ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດຊຸດທີ IX

ສສຊ ເຂດ 18 ສະເໜີຫຼາຍບັນຫາ ຕໍ່ແຜນງົບປະມານ-ການລົງທຶນ

ສສຊ ເຂດ 18 ສະເໜີຫຼາຍບັນຫາ ຕໍ່ແຜນງົບປະມານ-ການລົງທຶນ
ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດຊຸດທີ IX, ໃນວັນທີ 20 ພະຈິກນີ້, ທ່ານ ທັນຕາ ກອງຜາລີ ສສຊ ເຂດເລືອກຕັ້ງທີ 18 ແຂວງໄຊສົມບູນ

 

 ຮອງປະທານ ກໍາມາທິການ ແຜນການ, ການເງິນ ແລະ ການກວດສອບ ສະພາແຫ່ງຊາດ ໄດ້ມີຄໍາເຫັນຕໍ່ບົດລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດ.

ທ່ານ ທັນຕາ ກອງຜາລີ ໄດ້ກ່າວວ່າ: ສໍາລັບບັນຫາງົບປະມານແຫ່ງລັດ ປີ 2025. ສະເໜີໃຫ້ລັດຖະບານຈັດສົ່ງແຜນຈັດສັນງົບປະມານປະຈໍາປີ 2025 ທີ່ມີການຈັດສັນງົບປະມານໃຫ້ແກ່ 42 ພາກສ່ວນ ກະຊວງ ແລະ ອົງການ ແລະ 18 ແຂວງ, ໃຫ້ຄົບຖ້ວນທຸກພາກຂອງລາຍຈ່າຍງົບປະມານ ແຕ່ພາກປົກກະຕິ (ພາກ 60,61,62,63…) ແລະ ພາກລົງທຶນ (ພາກ 67) ມາແຈກຢາຍໃຫ້ສະມາຊິກສະພາແຫ່ງຊາດ ໃນນາມຕົວແທນປະຊາຊົນ ໄດ້ມາພິຈາລະນາເບິ່ງ ຄວາມສົມເຫດ ສົມຜົນ ໃນການຈັດແບ່ງ ຮັບປະກັນຄວາມເປັນທໍາ ແລະ ຄວາມສະເໜີພາບຕໍ່ໜ້າກົດໝາຍ, ບໍ່ໃຫ້ມີຄວາມເຫຼື່ອມລໍ້າ, ເຫັນໄດ້ຄວາມຈໍາເປັນ ບ່ອນໃດ ຄວນໄດ້ຮັບການພັດທະນາ, ບັນຫາຕົ້ນຕໍ ແມ່ນໃຫ້ເອົາໃຈໃສ່ ດ້ານລາຍຮັບ ເພາະຜ່ານມາຍັງມີບາງບັນຫາທີ່ຕ້ອງໄດ້ແກ້ໄຂເປັນຕົ້ນ: ການຂຶ້ນແຜນລາຍຮັບອາດບໍ່ສົມເຫດສົມຜົນ ແລະ ບໍ່ແທດເໝາະຕົວຈິງ. ສັງເກດວ່າ ຈາກຜົນການສະຫຼຸບຂາດຕົວການຈັດຕັ້ງປະຕິບັດ ງົບປະມານ ປະຈໍາປີ 2023; ເຫັນມີລາຍຮັບ ເກີນແຜນຫຼາຍກວ່າ 12 ພັນຕື້ກີບ, ໃນປີ 2024 ກໍມີລາຍຮັບວິຊາການ ແລະ ກອງທຶນ ເກີນແຜນໄປແລ້ວ 941 ຕື້ກີບ, ນັ້ນກໍມີຂໍ້ສົງໃສວ່າ ອາດເປັນຍ້ອນ ຂຶ້ນແຜນລາຍຮັບໄວ້ຕໍ່າ ຈົງໃຈໃຫ້ມີເງິນເກີນແຜນ ເພື່ອຈະສາມາດຈ່າຍເງິນສ່ວນເກີນນັ້ນ ມາສ້າງຄວາມສົມບູນພູນສຸກໃຫ້ແຕ່ອົງກອນຕົນເອງ ໂດຍບໍ່ຄໍານຶງເຖິງຜົນປະໂຫຍດລວມທີ່ຍັງຂາດເຂີນ.

