ສສຊ ເຂດ 18 ສະເໜີໃຫ້ລັດຖະບານແກ້ໄຂບັນຫາແຫຼ່ງພັດທະນາພະລັງງານໄຟຟ້າຄືນ

ສສຊ ເຂດ 18 ສະເໜີໃຫ້ລັດຖະບານແກ້ໄຂບັນຫາແຫຼ່ງພັດທະນາພະລັງງານໄຟຟ້າຄືນ

ສສຊ ເຂດ 18 ສະເໜີໃຫ້ລັດຖະບານແກ້ໄຂບັນຫາແຫຼ່ງພັດທະນາພະລັງງານໄຟຟ້າຄືນ
ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ສຸມໃສ່ປະກອບຄໍາເຫັນຕໍ່ບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດນະໂຍບາຍ, ນິຕິກໍາ, ກົນໄກຕ່າງໆໃນການພັດທະນາພະລັງງານໄຟຟ້ານໍ້າຕົກ, ລົມ ແລະ ແສງອາທິດໃນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໃນຕອນບ່າຍວັນທີ 12 ມິຖຸນານີ້ ໂດຍການເປັນປະທານຂອງທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ. ທ່ານ ແດງ ປະທຸມທອງ ສສຊ ເຂດເລືອກຕັ້ງທີ 18 ແຂວງໄຊສົມບູນ ໄດ້ສະເໜີໃຫ້ລັດຖະບານແກ້ໄຂບັນຫາແຫຼ່ງພັດທະນາພະລັງງານໄຟຟ້າຄືນ.

 

ສສຊ ເຂດ 18 ສະເໜໃຫລດຖະບານແກໄຂບນຫາແຫງພດທະນາພະລງງານໄຟຟາຄນ - image 1
 

ທ່ານ ແດງ ປະທຸມທອງ ກ່າວວ່າ: ປະຊາຊົນລາວມີຄວາມໂຊກດີທີ່ສຸດທີ່ມີປະເທດປະກອບໄປດ້ວຍພູມສັນຖານ ແລະ ທີ່ຕັ້ງ ທີ່ເອື້ອອໍານວຍໃຫ້ແກ່ການຜະລິດພະລັງງານໜູນວຽນ ຊຶ່ງເປັນພະລັງງານທີ່ໄດ້ມາຈາກແຫຼ່ງພະລັງງານທີ່ເກີດຂຶ້ນຕໍ່ເນື່ອງຊໍ້າໆໂດຍສ່ວນຫຼາຍມີແຫຼ່ງກໍາເນີດມາຈາກທໍາມະຊາດເປັນຕົ້ນ ນໍ້າ, ແສງຕາເວັນ, ລົມ, ຄວາມຮ້ອນໃຕ້ດິນ, ຊີວະມວນຊຶ່ງລ້ວນແຕ່ສາມາດນໍາໃຊ້ເປັນປະໂຫຍດຢ່າງບໍ່ຈໍາກັດ.

