ສຸມໃສ່ 4 ດ້ານ ເພື່ອພັດທະນາສື່ວິທະຍຸກະຈາຍສຽງກອງທັບ

ສຸມໃສ່ 4 ດ້ານ ເພື່ອພັດທະນາສື່ວິທະຍຸກະຈາຍສຽງກອງທັບ

ສຸມໃສ່ 4 ດ້ານ ເພື່ອພັດທະນາສື່ວິທະຍຸກະຈາຍສຽງກອງທັບ
ເນື່ອງໃນໂອກາດ ວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 76 ປີ (13 ສິງຫາ 1950-13 ສິງຫາ 2026), ທ່ານ ພັນຕີ ເຄນໄຊ ພິມບຸນເລີຍ ຮອງພະແນກຂ່າວບົດ ວິທະຍຸກະຈາຍກອງທັບ ໄດ້ສະແດງທັດສະນະຕໍ່ ສື່ມວນຊົນລາວ ແລະ ການພິມຈຳໜ່າຍ ຄົບຮອບ 76 ປີ ວ່າ: ໄດ້ເຕີບໃຫຍ່ຂະຫຍາຍຕົວຄຽງຄູ່ກັບພາລະກິດປະຕິວັດ, ການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ແລະ ຄວາມສຳຄັນຂອງສື່ມວນຊົນ, ດ້ານການເມືອງ-ແນວຄິດ ເປັນກະບອກສຽງຂອງພັກ-ລັດ ແລະ ເປັນຂົວຕໍ່ກັບປະຊາຊົນ ເພື່ອໂຄສະນາ, ຜັນຂະຫຍາຍແນວທາງ, ນະໂຍບາຍ ແລະ ກົດໝາຍ, ດ້ານເສດຖະກິດ-ສັງຄົມ, ໃຫ້ຂໍ້ມູນຂ່າວສານ, ເຕັກໂນໂລຊີໃໝ່, ສົ່ງເສີມການທ່ອງທ່ຽວ, ການຄ້າ, ການລົງທຶນ ແລະ ການພັດທະນາເສດຖະກິດ, ດ້ານວັດທະນະທຳ-ສຶກສາ: ປົກປັກຮັກສາ ແລະ ເສີມຂະຫຍາຍວັດທະນະທຳ, ຮີດຄອງປະເພນີອັນດີງາມ, ພ້ອມທັງຕໍ່ຕ້ານວັດທະນະທຳທີ່ເປັນບິດເປື່ອນ, ດ້ານການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ; ເປັນເຄື່ອງມືຕອບໂຕ້, ທັດສະນະຜິດປົກກະຕິ, ຂ່າວປອມ (Fake News) ແລະ ການໂຄສະນາບິດເບືອນ ເພື່ອຮັກສາຄວາມສະຫງົບຂອງສັງຄົມ.
ສມໃສ 4 ດານ ເພອພດທະນາສວທະຍກະຈາຍສຽງກອງທບ - image 1
 

 

 

