ສູນວັດທະນະທໍາຈີນ ສະຫຼອງວັນແຫ່ງການສົນທະນາອາລິຍະທໍາສາກົນ

ສູນວັດທະນະທໍາຈີນ ສະຫຼອງວັນແຫ່ງການສົນທະນາອາລິຍະທໍາສາກົນ

ສູນວັດທະນະທໍາຈີນ ສະຫຼອງວັນແຫ່ງການສົນທະນາອາລິຍະທໍາສາກົນ
ສູນວັດທະນະທໍາຈີນ ປະຈໍາ ສປປ ລາວ ໄດ້ຈັດງານສະເຫຼີມສະຫຼອງວັນ ແຫ່ງການສົນທະນາອາລິ ຍະທໍາສາ ກົນ ຄັ້ງທີ II ຂຶ້ນໃນວັນທີ 10 ມິຖຸນາ ນີ້ ທີ່ສູນດັ່ງກ່າວ ໂດຍການເຂົ້າຮ່ວມຂອງທ່ານ ນາງ ຟາງ ຫົງ ເອກອັກຄະລັດຖະທູດ ສປ ຈີນ ປະຈໍາ ສປປ ລາວ; ມີທ່ານ ສາຄອນ ພົມມະລາດ ຮອງຫົວໜ້າຄະນະ ໂຄສະນາອົບຮົມສູນກາງພັກ (ຄອສພ); ທ່ານ ຫຼົວ ເວີ້ຍຈ້ຽນ ຫົວໜ້າສູນວັດທະນະທໍາ ຈີນ ປະຈໍາ ສປປ ລາວ ພ້ອມດ້ວຍ ແຂກຖຶກເຊີນທີ່ກ່ຽວຂ້ອງເຂົ້າຮ່ວມ.
ສນວດທະນະທາຈນ ສະຫອງວນແຫງການສນທະນາອາລຍະທາສາກນ - image 1
 

