ສສຊ ເຂດ 7 ສະເໜີໃຫ້ລັດຖະບານກວດຄືນການຂຸດຄົ້ນບໍ່ແຮ່ທີ່ບໍ່ໄດ້ມາດຖານ

ສສຊ ເຂດ 7 ສະເໜີໃຫ້ລັດຖະບານກວດຄືນການຂຸດຄົ້ນບໍ່ແຮ່ທີ່ບໍ່ໄດ້ມາດຖານ

ສສຊ ເຂດ 7 ສະເໜີໃຫ້ລັດຖະບານກວດຄືນການຂຸດຄົ້ນບໍ່ແຮ່ທີ່ບໍ່ໄດ້ມາດຖານ
ໃນຕອນເຊົ້າວັນທີ 10 ມິຖຸນານີ້ ທີ່ຫໍປະຊຸມແຫ່ງຊາດ ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ພາຍໃຕ້ການເປັນປະທານຂອງທ່ານນາງສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ, ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ຈາກເຂດເລືອກຕັ້ງຕ່າງໆສຸມໃສ່ປະກອບຄໍາເຫັນຕໍ່ບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ 6 ເດືອນຕົ້ນປີ 2025 ແລະ ແຜນການ 6 ເດືອນທ້າຍປີ 2025 ຕິດພັນກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ແລະ ການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ. ທ່ານ ບຸນລ້ອມ ແກ້ວບົວໂຮມ ສສຊ ເຂດເລືອກຕັ້ງທີ 7 ແຂວງໄຊຍະບູລີ ໄດ້ສະເໜີໃຫ້ລັດຖະບານກວດຄືນການຂຸດຄົ້ນບໍ່ແຮ່ທີ່ບໍ່ໄດ້ມາດຖານ ແລະ ບາງປະເດັນສໍາຄັນຕໍ່ແຜນພັດທະນາເສດຖະກິດ-ສັງຄົມ.

 

 