ຕາມມາດຕະຖານຂອງອົງການບັນຊີສາກົນ ແລະ ອົງການກວດສອບສູງສຸດສາກົນ INTOSAI ການຂຶ້ນແຜນດ້ານລາຍຮັບກໍຄວນຢູ່ໃນກອບບວກ-ລົບ 5% ແລະ ລາຍຈ່າຍ ກໍຄວນຈໍາກັດໃນກອບ ບວກ-ລົບ 0.5% ແຕ່ໃນກໍລະນີ ພວກເຮົາຖືວ່າ ຂຶ້ນແຜນ ຜິດພາດຫຼາຍ; ບັນຫາການຫັນເປັນທັນສະໄໝໃນຂົງເຂດລາຍຮັບ ຍັງເຮັດບໍ່ຕໍ່ເນື່ອງ, ເຮັດບໍ່ເຖິງທີ່ສຸດ, ບໍ່ທັນນໍາໃຊ້ເຄື່ອງມືທັນສະໄໝ, ຍັງບໍ່ຮັບປະກັນຄວາມໂປ່ງໃສ, ປະກອບກັບການກວດສອບພາຍໃນ ກໍຍັງບໍ່ເຂັ້ມແຂງ; ບັນຫາການຂໍຍົກເວັ້ນ ຫຼື ຫຼຸດຜ່ອນພາສີ-ອາກອນ ເຮັດໃຫ້ສູນເສຍລາຍຮັບທີ່ຄວນຈະໄດ້. ອັນນີ້ ເທົ່າກັບເປັນການສ້າງຄວາມບໍ່ສະເໝີພາບ ຕໍ່ໜ້າກົດໝາຍ. ຍິ່ງໄປກວ່ານີ້ ຍັງມີການລັກລອບ, ຊຸກເຊື່ອງລາຍຮັບ ທີ່ຊໍາເຮື້ອມາດົນ ຊຶ່ງແມ່ນເປັນການຍັກຍອກ ເຊື່ອງເອົາຊັບສິນຂອງຊາ ດບັນຫາວຽກງານການລົງທຶນຂອງລັດ ປະຈໍາປີ 2025. ສະເໜີເອົາໂຕເລກຈັດສັນງົບປະມານລົງທຶນຂອງລັດປະຈໍາປີ 2025 ສົ່ງໃຫ້ແຕ່ລະກໍາມາທິການ ແລະ ແຕ່ລະເຂດເລືອກຕັ້ງ ໄດ້ພິຈາລະນາຄວາມສົມເຫດ ສົມຜົນ ໃນການຈັດບັນຊີໂຄງການຊໍາລະໜີ້ສິນ, ໂຄງການສືບຕໍ່ ແລະ ໂຄງການສະເໜີໃໝ່ ເພື່ອມີຄໍາເຫັນ ສົ່ງຄືນໄປໃຫ້ລັດຖະບານປັບປຸງແລ້ວ ມາຜ່ານ ກອງປະຊຸມສະພາຮັບຮອງ.

