ສູນການສຶກສານອກໂຮງຮຽນແຂວງຄໍາມ່ວນ ເປີດສົກຮຽນໃໝ່ 

ສູນການສຶກສານອກໂຮງຮຽນແຂວງຄໍາມ່ວນ ເປີດສົກຮຽນໃໝ່ 
ພິທີເປີດສົກຮຽນໃໝ່ຊັ້ນມັດທະຍົມສຶກສາຕອນປາຍບໍາລຸງທີ່ສູນການສຶກສານອກໂຮງຮຽນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 2 ຕຸລາ ນີ້ ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ນາງ ຄໍາສອນ  ສີວົງສາຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ , ພ້ອມດ້ວຍຄະນະ,ຂະແໜງການທີ່ກ່ຽວຂ້ອງຕະຫຼອດພະນັກງານຄູ-ອາຈານ ແລະ ນັກຮຽນບໍາລຸງເຂົ້າຮ່ວມ.
    ທ່ານ ທອງຄູນ ສີລິຈັນທາ ຫົວໜ້າສູນການສຶກສານອກໂຮງຮຽນແຂວງຄຳມ່ວນໄດ້ລາຍງານ ຜົນສຳເລັດຂອງສູນສຶກສານອກໂຮງຮຽນເລີ່ມເປີດການຮຽນ-ການສອນບຳລຸງຊັ້ນມັດທະຍົມຕອນປາຍ ສົກຮຽນ 2022-2023 ມີນັກຮຽນທັງໝົດ 27 ຄົນຍິງ  9  ຄົນ ຂັ້ນ ມ.5 ມີ 1 ຫ້ອງຮຽນ; ຈຳນວນນັກຮຽນທັງໝົດ 1  ຄົນຍິງ 1 ຄົນ, ຂັ້ນ ມ.6 ມີ 1 ຫ້ອງຮຽນ; ຈຳນວນນັກຮຽນທັງໝົດ 4  ຄົນຍິງ 2 ຄົນ, ຂັ້ນ ມ.7 ມີ 1 ຫ້ອງຮຽນ; ຈຳນວນນັກຮຽນທັງໝົດ 22  ຄົນຍິງ 6 ຄົນ.ການຮຽນ-ການສອນແມ່ນໄດ້ກຳນົດເອົາວັນເສົາ-ອາທິດ; ອຸປະກອນການຮຽນ-ການສອນ,ປຶ້ມແບບຮຽນຕາມຫຼັກສູດແມ່ນມີຄົບ, ວຸດທິການສຶກສາຂອງຄູທີ່ສອນຢູ່ສູນການສຶກສານອກໂຮງຮຽນຊັ້ນສູງສຸດແມ່ນຈົບປະລິນຍາຕີ, ຕ່ຳສຸດແມ່ນຊັ້ນສູງ ແລະ ສ່ວນຫຼາຍນັກຮຽນບຳລຸງແມ່ນມີແຕ່ຜູ້ໃຫຍ່ມາຮຽນ; ການຮຽນໄດ້ດີ ແລະ ມີຈຳນວນໜ່ອຍໜຶ່ງບໍ່ຄ່ອຍເອົາໃຈໃສ່ມາຮຽນຄິດເປັນເປີເຊັນ 40%, ປະກອບມີ 9 ວິຊາຮຽນຄື: ພາສາລາວ-ວັນນະຄະດີ, ພູມສາດ, ປະຫວັດສາດ, ເຄມີສາດ, ຟີຊິກສາດ,ຊີວະສາດ, ຄະນິດສາດ, ສຶກສາພົນລະເມືອງ ແລະ ພາສາອັງກິດ. 
ນອກຈາກນັ້ນ, ຍັງໄດ້ຝຶກອົບຮົມວິຊາຊີບຂັ້ນພື້ນຖານໃນຫົວຂໍ້: ຫຍິບພາບາສີ ແລະ ວິທີເຮັດນ້ຳຢາລ້າງຈານສູດພື້ນບ້ານໄລຍະສັ້ນໃຫ້ແກ່ປະຊາຊົນກຸ່ມເປົ້າໝາຍເມືອງທ່າແຂກ (ບ້ານດອນເຄື່ອນຊ້າງ,ບ້ານສົມສະໝຸກ,ບ້ານໜອງບົວຄຳ ແລະ ພະນັກງານສູນນອກໂຮງຮຽນເມືອງທ່າແຂກ), ການຝຶກອົບຮົມປຸງແຕ່ງໝາກອຶ-ໝາກເລັ່ນ ແລະ ວິທີເຮັດນໍ້າຢາລ້າງຈານສູດພື້ນບ້ານໃຫ້ແກ່ປະຊາຊົນກຸ່ມເປົ້າໝາຍເມືອງໜອງບົກ (ບ້ານດອນຂຽວ); ຝຶກອົບຮົມທັກຟອຍ ແລະ ວິທີເຮັດນໍ້າຢາລ້າງຈານສູດພື້ນບ້ານ ໃຫ້ແກ່ ປະຊາຊົນກຸ່ມເປົ້າໝາຍ  ເມືອງມະຫາໄຊ (ບ້ານໂພນໄຊ), ພ້ອມນັ້ນຍັງໄດ້ຍົກໃຫ້ເຫັນເຖິງແຜນພັດທະນາການສຶກສາບຳລຸງຍົກລະດັບຊັ້ນມ.ປາຍສົກປີ 2023-2024 ລວມເຖິງເປົ້າໝາຍລວມ ແລະ ວຽກງານຈຸດສຸມໃນຕໍ່ໜ້າ. 
ທ່ານ ນາງ ຄໍາສອນສີວົງສາ ກໍໄດ້ມີຄໍາເຫັນຕໍ່ພິທີເປີດສົກຮຽນໃໝ່ 2023-2024 ໂດຍທ່ານໄດ້ຍົກໃຫ້ເຫັນເຖິງຄວາມໝາຍ, ຄວາມສໍາຄັນຂອງການສຶກສາຊັ້ນມັດທະຍົມສຶກສາຕອນປາຍບໍາລຸງຕະຫຼອດເຖິງຜົນປະໂຫຍດທີ່ຜູ້ຮຽນຈະໄດ້ຮັບເພາະການການຮຽນໃນຢູ່ສູນການສຶກສານອກໂຮງຮຽນພາຍຫຼັງສໍາເລັດການຮຽນແລ້ວຜູ້ຮຽນສາມາດນໍາໃຊ້ໃບປະກາສະນີຍະບັດຂອງຕົນໄປສະເໜີຮຽນຕໍ່ໃນສາຂາວິຊາຊີບຕ່າງໆໄດ້ຕາມລະບຽບກົດໝາຍ.
ຂ່າວ-ພາບ: ແດງສະຫວັດ ແສນພານິດ.

