ສສຊ ເຂດ9 ສະເໜີໃຫ້ລັດຖະບານແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ

ສສຊ ເຂດ9 ສະເໜີໃຫ້ລັດຖະບານແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ

ສສຊ ເຂດ9 ສະເໜີໃຫ້ລັດຖະບານແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ
ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ປະກອບຄຳເຫັນຕໍ່ບົດລາຍງານຂອງລັດຖະບານກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ 6 ເດືອນຕົ້ນປີ 2025 ແລະ ແຜນການ 6 ເດືອນທ້າຍປີ 2025 ຕິດພັນກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ແລະ ການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ,ໃນກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 9 ມິຖຸນານີ້ ພາຍໃຕ້ການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ.

ທ່ານ ຄໍາແສນ ສີສະວົງ ສສຊ ເຂດເລືອກຕັ້ງທີ 9 ແຂວງຊຽງຂວາງ ໄດ້ປະກອບຄໍາເຫັນໃສ່ບົດລາຍງານດັ່ງກ່າວຫຼາຍບັນຫາ ໂດຍໄດ້ສະເໜີໃຫ້ລັດຖະບານແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ.

ທ່ານ ຄໍາແສນ ສີສະວົງ ມີຄໍາເຫັນວ່າ: ໃນບົດລາຍງານເຫັນວ່າ ລວມຍອດຜະລິດຕະພັນພາຍໃນ (GDP) ຂະຫຍາຍຕົວ 4.5% ແຕ່ການກໍານົດ ຫຼື ການເກັບລາຍຮັບເຂົ້າງົບປະມານ ຍັງໄດ້ແຕ່ 8.95% ຂອງGDPຕາມປົກະຕິແລ້ວຕ້ອງໃຫ້ລາຍຮັບເຂົ້າງົບປະມານປະມານ 12%ຂຶ້ນໄປຕໍ່ GDP, ປະເທດກໍາລັງພັດທະນາ 12-20%, ປະເທດພັດທະນາ 20-50% ຕໍ່GDP. ດັ່ງນັ້ນ, ສະເໜີໃຫ້ລັດຖະບານເບິ່ງຄືນ ແລະ ຕັ້ງເປົ້າໃສ່ລາຍຮັບດ້ານໃດເຮົາປະຕິບັດບໍ່ໄດ້ເຊັ່ນ: ພາສີ-ອາກອນ, ຂາຍວັດຖຸດິບດ້ານແຮ່ທາດ, ລາຍຮັບບໍລິສັດ-ລັດວິສາຫະກິດ, ຄ່າບໍລິການອື່ນໆ, ຄ່າເຊົາທີ່ດິນ ສະເໜີໃຫ້ລັດຖະບານຕັ້ງງົບປະມານລາຍຮັບຕ້ອງໃຫຍ່ກວ່າ ຫຼື ເທົ່າກັບງົບປະມານລາຍຈ່າຍ, ຕາມທີ່ເຫັນຢູ່ບົດລາຍງານແຜນງົບປະມານລາຍຮັບ 68,000 ຕື້ກີບ, ລາຍຈ່າຍ 71,850 ຕື້ກີບ; ວຽກງານການຄຸ້ມຄອງພະລັງງານໄຟຟ້າຜ່ານມາເຮົາຈະເຫັນບາງບັນຫາເກີດຂຶ້ນເຊັ່ນ: ຄ່າໄຟຟ້າເພີ່ມຂຶ້ນສູງ, ອີກບໍ່ພໍແມ່ນການຈົດກົງເຕີຍັງມີການແຕກໂຕນກັນ 3-4 ເທົ່າຕົວທັງໆທີ່ວ່າເດືອນນີ້ບໍ່ໄດ້ໃຊ້ໄຟຟ້າ ເຮັດໃຫ້ກະທົບໃສ່ການຜະລິດຂອງປະຊາຊົນຫຼື SME,ບັນຫາອັກຄີໄຟທີ່ເກີດຈາກໄຟຟ້າລັດວົງຈອນສ້າງຄວາມເສຍຫາຍໃຫ້ປະຊາຊົນຢ່າງຫຼວງຫຼາຍຕໍ່ກັບບັນຫານີ້ແມ່ນສະເໜີໃຫ້ລັດຖະບານມີການຄຸ້ມຄອງ ແລະ ແກ້ໄຂດ່ວນ; ຕໍ່ກັບວຽກງານຄຸ້ມຄອງເສັ້ນທາງຄົມມະນາຄົມຂົນສົ່ງ, ເນື່ອງຈາກເສັ້ນທາງເປ່ເພສ່ວນຫຼາຍແມ່ນເກີດຈາກການຄຸ້ມຄອງນ້ຳໜັກລົດບໍ່ໄດ້. ສະນັ້ນ, ຈຶ່ງສະເໜີໃຫ້ມີມາດຕະການຄຸ້ມຄອງ ແລະ ບູລະນະໂດຍອອກມາດຕະການຄຸ້ມຄອງແບບໃໝ່ໃຫ້ມີການຊັ່ງນໍ້າໜັກ ແຕ່ຕົ້ນທາງ ແລະ ປາຍທາງ. ສະນັ້ນ, ຄະນະຮັບຜິດຊອບກວດກາ ໃຫ້ມີເຈົ້າໜ້າທີ່ 3 ພາກສ່ວນຄື: ໂຍທາທິການ ແລະ ຂົນສົ່ງ, ຕໍາຫຼວດ, ທະຫານຂອງແຕ່ລະທ້ອງຖິ່ນ. ພ້ອມນັ້ນ, ການເກັບຄ່ານໍ້າໜັກເກີນແມ່ນໃຫ້ກະຈາຍສູ່ທ້ອງຖິ່ນ ເພື່ອບູລະນະສ້ອມແປງທາງທີ່ແຂວຮັບຜິດຊອບໂດຍກົງ.

