![]() |
ພາຍຫຼັງການຫ້າງຫາກະກຽມຮອບດ້ານ ເປັນເວລາຍາວສົມຄວນ, ມາບັດນີ້ ຂະບວນການທຸກດ້ານໄດ້ມີຄວາມພ້ອມຢ່າງຮອບດ້ານແລ້ວ. ມື້ນີ້ ແລະ ເວລານີ້, ພວກເຮົາ ໄດ້ມີເງື່ອນໄຂ ແລະ ຄວາມພ້ອມທຸກປະການ ສຳລັບການດຳເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວຂອງພວກເຮົາແລ້ວ.
ໃນໂອກາດອັນມີຄວາມໝາຍສຳຄັນນີ້, ຕາງໜ້າໃຫ້ ຄະນະບໍລິຫານງານສູນກາງພັກ ກໍຄື ຄະນະປະທານກອງປະຊຸມໃຫຍ່, ຂ້າພະເຈົ້າ ຂໍສະແດງຄວາມຂໍ່ານັບຊົມເຊີຍ ບັນດາສະຫາຍອະດີດການນຳ, ສະຫາຍກຳມະການສູນກາງພັກ ສະໄໝທີ XI, ບັນດາສະຫາຍຜູ້ແທນ ແລະ ແຂກ ຂອງກອງປະຊຸມໃຫຍ່ ທີ່ໄດ້ນໍາເອົາອາລົມຈິດ, ຄວາມເຊື່ອໝັ້ນ, ກຳລັງໃຈ ແລະ ຄຳອວຍພອນ ຂອງສະມາຊິກພັກ-ພະນັກງານ, ທະຫານ, ຕຳຫຼວດ, ປະຊາຊົນລາວບັນດາເຜົ່າ, ບັນດາຊັ້ນຄົນຕ່າງໆ ໃນທົ່ວປະເທດ ມາສູ່ກອງປະຊຸມໃຫຍ່ ຂອງພວກເຮົາ. (ຂໍສະແດງຄວາມຊົມເຊີຍຢ່າງສຸດອົກສຸດໃຈ ມານະໂອກາດນີ້!)
ຮຽນ ຄະນະປະທານ, ຜູ້ແທນກອງປະຊຸມທີ່ນັບຖື
ພວກເຮົາ ມີຄວາມພາກພູມໃຈ ແລະ ເບີກບານມ່ວນຊື່ນ ຕໍ່ຜົນສໍາເລັດອັນສໍາຄັນຫຼາຍດ້ານ ທີ່ບັນລຸໄດ້ ໃນພາລະກິດ ການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃນຕະຫຼອດໄລຍະ 50 ປີຜ່ານມາ ກໍຄື ໄລຍະ 5 ປີ ແຫ່ງການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ. ພວກເຮົາ ມີຄວາມຍິນດີເປັນຢ່າງຍິ່ງ ທີ່ເຫັນວ່າ ແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ ໄດ້ສືບຕໍ່ຮັບການຈັດຕັ້ງປະຕິບັດຢ່າງຕັ້ງໜ້າ ເຮັດໃຫ້ປະເທດຊາດອັນແສນຮັກຂອງພວກເຮົາ ມີສະຖຽນລະພາບທາງການເມືອງອັນໜັກແໜ້ນ, ສັງຄົມມີຄວາມສະຫງົບປອດໄພ ແລະ ເປັນລະບຽບຮຽບຮ້ອຍ, ການພັດທະນາເສດຖະກິດ ເຖິງວ່າມີຄວາມຫຍຸ້ງຍາກ, ແຕ່ກໍມີທ່ວງທ່າຂະຫຍາຍຕົວຕໍ່ເນື່ອງ, ປະຊາຊົນບັນດາເຜົ່າ ມີຄວາມສາມັກຄີເປັນປຶກແຜ່ນ ທັງມີຄວາມເຊື່ອໝັ້ນ ຕໍ່ການນໍາພາຂອງພັກ ແລະ ການຄຸ້ມຄອງບໍລິຫານຂອງລັດ, ຊິວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈ ຂອງປະຊາຊົນ ກໍໄດ້ຮັບການປັບປຸງ, ຍົກລະດັບດີຂຶ້ນເປັນກ້າວໆ; ອົງການຈັດຕັ້ງໃນລະບົບການເມືອງ ໄດ້ຮັບການປັບປຸງສູ່ຄຸນນະພາບໃໝ່ ຊຶ່ງໄດ້ຕັ້ງໜ້າເສີມຂະຫຍາຍ ແລະ ປະຕິບັດພາລະບົດບາດຂອງຕົນ ໄດ້ເປັນຢ່າງດີ ຢ່າງເປັນເຈົ້າການ; ການເຄື່ອນໄຫວຄຸ້ມຄອງລັດ, ການຄຸ້ມຄອງເສດຖະກິດ-ສັງຄົມ ຂອງບັນດາອົງການລັດ ໄດ້ຮັບການຍົກລະດັບໃຫ້ມີປະສິດທິພາບກວ່າເກົ່າ; ການພົວພັນຮ່ວມມືກັບຕ່າງປະເທດ ແລະ ເພື່ອນມິດສາກົນ ໄດ້ຮັບການຍົກລະດັບ ແລະ ຂະຫຍາຍຕົວສູ່ລວງເລິກ, ນໍາເອົາຜົນປະໂຫຍດມາສູ່ປະຊາຊົນ ແລະ ປະເທດຊາດ ເຮັດໃຫ້ບົດບາດອິດທິພົນ ຂອງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ຮັບການເຊີດຊູ ສູງເດັ່ນຂຶ້ນໃນເວທີພາກພື້ນ ແລະ ສາກົນ; ປະເທດຊາດອັນແສນຮັກ ຂອງພວກເຮົາ ສືບຕໍ່ສ້າງໄດ້ພື້ນຖານອັນໜັກແໜ້ນ ກ້າວຂຶ້ນສູ່ຈຸດໝາຍທີ່ວາງໄວ້.
ໃນເວລານາທີ ແລະ ບັນຍາກາດ ອັນມີຄວາມໝາຍສໍາຄັນ ຄືແນວນີ້, ພວກເຮົາ ຍິ່ງມີຄວາມອາໄລອາວອນ, ຄວາມຮູ້ບຸນຄຸນອັນເລິກເຊິ່ງ ຕໍ່ການເສຍສະຫຼະອັນໃຫຍ່ຫຼວງ ແລະ ຈົດຈໍາລໍ້າລຶກຜົນງານອັນຍິ່ງໃຫຍ່ ຂອງ ປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກ ແລະ ບັນດາສະຫາຍການນໍາຮຸ່ນກໍ່ຕັ້ງ ແລະ ສືບທອດ ຂອງພັກເຮົາ ກໍຄື ສະມາຊິກພັກ-ພະນັກງານ ນັກຮົບ ແລະ ປະຊາຊົນລາວຜູ້ຮັກຊາດ ທີ່ໄດ້ອຸທິດຕົນ ເພື່ອພາລະກິດປະຕິວັດ, ເພື່ອຄວາມຈະເລີນຮຸ່ງເຮືອງ ຂອງປະເທດຊາດ ແລະ ຄວາມຜາສຸກ ຂອງປະຊາຊົນເຮົາ.
ເນື່ອງໃນວາລະສຳຄັນນີ້, ຂ້າພະເຈົ້າ ຂໍຮຽນເຊີນ ຄະນະປະທານ, ບັນດາສະຫາຍຜູ້ແທນ ແລະ ແຂກຂອງກອງປະຊຸມໃຫຍ່ ຈົ່ງພ້ອມກັນລຸກຂຶ້ນ ກົ້ມຫົວໄວ້ອາໄລ ເຖິງດວງວິນຍານຂອງບັນດາສະຫາຍທີ່ໄດ້ລ່ວງລັບໄປນັ້ນ.... ຂໍເຊີນ
(ກອງດຸລິຍາງ ບັນເລງສຽງເສບໄວ້ອາໄລ)
- ຄະນະປະທານ, ບັນດາສະຫາຍຜູ້ແທນ ທີ່ມີກຽດ ທີ່ຮັກແພງ.
ກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກເຮົາໃນຄັ້ງນີ້ ໄດ້ດຳເນີນໃນຈຸດເວລາທີ່ໂລກຂອງພວກເຮົາ ມີການປ່ຽນແປງອັນໃຫຍ່ຫຼວງຫຼາຍດ້ານ, ໂດຍສະເພາະ ແມ່ນຄວາມກ້າວໜ້າ ຂອງວິທະຍາສາດ-ເຕັກໂນໂລຊີ ໄດ້ກ້າວກະໂດດ ຊຶ່ງໄດ້ເປັນປັດໄຈສໍາຄັນ ຍູ້ແຮງການພັດທະນາຂອງໂລກ ໄປສູ່ບາດກ້າວໃໝ່, ແຕ່ພ້ອມກັນນັ້ນ ກໍເກີດສິ່ງທ້າທາຍທົດສອບໃໝ່ ຫຼາຍປະການ ທີ່ສົ່ງຜົນກະທົບຕໍ່ປະເທດຂອງພວກເຮົາ, ໃນຂະນະດຽວກັນ ພັກຂອງພວກເຮົາ ກໍຕ້ອງໄດ້ສະແຫວງຫາເສັ້ນທາງການພັດທະນາ ທີ່ສອດຄ່ອງກັບຈຸດພິເສດຂອງປະເທດ ແລະ ປັບຕົວໃຫ້ທັນກັບສະພາບການປ່ຽນແປງໃໝ່ ຂອງຍຸກສະໄໝ.
ພັກເຮົາ ໄດ້ຮັບການສ້າງຕັ້ງຂຶ້ນໄດ້ 7 ທົດສະວັດມາແລ້ວນັ້ນ, ເປັນ 7 ທົດສະວັດ ທີ່ໄດ້ຜ່ານການຝຶກຝົນ, ທົດສອບລະອິດລະອ້ຽວ, ຫຍຸ້ງຍາກລໍາບາກ ແລະ ໄດ້ປັບປຸງ-ກໍ່ສ້າງຕົນເອງ ໃຫ້ເຕີບໃຫຍ່ຂະຫຍາຍຕົວເປັນກ້າວໆມາ, ສາມາດນຳພາພາລະກິດ ຍາດໄດ້ໄຊຊະນະເປັນແຕ່ລະບາດກ້າວມາ, ໄດ້ສ້າງວິລະກຳອັນສະຫງ່າລາສີ ຊຶ່ງໄດ້ຈາລຶກໄວ້ໃນໜ້າປະຫວັດສາດ ຂອງຊາດຍຸກໃໝ່ນັ້ນ ແມ່ນການເຮັດສຳເລັດພາລະກິດຕໍ່ສູ້ປົດປ່ອຍຊາດໄດ້ຢ່າງສົມບູນ, ຍາດເອົາເອກະລາດ, ອິດສະຫຼະພາບ ແລະ ຄວາມເປັນເຈົ້າຂອງປະເທດຊາດອັນແທ້ຈິງ ມາສູ່ກໍາມືຂອງປະຊາຊົນລາວ, ສ້າງຕັ້ງລະບອບປະຊາທິປະໄຕປະຊາຊົນ ຂຶ້ນມາໄດ້ ແລະ ນັບແຕ່ນັ້ນມາ ພັກເຮົາກໍໄດ້ກາຍເປັນພັກກໍາອໍານາດ ມາໄດ້ 50 ປີ ແລ້ວ ແລະ ພັກເຮົາຍັງມີພາລະກຳອັນໃຫຍ່ຫຼວງ ເພື່ອສືບຕໍ່ບູລະນະລະບອບປະຊາທິປະໄຕປະຊາຊົນ ສ້າງຄວາມສາມາດຕົວຈິງ ເພື່ອນໍາພາປະເທດຊາດ ກ້າວຂຶ້ນສູ່ສັງຄົມນິຍົມ.