ຄໍາເຫັນ

ຂ່າວສືກສາ-ກິລາ

ກອງປະຊຸມຜູ້ບໍລິຫານການສຶກສາ,ທົ່ວແຂວງໄຊສົມບູນ ປະຈຳສົກຮຽນ 2024-2025

ກອງປະຊຸມຜູ້ບໍລິຫານການສຶກສາ,ທົ່ວແຂວງໄຊສົມບູນ ປະຈຳສົກຮຽນ 2024-2025

ພະແນກສຶກສາ ທິການ ແລະ ກິລາແຂວງໄຊສົມບູນ ໄດ້ຈັດກອງປະຊຸມຜູ້ບໍລິຫານການສຶກສາ, ວິທະຍາສາດ ແລະ ກິລາ ທົ່ວແຂວງ ປະຈຳສົກຮຽນ 2024-2025 ຂຶ້ນໃນວັນທີ 21 ສິງຫານີ້ ທີ່ຫ້ອງປະຊຸມຂອງພະແນກ ໂດຍການເປັນປະທານຂອງທ່ານ ຢົງຢີ ລີເຍ່ຍວື ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງໄຊສົມບູນ.
ແຂວງວຽງຈັນ ຕີລາຄາຄືນການຈັດຕັ້ງປະຕິບັດວຽກງານສືກສາ ປະຈໍາສົກຮຽນ 2024-2025