ທ່ານ ຄໍາແສນ ສີສະວົງ ຍັງມີຄໍາເຫັນຕໍ່ບັນຫາການຊຸກຍູ້ສົ່ງເສີມການຜະລິດກະສິກໍາເປັນສິນຄ້າໃນໄລຍະ 6 ເດືອນຜ່ານມາເຫັນວ່າລັດຖະບານມີຄວາມພະຍາຍາມແຕ່ໃນຕົວຈິງເຮົາກໍຍັງເຫັນການນໍາເຂົ້າສິນຄ້າກະສິກໍາ, ສິນຄ້າທີ່ມີລັກສະນະຟຸມເຟືອຍຍັງມີຫຼາຍຢ່າງເຮັດໃຫ້ຜູ້ບໍລິໂພກພາຍໃນຍັງສືບຕໍ່ນິຍົມຊົມໃຊ້ສິນຄ້ານໍາເຂົ້າຢູ່. ດັ່ງນັ້ນ, ຈຶ່ງສະເໜີໃຫ້ລັດຖະບານຄຸ້ມຄອງການນໍາເຂົ້າສິນຄ້າທັງຖືກລະບຽບ ແລະ ບໍ່ຖືກລະບຽບໃຫ້ເຂັ້ມງວດ, ໂປ່ງໃສ ໂດຍໃຫ້ເຈົ້າໜ້າທີຫຼາຍພາກສ່ວນມີສ່ວນຮ່ວມ ໂດຍເພີ່ມເຈົ້າໜ້າທີຈາກຕໍາຫຼວດ, ທະຫານແລະ ສະພາການຄ້າ ແລະ ອຸດສາຫະກໍາ ເພື່ອສົ່ງເສີມການຜະລິດພາຍໃນ ປົກປ້ອງດ້ວຍຮູບການ, ຫຼຸດຕົ້ນທຶນການຜະລິດໃຫ້ຜູ້ຜະລິດພາຍໃນ ໂດຍວິທີຫຼຸດຄ່າໂຄສະນາ, ຫຼຸດຄ່າຕິດຕັ້ງປ້າຍ, ສໍາປະທານທີ່ດິນລັດ ເພື່ອການພັດທະນາ, ຫຼຸດພາສີ, ອາກອນຕໍ່ການນໍາເຂົ້າເຄື່ອງມືການຜະລິດໃຫ້ SME ແລະ ຄົວເຮືອນໃຫ້ທົ່ວເຖິງຜ່ານມາຍັງບໍ່ທັນສົ່ງເສີມຜູ້ບໍລິໂພກຊົມໃຊ້ຜະລິດຕະພັນພາຍໃນ, ຫຼຸດພາສີມູນຄ່າເພີ່ມ, ຜູ້ຊົມໃຊ້ສິນຄ້າລາວ ແລະ ຄວນຍ້ອງຍໍຊົມເຊີຍຜູ້ທີ່ຊົມໃຊ້ສິນຄ້າພາຍໃນ.

