![]() |
ທ່ານ ນາງ ເອື້ອງຄໍາ ພານະວົງ ກໍາມະການພັກເມືອງ, ປະທານຄະນະກໍາມະການປົກຄອງຕາແສງທ້າວແກ່ນໄດ້ລາຍງານວ່າ: ຕາແສງທ້າວແກ່ນ ໄດ້ຮັບການສ້າງຕັ້ງຂຶ້ນຢ່າງເປັນທາງການ ໃນວັນທີ 24 ເມສາ 2026, ປະກອບມີ 21 ບ້ານ, 26 ໜ່ວຍພັກ, ມີ 4,500ກວ່າຫຼັງຄາເຮືອນ, ພົນລະເມືອງທັງໝົດ 18,900 ກວ່າຄົນ (ຍິງ 9,400ກວ່າຄົນ).
ນັບແຕ່ມື້ສ້າງຕັ້ງເປັນຕົ້ນມາ, ຄະນະກໍາມະການປົກຄອງຕາແສງ ໄດ້ນໍາພາ-ຊີ້ນໍາ ການເຄື່ອນໄຫວວຽກງານພັກ-ລັດ ຕາມຂໍ້ຕົກລົງ ສະບັບເລກທີ 512/ຄປມ, ລົງວັນທີ 24 ສິງຫາ 2026 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຄະນະກຳມະການປົກຄອງຕາແສງ;ອັນພົ້ນເດັ່ນແມ່ນໄດ້ຊຸກຍູ້ ແລະ ຕິດຕາມການກໍ່ສ້າງເສັ້ນທາງຮ່ອມ (ທາງເບຕົງ) ພາຍໃນເທດສະບານເມືອງ ຈໍານວນ 6 ບ້ານ ລວມ 8 ເສັ້ນ, ມູນຄ່າ 582,000,000 ກວ່າກີບ (ທຶນປະຊາຊົນ 365,000,000 ກວ່າກີບ). ພ້ອມດຽວກັນນັ້ນ, ຍັງໄດ້ສົມທົບກັບອົງການປົກຄອງບ້ານຈອມແກ້ວ ແລະ ຫ້ອງການໂຍທາທິການ ແລະ ຂົນສົ່ງເມືອງ ຍົກລະດັບເສັ້ນທາງພາຍໃນບ້ານ ຍາວ 1,5 ກິໂລແມັດ, ກວ້າງ 7,5 ແມັດ ມູນຄ່າ 45,000,000 ກວ່າກີບ (ທຶນປະຊາຊົນ 21,000,000 ກວ່າກີບ ແລະ ທຶນລະດົມຈາກບໍລິສັດ 23,000,000 ກວ່າກີບ).
ຈາກນັ້ນ, ທ່ານ ນາງ ແສງມະນີ ຢາທໍ່ຕູ້ ໄດ້ເຜີຍແຜ່ຜົນສໍາເລັດກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ X ເຊິ່ງໄດ້ຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງເອົາບັນຫາສໍາຄັນຂອງຊາດ ເປັນຕົ້ນແມ່ນຮັບຮອງເອົາບົດລາຍງານຂອງລັດຖະບານ ກ່ຽວກັບການສະຫຼຸບຕີລາຄາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2026;ພິຈາລະນາ ແລະ ຮັບຮອງເອົາ ວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໃນໄລຍະ 2027-2030;ພິຈາລະນາ ແລະ ຮັບຮອງເອົາການສ້າງ ແລະ ປັບປຸງກົດໝາຍ 2 ສະບັບ ຄື: ກົດໝາຍວ່າດ້ວຍຄັງເງິນແຫ່ງລັດ (ສ້າງໃໝ່) ແລະ ກົດໝາຍວ່າດ້ວຍງົບປະມານແຫ່ງລັດ (ປັບປຸງ).
![]() |
ໃນໂອກາດດຽວກັນ, ທ່ານ ສສຊ ຍັງໄດ້ຮັບຟັງຄໍາສະເໜີ ແລະ ຄໍາຄິດຄໍາເຫັນຈາກຜູ້ເຂົ້າຮ່ວມ, ພ້ອມທັງໄດ້ໄປຢ້ຽມຢາມ ສໍານັກງານຄະນະກໍາມະການປົກຄອງຕາແສງທ້າວແກ່ນ ອີກດ້ວຍ.
ຂ່າວ: ແກ່ນທ້າວ


ຄໍາເຫັນ