ແຂວງວຽງຈັນ ຕີລາຄາຄືນການຈັດຕັ້ງປະຕິບັດວຽກງານສືກສາ ປະຈໍາສົກຮຽນ 2024-2025

ກອງປະຊຸມຜູ້ບໍລິຫານການສຶກສາ, ວິທະຍາສາດ ແລະ ກິລາ ທົ່ວແຂວງວຽງຈັນ ປະຈໍາສົກຮຽນ 2024-2025 ແລະ ແຜນຈັດຕັ້ງປະຕິບັດສົກຮຽນ 2025-2026 ໄດ້ຈັດຂຶ້ນ ໃນລະຫວ່າງວັນທີ 18-19 ສິງຫາຜ່ານມາ ທີ່ພະແນກສຶກສາທິການ ແລະ ກິລາແຂວງ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ພູວົງ ບຸນຊູ ຮອງເຈົ້າແຂວງວຽງຈັນ.
ສສກ ຮ່ວມກັບລັດຖະບານອົສຕຣາລີ ຖ່າຍທຳວິດີໂອສົ່ງເສີມການສຶກສາໃນທົ່ວປະເທດ

ສສກ ຮ່ວມກັບລັດຖະບານອົສຕຣາລີ ຖ່າຍທຳວິດີໂອສົ່ງເສີມການສຶກສາໃນທົ່ວປະເທດ

ເມື່ອບໍ່ດົນມານີ້, ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ (ສສກ) ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອົສຕຣາລີ ໂດຍຜ່ານແຜນງານບີຄວາ ໄດ້ເລີ່ມການຖ່າຍທຳບົດເລື່ອງທຳອິດຂອງແຜນໂຄສະນາການສຶກສາແຫ່ງຊາດຄັ້ງໃໝ່ ເພື່ອສົ່ງເສີມການສຶກສາໃນທົ່ວປະເທດລາວ. ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ) ໂດຍການຊີ້ນຳຈາກກະຊວງສຶຶກສາທິການ ແລະ ກິລາ ທີ່ນຳພາການຖ່າຍທຳ. ບົດເລື່ອງທຳອິດມີຊື່ວ່າ: "ສອງເສັ້ນທາງ", ເປັນເລື່ອງລາວທີ່ປະທັບໃຈ ແລະ ເປັນເລື່ອງທຳອິດໃນບັນດາວິດີໂອທີ່ຈະຜະລິດ ເພື່ອສ້າງແຮງບັນດານໃຈໃຫ້ຮັກການຮຽນ ແລະ ຊຸກຍູ້ໃຫ້ນັກຮຽນສືບຕໍ່ການຮຽນ.
ສໍາມະນາວິທະຍາສາດສາກົນ “ບົດຮຽນການກໍາອໍານາດຂອງພັກການເມືອງມາກຊິດ” ຄັ້ງທີ VI