ໃນພິທີຜູ້ເຂົ້າຮ່ວມໄດ້ຮັບຊົມວີດີໂອ ຄໍາປາໄສຂອງທ່ານ ຫວັງ ອີ້ ລັດຖະ ມົນຕີກະຊວງການຕ່າງປະເທດ ຈີນໃນ ໂອກາດສະເຫຼີມສະຫຼອງວັນແຫ່ງ ການສົນທະນາອາລິຍະທໍາສາກົນ ຢູ່ອົງການສະຫະປະຊາຊາດ ພ້ອມ ທັງຊົມການສະແດງຊຸດພິເສດມົນ ສະເໜ່ບົດຟ້ອນພາກຕາເວັນອອກ ຂອງນັກສິລະປະຈາກວິທະຍາໄລວິຊາຊີບ ສິລະປະເຈີ້ຈຽງ ແລະ ຮັບຟັງການ ບັນຍາຍຈາກຜູ້ທີ່ມີບົດບາດໃນການ ສົ່ງເສີມການແລກປ່ຽນລາວ-ຈີນມາ ແບ່ງປັນເລື່ອງລາວປະສົບການອັນ ມີຄຸນຄ່າຈາກ 4 ທ່ານຄື: ທ່ານ ນາງ ຫວງ ອີ້ເຈຍ ຊຶ່ງລາວໄດ້ ເດີນທາງໄປ ທົ່ວ 12 ແຂວງຂອງປະເທດລາວ, ເກັບຮວບຮວມມໍຣະດົກພື້ນບ້ານຕາມຊົນນະບົດ, ນໍາເອົາເພງ ກ່ອມເດັກ ແລະ ນິທານທ້ອງຖິ່ນມາຮ້ອຍ ຮຽງເປັນປຶ້ມຊຸດວັນນະກໍາເດັກຄລາສສິກຂອງປະເທດຕາມໜຶ່ງແລວ ໜຶ່ງເສັ້ນທາງ; ທ່ານ ກາບແກ້ວ ທໍາມະວົງ ໄດ້ນໍາເອົາຜົນງານໃໝ່ ບັນທຶກການເດີນທາງຈິ່ງຊູ ມິດຕະ ພາບລາວ-ຈີນ ແລະ ການເດີນ ທາງສໍາຜັດວັດທະນະທໍາຫູເປີຍ ຊຶ່ງພາໃຫ້ຜູ້ອ່ານຍ້ອນກັບໄປສໍາຜັດ ສາຍນໍ້າ, ເສັ້ນທາງເກົ່າແກ່ ແລະ ຮ່ອງຮອຍທາງປະຫວັດສາດ. ດັ່ງທີ່ລາວເຄີຍກ່າວວ່າ: ຫາກຢາກ ຮູ້ວ່າອະນາຄົດ ຈະຍາວໄກພຽງໃດ ຕ້ອງກັບໄປຖາມຮາກເຫງົ້າໃນອະດີດ; ທ່ານ ເຊ່ຍ ໜິງຊິນ ກ່າວໃນຫົວຂໍ້: ແມ່ຕູ້ຂາຍ ເຂົ້າໜຽວຢູ່ຂ້າງທາງລົດໄຟ, ນັກຮຽນທີ່ໄດ້ເດີນທາງໄປຮຽນຕ່າງ ປະເທດ ເປັນຄັ້ງທໍາອິດ ແລະ ຊາວ ສວນຢາງທີ່ກໍາລັງເຮັດວຽກຢູ່ປາກ ອຸໂມງ. ຊຶ່ງຜົນງານພາບຖ່າຍ ຫົວໄປ ຮ້ອງເພງໄປຂອງລາວ ໄດ້ຮັບລາງ ວັນ ການສະແດງອອກຮ່ວມສະໄໝ ຈາກກິດຈະກໍາສາຍຕາລາວ-ຈີນ: ແບ່ງປັນຄວາມສວຍງາມຮ່ວມກັນ. ບາງຄັ້ງ ຮອຍຍິ້ມບໍ່ຈໍາເປັນຕ້ອງມີ ຄໍາແປ ເພາະມັນເປັນພາສາທີ່ຜູ້ຄົນ ທຸກຊາດສາມາດເຂົ້າໃຈໄດ້ ແລະ ທ່ານ ເມກ ສາຍລົມ ໄດ້ນໍາເອົາຜົນ ງານທີ່ໄດ້ໃຊ້ສີນໍ້າມັນເປັນສື່ກາງໃນ ການສື່ສານອາລິຍະທໍາ. ຜົນງານ ຄຽງຄູ່ຂອງລາວ ຊຶ່ງໄດ້ຮັບລາງວັນ ການສະແດງອອກຮ່ວມສະໄໝ ໃນໝວດຈິດຕະກໍາ ຈາກກິດຈະກໍາ ສາຍຕາລາວ-ຈີນ.