ທ່ານບຸນລ້ອມ ແກ້ວບົວໂຮມ ມີຄໍາເຫັນຢູ່ 4 ປະເດັນສໍາຄັນ ໂດຍສະເພາະການຂຸດຄົ້ນບໍ່ແຮ່ ຜ່ານມາຍັງມີບໍລິສັດມີບັນຫາການຂຸດຄົ້ນທີ່ບໍ່ໄດ້ມາດຖານ, ມີຫຼາຍຄໍາເຫັນຈາກ ສສຊ ຄວນຈະຢຸດຕິການຂຸດຄົ້ນ, ຖ້າເຮົາບໍ່ຂຸດຄົ້ນແທ້ໆ ແຕ່ເສດຖະກິດຂອງພວກເຮົາຍັງມີຄວາມຕ້ອງການທີ່ຕ້ອງພັດທະນາ. ສະນັ້ນ, ສະເໜີໃຫ້ລັດຖະບານປະເມີນ, ກວດກາຄືນບໍລິສັດໃດບໍ່ໄດ້ມາດຖານຄວນຢຸດຕິການຂຸດຄົ້ນ, ຖ້າໃຊ້ຄໍາວ່າໂຈະຈະບໍ່ເໝາະສົມປານໃດ ເພາະວ່າຕາມທີ່ໄດ້ລົງຕິດຕາມກວດກາມີບາງບໍລິສັດໃຫຍ່ມີການລົງທຶນເຫັນວ່າໄດ້ມີມາດຕະການທີ່ຂ້ອນຂ້າງຊັດເຈນກ່ຽວກັບເລື່ອງການຂຸດຄົ້ນ ໂດຍສະເພາະມີຄວາມຮັບຜິດຊອບຕິດຕາມກວດກາກ່ຽວກັບສິ່ງແວດລ້ອມ ແຕ່ມີບາງບໍລິສັດບໍ່ໄດ້ມາດຖານມີການຂຸດຄົ້ນກະທົບຕໍ່ສິ່ງແວດລ້ອມ, ການປ່ອຍນໍ້າເສຍທີ່ສົ່ງຜົນກະທົບຕໍ່ສຸຂະພາບຂອງປະຊາຊົນ ຊຶ່ງເຫັນວ່າໜ້າເປັນຫ່ວງຫຼາຍ; ກ່ຽວກັບການບໍລິການທາງດ້ານສາທາລະນະສຸກໂດຍສະເພາະຄວາມບໍ່ເພິ່ງພໍໃຈຕໍ່ຜູ້ທີ່ໄປໃຊ້ບໍລິການຢູ່ໂຮງໝໍ ທີ່ເປັນສະມາຊິກປະກັນສັງຄົມ, ປະກັນສຸຂະພາບ ຖ້າບໍລິການບໍ່ດີກໍຈະກະທົບເຖິງການຂະຫຍາຍສະມາຊິກ, ກະທົບເຖິງງົບປະມານສໍາລັບຈະເອົາໄປໃຊ້ໃນອະນາຄົດ; ງົບປະມານການປະກັນສຸຂະພາບ ຈະຫັນໂຮງໝໍກຸ້ມຕົນເອງກໍຍັງບໍ່ສາມາດແກ້ໄຂໄດ້ ເພື່ອຈະແກ້ໄຂໄດ້ຈຸດນີ້ຜູ້ປະກັນຕົນ, ຜູ້ທີ່ມີຄວາມສາມາດໃນການຈ່າຍລ່ວງໜ້າເຂົ້າປະກັນສຸຂະພາບ, ຖ້າຈະເຮັດໃຫ້ລະບົບນີ້ມີຄວາມເຂັ້ມແຂງ ມະຕິສະພາແຫ່ງຊາດທີ່ໄດ້ຮັບຮອງແລ້ວນັ້ນ ໃຫ້ຮີບໂຮມເອົາຫ້ອງການປະກັນສຸຂະພາບ, ຫ້ອງການປະກັນສັງຄົມໄປຢູ່ພາຍໃຕ້ອົງການດຽວກັນຖ້າເຮັດໄດ້ຄືແນວນີ້ ເຊື່ອໝັ່ນວ່າການຊື້ປະກັນ, ການໃຫ້ບໍລິການພາຍໃຕ້ການກວດສອບຂອງກະຊວງສາທາລະນະສຸກຈະເຮັດໃຫ້ລະບົບນີ້ມີຄວາມເຂັ້ມແຂງ ແລະ ຍືນຍົງ; ກ່ຽວກັບການພັດທະນາສີມືແຮງງານຜູ້ທີ່ຈະເຂົ້າໂຮງຮຽນອາຊີວະສຶກສາກໍຍັງມີໜ້ອຍພຽງ 20% ຕົວຢ່າງວ່າ: ຕ້ອງການນັກສຶກສາ 500 ຄົນ, ມີຕົວຈິງແຕ່ 100 ກວ່າຄົນ ສະເໜີໃຫ້ລັດຖະບານເອົາໃຈໃສ່ແກ້ໄຂໃຫ້ເໝາະສົມຕາມສະພາບເງື່ອນໄຂເສດຖະກິດ-ສັງຄົມໃນປັດຈຸບັນ.(ຂ່າວ: ວັນເພັງ, ພາບ: ບຸນຕອມ)

ຄໍາເຫັນ

ຂ່າວການເມືອງ

ຍທຂ ຊີ້ແຈງ ການເປ່ເພ ຊູດໂຊມຂອງເສັ້ນທາງ

ຍທຂ ຊີ້ແຈງ ການເປ່ເພ ຊູດໂຊມຂອງເສັ້ນທາງ

ທ່ານ ງາມປະສົງ ເມືອງມະນີ ລັດຖະມົນຕີ ກະຊວງໂຍທາງທິການ ແລະ ຂົນສົ່ງ ໄດ້ຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດໃນກອງປະຊຸມສະໄໝສາມັນເທຶອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 10 ມິຖຸນານີ້ ພາຍໃຕ້ການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ຊາດ.
ກະຊວງ ກສ ຊີ້ແຈງ ການຊຸກຍູ້ສົ່ງເສີມການຜະລິດກະສິກຳເປັນສິນຄ້າ