ທ່ານ ແດງ ປະທຸມທອງ ມີຄໍາເຫັນວ່າ: ສະພາບການພັດທະນາພະລັງງານໄຟຟ້າຂອງພວກເຮົາໃນໄລຍະຜ່ານມານີ້ ທີ່ລັດຖະມົນຕີກະຊວງອຄ ຍົກຂຶ້ນມາຈາກເມື່ອກ່ອນພວກເຮົາມີແຕ່ 4 ແຫຼ່ງ ແລະມີຄອບຄົວທີ່ໄດ້ໃຊ້ໄຟຟ້າພຽງແຕ່ 3%. ປັດຈຸບັນເຫັນວ່າມີພະລັງງານໄຟຟ້າ 100 ກວ່າແຫຼ່ງ ແລະ ກໍາລັງຕິດຕັ້ງ 12 ພັນກວ່າແຫຼ່ງ ກວມ 95%ຂອງຄອບຄົວ. ໃນນັ້ນ, ສົ່ງຂາຍ 7 ພັນກວ່າເມກາວັດ. ຜົນປະໂຫຍດທີ່ເຮົາໄດ້ຈາກການພັດທະນາ ແຕ່ຍັງເຫັນວ່າບົນເສັ້ນທາງທີ່ພວກເຮົາພັດທະນາແຫຼ່ງພະລັງງານໄຟຟ້ານໍ້າຕົກເຫັນວ່າຍັງມີຫຼາຍບັນຫາຄືກັບທ່ານລັດຖະມົນຕີ ກະຊວງ ອຄຍົກຂຶ້ນໂດຍສະເພາະເຂດເລືອກຕັ້ງຂອງພວກຂ້າພະເຈົ້າຜ່ານການລົງກວດກາຕິດຕາມເຫັນວ່າແຂວງນ້ອຍໆມີຮອດ 21 ເຂື່ອນ, ເຂື່ອນໃຫຍ່ມີ 5 ເຂື່ອນ, ແຕ່ເຫັນວ່າຍັງມີຄວາມຫຍຸ້ງຍາກຫຼາຍໂດຍສະເພາະຍັງມີຜົນກະທົບຕໍ່ສິ່ງແວດລ້ອມ, ສັງຄົມ ແລະ ມາຮອດປັດຈຸບັນປະຊາຊົນ ຍັງມີຄວາມຊັບສົນ, ມີສຽງຈົ່ມວ່າ. ພ້ອມນັ້ນ, ຍັງກະທົບຫຼາຍຕໍ່ສິ່ງແວດລ້ອມ, ປ່າໄມ້, ຕໍ່ຊີວະນານາພັນຕ່າງໆ. ນອກນັ້ນ, ບັນດາໂຄງການລົງທຶນຈໍານວນໜຶ່ງແມ່ນຈອງໄວ້ຊື່ໆບໍ່ທັນມີການພັດທະນາ ເປັນຕົ້ນເຂື່ອນນໍ້າທອງ 1, ນໍ້າທອງ2, ນໍ້າເພືອກຕອນລຸ່ມ, ນໍ້າເມີຍ1, ນໍ້າເມີຍ 2ຍັງບໍ່ທັນໄດ້ຈັດຕັ້ງປະຕິບັດ, ບາງໂຄງການເປັນ 10ກວ່າປີ ຍັງລໍຖ້າເຊັນສັນຍາຊື້-ຂາຍໄຟຟ້າເຫັນວ່າເຖິງວ່າຍັງມີເຂື່ອນຫຼາຍກໍຍັງບໍ່ທັນມີໄຟຟ້າໃຊ້ພຽງພໍໃນເທດສະບານ, ຮ້າຍແຮງທີ່ສຸດແຂວງໄຊສົມບູນໄດ້ຮັບສິດທິພິເສດໂດຍດໍາລັດ 414ຂອງນາຍົກໃຫ້ສາມາດຂຸດຄົ້ນ ແລະ ຜະລິດແຮ່ທາດ ຈຶ່ງເປັນຜົນກະທົບຕໍ່ແຂວງຍ້ອນວ່າໄຟຟ້າໃຊ້ບໍ່ພຽງພໍ.