ຕະຫຼອດໄລຍະ 70 ປີ ຂອງການຄົງຕົວ ແລະ ຂະຫຍາຍຕົວ ຂອງພັກເຮົາ ໄດ້ມີຂໍ້ສະຫຼຸບທີ່ຢືນຢັນຢ່າງຈະແຈ້ງວ່າ ການນຳພາຂອງພັກເຮົາ ເປັນປັດໄຈພື້ນຖານສຳຄັນກວ່າໝູ່ ຕໍ່ຜົນສຳເລັດຂອງການປະຕິວັດຂອງປະເທດເຮົາ ແລະ ພັກໄດ້ສືບຕໍ່ນຳພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດສືບຕໍ່ມາ; ພັກເຮົາ, ຍັງຕ້ອງຮັບເອົາພາລະກຳອັນໃຫຍ່ຫຼວງ ແລະ ສູງສົ່ງ ເພື່ອສ້າງບາດກ້າວເດີນສືບຕໍ່ໄປ ຕາມເສັ້ນທາງກ້າວຂຶ້ນສູ່ສັງຄົມນິຍົມ ຕາມອຸດົມການທີ່ໄດ້ເລືອກເອົາໄວ້.
ອຸດົມການອັນບໍລິສຸດຜຸດຜ່ອງ ຢ່າງສະເໝີຕົ້ນສະເໝີປາຍຂອງພັກເຮົາ ຕະຫຼອດ 70 ປີນັ້ນ, ແມ່ນຍາມໃດ ກໍຈົງຮັກພັກດີ ຕໍ່ຜົນປະໂຫຍດອັນເປັນພື້ນຖານ ຂອງປະຊາຊົນຊາວຜູ້ອອກແຮງງານລາວບັນດາເຜົ່າ, ພັກເຮົາບໍ່ມີຜົນປະໂຫຍດອື່ນໃດ ນອກຈາກເຮັດທຸກສິ່ງທຸກຢ່າງ ເພື່ອຄວາມເປັນເອກະລາດ ແລະ ຄວາມຈະເລີນຮຸ່ງເຮືອງຂອງປະເທດຊາດ, ເພື່ອຄວາມເປັນອິດສະຫຼະພາບ, ຄວາມຮົ່ມເຢັນເປັນສຸກ ຂອງປະຊາຊົນລາວທຸກທົ່ວໜ້າ. ນັບແຕ່ມື້ສ້າງຕັ້ງເປັນຕົ້ນມາ, ພັກເຮົາໄດ້ຢຶດໝັ້ນ ໃນສິ່ງທີ່ພັກຢືນຢັນມາແຕ່ຫົວທີວ່າ ທັດສະນະ ຂອງການປະຕິວັດ ຢູ່ປະເທດເຮົາ ແມ່ນການປະຕິວັດຊາດ-ປະຊາທິປະໄຕ ພາຍໃຕ້ການນຳພາຂອງພັກ ຂອງຊົນຊັ້ນກຳມະກອນ ແລະ ຈຸດປະສົງສຸດທ້າຍ ບໍ່ແມ່ນຢຸດຢູ່ໃນການໄດ້ມາຊຶ່ງເອກະລາດແຫ່ງຊາດ ແລະ ຄວາມເປັນປະຊາທິປະໄຕແບບໃໝ່ເທົ່ານັ້ນ ຫາກຍັງຕ້ອງນຳພາປະເທດຊາດ ກ້າວຂຶ້ນສູ່ສັງຄົມນິຍົມ, ຈຸດໝາຍດັ່ງກ່າວ ແມ່ນເສັ້ນທາງທີ່ຕ້ອງເປັນໄປຂອງການປະຕິວັດ ຂອງປະເທດເຮົາ ພາຍໃຕ້ການນຳຂອງພັກປະຊາຊົນປະຕິວັດລາວ.