ວາລະກອງປະຊຸມຄັ້ງນີ້ ຕ້ອງໄດ້ພ້ອມກັນ ມີຄໍາເຫັນພິຈາລະນາບັນຫາໃຫຍ່ ຂອງການລົງທຶນຂອງລັດ ເປັນຕົ້ນ: ການເພີ່ມສິດໃຫ້ແກ່ ສະພາປະຊາຊົນຂັ້ນແຂວງ ໃຫ້ພິຈາລະນາຮັບຮອງ ໂຄງການລົງທຶນຂອງລັດ ມູນຄ່າສູງກວ່າ 20 ຕື້ກີບ ຊຶ່ງເຫັນດີດ້ານຫຼັກການແລ້ວ ຈຶ່ງສະເໜີໃຫ້ລັດຖະບານກະກຽມສະເໜີວ່າ ຈະປັບມາດຕາໃດຂອງກົດໝາຍທີ່ກ່ຽວຂ້ອງ, ການຄັດຈ້ອນບຸລິມະສິດໂຄງການ ໂດຍອີງຕາມຄວາມຕ້ອງການຕົວຈິງ ແລະ ຄວາມສົມເຫດສົມຜົນ ໃນການຈັດສັນໂຄງການ ຕາມຄວາມຕ້ອງການທີ່ຈໍາເປັນ ແລະ ຮີບດ່ວນຂອງປະຊາຊົນ. ບັນຫາການສະເໜີໃຫ້ ມີການດັດແກ້ເພີ່ມມູນຄ່າໂຄງການສືບຕໍ່ເພື່ອໃຫ້ສືບຕໍ່ໃຫ້ສໍາເລັດ ໃນສະພາບທີ່ເສດຖະກິດຍັງຫຍຸ້ງຍາກ, ລາຄາວັດສະດຸກໍ່ສ້າງເພີ່ມຂຶ້ນ, ຖ້າອີງຕາມດັດສະນີລາຄາຜູ້ຊົມໃຊ້ ຫຼື CPI ໃນປີ 2016 ແມ່ນ 100 ຈຸດ, ປີ 2023 ຂຶ້ນມາ 170 ຈຸດ ແລະ ຮອດເດືອນ 10/2024 ນີ້ແມ່ນຮອດ 250 ຈຸດ, ໝາຍວ່າ ລາຄາລວມ ເພີ່ມຂຶ້ນ 2.5 ເທົ່າຕົວ.

ການລົງທຶນ ໃສ່ຂະແໜງສຶກສາ ເຫັນວ່າ ຕ້ອງໄດ້ມີການປະຕິຮູບການສຶກສາຄືນໃໝ່, ລາຍຈ່າຍງົບປະມານພາຍໃນໃສ່ການສຶກສາ ແມ່ນຍັງຕໍ່າຫຼາຍ; ສ່ວນໃຫຍ່ ຍັງອີງໃສ່ ການຊ່ວຍເຫຼືອຂອງຕ່າງປະເທດ ແລະ ການປະກອບສ່ວນຈາກສັງຄົມ, ຄວນໃຫ້ ກະຊວງສຶກສາທິການ ແລະ ກິລາ ໄດ້ມີວິທີສັງລວມເກັບກໍາຕົວເລກໃຫ້ຊັດເຈນກວ່າເກົ່າ ເພື່ອສາມາດສົມທຽບ ອັດຕາສ່ວນລາຍຈ່າຍດ້ານການສຶກສາ ໃສ່ GDP ຕາມບົດຮຽນຂອງສາກົນ. ແຕ່ຢ່າງໃດກໍຕາມ ເຫັນດີສະເໜີວ່າ ການສົມທຽບດັ່ງກ່າວ ຄວນຈໍາກັດໃສ່ແຕ່ສະເພາະການສຶກສາໃນລະບົບສາມັນເທົ່ານັ້ນ ເພື່ອບໍ່ໃຫ້ການຕີລາຄາ ກວ້າງເກີນໄປ, ຄວນເນັ້ນ ການເພີ່ມລາຍຈ່າຍຈາກງົບປະມານພາຍໃນໃຫ້ແກ່ ກະຊວງສຶກສາທິການ ແລະ ກິລາ ທີ່ເປັນງົບປະມານ ສາຍຕັ້ງ ໃຫ້ຫຼາຍຂຶ້ນ ເພາະຜ່ານມາຍັງໜ້ອຍ. ຕົວຢ່າງໃນປີ 2023 ກະຊວງສຶກສາທິການ ແລະ ກີລາ ມີລາຍຮັບວິຊາການ 12.8 ຕື້ກີບ, ໄດ້ຮັບງົບປະມານລາຍຈ່າຍ 507 ຕື້ກີບ. ຖ້າທຽບໃສ່ຄວາມຕ້ອງການຢ່າງຫຼວງຫຼາຍແລ້ວ ງົບປະມານພາຍໃນທີ່ໄດ້ຮັບ ແມ່ນບໍ່ຮອດ ¼ ຂອງຄວາມຕ້ອງການທີ່ຈໍາເປັນໃນຂະແໜງນີ້.