ສສຊ ເຂດ 18 ສະເໜໃຫລດຖະບານແກໄຂບນຫາແຫງພດທະນາພະລງງານໄຟຟາຄນ - image 2
 

ທ່ານ ແດງ ປະທຸມພອນໃຫ້ຮູ້ຕື່ມວ່າ: ເພື່ອສືບຕໍ່ພະລັງງານໄຟຟ້າໃນຕໍ່ໜ້າ ຂ້າພະເຈົ້າເຫັນເປັນເອກະພາບຕໍ່ການມີຄໍາເຫັນຂອງຄະນະປະຈໍາສະພາແຫ່ງຊາດ. ສະນັ້ນ, ຢາກເອົາສຸພາສິດລາວກັບຄືນມາດັ່ງຄໍາເວົ້າທີ່ວ່າ: ຢາກໄປໜ້າໃຫ້ເບິ່ງຫຼັງໃນການຈະພັດທະນາໃນຕໍ່ໜ້າ, ຢາກອີງໃສ່ມະຕິຂອງກົມການເມືອງສູນກາງພັກທີ່ເວົ້າເຖິງເສດຖະກິດເປັນເອກະລາດເປັນເຈົ້າຕົນເອງຢູ່ໃນໜ້າທີ 3 ຂໍ້ 2ທີ່ວ່ານໍາໃຊ້ຊັບພະຍາກອນທໍາມະຊາດໃຫ້ອອກມາເປັນທຶນຢ່າງມີປະສິດທິພາບ, ປະສິດທິຜົນ. ດັ່ງນັ້ນ, ສະເໜີໃຫ້ຄວນໄດ້ປະເມີນຄືນອັນໃດເຂື່ອນໃດດີຄວນເຮັດອັນໃດ, ບໍ່ເຮັດອັນໃດ; ຕ້ອງໄດ້ກໍານົດແຜນຍຸດທະສາດໃນການພັດທະນາໄຟຟ້າລະອຽດ, ນໍ້າຕົກຈະເຮັດຢູ່ໃສນ້ອຍ-ຫຼາຍສໍ່າໃດ, ພະລັງລົມ, ແສງອາທິດຕ່າງໆຄວນໄດ້ມີແຜນຍຸດທະສາດລະອຽດຄັກແນ່, ມີການຄົ້ນຄວ້າວິທະຍາສາດຄັກແນ່ວ່າມີຜົນກະທົບໜ້ອຍ-ຫຼາຍປານໃດ,ມີຜົນໄດ້, ຜົນເສຍຫຼາຍປານໃດ; ຄວນໄດ້ປັບປຸງນິຕິກໍາທີ່ໄດ້ພົວພັນເຖິງການພັດທະນາພະລັງງານໄຟຟ້າ ໂດຍສະເພາະພົວພັນເຖິງພາສີ-ອາກອນ, ນັບທັງອາກອນກໍາໄລ ແລະ ຕິດພັນກັບການສ້າງບຸກຄະລາກອນໃຫ້ມີຄວາມສາມາດຕາມ 5 ອົງປະກອບມີຄວາມຮູ້, ທັກສະ, ຊໍານານ, ມີວິທະຍາສາດຄະຕິ ແລະ ສາມາດເຮັດໃຫ້ການບໍລິຫານໂປ່ງໃສເປັນມືອາຊີບ ພ້ອມລົງທຶນສ້າງລະບົບສາຍສົ່ງໃຫ້ເປັນລະບົບ, ຫຼີກລ່ຽງບໍ່ໃຫ້ມີຄື: ມີແຫຼ່ງພະລັງງານແຕ່ບໍ່ມີສາຍສົ່ງ. ສະນັ້ນ, ຈຶ່ງຄວນໄດ້ເອົາໃຈໃສ່ ແລະ ໃຫ້ຫຼາຍພາກສ່ວນຈົ່ງມີສ່ວນຮ່ວມໃນການພັດທະນາແຫຼ່ງພະລັງງານໄຟຟ້າ.

(ຂ່າວ: ວັນເພັງ)

ຄໍາເຫັນ

ຂ່າວການເມືອງ

ສະຫາຍ ຄຳປ່ຽນ ແສງສະຫວັດ ໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ໃໝ່

ສະຫາຍ ຄຳປ່ຽນ ແສງສະຫວັດ ໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ໃໝ່

ພິທີມອບ-ຮັບ ໜ້າທີ່ເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 22 ທັນວານີ້ ຢູ່ຫ້ອງປະຊຸມຂອງເມືອງດັ່ງກ່າວ, ​ໂດຍ​ການເປັນ​ກຽດເຂົ້າຮ່ວມຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ຜູ້ແທນແນວລາວສ້າງຊາດແຂວງຄຳມ່ວນ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ IX