ສໍາລັບວິທະຍຸກະຈາຍສຽງກອງທັບໃນຖານະທີ່ເປັນສື່ມວນຊົນ ແລະ ເປັນ "ກະບອກສຽງ" ອັນແຫຼມຄົມຂອງຄະນະພັກກະຊວງປ້ອງກັນປະເທດ ໃນຕະຫຼອດໄລຍະຜ່ານມາ ກໍໄດ້ເອົາໃຈໃສ່ປັບປຸງ ແລະ ພັດທະນາຕົນເອງ ຊຶ່ງສາມາດຍາດໄດ້ຜົນສຳເລັດອັນພົ້ນເດັ່ນຫຼາຍດ້ານ ເປັນຕົ້ນ: ເປັນປາກກະບອກສຽງທີ່ໜັກແໜ້ນ ໃນການຜັນຂະຫຍາຍມະຕິ, ຄຳສັ່ງຂອງພັກ-ລັດ, ຂອງກອງທັບ, ສຶກສາອົບຮົມມູນເຊື້ອຮັກຊາດ, ເຊີດຊູທາດແທ້ "ນັກຮົບປະຕິວັດ", ເປັນກຳລັງສື່ຫຼັກໃນການຕອບໂຕ້ ແລະ ຂ່າວບິດເບືອນ (Fake News) ເພື່ອປົກປັກຮັກສາຄວາມສາມັກຄີ, ດ້ານການພັດທະນາເນື້ອໃນ ແລະ ຮູບແບບລາຍການ, ໄດ້ຜະລິດລາຍການທີ່ຫຼາກຫຼາຍ (ຂ່າວສານ, ມູນເຊື້ອຂອງກອງທັບ, ສຶກສາອົບຮົມ, ວັດທະນະທຳ, ເພງປະຕິວັດ ແລະ ສຸຂະພາບ), ເຄື່ອນໄຫວເກັບກຳຂ່າວ, ບົດທີ່ສ່ອງແສງຜົນງານຂອງບັນດາກົມກອງກຳລັງຫຼວງ-ກຳລັງທ້ອງຖິ່ນ, ເຫຼົ່າຮົບໄດ້ຢ່າງວ່ອງໄວ ແລະ ທັນເຫດການ. ດ້ານການຫັນເປັນດີຈີຕອນ ແລະ ເຕັກໂນໂລຊີ ຂະຫຍາຍຈາກຄື້ນ FM ດັ້ງເດີມສູ່ລະບົບດີຈີຕອນ ແລະ ສື່ອອນລາຍເຮັດໃຫ້ການຮັບຟັງບໍ່ມີພົມແດນ, ເຂົ້າເຖິງມະຫາຊົນທັງພາຍໃນ ແລະ ຕ່າງປະເທດໄດ້ຕະຫຼອດ 24 ຊົ່ວໂມງ ຊຶ່ງໄດ້ສ່ອງແສງເຖິງຜົນງານການເຄື່ອນໄຫວດ້ານຕ່າງໆ ຂອງກອງທັບ ທີ່ປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານ, ເພີ່ມພູນຮັກສາສາຍພົວພັນມິດຕະພາບ "ກອງທັບກັບປະຊາຊົນ ຄືປາກັບນ້ຳ" ໃຫ້ແໜ້ນແຟ້ນຍິ່ງຂຶ້ນ. ດ້ານການກໍ່ສ້າງບຸກຄະລາກອນ ແລະ ກົງຈັກຈັດຕັ້ງ ໄດ້ຍົກລະດັບພະນັກງານ, ນັກຂ່າວ, ໂຄສົກ ແລະ ເຕັກນິກ ໃຫ້ມີຄວາມຊຳນານ, ມີຄຸນສົມບັດ ສິນທຳປະຕິວັດ, ແລະ ທັນກັບເຕັກໂນໂລຊີ, ປັບປຸງແບບແຜນວິທີເຮັດວຽກໃຫ້ມີຄວາມເປັນເອກະພາບ, ມີລະບຽບຮຽບຮ້ອຍ ແລະ ນຳໃຊ້ງົບປະມານຢ່າງມີປະສິດທິພາບ.

