ສສກ ພັດທະນາຂີດຄວາມສາມາດການພັດທະນາວິຊາຊີບຄູແບບຕໍ່ເນື່ອງ

ສສກ ພັດທະນາຂີດຄວາມສາມາດການພັດທະນາວິຊາຊີບຄູແບບຕໍ່ເນື່ອງ
ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຈັດກອງປະຊຸມສ້າງຂີດຄວາມສາມາດໃຫ້ແກ່ທີມງານວິຊາການ 3 ວິທະຍາໄລ (ວລ) ຄູເປົ້າໝາຍ ທາງດ້ານທັກສະໃນການໃຫ້ຄໍາປຶກສາຂຶ້ນພ້ອມກັນ ເມື່ອບໍ່ດົນມານີ້ ທີ່ວິທະຍາໄລຄູຄັງໄຂ ແຂວງຊຽງຂວາງ, ມີວິທະຍາໄລຄູສະຫວັນນະເຂດ ແລະ ວິທະຍາໄລຄູຫຼວງນໍ້າທາ ເຂົ້າຮ່ວມ.
ການຝຶກອົບຮົມແມ່ນສ່ວນໜຶ່ງຂອງກິດຈະກໍາການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ສໍາລັບທີມງານວິຊາການໃນ 3 ວິທະຍາໄລຄູເປົ້າໝາຍ ທີ່ຈັດໂດຍກົມການສ້າງຄູ ກະຊວງສຶກສາທິການ ແລະ ກິລາ ແລະ ໄດ້ຮັບການສະໜັບສະໜູນຈາກລັດຖະບານອົສຕຣາລີ ແລະ ອົງການ USAID ໂດຍຜ່ານແຜນງານບີຄວາ. ລະບົບການພັດທະນາວິຊາຊີບຄູແບບຕໍ່ເນື່ອງ (CPD) ໄດ້ສ້າງຕັ້ງຂຶ້ນ ໂດຍການສະໜັບສະໜູນຜ່ານແຜນງານບີຄວາ ເພື່ອຮັບປະກັນການສະໜັບສະໜູນວຽກງານ CPD ຢູ່ໃນໂຮງຮຽນ ແລະ ແທດເໝາະກັບຄວາມຕ້ອງການຂອງຄູໃນ 7 ແຂວງເປົ້າໝາຍ (ຫຼວງນໍ້າທາ, ຜົ້ງສາລີ, ບໍ່ແກ້ວ, ຊຽງຂວາງ, ຫົວພັນ, ສະຫວັນນະເຂດ ແລະ ຄຳມ່ວນ).
ທ່ານ ເກດ ພັນລັກ ຫົວໜ້າກົມສ້າງຄູ ກະຊວງ ສຶກສາທິການ ແລະ ກິລາ ໄດ້ກ່າວ ວ່າ: ວິທະຍາໄລຄູ ຈະນໍາພາການເສີມສ້າງຂີດຄວາມສາມາດຂອງຜູ້ເຮັດວຽກສຶກສານິເທດພາຍໃນ ເພື່ອຊ່ວຍເຫຼືອຄູຊັ້ນປະຖົມສຶກສາໃຫ້ມີຄຸນນະພາບສູງ. ລັດຖະບານອົສຕຣາລີ ແລະ ອົງການ USAID ໂດຍຜ່ານແຜນງານບີຄວາ ໄດ້ສະໜັບສະໜູນການຈັດຝຶກອົບຮົມທີ່ຕ້ອງການໂດຍທີມງານວິຊາການຈາກວິທະຍາໄລຄູ ເພື່ອປະຕິບັດພາລະບົດບາດທີ່ສໍາຄັນນີ້. ການຝຶກອົບຮົມແມ່ນຝຶກໃຫ້ໂດຍທີມຜູ້ຊ່ຽວຊານວຽກງານຝຶກອົບຮົມຄູຂອງແຜນງານບີຄວາ.
ທ່ານ ບົວສອນ ແສງມະນີ ທີມງານວິຊາການຂອງວິທະຍາໄລຄູຫຼວງນໍ້າທາ ໄດ້ກ່າວວ່າ: ການຝຶກອົບຮົມຄັ້ງນີ້ມີຄວາມສຳຄັນ ແລະ ເປັນປະໂຫຍດຫຼາຍສຳລັບທີມງານວິຊາການຂອງວິທະຍາໄລຄູ. ຄວາມຮູ້ ແລະ ຄວາມເຂົ້າໃຈທີ່ພວກເຮົາໄດ້ຮັບຄັ້ງນີ້, ແມ່ນເປັນປະ ໂຫຍດສໍາລັບພະນັກງານ ເພື່ອໃຫ້ການຊ່ວຍເຫຼືອດ້ານເຕັກນິກວິຊາການແກ່ຜູ້ເຮັດວຽກສຶກສານິເທດພາຍໃນ ທີ່ຈະໃຫ້ການຊ່ວຍເຫຼືອຄູເພື່ອປັບປຸງການສອນບົດຮຽນຂອງພວກເຂົາ ໂດຍນຳໃຊ້ຫຼັກສູດສະບັບປັບປຸງໃໝ່.
ຂ່າວ-ພາບ: ແຜນງານບີຄວາ

