ສປປ ລາວ ຊຸກຍູ້ໃຫ້ທຸກຝ່າຍ ໃຊ້ຄວາມອົດກັ້ນ, ແກ້ໄຂບັນຫາຂັດແຍ້ງ ດ້ວຍການເຈລະຈາ ໂດຍສອດຄ່ອງກັບກົດໝາຍສາກົນ ເພື່ອເປັນການປະກອບສ່ວນເຂົ້າໃນການສ້າງສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບ ແລະ ການຮ່ວມມື ໃນພາກພື້ນ ແລະ ໃນໂລກ.
ບໍລິສັດ ເບຍລາວ ຈັດກິດຈະກຳ ວັນຄອບຄົວເບຍລາວປີທີ 2 ເພື່ອເປີດບ້ານຕ້ອນຮັບພະນັກງານ ແລະ ຄອບຄົວ
ໃນອາທິດຜ່ານມາ, ບໍລິສັດ ເບຍລາວ ຈຳກັດ ໄດ້ຈັດກິດຈະກຳ “ວັນຄອບຄົວເບຍລາວ ປີທີ 2” ເພື່ອເປີດບ້ານຕ້ອນຮັບພະນັກງານ ແລະ ຄອບຄົວ ເຂົ້າຢ້ຽມຊົມບໍລິສັດ ແລະ ໂຮງງານຜະລິດຢ່າງໃກ້ຊິດ. ກິດຈະກຳໄດ້ຈັດຂຶ້ນທັງ 2 ໂຮງງານຄື: ສຳນັກງານໃຫຍ່ ນະຄອນຫຼວງວຽງຈັນ ແລະ ໂຮງງານເບຍລາວ ປາກເຊ ແຂວງຈຳປາສັກ.
ຄໍາເຫັນ