ສມໃສ 4 ດານ ເພອພດທະນາສວທະຍກະຈາຍສຽງກອງທບ - image 2
 

ທ່ານ ພັນຕີ ເຄນໄຊ ພິມບຸນເລີຍ ໄດ້ໃຫ້ຮູ້ຕື່ມວ່າ: ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງວຽກງານການເມືອງ-ແນວຄິດ ແລະ ທັນກັບຍຸກສະໄໝ, ທິດທາງໃນການພັດທະນາສື່ວິທະຍຸກະຈາຍສຽງກອງທັບ ໃນໄລຍະຕໍ່ໜ້າ ໄດ້ກຳນົດສຸມໃສ່ 4 ດ້ານ ເປັນຕົ້ນຕໍ ຄື: ຍົກລະດັບເນື້ອໃນ ແລະ ຮູບແບບ ສ້າງເນື້ອໃນໃຫ້ສັ້ນ, ກະທັດຮັດ, ທັນເຫດການ. ຜະລິດລາຍການໃໝ່ໆ ເພື່ອດຶງດູດຄົນຮຸ່ນໃໝ່, ເລັ່ງຫັນເປັນດີຈີຕອນ, ພັດທະນາສູ່ລະບົບ "ສື່ປະສົມ" ແລະ ຂະຫຍາຍຊ່ອງທາງອອນລາຍ (Website, Facebook, TikTok, YouTube) ໃຫ້ຮັບຟັງໄດ້ທຸກທີ່, ທຸກເວລາ, ພັດທະນາບຸກຄະລາກອນສື່ມວນຊົນຍຸກໃໝ່, ກໍ່ສ້າງພະນັກງານໃຫ້ມີທັດສະນະການເມືອງໜັກແໜ້ນ, ມີທັກສະໃນການຂຽນຂ່າວ, ບົດສາລະຄະດີ, ອັດສຽງ, ຕັດຕໍ່, ຖ່າຍຮູບ ແລະ ບໍລິຫານສື່ອອນລາຍໃຫ້ໄດ້ຢ່າງມີປະສິດພາບສູງ), ອັບເກຣດເຕັກໂນໂລຊີ ແລະ ປັບປຸງພື້ນຖານໂຄງລ່າງ ເຊັ່ນ: ປັບປຸງຫ້ອງອັດສຽງ, ເຄື່ອງສົ່ງ ແລະ ອຸປະກອນເຕັກນິກໃຫ້ເປັນດີຈີຕອນທັນສະໄໝ, ນຳໃຊ້ລະບົບ Big Data ແລະ ເຄື່ອງມືວິເຄາະສື່ ເພື່ອປະເມິນຄວາມຕ້ອງການຂອງຜູ້ຟັງ.

ສມໃສ 4 ດານ ເພອພດທະນາສວທະຍກະຈາຍສຽງກອງທບ - image 3
 

ເນື່ອງໃນໂອກາດ ວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 76 ປີ, ຂ້າພະເຈົ້າ ຂໍອວຍພອນໄຊ ໃຫ້ສື່ມວນຊົນທຸກທ່ານ ຈົ່ງມີສຸຂະພາບແຂງແຮງ, ມີຄວາມສຸກສ່ວນຕົວ ແລະ ຄອບຄົວ, ແລະ ຍາດໄດ້ຜົນສຳເລັດໃໝ່, ຈົ່ງພ້ອມກັນຮັກສາຈັນຍາບັນ: ຢຶດໝັ້ນໃນຄວາມຈິງ, ເປັນສື່ທີ່ຮັບຜິດຊອບຕໍ່ສັງຄົມ, ແລະ ເປັນທີ່ໄວ້ວາງໃຈຂອງປະຊາຊົນ, ອວຍພອນໃຫ້ສື່ມວນຊົນລາວ ແລະ ສື່ມວນຊົນກອງທັບ ຈົ່ງກ້າວໜ້າ, ທັນສະໄໝ ແລະ ເຕີບໃຫຍ່ຢ່າງບໍ່ຢຸດຢັ້ງ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຊາວໜຸ່ມໄຊເສດຖາ ລະດົມກໍາລັງ 1,300 ກວ່າຄົນ ປ້ອງກັນງານບຸນນະມັດສະການພະທາດຫຼວງ

ຊາວໜຸ່ມໄຊເສດຖາ ລະດົມກໍາລັງ 1,300 ກວ່າຄົນ ປ້ອງກັນງານບຸນນະມັດສະການພະທາດຫຼວງ

ຄະນະບໍລິຫານງານຊາວໜຸ່ມ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໄດ້ນໍາພາກໍາລັງຊາວໜຸ່ມ ຫຼາຍກວ່າ 1,300 ຄົນ ລົງປະຈໍາການ ປ້ອງກັນຄວາມສະຫງົບ ໃນງານບຸນນະມັດສະການພະທາດຫຼວງ ປະຈໍາປີ 2026 ພ້ອມທັງເຂົ້າຮ່ວມ ກິດຈະກໍາສໍາຄັນ ຂອງງານບຸນດັ່ງກ່າວ ຢ່າງເປັນຂະບວນຟົດຟື້ນ.
ຜ່ານຮ່າງຄູ່ມືຄຸ້ມຄອງລະບົບການເງິນເພື່ອຄວາມເປັນເອກະພາບແລະໂປ່ງໃສ