ສນວດທະນະທາຈນ ສະຫອງວນແຫງການສນທະນາອາລຍະທາສາກນ - image 2
 

ໃນໂອກາດນີ້, ທ່ານ ສາຄອນ ພົມມະລາດ ໄດ້ກ່າວວ່າ: ປີນີ້ ແມ່ນ ປີທີ່ມີຄວາມໝາຍຄວາມສຳຄັນຍິ່ງ ເພາະເປັນປີຄົບຮອບ 65 ປີ ແຫ່ງການ ສ້າງຕັ້ງສາຍພົວພັນທາງການທູດ ລະ ຫວ່າງ ລາວ-ຈີນ ແລະ ເປັນປີມິດຕະ ພາບລາວ-ຈີນ, ຊຶ່ງຖືເປັນຂີດໝາຍສຳ ຄັນໃນໜ້າປະຫວັດສາດຂອງສາຍພົວ ພັນລະຫວ່າງສອງ ພັກ ແລະ ສອງປະ ເທດ ທີ່ສືບຕໍ່ໝາກຜົນແຫ່ງຄວາມສຳ ເລັດຈາກອະດີດ ສູ່ອະນາຄົດອັນສະ ຫວ່າງສະໄຫວ. ໂດຍໃນລະຫວ່າງ ວັນທີ 2 ຫາວັນທີ 6 ມິຖຸນາຜ່ານມາ, ສະຫາຍ ທອງລຸນ ສີສຸລິດ ເລຂາທິ ການໃຫຍ່ ຄະນະບໍລິຫານງານສູນ ກາງພັກປະຊາຊົນ ປະຕິວັດລາວ ປະທານປະເທດແຫ່ງ ສປປ ລາວ ກໍໄດ້ສຳເລັດການຢ້ຽມຢາມທາງລັດ ຖະກິດຢູ່ ສປ ຈີນຢ່າງຈົບງາມ. ຊຶ່ງເພິ່ນໄດ້ພົບປະຢ່າງສະໜິດສະໜົມ ກັບສະຫາຍ ສີຈິ້ນຜິງ ເລຂາທິການ ໃຫຍ່ ຄະນະບໍລິຫານງານສູນກາງ ພັກກອມມູນິດຈີນ ປະທານປະເທດ ແຫ່ງ ສປ ຈີນ ເພື່ອຮ່ວມກັນວາງແຜນ ຜັງໃໝ່ ສຳລັບການສ້າງຄູ່ຮ່ວມຊະຕາ ກຳ ລາວ-ຈີນ, ຈີນ-ລາວໃຫ້ມີຄຸນນະພາບສູງ. ການຢ້ຽມຢາມຄັ້ງປະຫວັດສາດນີ້ ໄດ້ກ້າວຂ້າມພູຜາ ແລະ ແມ່ນ້ຳ, ເຊື່ອມໂຍງ ຫົວໃຈຂອງປະຊາຊົນ ສອງຊາດໃຫ້ຫຍັບເຂົ້າໃກ້ຊິດກັນ ຫຼາຍຍິ່ງຂຶ້ນ. ດັ່ງສຸພາສິດລາວ ທີ່ເຄີຍກ່າວໄວ້ວ່າ: ສາຍນ້ຳບໍ່ ມີວັນຕັດຂາດ, ມິດຕະພາບບໍ່ ມີວັນຈືດຈາງ. ລາວ ແລະ ຈີນ ບໍ່ພຽງແຕ່ເປັນປະເທດບ້ານ ໃກ້ເຮືອນຄຽງທີ່ມີພູຜາປ່າໄມ້ ແລະ ສາຍນ້ຳ ເຊື່ອມຕໍ່ກັນເທົ່ານັ້ນ, ແຕ່ພວກເຮົາຍັງ ເປັນສະຫາຍສັງຄົມນິຍົມ ທີ່ມີອຸດົມ ການ ແລະ ຄວາມເຊື່ອໝັ້ນເຊິ່ງ ກັນ ແລະ ກັນຢ່າງໜັກແໜ້ນ. ໃນປີມິດຕະພາບ ລາວ-ຈີນ, ເລື່ອງ ລາວອັນງົດງາມກ່ຽວກັບ ການແລກປ່ຽນວັດທະນະທຳ ລະຫວ່າງສອງປະເທດໄດ້ປະກົດຂຶ້ນ ຢ່າງເປັນຮູບປະທຳ ແລະ ຕໍ່ເນື່ອງ. ພົ້ນເດັ່ນທີ່ສຸດໃນເດືອນນີ້ ຄະນະ ໂຄສະນາອົບຮົມສູນກາງພັກປະຊາຊົນປະຕິວັດລາວ ໄດ້ຮ່ວມກັບສະຖານີວິ ທະຍຸ-ໂທລະພາບສູນກາງຈີນ (CMG) ຈັດພິທີເປີດຕົວຮູບເງົາສາລະຄະດີຈີນ 3 ເລື່ອງ ທີ່ນະຄອນຫຼວງວຽງຈັນ. ທັງໝົດນີ້ ລ້ວນແລ້ວແຕ່ແມ່ນ ຄວາມພະຍາຍາມຢ່າງເປັນຮູບປະທຳ ຂອງຄະນະໂຄ ສະນາອົບຮົມສູນກາງພັກ ເພື່ອສົ່ງເສີມການສົນທະນາ ລະຫວ່າງ ອະລິຍະທຳ ແລະ ການ ເຊື່ອມໂຍງຈິດໃຈ ຂອງປະຊາຊົນເຂົ້າຫາກັນ. ໂດຍໄດ້ນຳໃຊ້ສາຍພົວ ພັນທາງວັດທະນະທຳເພື່ອເຊື່ອມ ໂຍງຈິດໃຈ ແລະ ໃຊ້ແສງສະຫວ່າງ ແຫ່ງປັນຍາ ເພື່ອສ່ອງແສງເສັ້ນທາງ ສູ່ອະນາຄົດ.