ຄໍາເຫັນ

ຂ່າວສືກສາ-ກິລາ

ຈັບສະຫຼາກແບ່ງກຸ່ມລາຍການແຂ່ງຂັນເຕະບານ ເຍົາວະຊົນ ຊີງຊັນປະທານ ສຕນວ

ຈັບສະຫຼາກແບ່ງກຸ່ມລາຍການແຂ່ງຂັນເຕະບານ ເຍົາວະຊົນ ຊີງຊັນປະທານ ສຕນວ

ການແຂ່ງຂັນເຕະບານ ເຍົາວະຊົນ ຊີງຂັນປະທານສະຫະພັນບານເຕະ ນະຄອນຫຼວງວຽງຈັນ (ສຕ ນວ) ຄັ້ງທີ 1 ປະຈຳປີ 2025 ເພື່ອເປັນການສ້າງຂະບວນການສະເຫຼີມສະຫຼອງວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ (ວັນທີ 1 ມິຖຸນາ 2025) ໃຫ້ເປັນຂະບວນການຄືກຄື້ນ. ດັ່ງນັ້ນໃນວັນທີ 4 ມີຖຸນາ ຜ່ານມາ ຈຶ່ງໄດ້ຈັດກອງປະຊຸມເພື່ອເຜີຍແຜ່ກົດລະບຽບກະຕິກາກຽມຈັດການແຂ່ງຂັນທີ່ຫ້ອງການຄະນະກຳມະການໂອແລັມປິກແຫ່ງຊາດລາວ ຫຼື ຄອລ ພາຍໃຕ້ການເປັນປະທານ ຂອງທ່ານ ສຸລິວັນ ເຊີນວິໄລ ຮອງປະທານສະຫະພັນບານເຕະ ນະຄອນຫຼວງວຽງຈັນ ແລະ ທ່ານ ບຸນສົງ ອິນທິຈັກ ຮອງຫົວໜ້າຂະແໜງກິລາ-ກາຍະກຳ ພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ ພ້ອມດ້ວຍບັນດາຄະນະນຳ, ຄູຝຶກແຕ່ສະໂມສອນ, ຜູ້ໃຫ້ການສະໜັບສະໜູນ ແລະ ສື່ມວນຊົນ ເຂົ້າຮ່ວມ.
ສົກຮຽນນີ້ ນວ ມີນັກຮຽນສອບເສັງຈົບຊັ້ນ ມ7 ຈຳນວນ 9,000 ກວ່າຄົນ

ສົກຮຽນນີ້ ນວ ມີນັກຮຽນສອບເສັງຈົບຊັ້ນ ມ7 ຈຳນວນ 9,000 ກວ່າຄົນ

ພິທີເປີດການສອບເສັງຈົບຊັ້ນສາຍສາມັນສຶກສາ (ມ4, ມ7) ປະຈຳສົກຮຽນ 2024-2025 ທົ່ວນະຄອນ ຫຼວງວຽງຈັນ (ນວ) ໄດ້ຈັດຂຶ້ນວັນທີ 6 ມິຖຸນານີ້ ທີ່ໂຮງຮຽນມັດທະຍົມສຶກສາສົມບູນວຽງຈັນ (ມສ ວຽງຈັນ) ໂດຍມີທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງ ນວ, ທ່ານເຈົ້າເມືອງ-ຮອງເຈົ້າເມືອງ, ມີຕາງໜ້າກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ແຂ່ງຂັນຍິງປືນ ລະດົມທຶນຊຸກຍູ້ທີມນັກກິລາຍິງປືນຄົນພິການລາວ ຮ່ວມອາຊຽນພາຣາເກມ 2026