ສໍາມະນາວິທະຍາສາດສາກົນ “ບົດຮຽນການກໍາອໍານາດຂອງພັກການເມືອງມາກຊິດ” ຄັ້ງທີ VI

ກອງປະຊຸມສໍາມະນາສາກົນຄັ້ງນີ້ເປັນເຈົ້າພາບຮ່ວມຈັດໂດຍ ມະຫາວິທະຍາໄລກວາງຊີ, ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ມະຫາວິທະຍາໄລແຫ່ງຊາດ, ມະຫາວິທະຍາໄລ ຊານຕົງ, ສະພາບັນດິດວິທະຍາສາດສັງຄົມຫວຽດນາມ ແລະ ສະມາຄົມປັດຊະຍາຫວຽດນາມ ຊຶ່ງຈັດໂດຍຄະນະລັດທິມາກ ມະຫາວິທະຍາໄລກວາງຊີ, ຄະນະວິທະຍາສາດສັງຄົມ ມະຫາວິທະຍາໄລແຫ່ງຊາດລາວ, ສູນຄົ້ນຄວ້າສັງຄົມນິຍົມຮ່ວມສະໄໝ ມະຫາວິທະຍາໄລຊານຕົງ ແລະ ຊ່ວຍຈັດໂດຍກົມບັນນາທິການ ວາລະສານ “ບັນຫາສັງຄົມນິຍົມສະໄໝປັດຈຸບັນ”, ກົມບັນນາທິການວາລະສານ “ການຄົ້ນຄວ້າທິດສະດີເໝົາເຈີຕົງ-ເຕັ້ງ ສ່ຽວຜິງ”, ກົມບັນນາທິການວາລະສານ “ການຄົ້ນຄວ້າປັດຊະຍາ” ຫວຽດນາມ, ກອງປະຊຸມໄດ້ດໍາເນີນພາຍໃຕ້ຫົວຂໍ້ “ບົດຮຽນການກໍາອໍານາດ ຂອງບັນດາພັກການເມືອງມາກຊິດ” ຄັ້ງທີ VI ໃນວັນທີ 16 ສິງຫາ ຜ່ານມານີ້ ທີ່ສະໂມສອນຂອງມະຫາວິທະຍາໄລແຫ່ງຊາດ.
ຄູ-ອາຈານ 10 ໂຮງຮຽນເປົ້າໝາຍ ນວ ສຳເລັດຍົກລະດັບທັກສະການສອນພາສາຍີ່ປຸ່ນ

ຄູ-ອາຈານ 10 ໂຮງຮຽນເປົ້າໝາຍ ນວ ສຳເລັດຍົກລະດັບທັກສະການສອນພາສາຍີ່ປຸ່ນ

ພິທີປິດຊຸດຝຶກອົບຮົມພາກປະຕິບັດຕົວຈິງສຳລັບຄູ-ອາຈານ ສອນພາສາຍີ່ປຸ່ນ ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ສູນຝຶກອົບຮົມ ແລັບເດີລາຍ ນະຄອນຫຼວງວຽງຈັນ ໂດຍເປັນກຽດ ມອບໃບຢັ້ງຢືນຂອງ ທ່ານ ອຸທິດ ທິບມະນີ ຮອງຜູ້ອຳນວຍການສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ກະຊວງສຶກສາທິການ ແລະ ກິລາ (ສສກ), ມີທ່ານ Murakami ຜູ້ຊ່ຽວຊານຈາກມູນນິທິຍີ່ປຸ່ນ, ມີອາສາສະໝັກຊ່ວຍສອນພາສາຍີ່ປຸ່ນ, ຄູ-ອາຈານສອນພາສາຍີ່ປຸ່ນຈາກໂຮງຮຽນພາກລັດ ແລະ ເອກະຊົນໃນນະຄອນຫຼວງວຽງຈັນ 30 ທ່ານ ເຂົ້າຮ່ວມ.
ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ຫວນຄືນມູນເຊື້ອແນວລາວສ້າງຊາດ  ຄົບຮອບ 75 ປີ

ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ຫວນຄືນມູນເຊື້ອແນວລາວສ້າງຊາດ ຄົບຮອບ 75 ປີ