ໂອກາດນີ້, ສູນວັດທະນະທໍາຈີນ ປະຈໍາ ສປປ ລາວ ຈຶ່ງມີການແຕ່ງຕັ້ງ ຜູ້ສົ່ງຕໍ່ອາລິຍະທໍາຂຶ້ນ ຢ່າງເປັນທາງ ການໃຫ້ທັງ 4 ທ່ານ ດັ່ງນີ້: ທ່ານ ນາງ ຫວງ ອີ້ເຈຍ ເປັນຜູ້ສືບທອດແສງໄຟ ແຫ່ງການສົນ ທະນາອາລິຍະທໍາລາວ-ຈີນ; ທ່ານ ກາບແກ້ວ ທໍາມະວົງ ເປັນ ຜູ້ພິທັກຄວາມຊົງຈໍາແຫ່ງການສົນທະ ນາອາລິຍະທໍາລາວ-ຈີນ; ທ່ານ ເຊ່ຍ ໜິງຊິນ ເປັນນັກຈັບແສງ ແລະ ເງົາ ແຫ່ງການສົນທະນາອາລິຍະທໍາ ລາວ-ຈີນ ແລະ ທ່ານ ເມກ ສາຍລົມ ເປັນ ທູດສື່ສານສີສັນແຫ່ງການສົນທະນາ ອາລິຍະທໍາລາວ-ຈີນ. ຈາກນັ້ນ, ທ່ານ ນາງ ຟາງ ຫົງ ແລະ ທ່ານ ສາຄອນ ພົມມະລາດ ກໍໄດ້ຮ່ວມກັນມອບ ໃບແຕ່ງຕັ້ງໃຫ້ທັງ 4 ທ່ານ. ການ ແຕ່ງຕັ້ງຄັ້ງນີ້, ເພື່ອເປັນການເຊີດຊູ ຜົນງານໃນອະດີດ ແລະ ເປັນຄໍາສັນ ຍາຕໍ່ອະນາຄົດ ໂດຍທັງ 4 ທ່ານຈະ ຮ່ວມກັນສືບຕໍ່ເປັນຜູ້ຮັກສາ ແລະ ເປັນຜູ້ຈຸດແສງໄຟແຫ່ງມິດຕະພາບ ລາວ-ຈີນຕໍ່ໄປ.

ຂ່າວ: ຍຸພິນທອງ

ຄໍາເຫັນ

ຂ່າວການຮ່ວມມື

ຫົວໜ້າ ຄອສພ ຕ້ອນຮັບ ທູດອົສຕຣາລີ ເຂົ້າຢ້ຽມຂໍ່ານັບອຳລາ

ຫົວໜ້າ ຄອສພ ຕ້ອນຮັບ ທູດອົສຕຣາລີ ເຂົ້າຢ້ຽມຂໍ່ານັບອຳລາ

ທ່ານ ຄໍາພັນ ເຜີຍຍະວົງ ກໍາມະການກົມການເມືອງສູນກາງພັກ ຫົວໜ້າຄະນະໂຄສະນາອົບ ຮົມສູນກາງພັກ ຮອງປະທານສະພາທິດສະດີສູນກາງພັກ ໄດ້ຕ້ອນຮັບ ທ່ານ ນາງ ເມແກນ ຈອນ (Megan Jones) ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ອົສຕຣາລີ ປະຈຳ ສປປ ລາວ ເຂົ້າຢ້ຽມຂໍ່ານັບອໍາລາ ໃນວັນ ທີ 4 ພະຈິກນີ້ ທີ່ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ), ເນື່ອງໃນໂອກາດ ທ່ານທູດສຳເລັດການປະຕິບັດໜ້າທີ່ການທູດປະຈຳລາວ.
ຮອງ ລມຕ ກະຊວງການຕ່າງປະເທດ ສປປ ລາວ ແລະ ສ ຕັດຈິກິດສະຖານ ປຶກສາຫາລືສອງຝ່າຍ