ກະຊວງ ກສ ຊີ້ແຈງ ການຊຸກຍູ້ສົ່ງເສີມການຜະລິດກະສິກຳເປັນສິນຄ້າ

ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 10 ມິຖຸນານີ້ ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ. ທ່ານ ລິນຄໍາ ດວງສະຫວັນ ລັດຖະມົນຕີກະຊວງກະສິກໍາ ແລະ ສິ່ງແວດລ້ອມ (ກສ) ໄດ້ຊີ້ແຈງຕໍ່ຄໍາຊັກຖາມ ຂອງສະມາຊິກສະພາແຫ່ງຊາດ (ສສຊ).
ຫຼາຍສາເຫດທີ່ພາໃຫ້ການເຂົ້າເຖິງສິນເຊື່ອຈຸນລະວິສາຫະກິດມີຄວາມຫຍຸ້ງຍາກ

ຫຼາຍສາເຫດທີ່ພາໃຫ້ການເຂົ້າເຖິງສິນເຊື່ອຈຸນລະວິສາຫະກິດມີຄວາມຫຍຸ້ງຍາກ

ຜູ້ວ່າການທະນາຄານແຫ່ງສປປລາວ (ທຫລ) ຊີ້ແຈງຫຼາຍສາເຫດທີ່ພາໃຫ້ການເຂົ້າເຖິງສິນເຊື່ອຂອງຈຸນລະວິສາຫະກິດມີຄວາມຫຍຸ້ງຍາກ ແລະບໍ່ທັນສະດວກເທົ່າທີ່ຄວນ ເປັນຕົ້ນຂັ້ນຕອນທີ່ໃຊ້ເວລາດົນ ແລະ ເງື່ອນໄຂຂອງການເຂົ້າເຖິງສິນເຊື່ອຂອງບຸກຄົນຍັງສູງເກີນຄວາມສາມາດຕົວຈິງ ເຮັດໃຫ້ບໍ່ສາມາດສະໜອງສິນເຊື່ອເພື່ອນໍາໃຊ້ເຂົ້າໃນການຜະລິດເປັນສິນຄ້າໄດ້ດີເທົ່າທີ່ຄວນ.
ກະຊວງອຄ ຊີ້ແຈງ ການປັບຂຶ້ນລາຄາໄຟຟ້າ

ກະຊວງອຄ ຊີ້ແຈງ ການປັບຂຶ້ນລາຄາໄຟຟ້າ

ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 10 ມິຖຸນານີ້ ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ. ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຊີ້ແຈງຕໍ່ຄໍາຊັກຖາມຂອງ ສະມາຊິກສະພາແຫ່ງຊາດ (ສສຊ) ໂດຍສະເພາະ ການສະໜອງໄຟໄຟ້າ, ບັນຫາຕັ້ງຂຶ້ນ:ການປັບປຸງ ເເລະ ຂຶ້ນລາຄາໄຟຟ້າ ທີ່ນໍາໃຊ້ໃນປັດຈຸບັນ ມີຜົນກະທົບຕໍ່ຊີວິດການເປັນຢູ່ ຂອງປະຊາຊົນ, ພະນັກງານ, ທະຫານ, ຕຳຫຼວດ ເມື່ອທຽບໃສ່ລາຍຮັບຕົວຈິງ, ທັງສົ່ງຜົນກະທົບ ຕໍ່ການຜະລິດກະສິກຳ ແລະ ການດໍາເນີນທຸລະກິດຂອງຈຸລະວິສາຫະກິດຂະໜາດນ້ອຍ-ຂະໜາດກາງ (ຈນກ); ການສະໜອງໄຟຟ້າ ບໍ່ມີຄວາມສະຖຽນ, ມີເຫດການໄຟຕົກ, ໄຟມອດ, ໄຟຟ້າລັດວົງຈອນ ສົ່ງຜົນກະທົບ ຕໍ່ອຸປະກອນໄຟຟ້າໃນຄົວເຮືອນ ແລະ ການຜະລິດ;ຂະແໜງ ອຄ ຈະມີມາດຕະການແກ້ໄຂຄືແນວໃດ?
ລັດຖະບານ ຈະສືບຕໍ່ແກ້ໄຂການເກັບຄືນເງິນກູ້ຢືມຢ່າງເຂັ້ມງວດ