ຜ່ານຮ່າງຄູ່ມືຄຸ້ມຄອງລະບົບການເງິນເພື່ອຄວາມເປັນເອກະພາບແລະໂປ່ງໃສ

ອົງການກາແດງແຫ່ງຊາດລາວ ໄດ້ຈັດກອງປະຊຸມຜ່ານຮ່າງຄູ່ມືຄຸ້ມຄອງລະບົບການເງິນ ຂອງອົງການກາແດງແຫ່ງຊາດລາວ ໃນວັນທີ 19 ພະຈິກນີ້, ໂດຍການເປັນປະທານ ຂອງທ່ານ ຄໍາລາວັນ ຈັນທະລາວັນ ກໍາມະການສູນກາງພັກເລຂາຄະນະພັກປະທານອົງການກາແດງແຫ່ງຊາດລາວ, ເຂົ້າຮ່ວມມີບັນດາຜູ້ແທນຈາກຂັ້ນສູນກາງ ແລະ ຂັ້ນແຂວງທົ່ວປະເທດ ພ້ອມດ້ວຍຄູ່ຮ່ວມງານພັດທະນາ.
ມ​ສ ສົງແຂວງຫລວງພະບາງ ໄດ້ຮັບການຊ່ວຍ​ເຫຼືອຈາກຄະນະສາຍບຸນ ສປ ຈີນ

ມ​ສ ສົງແຂວງຫລວງພະບາງ ໄດ້ຮັບການຊ່ວຍ​ເຫຼືອຈາກຄະນະສາຍບຸນ ສປ ຈີນ

ພິທີມອບ - ຮັບ ອຸປະກອນການສຶກສາ ຂອງຄະນະທີມງານສາຍບຸນ ຈາກ ສປ ຈີນ ໃຫ້ແກ່ໂຮງຮຽນມັດທະຍົມສົມບູນສົງ (ມ​ສ ສົງ) ແຂວງຫຼວງພະບາງ,ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 19 ພະ​ຈິກ​ຜ່ານ​ມາທີ່ ມ​ສ ດັ່ງ​ກ່າວ, ໂດຍມີ ສາທຸ ຈັນທະລິນ ຈີນນະທັມໂມ ຮອງປະທານ ອົງການພຸດທະສາສະໜາສັມພັນລາວ (ອພສ) ຫົວໜ້າກັມມາທິການສຶກສາສົງແຂວງ, ທ່ານ ຄຳຄ່ອງ ພົມມະປັນຍາ ປະທານກວດກາພັກ-ອົງການກວດກາລັດແຂວງ, ພ້ອມດ້ວຍ ຜູ້ຕາງໜ້າຈາກພະແນກການກ່ຽວຂ້ອງ ເຂົ້າຮ່ວມ.
ນາງ ອາລຸນໄຊ ພຸດທະວົງ ຈາກ ມສ ຄອນ ຊະ​ນະ​ເລີດ ການ​ປະ​ກວດ​ໝໍ​ລຳ​ສີ​ພັນ​ດອນ

ນາງ ອາລຸນໄຊ ພຸດທະວົງ ຈາກ ມສ ຄອນ ຊະ​ນະ​ເລີດ ການ​ປະ​ກວດ​ໝໍ​ລຳ​ສີ​ພັນ​ດອນ

ງານຕະຫຼາດນັດກາງຄືນຂອງ ເມືອງ​ໂຂງ ແຂວງ​ຈຳ​ປາ​ສັກ ເພື່ອສືບສານສິລະປະໝໍລຳສີພັນດອນ ພາຍໃຕ້ຄຳຂວັນ: “ມົນສະເໜ່ສີພັນດອນ ສືບສານວິຖີຊີວິດ ສ້າງສີສັນຍາມຄ່ຳຄືນ” ຕິດພັນກັບການປະກວດໝໍລຳສີພັນດອນ ໃນລະດັບໂຮງຮຽນມັດທະຍົມສົມບູນ (ມສ) ທົ່ວເມືອງໂຂງ ໄດ້​ປິດ​ລົງ​ຢ່າງຄຶກຄື້ນ ແລະ ມ່ວນຊື່ນ ໃນ​ຄ່ຳ​ຄືນ​ຂອງວັນ​ທີ 19 ພະ​ຈິກ​ຜ່ານ​ມາ ທີ່ ບ້ານ​ເມືອງ​ແສນ ຕາ​ແສງດອນ​ໂຂງ, ໂດຍມີ ທ່ານ ສາທິດ ປັດສາພັນ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງໂຂງ, ທ່ານ ສະເຫຼີມໄຊ ແສງສຸລິຍະວົງ ຮອງປະທານຄະນະກຳມະການປົກຄອງເມືອງ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ ຕະຫຼອດ​ຮອດ​ປະ​ຊາ​ຊົນ​ຊາວ​ເມືອງ​ໂຂງເຂົ້າຮ່ວມຢ່າງຫຼວງຫຼາຍ.
ແຂວງຄຳມ່ວນ ມອບ 500 ລ້ານກີບ ບູລະນະໂຮງຮຽນ ມ.ປ ທ່າແຂກ