ຮອງ ລມຕ ກະຊວງການຕ່າງປະເທດ ສປປ ລາວ ແລະ ສ ຕັດຈິກິດສະຖານ ປຶກສາຫາລືສອງຝ່າຍ

ໃນວັນທີ 2 ພະຈິກ ຜ່ານມາ ທີ່ ກະຊວງການຕ່າງປະເທດ, ທ່ານ ໄມທອງ ທຳມະວົງສາ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ທ່ານ ອີດີເບັກ ກາລັນດາ (Idibek Kalandar) ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ຕັດຈິກິດສະຖານ ພ້ອມດ້ວຍຄະນະ, ໃນໂອກາດທີ່ເດີນທາງມາຢ້ຽມຢາມເຮັດວຽກ ຢູ່ ສປປ ລາວ ໃນວັນທີ 1-3 ພະຈິກ 2026 ເພື່ອປຶກສາຫາລື ກ່ຽວກັບ ການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສປປ ລາວ ແລະ ສ ຕັດຈິກິດສະຖານ.
ອາເມຣິກາ ແລະ WFP ມອບເງິນ 19 ຕື້ກວ່າກີບ ຊ່ວຍປະຊາຊົນ 4 ເມືອງ ທີ່ຖືກຜົນກະທົບຈາກໄພນໍ້າຖ້ວມ

ອາເມຣິກາ ແລະ WFP ມອບເງິນ 19 ຕື້ກວ່າກີບ ຊ່ວຍປະຊາຊົນ 4 ເມືອງ ທີ່ຖືກຜົນກະທົບຈາກໄພນໍ້າຖ້ວມ

​ ວັນທີ 3 ພະຈິກນີ້ ທີ່ບ້ານດົງໝາກໄຟ ເມືອງໄຊບູລີ ແຂວງສະຫວັນນະເຂດ, ໄດ້ຈັດພິທີເປີດກິດຈະກຳການມອບເງິນສົດເພື່ອຊ່ວຍເຫຼືອຊຸມຊົນທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ ໂດຍການເປັນປະທານຮ່ວມຂອງທ່ານ ທອງໃສ ໄຊຍະວົງຄໍາດີ ຮອງປະທານຄະນະກຳມະການປົກຄອງແຂວງສະຫວັນນະເຂດ, ທ່ານ ພົງໄຊສັກ ອິນທະລາດ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ), ທ່ານ ນາງ ມີກເຊວ ເອົາຫຼໍ່ ອຸປະທູດສະຫະລັດ ອາເມຣິກາ ປະຈຳ ສປປ ລາວ, ທ່ານ ມາກ ອັງເດຣ ໂພຣສ ຜູ້ອຳນວຍການອົງການອາຫານໂລກ (WFP) ປະຈຳ ສປປ ລາວ ພ້ອມດ້ວຍພາກສ່ວນທີ່່ກຽວຂ້ອງເຂົ້າຮ່ວມ.
ສະຫາຍ ທອງສະຫວັນ ພົມວິຫານ ພົບປະກັບລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປ ຈີນ

ສະຫາຍ ທອງສະຫວັນ ພົມວິຫານ ພົບປະກັບລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປ ຈີນ