ລັດຖະບານ ຈະສືບຕໍ່ແກ້ໄຂການເກັບຄືນເງິນກູ້ຢືມຢ່າງເຂັ້ມງວດ

ລັດຖະບານ ກໍຄືກະຊວງການເງິນຈະສືບຕໍ່ແກ້ໄຂໃນການລົງຕິດຕາມກວດກາຕົວຈິງ ແລະ ຊຸກຍູ້ການຈັດຕັ້ງປະຕິບັດການເກັບຄືນເງິນກູ້ຢືມຕໍ່ຢ່າງເຂັ້ມງວດ. ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ຄໍາຊັກຖາມຂອງສະມາຊິກສະພາແຫ່ງຊາດ (ສສຊ) ໃນກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 10 ມິຖຸນານີ້ ທີ່ ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ຕໍ່ຄໍາຖາມ:ການແກ້ໄຂໜີ້ສິນພາຍໃນ ແລະ ຕ່າງປະເທດ ໃນ 6 ເດືອນຕົ້ນ ປີ 2025 ປະຕິບັດໄດ້ພຽງ 13.54% ຂອງແຜນປີ ເຫັນວ່າປະຕິບັດໄດ້ໜ້ອຍ, ກະຊວງການເງິນຈະມີທິດທາງແກ້ໄຂຄືແນວໃດ? ເພື່ອໃຫ້ບັນລຸຕາມແຜນ? ລວມທັງມາດຕະການເລັ່ງທວງ ເກັບຄືນເງິນກູ້ຢືມ ເພື່ອເປັນແຫຼ່ງທຶນແກ້ໄຂໜີ້ສິນ ແລະ ຫຼຸດຜ່ອນການກູ້ຢືມ.
ທຫລ ຄາດວ່າຈະສາມາດຈັດຕັ້ງປະຕິບັດໄດ້ 5 ໃນ 8 ຕົວຊີ້ວັດຕິດພັນກັບແຜນເງິນຕາທີ່ສະພາຮັບຮອງ

ທຫລ ຄາດວ່າຈະສາມາດຈັດຕັ້ງປະຕິບັດໄດ້ 5 ໃນ 8 ຕົວຊີ້ວັດຕິດພັນກັບແຜນເງິນຕາທີ່ສະພາຮັບຮອງ

ທ່ານນາງ ວັດທະນາ ດາລາລອຍຮັກສາການຜູ້ວ່າການທະນາຄານແຫ່ງສປປ ລາວ (ທຫລ) ໄດ້ຊີ້ແຈງຕໍ່ຄໍາຊັກຖາມຂອງສະມາຊິກສະພາແຫ່ງຊາດ (ສສຊ) ໃນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 10 ມິຖຸນານີ້ ທີ່ຫໍສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ.
ລັດຖະບານ ຈະສົ່ງເສີມ ແລະ ດຶງດູດການລົງທຶນຂອງພາກເອກະຊົນ ໃຫ້ບັນລຸຕາມຄາດໝາຍ

ລັດຖະບານ ຈະສົ່ງເສີມ ແລະ ດຶງດູດການລົງທຶນຂອງພາກເອກະຊົນ ໃຫ້ບັນລຸຕາມຄາດໝາຍ

ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 10 ມິຖຸນານີ້ ພາຍໃຕ້ການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ.ທ່ານ ສັນຕິພາບ ພົມວິຫານລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ຄໍາຊັກຖາມຂອງ ສສຊ ໂດຍສະເພາະຕໍ່ຄໍາຖາມທີ1:ເພື່ອຮັບປະກັນແຫຼ່ງທຶນໃຫ້ແກ່ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໃນໄລຍະ 6 ເດືອນທ້າຍປີ 2025 ນີ້ ໃຫ້ບັນລຸຕາມເປົ້າໝາຍ, ລັດຖະບານຈະມີມາດຕະການດຶງດູດການລົງທຶນຕື່ມຄືແນວໃດ? ໂດຍສະເພາະການລົງທຶນເອກະຊົນພາຍໃນ ແລະ ຕ່າງປະເທດ, ທຶນຊ່ວຍເຫຼືອທາງການ ເພື່ອການພັດທະນາຈະມີມາດຕະການຈັດຕັ້ງປະຕິບັດຄືແນວໃດ?.
ສສຊ ແຂວງຜົ້ງສາລີສະເໜີລັດຖະບານແກ້ໄຂຫຼາຍບັນຫາທາງດ້ານເສດຖະກິດ-ສັງຄົມ