ວັນທີ 19 ສິງຫາ ນີ້ ທີ່ໂຮງຮຽນວັດທະນະທໍາຊົນເຜົ່າກອງທັບ ໄດ້ຈັດພິທີປາຖະກະຖາຫວນຄືນມູນເຊື້ອການເຕີບໃຫຍ່ຂະຫຍາຍຕົວຂອງອົງການແນວລາວສ້າງຊາດ ຄົບຮອບ 75 ປີ (13 ສິງຫາ 1950 – 13 ສິງຫາ 2025), ເປັນກຽດປາຖະກະຖາໂດຍ ທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ (ສນຊ) ຊຶ່ງມີ ທ່ານ ພັອ ສະແຫວງ ແດນນາມົນ ຫົວໜ້າການເມືອງ, ທ່ານ ພັອ ເພັດສະໝອນ ວິລະວອນ ຫົວໜ້າການທະຫານ, ມີນາຍ ແລະ ພົນທະຫານ, ຄູ-ອາຈານ, ນັກຮຽນ ເຂົ້າຮ່ວມ.
ທີມເມືອງຫາດຢູໄນເຕັດ ໄດ້ແຊັມເຕະບານຊີງຂັນນະຄອນຫຼວງວຽງຈັນ ຄັ້ງທີ 1

ທີມເມືອງຫາດຢູໄນເຕັດ ໄດ້ແຊັມເຕະບານຊີງຂັນນະຄອນຫຼວງວຽງຈັນ ຄັ້ງທີ 1

ການແຂ່ງຂັນກິລາບານເຕະຊີງຂັນນະຄອນຫຼວງວຽງຈັນ ຄັ້ງທີ 1 ຫຼື ລາຍການ THE CAPITAL CUP 2025 ເພື່ອເປັນການເລືອກເຟັ້ນຫານັກກິລາຜູ້ທີ່ມີພອນສະຫວັນດີເດັ່ນ ກຽມຕາງໜ້ານະຄອນຫຼວງວຽງຈັນ ຮ່ວມງານກິລາແຫ່ງຊາດ ຄັ້ງທີ 12 ຈະຈັດຂຶ້ນລະ ຫວ່າງວັນທີ 15-25 ພະຈິກ ນີ້.
ສຳເລັດການແຂ່ງຂັນກິລາເປຕັງ ຊີງຂັນປະທານສານປະຊາຊົນສູງສຸດ

ສຳເລັດການແຂ່ງຂັນກິລາເປຕັງ ຊີງຂັນປະທານສານປະຊາຊົນສູງສຸດ

ວັນທີ 14 ສິງຫາ ຜ່ານມາ ທີ່ສານປະຊາຊົນສູງສຸດ ໄດ້ສຳເລັດການແຂ່ງຂັນກິລາເປຕັງຊີງຂັນປະທານສານປະຊາຊົນສູງສຸດ. ໃຫ້ກຽດເຂົ້າຮ່ວມຊົມ ແລະ ມອບຂັນລາງວັນຂອງທ່ານ ບຸນຂວາງ ທະວີສັກ ຮອງປະທານສານປະຊາຊົນສູງສຸດ ຊຶ່ງມີພະນັກງານສານປະຊາຊົນສູງສຸດ, ສານປະຊາຊົນພາກກາງ, ສານປະຊາຊົນນະຄອນຫຼວງວຽງຈັນ ແລະ ສານປະຊາຊົນທັງ 4 ເຂດໃນນະຄອນຫຼວງວຽງຈັນ ແລະ ນັກກິລາເຂົ້າຮ່ວມ.
ນັກສຶກສາທິດສະດີການເມືອງລະບົບຂັ້ນສູງ 9 ເດືອນ  ຮຸ່ນທີ VII ທັດສະນະສຶກສາ ຢູ່ນະຄອນຫຼວງວຽງຈັນ

ນັກສຶກສາທິດສະດີການເມືອງລະບົບຂັ້ນສູງ 9 ເດືອນ ຮຸ່ນທີ VII ທັດສະນະສຶກສາ ຢູ່ນະຄອນຫຼວງວຽງຈັນ