ບັນດາສະຫາຍທີ່ຮັກແພງ,
ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກເຮົາ ຈະໄດ້ດໍາເນີນ ພາຍໃຕ້ຄໍາຂວັນ “ຍົກສູງບົດບາດການນໍາພາທີ່ເຂັ້ມແຂງຂອງພັກ, ຕັ້ງໜ້າສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ, ສືບຕໍ່ບູລະນະລະບອບປະຊາທິປະໄຕປະຊາຊົນ ໃຫ້ໜັກແໜ້ນ ກ້າວຂຶ້ນສູ່ສັງຄົມນິຍົມ” .
ບັນດາສະຫາຍ ທີ່ນັບຖື,
ຢືນຢູ່ຕໍ່ໜ້າສະພາບການໃໝ່, ຄວາມຮຽກຮ້ອງຕ້ອງການໃໝ່ ຂອງການປະຕິວັດ ຂອງປະເທດເຮົາ ເພື່ອສືບຕໍ່ຍູ້ແຮງການຜັນຂະຫຍາຍແນວທາງປ່ຽນແປງໃໝ່ ເຂົ້າສູ່ລວງເລິກນັ້ນ, ກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກເຮົາ ຈະໄດ້ພິຈາລະນາ ແລະ ຮັບຮອງເອົາໂຄງການການເມືອງ ຂອງພັກ ສະບັບທີ III ຊຶ່ງຈະໄດ້ຢືນຢັນ ແລະ ກໍານົດຈຸດໝາຍ, ເສັ້ນທາງກ້າວເດີນ ຂອງປະເທດຊາດ ຮອດປີ 2055 ເພື່ອສືບຕໍ່ບູລະນະລະບອບປະຊາທິປະໄຕປະຊາຊົນ ໃຫ້ໜັກແໜ້ນ ກ້າວຂຶ້ນສູ່ຈຸດໝາຍທີ່ໄດ້ວາງໄວ້.
ພວກເຮົາ ຍັງຈະໄດ້ພ້ອມກັນ ພິຈາລະນາ ແລະ ຮັບຮອງເອົາຮ່າງລາຍງານການເມືອງ ແລະ ຮ່າງແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X ຊຶ່ງນອກຈາກການຕີລາຄາຜົນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ ແລະ ແຜນພັດທະນາ ສະບັບທີ IX ແລ້ວ, ພວກເຮົາຍັງຈະໄດ້ວາງແນວທາງ, ແຜນນະໂຍບາຍ, ວິໄສທັດ ຮອດປີ 2055, ຍຸດທະສາດພັດທະນາ 10 ປີ (2026-2035) ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ (2026-2030) ເພື່ອຜັນຂະຫຍາຍ ໂຄງການການເມືອງ ຂອງພັກ ໃຫ້ເປັນອັນລະອຽດຕື່ມອີກ.
ນອກນັ້ນ, ກອງປະຊຸມໃຫຍ່ຂອງພວກເຮົາໃນຄັ້ງນີ້ ຈະໄດ້ພິຈາລະນາ ແລະ ຮັບຮອງເອົາຮ່າງກົດລະບຽບ ສະບັບປັບປຸງຂອງພັກ ເພື່ອແນໃສ່ສ້າງພັກເຮົາໃຫ້ນັບມື້ເຕີບໃຫຍ່ ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ, ຍົກສູງບົດບາດການນຳພາຂອງພັກໃຫ້ເຂັ້ມແຂງ, ກ້າວຂຶ້ນ ເຮັດຫຼ້ອນໜ້າທີ່ ພາລະກໍາປະຫວັດສາດ ອັນມີກຽດສະຫງ່າຂອງຕົນໃນໄລຍະໃໝ່.