ແຂ່ງຂັນຍິງປືນ ລະດົມທຶນຊຸກຍູ້ທີມນັກກິລາຍິງປືນຄົນພິການລາວ ຮ່ວມອາຊຽນພາຣາເກມ 2026

ແຂ່ງຂັນກິລາຍິງປືນສັ້ນມາດຕະຖານ ໄລຍະ 15 ແມັດ ປະເພດດ່ຽວຊາຍ-ຍິງ ຊີງຂັນປະທານຄະນະກຳມະການພາຣາແລມປິກແຫ່ງຊາດລາວ ຫຼື ຄພລ ເພື່ອເປັນການລະດົມກອງທຶນສະໜັບສະໜູນທີມນັກກິລາຍິງປືນຄົນພິການທີມຊາດລາວ ເຂົ້າຮ່ວມງານມະຫະກຳກິລາ ອາຊຽນພາຣາເກມ ຄັ້ງທີ 13 ຕົ້ນປີ 2026 ທີ່ປະເທດໄທ ແລະ ຍັງເປັນການສ້າງຂະບວນການສະເຫຼີມສະຫຼອງວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ 1 ມິຖຸນາ 2025 ໃຫ້ເປັນຂະບວນການຟົດຟື້ນ.
ໄຊສົມບູນ ເປີດຊຸດຮຽນທິດສະດີການເມືອງ ຂັ້ນກາງໄລຍະ 6 ເດືອນ ຮຸ່ນທີ II

ໄຊສົມບູນ ເປີດຊຸດຮຽນທິດສະດີການເມືອງ ຂັ້ນກາງໄລຍະ 6 ເດືອນ ຮຸ່ນທີ II

ພິທີເປີດຊຸດຮຽນທິດສະດີການເມືອງ ຂັ້ນກາງ ໄລຍະ 6 ເດືອນ ຮຸ່ນທີ ll ຢູ່ແຂວງໄຊສົມບູນ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 3 ມິຖຸນາຜ່ານມາ ທີ່ຫ້ອງປະຊຸມຫ້ອງວ່າການແຂວງ ພາຍໃຕ້ການເປັນປະທານຂອງ ສະຫາຍ ພູວົງ ອຸ່ນຄໍາແສນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໂດຍການເຂົ້າຮ່ວມ ຂອງ ສະຫາຍ ພົຈວ ບົວພັນ ອິນທະປັນຍາ ຮອງເລຂາພັກແຂວງ ຜູ້ຊີ້ນໍາວຽກງານພັກ-ພະນັກງານ.
ໂຮງ­ຮຽນ​ອະ­ນຸ­ບານ​ກະ­ຊວງ​ສາ­ທາ­ລະ­ນະ​ສຸກ​ຈັດ​ກິດ­ຈະ­ກຳ​ວັນ­ເດັກ­ນ້ອຍ​ສາ­ກົນ ແລະ ວັນ​ປູກ​ຕົ້ນ­ໄມ້​ແຫ່ງ​ຊາດ

ໂຮງ­ຮຽນ​ອະ­ນຸ­ບານ​ກະ­ຊວງ​ສາ­ທາ­ລະ­ນະ​ສຸກ​ຈັດ​ກິດ­ຈະ­ກຳ​ວັນ­ເດັກ­ນ້ອຍ​ສາ­ກົນ ແລະ ວັນ​ປູກ​ຕົ້ນ­ໄມ້​ແຫ່ງ​ຊາດ

ເນື່ອງ​ໃນ​ໂອ­ກາດ​ວັນ­ເດັກ­ນ້ອຍ​ສາ­ກົນ ແລະ ວັນ​ປູກ​ຕົົົົົົົົົົົົົົົົົົົົົົ້ນ​ໄມ​ແຫ່ງ​ຊາດ ໂຮງ­ຮຽນ​ອະ­ນຸ­ບານ​ກະ­ຊວງ​ສາ­ທາ­ລະ­ນະ​ສຸກ​ໄດ້​ຈັດ​ພິ­ທີ​​ສະ­ເຫຼີມ­ສະ­ຫຼອງ​ວັນ​ສຳ­ຄັນ​ດັ່ງ­ກ່າວ​ຂຶ້ນ​ໃນ​ວັນ​ທີ 30 ພຶດ­ສະ­ພາ​ຜ່ານ​ມາ​ທີ່​ໂຮງ­ຮຽນ​ດັ່ງ­ກ່າວ, ໂດຍ​ການ​ເຂົ້າ​ຮ່ວມ​ຂອງ​ທ່ານ ນາງ​ເພັດ​ສະ­ໄໝ ໄຊ​ຍະ​ມຸງ​ຄົນ ພັນ​ລະ​ຍາ​ຜູ້​ອໍາ​ນວຍ​ກາຍ​ໂຮງ­ໝໍມະ­ໂຫ­ສົດ, ທ່ານ ພອນ​ປະ­ດິດ ສັງ​ໄຊ​ຍະ​ລາດ ປະ­ທານ​ສະ­ຫະ­ພັນ​ກຳ­ມະ­ບານ​ກະ­ຊວງ, ຫົວ­ໜ້າ​ກົມ​ຄວບ​ຄຸມ­ພະ​ຍາດ​ຕິດ­ຕໍ່ ກະ­ຊວງ​ສາ­ທາ­ລະ­ນະ​ສຸກ,ມີ​ບັນດາ​ຫຼານ​ນ້ອຍ, ພໍ່​ແມ່​ຜູ້​ປົກ­ຄອງ​ແລະ ພາກ­ສ່ວນ​ກ່ຽວ­ຂ້ອງ​ເຂົ້າ​ຮ່ວມ.
ປະດັບຫຼຽນໄຊ-ຫຼຽນກາ-ໃບຍ້ອງຍໍ ໃຫ້ຄະນະນັກກິລາເພາະກາຍລາວ

