ນີ້ແມ່ນຄຳເຫັນຊີ້ນຳຂອງທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໃນກອງປະຊຸມຄະນະປະຈຳລັດຖະບານກ່ຽວກັບການສ້າງສູນການເງິນສາກົນຢູ່ ຫວຽດ ນາມ ທີ່ດຳເນີນຫວ່າງມໍ່ໆມານີ້ ທີ່ສຳນັກງານລັດຖະບານ ນະຄອນຫຼວງຮ່າໂນ້ຍ.
ທ່ານນາຍົກລັດຖະມົນຕີກ່າວວ່າ: ການສ້າງສູນການເງິນສາກົນເພື່ອດຶງດູດແຫຼ່ງກຳລັງ, ຮັບໃຊ້ການພັດທະນາໂດຍໄວ, ຍືນຍົງ, ຮັບໃຊ້ການປະຕິບັດສາມບາດກ້າວບຸກທະລຸຍຸດທະສາດ, ພັດທະນາສີຂຽວ, ເສດຖະກິດດີຈີຕອນ, ເສດຖະກິດໝູນວຽນ, ຊຸກຍູ້ສາມກຳລັງໜູນເຕີບໂຕທີ່ມີຢູ່ແລ້ວ ແລະ ບັນດາກຳລັງໜູນເຕີບໂຕໂດຍໄວ, ຮັບໃຊ້ Startup, ນະວັດຕະກຳ. ດັ່ງນັ້ນ, ຕ້ອງມີລະບົບບັນດານະໂຍບາຍບຸກທະລຸ ແລະ ກະໂດດຂັ້ນ, ມີວິທີການສະເພາະເພື່ອດຶງດູດ, ຊວນເຊື່ອນັກລົງທຶນຈາກເຂດຕາເວັນອອກກາງ, ຈີນ, ອາຊຽນ, ອາເມຣິກາ, ເອີຣົບ ເຂົ້າຮ່ວມສູນການເງິນສາກົນຢູ່ ຫວຽດນາມ.
ຄໍາເຫັນ