ແຂວງຄຳມ່ວນ ມອບ 500 ລ້ານກີບ ບູລະນະໂຮງຮຽນ ມ.ປ ທ່າແຂກ

“ທ່ານ ໄຊຊະນະ ໂຄດພູທອນ ເລຂາພັກແຂວງປະທານສະພາປະຊາຊົນແຂວງຄໍາມ່ວນ ໄດ້ມອບເງິນ 500 ລ້ານກີບ ທີ່ໄດ້ຈາກການລະດົມທຶນຈາກສັງຄົມ ໃຫ້ແກ່ໂຮງຮຽນມັດທະຍົມຕອນປາຍທ່າແຂກ ເພື່ອບູລະນະສ້ອມແປງອາຄານ ແລະ ປັບປຸງສະພາບແວດລ້ອມການຮຽນ-ການສອນ.
ຊາວໜຸ່ມແຂວງຫຼວງພະບາງ ຈັດ​ກິດ​ຈະ​ກຳບໍລິຈາກເລືອດ

ຊາວໜຸ່ມແຂວງຫຼວງພະບາງ ຈັດ​ກິດ​ຈະ​ກຳບໍລິຈາກເລືອດ

ຄະນະບໍລິຫານງານຊາວໜຸ່ມ ແຂວງຫຼວງພະບາງ ໄດ້ຈັດກິດຈະກຳ ຮັບບໍລິຈາກເລືອດແບບສະໝັກໃຈ ເພື່ອຊ່ວຍເຫຼືອສັງຄົມ, ໃນ​ວັນ​ທີ 20 ພະ​ຈິກ​ນີ້, ໂດຍມີ ທ່ານ ຄຳຫຼ້າ ລຽນປະດິດ ຮອງເລຂາຄະນະບໍລິຫານງານພັກແຂວງ, ພ້ອມດ້ວຍຄະນະບໍລິຫານງານຊາວໜຸ່ມແຂວງ, ຕາງໜ້າອົງການກາແດງແຂວງ, ພະສົງ-ສາມະເນນ ແລະສະມາຊິກຊາວໜຸ່ມ ຈາກສຳນັກງານ-ອົງການ ພາຍໃນແຂວງ ເຂົ້າຮ່ວມ.
ອັດຕະປື ເປີດນຳໃຊ້ລະ​ບົບ​ໃບເກັບ​ເງິນເອ​ເລັກ​ໂຕ​ຣ​ນິກ ແລະ ເບີກຈ່າຍງົບປະມານລັດ