ສສຊ ແຂວງຜົ້ງສາລີສະເໜີລັດຖະບານແກ້ໄຂຫຼາຍບັນຫາທາງດ້ານເສດຖະກິດ-ສັງຄົມ

ໃນໂອກາດເຂົ້າຮ່ວມກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX, ທ່ານ ສົມຈິດ ຫັບລາກອນ ສະມາຊິກສະພາແຫ່ງຊາດ (ສສຊ) ເຂດເລືອກຕັ້ງທີ 2 ແຂວງຜົ້ງສາລີໄດ້ໃຫ້ສໍາພາດຕໍ່ສື່ມວນຊົນກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ 6 ເດືອນຕົ້ນປີ 2025 ຕິດພັນກັບ 2 ວາລະແຫ່ງຊາດ ແລະ ການແກ້ໄຂບັນຫາເຄັ່ງຮ້ອນຂອງເສດຖະກິດໃນວັນທີ 10 ມິຖຸນານີ້ ທີ່ຫໍປະຊຸມແຫ່ງຊາດໂດຍສະເໜີໃຫ້ລັດຖະບານແກ້ໄຂຫຼາຍບັນຫາສໍາຄັນທາງດ້ານເສດຖະກິດ-ສັງຄົມ.
ສສຊ ສະເໜີ ໃຫ້ເລັ່ງແກ້ໄຂບັນຫາລາຄາໄຟຟ້າ ທີ່ເພີ່ມສູງຂຶ້ນ

ສສຊ ສະເໜີ ໃຫ້ເລັ່ງແກ້ໄຂບັນຫາລາຄາໄຟຟ້າ ທີ່ເພີ່ມສູງຂຶ້ນ

ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໃນຕອນເຊົ້າວັນທີ 10 ມິຖຸນານີ້ ທີ່ຫໍສະພາແຫ່ງຊາດ, ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ສູນທອນ ໄຊຍະຈັດ ຮອງປະທານສະພາແຫ່ງຊາດ, ກອງປະຊຸມໄດ້ສືບຕໍ່ວາລະການປະກອບຄໍາເຫັນຂອງສະມາຊິກສະພາແຫ່ງຊາດ (ສສຊ) ຕໍ່ບົດລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ໄລຍະ 6 ເດືອນ ຕົ້ນປີ 2025 ແລະ ທິດທາງແຜນວຽກຈຸດສຸມ 6 ເດືອນທ້າຍປີ 2025 ຕິດພັນກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ແລະ ການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ.
ສສຊ ເຂດ 1 ນະຄອນຫຼວງວຽງຈັນສະເໜີໃຫ້ລັດຖະບານເລັ່ງແກ້ໄຂຫຼາຍບັນຫາ

ສສຊ ເຂດ 1 ນະຄອນຫຼວງວຽງຈັນສະເໜີໃຫ້ລັດຖະບານເລັ່ງແກ້ໄຂຫຼາຍບັນຫາ

ທ່ານ ບຸນທາມ ພຸດທະວົງສາ ສະມາຊິກສະພາແຫ່ງຊາດເຂດເລືອກຕັັ້ງທີ 1 ນະຄອນຫຼວງວຽງຈັນ ໄດ້ປະກອບຄຳເຫັນຫຼາຍບັນຫາເພື່ອເລັ່ງທວງໃຫ້ລັດຖະບານແກ້ໄຂຕໍ່ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 10 ມິຖຸນານີ້ ທີ່ຫໍປະຊຸມແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານນາງສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ, ມີບັນດາສະມາຊິກສະພາແຫ່ງຊາດ (ສສຊ) ຈາກເຂດເລືອກຕັ້ງຕ່າງໆສຸມໃສ່ປະກອບຄໍາເຫັນຕໍ່ບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ 6 ເດືອນຕົ້ນປີ 2025 ແລະ ແຜນການ 6 ເດືອນທ້າຍປີ 2025 ຕິດພັນກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ແລະ ການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ.
ເພີ່ມເຕີມ