ຄະນະນັກສຶກສາທິດສະດີການເມືອງລະບົບຂັ້ນສູງ 9 ເດືອນ ຮຸ່ນທີ VII ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ໄປທັດສະນະສຶກສາຢູ່ຫໍພິພິທະພັນປະທານ ໄກສອນ ພົມວິຫານ, ຄະນະວິສະວະກຳສາດ (ຄວສ) ມະຫາວິທະຍາໄລແຫ່ງຊາດ ແລະ ນິຄົມອຸດສາຫະກຳວຽງຈັນ-ໂນນທອງ ເຂດເສດຖະກິດພິເສດກວມລວມໄຊເຊດຖາ ນະຄອນຫຼວງວຽງຈັນ ໂດຍການນໍາພາຢ້ຽມຢາມຂອງ ທ່ານ ແສງແກ້ວ ວົງລຳພັນ ຮອງຫົວໜ້າກົມຄຸ້ມຄອງການຮຽນ-ການສອນ ສມປຊ, ມີຄະນະຄູ-ອາຈານ ແລະ ນັກສຶກສາ ເຂົ້າຮ່ວມ.
ໂຮງຮຽນປະຖົມສາທິດມີຄວາມພ້ອມເປີດສົກຮຽນໃໝ່

ໂຮງຮຽນປະຖົມສາທິດມີຄວາມພ້ອມເປີດສົກຮຽນໃໝ່

ທ່ານ ນາງ ບຸນທັນ ປຸນຍາວົງ ຜູ້ອຳນວຍການໂຮງຮຽນປະຖົມສຶກສາສົມບູນສາທິດ ຫຼື ເອີ້ນວ່າ ໂຮງຮຽນປະຖົມສາທິດ ຄະນະສຶກສາສາດ ມະຫາວິທະຍາໄລແຫ່ງຊາດ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນເມື່ອບໍ່ດົນມານີ້ ທີ່ໂຮງຮຽນປະຖົມສາທິດວ່າ: ກ່ອນຈະເປີດສົກຮຽນໃໝ່ນີ້ທາງໂຮງຮຽນໄດ້ມີແຜນກະກຽມ ໂດຍການເປີດບໍາລຸງຄູເນັ້ນໃສ່ 4 ວິຊາຫຼັກເຊັ່ນ: ວິຊາພາສາລາວ, ຄະນິດສາດ, ວິທະຍາສາດສິ່ງແວດລ້ອມ ແລະ ພາສາອັງກິດ, ໄດ້ກະ ກຽມຄວາມພ້ອມດ້ານອາຄານສະຖານທີ່, ຫ້ອງຮຽນ, ຫ້ອງນໍ້າ, ຫ້ອງການ, ຫ້ອງສະໝຸດ, ໄຟຟ້າ, ນໍ້າປະປາ, ຕັດຫຍ້າ ເພື່ອກຽມຄວາມພ້ອມໃນການຮັບນັກຮຽນ, ລົງທະບຽນນັກຮຽນເກົ່າ ແລະ ນັກຮຽນໃໝ່ປະຈຳສົກຮຽນ 2025-2026 ໃນວັນທີ 25 ສິງຫາເປັນຕົ້ນໄປ. ຄາດວ່າໃນສົກຮຽນໃໝ່ນີ້ຈະຮັບນັກຮຽນ 750 ຄົນ ຍິງ 395 ຄົນ, ທາງໂຮງຮຽນມີຄູ-ອາຈານທັງໝົດ 21 ຄົນ, ຄູອາສາ 1 ຄົນ, ໂດຍເນັ້ນຄຸນນະພາບປະຕິບັດຕາມ 3 ລັກສະນະ ແລະ 5 ຫຼັກມູນຂອງການສຶກສາເພື່ອກຽມປະເມີນເປັນໂຮງຮຽນຕົວແບບຄຸນນະພາບດີ.
ເພີ່ມເຕີມ