(ຂ່າວ: ວັນເພັງ, ພາບ: ຕຸໄລເພັດ)

ຄໍາເຫັນ

ຂ່າວການເມືອງ

ຜົນການເລືອກຕັ້ງຄະນະບໍລິຫານງານພັກແຂວງໄຊສົມບູນ ສະໄໝທີ II

ຜົນການເລືອກຕັ້ງຄະນະບໍລິຫານງານພັກແຂວງໄຊສົມບູນ ສະໄໝທີ II

ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງໄຊສົມບູນ ສະໄໝທີ II ໄດ້ດໍາເນີນມາແຕ່ວັນທີ 9 ກັນຍາ ແລະ ສໍາເລັດລົງໃນວັນທີ 10 ກັນຍາຜ່ານມາ ທີ່ສະໂມສອນໃຫຍ່ຂອງແຂວງ ໂດຍສະຫາຍ ດາວບົວລະພາ ບາວົງເພັດ ຮອງປະທານຄະນະກວດກາສູນກາງພັກ, ຕາງໜ້າອະນຸກໍາມະການກົດລະບຽບ ແລະ ບຸກຄະລາກອນ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ໄດ້ລາຍງານຜົນຂອງການເລືອກຕັ້ງ ເອົາຄະນະບໍລິຫານງານພັກແຂວງ ໄຊສົມບູນ ສະໄໝທີ II ແລະ ແຈ້ງລາຍຊື່ຜູ້ແທນສົມບູນ ແລະ ສໍາຮອງ ເຂົ້າຮ່ວມກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ. ກອງປະຊຸມຄັ້ງນີ້, ເປັນປະທານໂດຍ ສະຫາຍ ພອຍຄໍາ ຮູ່ງບູນຍວງ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງໄຊສົມບູນ ແລະ ການເຂົ້າຮ່ວມຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ຮອງນາຍົກລັດຖະມົນຕີ, ບັນດາສະຫາຍ ການນໍາຂອງແຂວງ, ຜູ້ແທນສົມບູນ, ແຂກຖືກເຊີນ.
ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງການຕ່າງປະເທດຄັ້ງທີ V ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງການຕ່າງປະເທດຄັ້ງທີ V ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງການຕ່າງປະເທດຄັ້ງທີ V ໄດ້ເປີດຂຶ້ນຢ່າງເປັນທາງການໃນຕອນເຊົ້າຂອງວັນທີ 10 ກັນຍາ ນີ້ ທີ່ສູນການຮ່ວມມືສາກົນ ແລະ ການຝຶກອົບຮົມ (ICTC), ໂດຍພາຍໃຕ້ການເປັນປະທານຂອງສະຫາຍ ທອງສະຫວັນ ພົມວິຫານ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກກະຊວງ ລັດຖະມົນຕີກະຊວງການຕ່າງປະເທດ ແລະ ໃຫ້ກຽດເຂົ້າຮ່ວມຂອງສະຫາຍ ສະເຫຼີມໄຊ ກົມມະສິດ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ, ມີບັນດາສະຫາຍຄະນະບໍລິຫານງານພັກກະຊວງ, ຜູ້ຕາງໜ້າບັນດາສະຫາຍສະມາຊິກພັກອາວຸໂສບຳນານພ້ອມດ້ວຍບັນດາສະຫາຍຕາງໜ້າອົງການຈັດຕັ້ງມະຫາຊົນ ແລະ ບັນດາສະຫາຍຜູ້ແທນສົມບູນເຂົ້າຮ່ວມ ທັງໝົດ 218ສະຫາຍ ຍິງ 71 ສະຫາຍ ຊຶ່ງເປັນຕົວແທນໃຫ້ແກ່ສະມາຊິກພັກກະຊວງການຕ່າງປະເທດຈໍານວນ 725 ສະຫາຍ ຍິງ 260 ສະຫາຍ ແລະ ທົ່ວອົງຄະນະພັກກະຊວງການຕ່າງປະເທດ (ລວມທັງສະມາຊິກພັກນັກສຶກສາທີ່ກຳລັງສຶກສາຢູ່ຕ່າງປະເທດຈໍານວນ 1,290 ສະຫາຍ ຍິງ 226 ສະຫາຍ). ປັດຈຸບັນ, ທົ່ວອົງຄະນະພັກປະກອບມີ 59 ໜ່ວຍພັກຂຶ້ນກັບກະຊວງ (ລວມທັງ 41 ໜ່ວຍພັກສໍານັກງານການທູດຢູ່ຕ່າງປະເທດ) ເເລະ ມີ 1 ຄະນະພັກຮາກຖານ.
ກອງ​ປະຊຸມ​​ໃຫຍ່ສະມາຊິກພັກ ຄັ້ງ​ທີ V ອົງຄະ​ນະພັກສາ​ນປະຊາຊົນ​ສູງ​ສຸດ