ໃນວັນທີ 3 ພະຈິກນີ້, ທີ່ເຮືອນຮັບແຂກລັດຖະບານຕ້ຽວ ຢູ ຖາຍ ນະຄອນຫຼວງປັກກິ່ງ ສປ ຈີນ, ສະຫາຍ ທອງສະຫວັນ ພົມວິຫານ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະກັບ ສະຫາຍ ຫວັງ ອີ້ ກຳມະການກົມການເມືອງສູນກາງພັກ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປ ຈີນໃນໂອກາດເດີນທາງເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 11 ໃນລະຫວ່າງວັນທີ 3-4 ພະຈິກ 2026 ທີ່ ນະຄອນຫຼວງປັກກິ່ງ ສປ ຈີນ.
ຍີ່ປຸ່ນ ຊ່ວຍສ້າງໂຮງຮຽນ ​ອະ​ນຸ​ບານແລະປະ​ຖົມຢູ່ເມືອງນາໝໍ້

ຍີ່ປຸ່ນ ຊ່ວຍສ້າງໂຮງຮຽນ ​ອະ​ນຸ​ບານແລະປະ​ຖົມຢູ່ເມືອງນາໝໍ້

ພິທີເຊັນສັນຍາໂຄງການຊ່ວຍເຫຼືອລ້າຂັ້ນຮາກຖານ (GGP) ຈາກລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ເພື່ອກໍ່ສ້າງໂຮງຮຽນອະນຸບານ ແລະ ປະຖົມ ບ້ານກູລົງເມືອງນາໝໍ້ ແຂວງອຸດົມໄຊໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 3 ພະ​ຈິກ​ນີ້ ທີ່ ແຂວງ​ອຸ​ດົມ​ໄຊ, ຮ່ວມ​ລົງ​ນາມ​ໂດຍທ່ານ ໂຄອິຊູມິ ຊຶໂຕະມຸ ເອກອັກຄະຣາຊະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງປະເທດຍີ່ປຸ່ນ ປະຈໍາ ສປປ ລາວແລະທ່ານ ວົງວັນ ສີວິໄລ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງນາໝໍ້, ໂດຍ​ມີທ່ານ ບຸນຄົງ ຫຼ້າຈຽມພອນ ກຳມະການສູນກາງພັກເລຂາຄະນະບໍລິຫານງານພັກແຂວງປະທານສະພາປະຊາຊົນແຂວງອຸດົມໄຊແລະພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມເປັນ​ສັກ​ຂີ​ພິ​ຍານ​ນໍ​າ.
ພິທີເປີດງານມະຫາກໍາພືດສວນໂລກ ຢ່າງເປັນທາງການ

ພິທີເປີດງານມະຫາກໍາພືດສວນໂລກ ຢ່າງເປັນທາງການ

ໃນວັນທີ 2 ພະຈິກຜ່ານມາ,ທ່ານ ລິນຄໍາ ດວງສະຫວັນ ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ພ້ອມດ້ວຍຄະນະ ໄດ້ເດີນທາງໄປຮ່ວມງານພິທີເປີດງານມະຫາກໍາພືດສວນໂລກ ຢ່າງເປັນທາງການ ຢູ່ທີ່ພື້ນທີ່ຊຸ່ມນໍ້າໜອງແດ, ແຂວງອຸດອນທານີ ປະເທດໄທ. ຊຶ່ງມີ ທ່ານ ອານຸທິນ ຊານວິລະກູນ ນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງມະຫາດໄທ ເຂົ້າຮ່ວມເປັນປະທານໃນພິທີ.
ສະພາແຫ່ງຊາດ​ ລາວ-ຫວຽດນາມພົບປະ​ສອງຝ່າຍ