ປະດັບຫຼຽນໄຊ-ຫຼຽນກາ-ໃບຍ້ອງຍໍ ໃຫ້ຄະນະນັກກິລາເພາະກາຍລາວ

ພິທີປະດັບຫຼຽນໄຊແຮງງານຊັ້ນ I, II, III,ຫຼຽນກາແຮງງານ ແລະ ໃບຍ້ອງຍໍລັດຖະບານລາວໃຫ້ຄະນະບໍລິຫານງານສະຫະພັນກິລາເພາະກາຍແຫ່ງຊາດລາວ (ສພກລ) ລວມເຖິງຄູຝຶກນັກກິລາ ແລະ ບັນດາຜູ້ສະໜັບສະໜູນຂຶ້ນໃນວັນທີ 31 ພຶດສະພາຜ່ານມາທີ່ໂຮງແຮມດອນຈັນພາເລດ ນະຄອນຫຼວງວຽງຈັນ ໃຫ້ກຽດປະດັບຫຼຽນໄຊໂດຍທ່ານ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ທັງເປັນປະທານຄະນະກຳມະການໂອແລັມປິກແຫ່ງຊາດລາວ,
ໂຮງຮຽນລ້ຽງເດັກ-ອະນຸບານ-ປະຖົມສຶກສາປັນຍາມະນີເອົາໃຈໃສ່ ສອນດີ ມີວິໃນ ໃສ່ໃຈຄຸນນະພາບ  (ເນື່ອງໃນໂອກາດວັນເດັກນ້ອຍສາກົນ ວັນທີ 1 ມິຖຸນາ)

ໂຮງຮຽນລ້ຽງເດັກ-ອະນຸບານ-ປະຖົມສຶກສາປັນຍາມະນີເອົາໃຈໃສ່ ສອນດີ ມີວິໃນ ໃສ່ໃຈຄຸນນະພາບ (ເນື່ອງໃນໂອກາດວັນເດັກນ້ອຍສາກົນ ວັນທີ 1 ມິຖຸນາ)

ໂດຍ: ພູວັນ ເດັກນ້ອຍໃນວັນນີ້ ຄືຜູ້ໃຫຍ່ທີ່ມີອະນາຄົດສົດໃສໃນວັນໜ້າ ວັນເດັກນ້ອຍສາກົນເປັນວັນທີ່ມີຄວາມໝາຍສຳຄັນເພາະເດັກນ້ອຍແມ່ນໜໍ່ແໜງທີ່ຈະສືບຕໍ່ວຽກງານທີ່ສຳຄັນຈາກຮຸ່ນນີ້ສູ່ຮຸ່ນຕໍ່ໆໄປ, ພັກ ແລະ ລັດຖະບານເວລາໃດກໍ ໃຫ້ຄວາມສຳຄັນຕໍ່ເດັກນ້ອຍ, ທາງໂຮງຮຽນໄດ້ອົບຮົມບົ່ມສອນ, ພັດທະນາ ແລະ ສົ່ງເສີມໃຫ້ເດັກນ້ອຍຂອງພວກເຮົາເປັນຄົນທີ່ມີຄຸນນະພາບ, ມີຄຸນນະທໍາ ແລະ ມີຄວາມຮັບຜິດຊອບຕໍ່ສັງຄົມ.
ພິທີມອບ-ຮັບ ນໍ້າລິນ ໃຫ້ໂຮງຮຽນ ມໍສ ເທດສະບານເມືອງນາເເລ

