປຸງສະໜາມກິລາແຫ່ງຊາດ ແລະ ບາງສະໜາມກິລາທີ່ຈະໃຊ້ແຂ່ງຂັນ ເພື່ອຜະລິດເປັນຂ່າວອອກຜ່ານຊ່ອງທາງຕ່າງໆຄື: ໂທລະພາບ, ວິທະຍຸ, ໜັງສືພິມ ແລະ ສື່ອອນລາຍ.
ເມືອງພຽງ ສຳເລັດກອງປະຊຸມຜູ້ບໍລິຫານການສຶກສາ ແລະ ກິລາ ທົ່ວເມືອງ

ເມືອງພຽງ ສຳເລັດກອງປະຊຸມຜູ້ບໍລິຫານການສຶກສາ ແລະ ກິລາ ທົ່ວເມືອງ

ຫ້ອງການສຶກສາທິການ ແລະ ກິລາເມືອງພຽງ ແຂວງໄຊຍະບູລີ ໄດ້ສຳເລັດກອງປະຊຸມຜູ້ບໍລິຫານການສຶກສາ ແລະ ກິລາ ທົ່ວເມືອງ ປະຈໍາສົກຮຽນ 2024-2025 ໃນວັນທີ 4 ພະຈິກຜ່ານມານີ້ ທີ່ຫ້ອງປະຊຸມເມືອງ,ພາຍໃຕ້ການເປັນປະທານຂອງທ່ານ ສີທັດ ຜຸຍແກ້ວ ຫົວໜ້າຫ້ອງ ການສຶກສາທິການ ແລະ ກິລາເມືອງ.
ເພີ່ມເຕີມ