ຜູ້ແທນແນວລາວສ້າງຊາດແຂວງຄຳມ່ວນ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ IX

ກອງປະຊຸມໃຫຍ່ ຄັ້ງທີ IX ຂອງຜູ້ແທນແນວລາວສ້າງຊາດ ແຂວງຄຳມ່ວນ ໄດ້ໄຂຂຶ້ນໃນວັນທີ 23 ທັນວານີ້, ໂດຍການເປັນປະທານຂອງທ່ານ ພິດສະໄໝ ກອງຊາເດດ ກຳມະການສູນກາງແນວລາວສ້າງຊາດ, ປະທານແນວລາວສ້າງຊາດແຂວງຄຳມ່ວນ, ເປັນກຽດເຂົ້າຮ່ວມມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຄໍາມ່ວນ, ມີບັນດາການນຳແຂວງ, ຄະນະກຳມະການແນວລາວສ້າງຊາດແຂວງ, ອົງການຈັດຕັ້ງມະຫາຊົນ ແລະ ແຂກຖືກເຊີນເຂົ້າຮ່ວມ.
ຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ວັນທີ 22 ທັນວານີ້, ເມືອງໄຊຍະບູລີ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມປືກສາຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ທີ່ຫ້ອງປະຊຸມຫ້ອງວ່າການເມືອງ ໂດຍການເປັນປະທານຂອງ ທ່ານ ຄໍາຫຼ້າ ຜີວວັນນາ ຄະນະປະຈໍາພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ມີຄະນະປະຈໍາພັກເມືອງ, ກຳມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສາລະວັນ ຊຸດທີ IV ໄດ້ໄຂຂຶ້ນ ໃນວັນທີ 18 ທັນວານີ້ ທີ່ສະໂມສອນແຂວງສາລະວັນ, ໂດຍການເປັນປະທານຂອງທ່ານ ສີເຮັງ ຫອມສົມບັດ ປະທານສະພາປະຊາຊົນແຂວງສາລະວັນ, ເຂົ້າຮ່ວມມີທ່ານ ດາວວົງ ພອນແກ້ວ ກໍາມະການສູນກາງພັກ ເລຂາຄະນະບໍລິຫານພັກແຂວງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຄໍາມ່ວນ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຂ ຊຸດທີ IV

ຄໍາມ່ວນ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຂ ຊຸດທີ IV

ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາປະຊາຊົນແຂວງຄໍາມ່ວນ (ສພຂ) ຊຸດທີ IV ໄດ້ຈັດຂຶ້ນໃນວັນທີ 17 ທັນວານີ້, ໂດຍການເປັນປະທານຂອງທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງ, ມີທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ, ພ້ອມດ້ວຍຄະນະປະຈຳສະພາປະຊາຊົນແຂວງ, ຫົວໜ້າພະແນກການ, ກອງບັນຊາການ ປກຊ-ປກສ, ອົງການທຽບເທົ່າຂັ້ນແຂວງເຂົ້າຮ່ວມ.
ດຳເນີນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV

ດຳເນີນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV

ກອງປະຊຸມສະໄໝສາມັນເທື່ອທີ 10 ທີ່ເປັນກອງປະຊຸມທ້າຍສະໄໝຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 16 ທັນວານີ້ ທີ່ຫໍວັດທະນະທຳໄກສອນພົມວິຫານ ໂດຍການເປັນປະທານຂອງທ່ານ ກົງແກ້ວ ມີວໍລະຈັກ ປະທານສະພາປະຊາຊົນແຂວງ, ໃຫ້ກຽດເຂົ້າຮ່ວມໃນກອງປະຊຸມມີທ່ານ ນາງ ສູນທອນ ໄຊຍະຈັກ ຄະນະເລຂາທິການສູນກາງພັກ ຮອງປະທານສະພາແຫ່ງຊາດ ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 13, ທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງສະຫວັນນະເຂດ ພ້ອມດ້ວຍການນຳຂັ້ນສູງຂອງແຂວງ, ເມືອງ, ນະຄອນ ເຂົ້າຮ່ວມ.
ສະພາປະຊາຊົນແຂວງຫຼວງພະບາງ ດຳເນີນກອງປະຊຸມສະໄໝ ສາມັນເທື່ອທີ່ 10