ຂ່າວ: ຍຸພິນທອງ

ຄໍາເຫັນ

ຂ່າວການເມືອງ

ສະຫາຍ ຄຳປ່ຽນ ແສງສະຫວັດ ໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ໃໝ່

ສະຫາຍ ຄຳປ່ຽນ ແສງສະຫວັດ ໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ໃໝ່

ພິທີມອບ-ຮັບ ໜ້າທີ່ເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 22 ທັນວານີ້ ຢູ່ຫ້ອງປະຊຸມຂອງເມືອງດັ່ງກ່າວ, ​ໂດຍ​ການເປັນ​ກຽດເຂົ້າຮ່ວມຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ຜູ້ແທນແນວລາວສ້າງຊາດແຂວງຄຳມ່ວນ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ IX

ຜູ້ແທນແນວລາວສ້າງຊາດແຂວງຄຳມ່ວນ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ IX

ກອງປະຊຸມໃຫຍ່ ຄັ້ງທີ IX ຂອງຜູ້ແທນແນວລາວສ້າງຊາດ ແຂວງຄຳມ່ວນ ໄດ້ໄຂຂຶ້ນໃນວັນທີ 23 ທັນວານີ້, ໂດຍການເປັນປະທານຂອງທ່ານ ພິດສະໄໝ ກອງຊາເດດ ກຳມະການສູນກາງແນວລາວສ້າງຊາດ, ປະທານແນວລາວສ້າງຊາດແຂວງຄຳມ່ວນ, ເປັນກຽດເຂົ້າຮ່ວມມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຄໍາມ່ວນ, ມີບັນດາການນຳແຂວງ, ຄະນະກຳມະການແນວລາວສ້າງຊາດແຂວງ, ອົງການຈັດຕັ້ງມະຫາຊົນ ແລະ ແຂກຖືກເຊີນເຂົ້າຮ່ວມ.
ຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ວັນທີ 22 ທັນວານີ້, ເມືອງໄຊຍະບູລີ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມປືກສາຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ທີ່ຫ້ອງປະຊຸມຫ້ອງວ່າການເມືອງ ໂດຍການເປັນປະທານຂອງ ທ່ານ ຄໍາຫຼ້າ ຜີວວັນນາ ຄະນະປະຈໍາພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ມີຄະນະປະຈໍາພັກເມືອງ, ກຳມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສາລະວັນ ຊຸດທີ IV ໄດ້ໄຂຂຶ້ນ ໃນວັນທີ 18 ທັນວານີ້ ທີ່ສະໂມສອນແຂວງສາລະວັນ, ໂດຍການເປັນປະທານຂອງທ່ານ ສີເຮັງ ຫອມສົມບັດ ປະທານສະພາປະຊາຊົນແຂວງສາລະວັນ, ເຂົ້າຮ່ວມມີທ່ານ ດາວວົງ ພອນແກ້ວ ກໍາມະການສູນກາງພັກ ເລຂາຄະນະບໍລິຫານພັກແຂວງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຄໍາມ່ວນ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຂ ຊຸດທີ IV

ຄໍາມ່ວນ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຂ ຊຸດທີ IV

ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາປະຊາຊົນແຂວງຄໍາມ່ວນ (ສພຂ) ຊຸດທີ IV ໄດ້ຈັດຂຶ້ນໃນວັນທີ 17 ທັນວານີ້, ໂດຍການເປັນປະທານຂອງທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງ, ມີທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ, ພ້ອມດ້ວຍຄະນະປະຈຳສະພາປະຊາຊົນແຂວງ, ຫົວໜ້າພະແນກການ, ກອງບັນຊາການ ປກຊ-ປກສ, ອົງການທຽບເທົ່າຂັ້ນແຂວງເຂົ້າຮ່ວມ.
ດຳເນີນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV

ດຳເນີນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV

ກອງປະຊຸມສະໄໝສາມັນເທື່ອທີ 10 ທີ່ເປັນກອງປະຊຸມທ້າຍສະໄໝຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 16 ທັນວານີ້ ທີ່ຫໍວັດທະນະທຳໄກສອນພົມວິຫານ ໂດຍການເປັນປະທານຂອງທ່ານ ກົງແກ້ວ ມີວໍລະຈັກ ປະທານສະພາປະຊາຊົນແຂວງ, ໃຫ້ກຽດເຂົ້າຮ່ວມໃນກອງປະຊຸມມີທ່ານ ນາງ ສູນທອນ ໄຊຍະຈັກ ຄະນະເລຂາທິການສູນກາງພັກ ຮອງປະທານສະພາແຫ່ງຊາດ ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 13, ທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງສະຫວັນນະເຂດ ພ້ອມດ້ວຍການນຳຂັ້ນສູງຂອງແຂວງ, ເມືອງ, ນະຄອນ ເຂົ້າຮ່ວມ.
ສະພາປະຊາຊົນແຂວງຫຼວງພະບາງ ດຳເນີນກອງປະຊຸມສະໄໝ ສາມັນເທື່ອທີ່ 10

ສະພາປະຊາຊົນແຂວງຫຼວງພະບາງ ດຳເນີນກອງປະຊຸມສະໄໝ ສາມັນເທື່ອທີ່ 10

ກອງປະຊຸມສະໄໝ ສາມັນເທື່ອທີ່ 10 ຂອງສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV, ໄດ້ໄຂຂຶ້ນ ໃນວັນທີ່ 16 ທັນວານີ້ ທີ່ສະໂມສອນໃຫຍ່ຫ້ອງວ່າການແຂວງ, ໂດຍເປັນປະທານຂອງ ທ່ານ ວົງສະຫວັນ ເທບພະຈັນ ປະທານສະພາປະຊາຊົນແຂວງ, ມີການນຳຂອງແຂວງ, ອະດິດສະມາຊິກ ສະພາແຫ່ງຊາດປະຈຳເຂດເລືອກຕັ້ງ, ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງ ແລະ ສະມາຊິກສະພາປະຊາຊົນແຂວງ ເຂົ້າຮ່ວມ.
ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາ

ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາ

ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດຂຶ້ນໃນວັນທີ 16 ທັນວາ 2025 ທີ ຄະນະໂຄສະນາອົບຮົມສູນກາງພັກ(ຄອສພ) ,ພາຍໃຕ້ການເປັນປະທານກ່າວເປີດກອງປະຊຸມໂດຍ ສະຫາຍ ບົວໄລ ພານຸວົງ ເລຂາໜ່ວຍພັກ ,ໂດຍໃຫ້ກ່ຽດເຂົ້າຮ່ວມຂອງ ສະຫາຍ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ ຮອງເລຂາຄະນະບໍລິຫານງານພັກ ຮອງ ຄອສພ ພ້ອມດ້ວຍສະມາຊິກພັກສົມບູນ ສຳຮອງ ແລນະ ແຂກຖືກເຊີນເຂົ້າຮ່ວມ.
ໜ່ວຍພັກ ຂປລ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ XVI

ໜ່ວຍພັກ ຂປລ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ XVI

ກອງປະຊຸມໃຫຍ່ ຄັ້ງທີ XVI ຂອງໜ່ວຍພັກສຳນັກຂ່າວສານປະເທດລາວ (ຂປລ) ໄດ້ຈັດຂຶ້ນໃນວັນທີ 15 ທັນວາ 2025 ໂດຍການເປັນປະທານຂອງ ສະຫາຍ ວັນນະສິນ ສິມມະວົງ ເລຂາໜ່ວຍພັກ, ຜູ້ອໍານວຍການໃຫຍ່ ສໍານັກຂ່າວສານປະເທດລາວ, ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີສະຫາຍເລຂາ, ຮອງເລຂາ ແລະ ຄະນະໜ່ວຍພັກ ອ້ອມຂ້າງຄະນະໂຄສະນາອົບຮົມສູນກາງພັກ ເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນວ ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນວ ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ (ນວ) ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 15 ທັນວານີ້ ທີ່ອົງການປົກຄອງນະຄອນຫຼວງວຽງຈັນ (ນວ), ໂດຍການເປັນປະທານຂອງ ສະຫາຍ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ, ເຂົ້າຮ່ວມ ມີສະຫາຍ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ຮອງເຈົ້າຄອງ, ບັນດາສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ, ບັນດາສະມາຊິກສະພາປະຊາຊົນນະຄອນຫຼວງ ແລະ ພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເພີ່ມເຕີມ