ສະພາແຫ່ງຊາດ​ ລາວ-ຫວຽດນາມພົບປະ​ສອງຝ່າຍ

ວັນທີ 3 ພະຈິກນີ້, ທີ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ,​ສະຫາຍ ສອນໄຊ ສີພັນດອນກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ໄດ້ນໍາພາຄະນະຜູ້ແທນຂັ້ນສູງຂອງສະພາແຫ່ງຊາດແຫ່ງ ສປປລາວ ພົບປະຢ່າງເປັນທາງການກັບສະຫາຍ ເຈິ່ນ ແທັງ ເໝິ້ນກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດຫວຽດນາມໃນໂອກາດເຄື່ອນໄຫວຢ້ຽມຢາມ ສສຫວຽດນາມ ຢ່າງເປັນທາງການ ຊຶ່ງເປັນການຢ້ຽມຢາມຕ່າງປະເທດຄັ້ງທໍາອິດ ພາຍຫຼັງໄດ້ຮັບເລືອກຕັ້ງເປັນປະທານສະພາແຫ່ງຊາດລາວ ຊຸດທີ X.
ສື່ມວນຊົນລາວ ພົບປະແລກປ່ຽນບົດຮຽນກັບໜັງສືພິມວິທະຍຸ - ໂທລະພາບນະຄອນຫາຍຟອງ

ສື່ມວນຊົນລາວ ພົບປະແລກປ່ຽນບົດຮຽນກັບໜັງສືພິມວິທະຍຸ - ໂທລະພາບນະຄອນຫາຍຟອງ

ໃນທ້າຍເດືອນຕຸລາຜ່ານມາ, ຄະນະນັກສໍາມະນາກອນທີ່ເຂົ້າຮ່ວມຝຶກອົບຮົບວຽກງານພະນັກງານນໍາພາ-ຄຸ້ມຄອງສື່ມວນຊົນ ສປປ ລາວ ໄດ້ໄປທັດສະນະພົບປະແລກປ່ຽນບົດຮຽນກັບໜັງສືພິມ ແລະ ວິທະຍຸ-ໂທລະພາບຫາຍຟອງ ຊຶ່ງນໍາໂດຍທ່ານນາງ ກອງບຸນ ສຸລິວົງ ຮອງຫົວໜ້າກົມສື່ມວນຊົນຄະນະໂຄສະນາອົບຮົມສູນກາງພັກ.
ຮອງປະທານປະເທດ ຕ້ອນຮັບທູດອົສຕຣາລີ ເຂົ້າຢ້ຽມຂໍ່ານັບອຳລາ

ຮອງປະທານປະເທດ ຕ້ອນຮັບທູດອົສຕຣາລີ ເຂົ້າຢ້ຽມຂໍ່ານັບອຳລາ

ທ່ານ ນາງ ວຽງທອງ ສີພັນດອນ ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ທ່ານ ນາງ ເມແກນ ຈອນ (Megan Jones) ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ອົສ ຕຣາລີ ປະຈຳ ສປປ ລາວ ເຂົ້າຢ້ຽມຂໍ່ານັບອໍາລາ, ໃນວັນ ທີ 3 ພະຈິກນີ້, ທີ່ທຳນຽບປະທານປະເທດ,ເນື່ອງໃນໂອກາດ ທ່ານທູດສຳເລັດການປະຕິບັດໜ້າທີ່ການທູດປະຈຳລາວ.
ສັບປະດາຮູບເງົາສາກົນແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 8

ສັບປະດາຮູບເງົາສາກົນແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 8

ງານສັບປະດາຮູບເງົາສາກົນແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 8 ຈັດຂຶ້ນໃນວັນທີ 30 ຕຸລາຜ່ານມາ, ທີ່ຫໍວັດທະນະທໍາແຫ່ງຊາດ ໂດຍການເຂົ້າຮ່ວມຂອງທ່ານ ນາງ ດາລານີ ພົມມະວົງສາ ຮອງລັດຖະມົນຕີກະຊວງ ວັດທະນະທຳ ແລະ ການທ່ອງທ່ຽວ, ທ່ານ ເກີ ປ່ຽວ ຮອງຫົວໜ້າອົງການຄຸ້ມຄອງວິທະຍຸ ໂທລະພາບ ແລະ ຮູບເງົາແຫ່ງຊາດຈີນ, ທ່ານ ຈ້າວ ຮາຍໂປ ອັກຄະລັດຖະທູດ ແຫ່ງ ສປ ຈີນ ປະຈຳ ສປປ ລາວ, ມີບັນດາຫົວໜ້າກົມ, ຮອງກົມ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ເພີ່ມເຕີມ