ພິທີມອບ-ຮັບ ນໍ້າລິນ ໃຫ້ໂຮງຮຽນ ມໍສ ເທດສະບານເມືອງນາເເລ

ພິທີມອບ-ຮັບ ນໍ້າລິນໃຫ້ໂຮງຮຽນ ມໍສ ເທດສະບານເມືອງນາເເລ ເເຂວງຫຼວງນໍ້າມາ ໂດຍການສະໜັບສະໜູນຈາກສິດເກົ່າ ຊຽງຄໍາວິທະຍາຄົມ ລຸ້ນ 2520-2522 ຈັງວັດຊຽງລາຍປະເທດໄທ ໄດ້ຈັດຂຶ້ນ ໃນວັນທີ 27 ພຶດສະພາຜ່ານມາທີ່ສະໂມສອນໂຮງຮຽນມໍສ ເມືອງນາເເລ, ໃຫ້ກຽດເຂົ້າຮ່ວມຂອງທ່ານ ຕັນ ວັນປະເສີດ ຮອງເຈົ້າເມືອງ ຜູ້ຊີ້ນໍາຂົງເຂດວັດທະນະທໍາສັງຄົມ, ທ່ານ ອຸໄທ ຫອມນ້ານ ຕາງໜ້າທິມງານຈາກປະເທດໄທ.
ມອບ-ຮັບເຄື່ອງຫຼິ້ນໃຫ້ໂຮງຮຽນລ້ຽງເດັກ-ອະນຸບານ ໂຮງໝໍມິດຕະພາບ

ມອບ-ຮັບເຄື່ອງຫຼິ້ນໃຫ້ໂຮງຮຽນລ້ຽງເດັກ-ອະນຸບານ ໂຮງໝໍມິດຕະພາບ

ໂຮງໝໍມິດຕະພາບ ໄດ້ຈັດພິທີສະເຫຼີມສະຫຼອງວັນເດັກນ້ອຍສາກົນ ວັນທີ 1 ມິຖຸນາ ຄົບຮອບ 101 ປີ, ວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 45 ປີ ແລະ ມອບ-ຮັບເຄື່ອງຫຼິ້ນໃຫ້ໂຮງຮຽນລ້ຽງເດັກ-ອະນຸບານ ໂຮງໝໍມິດຕະພາບ ມູນຄ່າ 32,900,000 ກີບ. ຈາກພັນລະຍາການນໍາພັກ-ລັດ ​ຂຶ້ນໃນວັນທີ 27 ພຶດສະພານີ້ ໂດຍການ​ເຂົ້າ​ຮ່ວມຂອງ ທ່ານ ສອນໄຊ ລາດຊະວົງ ກຳມະການຄະນະພັກກະຊວງ ເລຂາຄະນະພັກຮາກຖານຜູ້ອໍານວຍການໂຮງໝໍມິດຕະພາບ, ພັນລະຍາການນໍາພັກ-ລັດ, ມີຄະນະອໍານວຍການ, ຕາງໜ້າສາມອົງການຈັດຕັ້ງ, ພະນັກງານແພດໝໍ ແລະ ພະຍາບານ ເຂົ້າຮ່ວມ.
ສະເຫຼີມສະຫຼອງ ຄົບຮອບ 10 ປີ ພັດທະນາການສຶກສາຊັ້ນປະຖົມສຶກສາ

ສະເຫຼີມສະຫຼອງ ຄົບຮອບ 10 ປີ ພັດທະນາການສຶກສາຊັ້ນປະຖົມສຶກສາ

ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ (ສສກ) ແລະ ສະຖານເອກອັກຄະລັດຖະທູດອົສຕຣາລີ ສະເຫຼີມສະຫຼອງ ການຈັດຕັ້ງປະຕິບັດ ແຜນງານປັບປຸງຄຸນນະພາບການສຶກສາຂັ້ນພື້ນຖານ (ບີຄວາ) ຄົບຮອບ 10 ປີ ການຮ່ວມມືເພື່ອການຫັນປ່ຽນໄດ້ສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບການສຶກສາ ແລະ ປັບປຸງການເຂົ້າເຖິງການສຶກສາຊັ້ນປະຖົມສຶກສາທີ່ມີຄຸນນະພາບໃຫ້ແກ່ເດັກນ້ອຍໃນ ສປປ ລາວ, ໂດຍສະເພາະຢູ່ເຂດຫ່າງໄກສອກຫຼີກ ແລະ ມີຄວາມຫຍຸ້ງຍາກ, ໄດ້ຈັດຂຶ້ນໃນວັນທີ 26 ພຶດສະພານີ້ ທີ່ນະຄອນຫຼວງວຽງຈັນ.
ເພີ່ມເຕີມ