ກອງ​ປະຊຸມ​​ໃຫຍ່ສະມາຊິກພັກ ຄັ້ງ​ທີ V ອົງຄະ​ນະພັກສາ​ນປະຊາຊົນ​ສູງ​ສຸດ

ສາ​ນປະຊາຊົນ​ສູງ​ສຸດ (ສສປສ) ເປີດກອງ​ປະຊຸມໃຫຍ່ສະມາຊິກພັກ ​​ຄັ້ງ​ທີ V ອົງຄະ​ນະ​ພັກສານ​ປະຊາຊົນ​ສູງ​ສຸດຂຶ້ນຢ່າງ​ເປັນ​ທາງການ ພາຍໃຕ້ຄໍາຂັວນ: ຍົກສູງບົດບາດການນໍາພາຂອງພັກເຂົ້າໃນວຽກງານບໍລິຫານສານ-ບໍລິຫານຄະດີໃນໄລຍະໃໝ່ ເພື່ອໃຫ້ສານປະຊາຊົນມີການພັດທະນາຢ່າງບໍ່ຢຸດຢັ້ງ​ໃນວັນທີ 10 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຂອງສະຫາຍ ນາງ ວຽງທອງ ສີພັນດອນ ຄະນະເລຂາທິການສູນກາງພັກ ເລຂາຄະນະພັກ ປະທານສານປະຊາ​ຊົນ​ສູງ​ສຸດແຫ່ງ ສປປ ລາວ ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ສິນລະວົງ ຄຸດໄພທູນ ກໍາມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມໃຫຍ່ຄັ້ງທີ III ອົງຄະນະພັກ ຄຕພ ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມໃຫຍ່ຄັ້ງທີ III ອົງຄະນະພັກ ຄຕພ ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມໃຫຍ່ສະມາຊິກພັກຄັ້ງທີ III ຂອງອົງຄະນະພັກຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ) ໄດ້ຈັດຂຶ້ນໃນວັນທີ 9 ກັນຍານີ້ ແລະ ສໍາເລັດຜົນຢ່າງຈົບງາມໃນວັນດຽວກັນ ທີ່ສະໂມສອນ ຂອງຄະນະໂຄສະນາອົບຮົມສູນກາງພັກ (ຫຼັກ 6) ນະຄອນຫຼວງວຽງຈັນ, ໂດຍການເປັນປະທານ ຂອງ ສະຫາຍ ບຸນເຫຼືອ ພັນດານຸວົງ ເລຂາຄະນະບໍລິຫານງານພັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ, ເປັນກຽດເຂົ້າຮ່ວມ ຂອງ ສະຫາຍ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ; ມີແຂກຖືກເຊີນຈາກບັນ ດາອົງການອ້ອມຂ້າງສຳນັກງານສູນກາງພັກ; ກະຊວງການຕ່າງປະເທດ ແລະ ກະຊວງປ້ອງກັນຄວາມສະຫງົບ, ມີບັນດາສະຫາຍສະມາຊິກພັກອາວຸໂສ ແລະ ບັນດາສະມາຊິກພັກສົມບູນທົ່ວອົງຄະນະພັກ ຄຕພ ເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງໄຊສົມບູນ ຄັ້ງທີ IIໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງໄຊສົມບູນ ຄັ້ງທີ IIໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກແຂວງໄຊສົມບູນ ຄັ້ງທີ II ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 9 ກັນຍານີ້ ທີ່ສະໂມສອນແຂວງໄຊສົມບູນ, ໂດຍການເປັນປະທານຂອງສະຫາຍ ພອຍຄໍາ ຮຸ່ງບຸນຍວງ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງໄຊສົມບູນ, ໂດຍການໃຫ້ກຽດເຂົ້າຮ່ວມຂອງສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ຮອງນາຍົກລັດຖະມົນຕີ; ມີແຂກຖືກເຊີນຈາກສູນກາງ, ແຂວງ ແລະ ຜູ້ແທນສົມບູນ 135 ສະຫາຍ ຊຶ່ງເປັນຕົວແທນໃຫ້ແກ່ສະມາຊິກພັກຈໍານວນ 5,127 ສະຫາຍ ໃນທົ່ວແຂວງເຂົ້າຮ່ວມ.
ກອງປະຊຸມໃຫຍ່ສະມາຊິກພັກ ອົງຄະນະພັກ ຄຕພ