ໜ້າທີ່ສໍາຄັນອັນໜຶ່ງອີກຂອງກອງປະຊຸມໃຫຍ່ ແມ່ນຈະໄດ້ດໍາເນີນການເລືອກຕັ້ງເອົາ ຄະນະບໍລິຫານງານສູນກາງພັກ ສະໄໝທີ XII ທີ່ສະແດງອອກເຖິງຄວາມສາມັກຄີ ເປັນຈິດໜຶ່ງໃຈດຽວຂອງທົ່ວພັກ, ຮັບປະກັນລັກສະນະສືບທອດປ່ຽນແທນ ແລະ ເຮັດໃຫ້ຖັນແຖວການນໍາຂັ້ນຍຸດທະສາດຂອງສູນກາງພັກເຮົາ ນັບມື້ນັບໜຸ່ມແໜ້ນ, ເຕັມໄປດ້ວຍສະຕິປັນຍາ, ຄວາມຊື່ສັດ-ບໍລິສຸດຜຸດຜ່ອງ ແລະ ຈົງຮັກພັກດີ ຕໍ່ອຸດົມການຂອງພັກ ກໍຄື ເສັ້ນທາງກ້າວເດີນຂອງປະເທດຊາດ, ສາມາດແບກຫາບພາລະໜ້າທີ່ອັນໜັກໜ່ວງ ທີ່ພັກ ແລະ ປະຊາຊົນມອບໝາຍໃຫ້.
ບັນດາສະຫາຍ ທີ່ຮັກແພງ,
ວຽກງານຕ່າງໆຂອງກອງປະຊຸມໃຫຍ່ ກໍຄື ທິດທາງ, ໜ້າທີ່ ທີ່ກ່າວມານັ້ນ ລ້ວນແຕ່ເປັນບັນຫາຍຸດທະສາດສໍາຄັນ ໃນການນໍາພາຂອງພັກເຮົາ ທີ່ພົວພັນເຖິງການກຳນົດຊາຕາກໍາ ຂອງປະເທດຊາດ ແລະ ຂອງປະຊາຊົນເຮົາ. ຂ້າພະເຈົ້າ ມີຄວາມເຊື່ອໝັ້ນ ແລະ ມີຫວັງຢ່າງຍິ່ງວ່າ ບັນດາສະຫາຍ ຜູ້ແທນຂອງກອງປະຊຸມໃຫຍ່ ຈະເຊີດຊູຄວາມຮັບຜິດຊອບການເມືອງໃຫ້ສູງຂຶ້ນ, ເສີມຂະຫຍາຍ ປະຊາທິປະໄຕ ຢ່າງແຂງແຮງ, ສຸມຈິດສຸມໃຈ ແລະ ສຸມສະຕິປັນຍາ ເຂົ້າໃສ່ການຄົ້ນຄວ້າ, ຄິດຫງໍາ ແລະ ປະກອບຄວາມເຫັນ ເພື່ອປັບປຸງ, ບູລະນະແນວທາງ, ແຜນນະໂຍບາຍ ໃຫ້ຖືກຕ້ອງ, ສອດຄ່ອງ ແລະ ແທດກັບຄວາມເປັນຈິງ, ຕົກລົງບັນຫາຕ່າງໆ ທີ່ກອງປະຊຸມຍົກຂຶ້ນ ດ້ວຍມານະຈິດປະຕິວັດບຸກ ເຮັດໃຫ້ກອງປະຊຸມໃຫຍ່ຂອງພັກເຮົາ ບັນລຸຜົນສໍາເລັດ ຕາມຈຸດປະສົງ ແລະ ລະດັບຄາດໝາຍທີ່ວາງໄວ້ທຸກປະການ.
ໃນນາມຄະນະປະທານກອງປະຊຸມໃຫຍ່, ຂ້າພະເຈົ້າ ຂໍປະກາດເປີດກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ຢ່າງເປັນທາງການ ນັບແຕ່ເວລານີ້ເປັນຕົ້ນໄປ.

ຄໍາເຫັນ