ອັດຕະປື ເປີດນຳໃຊ້ລະ​ບົບ​ໃບເກັບ​ເງິນເອ​ເລັກ​ໂຕ​ຣ​ນິກ ແລະ ເບີກຈ່າຍງົບປະມານລັດ

ກະຊວງການເງິນ ຮ່ວມກັບ ອົງການປົກຄອງແຂວງອັດຕະປື ຈັດກອງປະຊຸມເຜີຍແຜ່ແນະນຳ ແລະ ເປີດນຳໃຊ້ລະບົບໃບເກັບເງິນເອເລັກໂຕຣນິກ (E-Tax Invoice) ແລະ ລະບົບຄຸ້ມຄອງແບບຟອມ ແລະ ເບີກຈ່າຍງົບປະມານພາກລັດແບບເອເລັກໂຕຣນິກ (D-Filing) ໃນວັນທີ 19 ພະຈິກຜ່ານ​ມາ ທີ່ແຂວງອັດ​ຕະ​ປື, ໂດຍມີ ທ່ານ ສາຍມະໂນລິນ ສິນບັນດິດ ຮອງຫົວ ໜ້າກົມສ່ວຍ ສາອາກອນ ກະຊວງການເງິນ, ມີທ່ານ ນາງ ໄຍຄຳ ສີຊາຊົນ ຮອງຫົວໜ້າພະແນກການເງິນແຂວງອັດຕະປື, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ
ສະມໍລບີ ໃຊ້ພະນັກງານ 280 ຄົນ ອະນາໄມໃນງານບຸນພະທາດຫຼວງ ຕະຫຼອດ 24 ຊົ່ວໂມງ

ສະມໍລບີ ໃຊ້ພະນັກງານ 280 ຄົນ ອະນາໄມໃນງານບຸນພະທາດຫຼວງ ຕະຫຼອດ 24 ຊົ່ວໂມງ

ບໍລິສັດ ສະມໍລບີ ໄດ້ກະກຽມກໍາລັງພະນັກງານຈໍານວນ 280 ຄົນ ພ້ອມອຸປະກອນ ແລະ ພາຫະນະຮັບໃຊ້ວຽກງານອະນາໄມ, ເກັບມ້ຽນ ແລະຂົນສົ່ງຂີ້ເຫຍື້ອພາຍໃນງານບຸນນະມັດສະການພະທາດຫຼວງວຽງຈັນ ປີ 2026 ໂດຍໄດ້ຈັດກໍາລັງພະນັກງານປະຈໍາການຕະຫຼອດ 24 ຊົ່ວໂມງ ເພື່ອຮັກສາສະພາບແວດລ້ອມພາຍໃນງານບຸນໃຫ້ສະອາດງາມຕາ ແລະ ເປັນລະບຽບຮຽບຮ້ອຍ.
ຄະນະຈັດຕັ້ງສູນກາງພັກ ມອບອຸປະກອນໄອທີໃຫ້ 38 ຕາແສງ ທົ່ວແຂວງສາລະວັນ

ຄະນະຈັດຕັ້ງສູນກາງພັກ ມອບອຸປະກອນໄອທີໃຫ້ 38 ຕາແສງ ທົ່ວແຂວງສາລະວັນ

ຄະນະຈັດຕັ້ງສູນກາງພັກ ມອບອຸປະກອນໄອທີໃຫ້ຄະນະກຳມະການປົກຄອງຕາແສງ 38 ຕາແສງ ທົ່ວແຂວງສາລະວັນ ປະກອບມີ ປີ່ນເຕີ 38 ເຄື່ອງ, ແທັບເລັດ 38 ເຄື່ອງ ແລະ ຄອມພິວເຕີແລັບທັອບ 38 ເຄື່ອງ, ລວມທຸກລາຍການທັງໝົດ 114 ເຄື່ອງ.
ສາລະວັນວາງເປົ້າໝາຍສ້າງຄອບຄົວພົ້ນທຸກ 5 ພັນກວ່າຄອບຄົວ

ສາລະວັນວາງເປົ້າໝາຍສ້າງຄອບຄົວພົ້ນທຸກ 5 ພັນກວ່າຄອບຄົວ

ແຂວງ​ສາ​ລະ​ວັນໄດ້​ຈັດກອງປະຊຸມເຜີຍແຜ່ ວາລະແຫ່ງຊາດ ວ່າດ້ວຍ ການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໃນວັນທີ 18 ພະຈິກຜ່​ານ​ມາທີ່ສະໂມສອນແຂວງ, ໂດຍການເປັນປະທານຂອງ ທ່ານ ປະເດີມພອນ ສົນທະນີ ຮອງເລຂາພັກແຂວງ, ປະທານຄະນະກໍາມະການປົກຄອງແຂວງ ທັງເປັນຫົວໜ້າຄະນະຊີ້ນໍາການຈັດຕັ້ງປະຕິບັດ ວາລະແຫ່ງຊາດຂັ້ນແຂວງ, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ເພີ່ມເຕີມ