ກອງປະຊຸມໃຫຍ່ສະມາຊິກພັກ ອົງຄະນະພັກ ຄຕພ

ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ III ຂອງອົງຄະນະພັກ ຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ) ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 9 ກັນຍານີ້ ທີ່ສະໂມສອນຂອງ ໂຄສະນາອົບຮົມສູນກາງພັກ, ໂດຍໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ສະເຫຼີມໄຊ ກົມມະສິດ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ສະຫາຍ ບຸນເຫຼືອ ພັນດານຸວົງ ເລຂາ ຄະນະບໍລິຫານງານພັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ, ມີບັນດາຄະນະພັກ, ຄະນະນໍາພາຍໃນ ຄຕພ, ບັນດາສະຫາຍສະມາຊິກພັກອາວຸໂສບໍານານ, ບັນດາແຂກຖືກເຊີນ ພ້ອມດ້ວຍສະມາຊິກພັກສົມບູນ ແລະ ສໍາຮອງເຂົ້າຮ່ວມ.
ຄໍາມ່ວນ ແນະນໍາກ່ຽວກັບເນື້ອໃນເອກະສານກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງຄັ້ງທີ XI

ຄໍາມ່ວນ ແນະນໍາກ່ຽວກັບເນື້ອໃນເອກະສານກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງຄັ້ງທີ XI

ກອງປະຊຸມ ແນະນໍາກ່ຽວກັບການປະກອບຄໍາເຫັນ ຕໍ່ເນື້ອໃນເອກະສານ ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ຄັ້ງທີ XI ຈັດຂຶ້ນໃນວັນທີ 8 ກັນຍານີ້ ທີ່ເຮືອນພັກເລກ 1 ຂອງແຂວງ ໂດຍການເປັນປະທານຂອງທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຄໍາມ່ວນ, ມີຮອງເລຂາພັກແຂວງ, ຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ, ບັນດາພະແນກການ ແລະ ຕາງໜ້າອົງການປົກຄອງເມືອງເຂົ້າຮ່ວມ.
ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງ ຮສສ ຄັ້ງທີ VII ​ເປີດ​ຂຶ້ນ​ຢ່າງ​ເປັນ​ທາງ​ການ

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງ ຮສສ ຄັ້ງທີ VII ​ເປີດ​ຂຶ້ນ​ຢ່າງ​ເປັນ​ທາງ​ການ

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ກະຊວງແຮງງານ ແລະ ສະຫວັັດດີການສັງຄົມ (ຮສສ) ຄັ້ງທີ VII ເປີດຂຶ້ນຢ່າງເປັນທາງການໃນ​ວັນ​ທີ 4 ກັນຍານີ້ ທີ່ນະຄອນຫຼວງ​ວຽງ​ຈັນ ໂດຍການ​ເປັນ​ປະທານ​ຂອງສະ​ຫາຍ ໂພໄຊ ໄຊຍະສອນ ກໍາມະການສູນກາງພັກ ເລຂາຄະນະພັກ ລັດຖະມົນຕີກະຊວງ ຮສສ, ​ເປັນ​ກຽດ​ເຂົ້າ​ຮ່ວມ​ຂອງສະຫາຍ ນາງ ສີໃສ ລືເດດມູນສອນ ກໍາມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກຫົວໜ້າຄະນະຈັດຕັ້ງສູນກາງພັກ, ມີບັນດາອະດີດການນໍາກະຊວງ, ຜູ້ແທນສົມບູນຈໍານວນ 131 ສະຫາຍ ຍິງ 59 ສະຫາຍເຂົ້າ​ຮ່ວມ.
ສໍາເລັດກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ II ອົງຄະນະພັກ ສວສສຊ

ສໍາເລັດກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ II ອົງຄະນະພັກ ສວສສຊ

ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ II ອົງຄະນະພັກສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ (ສວສສຊ) ໄດ້ເປີດຂຶ້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 3 ກັນຍານີ້ ທີ່ຫ້ອງ ປະຊຸມໃຫຍ່ຂອງຫ້ອງວ່າການສູນກາງພັກ ນະຄອນຫຼວງວຽງຈັນ ແລະ ສໍາເລັດຜົນຢ່າງຈົບງາມໃນວັນດຽວກັນ, ພາຍໃຕ້ຄໍາຂວັນ “ສ້າງການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານວຽກງານຄົ້ນຄວ້າ, ເປັນຄັງປັນຍາທີ່ເຂັ້ມແຂງໃຫ້ແກ່ພັກ ແລະ ລັດຖະບານ, ສ້າງຜະລິດຕະພັນທີ່ມີຄຸນນະພາບອອກສູ່ສັງຄົມທັງພາຍໃນ ແລະ ຕ່າງປະເທດ” ໂດຍການເປັນປະທານຂອງ ສະຫາຍ ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ ເລຂາຄະນະພັກ ປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ເປັນກຽດເຂົ້າຮ່ວມຂອງ ສະຫາຍ ນາງ ສີໃສ ລືເດດມູນສອນ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະຈັດຕັ້ງສູນກາງພັກ; ມີບັນດາການນໍາພັກ-ລັດ, ອະດີດການນໍາພັກ-ລັດ, ພະນັກງານອາວຸໂສ-ບໍານານ, ຄະນະປະຈຳພັກ, ກຳມະການຄະນະພັກ, ສະມາຊິກພັກສົມບູນ ແລະ ສຳຮອງ ພ້ອມດ້ວຍແຂກຖືກເຊີນຈາກຄະນະຈັດຕັ້ງສູນກາງພັກ, ຄະນະໂຄສະນາອົບຮົມສູນກາງພັກ, ຫ້ອງວ່າການສູນກາງພັກ, ຄະນະກວດກາສູນກາງພັກ, ຄະນະພົວພັນການຕ່າງປະເທດສູນກາງພັກ ເຂົ້າຮ່ວມທັງໝົດຈໍານວນ 183 ສະຫາຍ ຍິງ 79 ສະຫາຍ. ໃນນີ້ ມີຜູ້ແທນກອງປະຊຸມ 148 ສະຫາຍ, ຍິງ 65 ສະຫາຍ.
ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງສະຫວັນນະເຂດຄັ້ງທີ X ໄດ້ເຫັນດີເປັນເອກະພາບ ເລືອກເອົາສະຫາຍ ບຸນໂຈມ ອຸບົນປະເສີດ ເປັນເລຂາຄະນະບໍລິຫານງານພັກແຂວງ

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງສະຫວັນນະເຂດຄັ້ງທີ X ໄດ້ເຫັນດີເປັນເອກະພາບ ເລືອກເອົາສະຫາຍ ບຸນໂຈມ ອຸບົນປະເສີດ ເປັນເລຂາຄະນະບໍລິຫານງານພັກແຂວງ

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງສະຫວັນນະເຂດຄັ້ງທີ X ໄດ້ສຳເລັດລົງດ້ວຍຄວາມຈົບງາມໃນຕອນເຊົ້າວັນທີ 3 ກັນຍາ 2025ນີ້ ຢູ່ທີ່ຫໍວັດທະນະທຳໄກສອນພົມວິຫານ, ພາຍໃຕ້ການເປັນປະທານຂອງ ສະຫາຍ ບຸນໂຈມອຸບົນປະເສີດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງສະຫວັນນະເຂດ, ໂດຍໃຫ້ກຽດເຂົ້າຮ່ວມຂອງສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ ຜູ້ປະຈຳການຄະນະເລຂາທິການສູນກາງພັກ ຮອງປະທານປະເທດ, ມີສະຫາຍ ວິໄລວົງ ບຸດດາຄຳ ກຳມະການສູນກາງພັກ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ພ້ອມດ້ວຍບັນດາສະຫາຍໃນຄະນະບໍລິຫານງານພັກແຂວງ, ຜູ້ແທນ ແລະ ແຂກກອງປະຊຸມເຂົ້າຮ່ວມ.
ເພີ່ມເຕີມ