ສະພາປະຊາຊົນແຂວງຫຼວງພະບາງ ດຳເນີນກອງປະຊຸມສະໄໝ ສາມັນເທື່ອທີ່ 10

ກອງປະຊຸມສະໄໝ ສາມັນເທື່ອທີ່ 10 ຂອງສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV, ໄດ້ໄຂຂຶ້ນ ໃນວັນທີ່ 16 ທັນວານີ້ ທີ່ສະໂມສອນໃຫຍ່ຫ້ອງວ່າການແຂວງ, ໂດຍເປັນປະທານຂອງ ທ່ານ ວົງສະຫວັນ ເທບພະຈັນ ປະທານສະພາປະຊາຊົນແຂວງ, ມີການນຳຂອງແຂວງ, ອະດິດສະມາຊິກ ສະພາແຫ່ງຊາດປະຈຳເຂດເລືອກຕັ້ງ, ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງ ແລະ ສະມາຊິກສະພາປະຊາຊົນແຂວງ ເຂົ້າຮ່ວມ.
ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາ

ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາ

ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດຂຶ້ນໃນວັນທີ 16 ທັນວາ 2025 ທີ ຄະນະໂຄສະນາອົບຮົມສູນກາງພັກ(ຄອສພ) ,ພາຍໃຕ້ການເປັນປະທານກ່າວເປີດກອງປະຊຸມໂດຍ ສະຫາຍ ບົວໄລ ພານຸວົງ ເລຂາໜ່ວຍພັກ ,ໂດຍໃຫ້ກ່ຽດເຂົ້າຮ່ວມຂອງ ສະຫາຍ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ ຮອງເລຂາຄະນະບໍລິຫານງານພັກ ຮອງ ຄອສພ ພ້ອມດ້ວຍສະມາຊິກພັກສົມບູນ ສຳຮອງ ແລນະ ແຂກຖືກເຊີນເຂົ້າຮ່ວມ.
ໜ່ວຍພັກ ຂປລ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ XVI

ໜ່ວຍພັກ ຂປລ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ XVI

ກອງປະຊຸມໃຫຍ່ ຄັ້ງທີ XVI ຂອງໜ່ວຍພັກສຳນັກຂ່າວສານປະເທດລາວ (ຂປລ) ໄດ້ຈັດຂຶ້ນໃນວັນທີ 15 ທັນວາ 2025 ໂດຍການເປັນປະທານຂອງ ສະຫາຍ ວັນນະສິນ ສິມມະວົງ ເລຂາໜ່ວຍພັກ, ຜູ້ອໍານວຍການໃຫຍ່ ສໍານັກຂ່າວສານປະເທດລາວ, ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີສະຫາຍເລຂາ, ຮອງເລຂາ ແລະ ຄະນະໜ່ວຍພັກ ອ້ອມຂ້າງຄະນະໂຄສະນາອົບຮົມສູນກາງພັກ ເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນວ ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນວ ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ (ນວ) ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 15 ທັນວານີ້ ທີ່ອົງການປົກຄອງນະຄອນຫຼວງວຽງຈັນ (ນວ), ໂດຍການເປັນປະທານຂອງ ສະຫາຍ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ, ເຂົ້າຮ່ວມ ມີສະຫາຍ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ຮອງເຈົ້າຄອງ, ບັນດາສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ, ບັນດາສະມາຊິກສະພາປະຊາຊົນນະຄອນຫຼວງ ແລະ ພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເພີ່ມເຕີມ