![]() |
ທ່ານ ສຸກສະຫວັນ ບຸດຕະວົງ ສະມາຊິກປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ II ຫົວໜ້າຄະນະສະມາຊິກສະພາປະຊາຊົນ ນວ ປະຈຳເຂດເລືອກຕັ້ງ ເມືອງຫາດຊາຍຟອງ, ທ່ານ ລຳເພັດ ຄຳຄໍ້ຮົມພັນ ສະມາຊິກສະພາປະຊາຊົນ ນວ ຊຸດທີ II ຮອງຫົວໜ້າຄະນະສະມາຊິກສະພາ ນວ ປະຈຳເຂດເລືອກຕັ້ງ ເມືອງຫາດຊາຍຟອງ, ໄດ້ລົງພົບປະຜູ້ມີສິດເລືອກຕັ້ງ ແລະ ເຜີຍແຜ່ຜົນສຳເລັດ ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ສະພາປະຊາຊົນນະຄອນຫຼວງວຽງຈັນ ຊຸດທີ II ຢູ່ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໃນວັນທີ 21 ສິງຫານີ້ ທີ່ສະໂມສອນປົກຄອງເມືອງຫາດຊາຍຟອງ ຊຶ່ງມີເລຂາພັກບ້ານ, ນາຍບ້ານ, ອົງການຈັດຕັ້ງມະຫາຊົນ, ປກຊ, ປກສ ແລະ ແນວໂຮມບ້ານເຂົ້າຮ່ວມ.
ໃນໂອກາດດັ່ງກ່າວ, ບັນດາສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນ ນະຄອນຫຼວງວຽງຈັນ ໄດ້ຜັດປ່ຽນກັນເຜີຍແຜ່ຜົນສຳເລັດກອງປະຊຸມດັ່ງກ່າວ ຊຶ່ງກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ພິຈາລະນາຮັບຮອງເອົາບັນດາເນື້ອໃນວຽກງານສໍາຄັນຕ່າງໆຄື: ວຽກງານຂອງລັດຖະບານ, ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ 6 ເດືອນຕົ້ນປີ 2025 ຜ່ານມາ, ການຈັດຕັ້ງປະຕິບັດບັນດານະໂຍບາຍ, ນິຕິກໍາ, ກົນໄກຕ່າງໆ ໃນການພັດທະນາພະລັງງານໄຟຟ້າ, ນະໂຍບາຍຊຸກຍູ້ສົ່ງເສີມການກໍ່ສ້າງ ແລະ ສ້ອມແປງທາງໃນໄລຍະໃໝ່, ການສະຫຼຸບຕີລາຄາຜົນການໂຄສະນາເຜີຍແຜ່ກົດໝາຍ,ການຈັດຕັ້ງປະຕິບັດປີທ່ອງທ່ຽວລາວ ແລະ ທິດທາງແຜນການໃນຕໍ່ໜ້າ, ວຽກງານຂອງສະພາແຫ່ງຊາດ, ບົດລາຍງານຂອງສະພາແຫ່ງຊາດໃນການເຄື່ອນໄຫວວຽກງານແຕ່ກອງປະຊຸມສະໄໝສາມັນເທື່ອທີ 8 ຫາເທື່ອທີ 9 ແລະ ທິດທາງແຜນການຮອດກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດຊຸດທີ IX ແລະ ວຽກງານສ້າງ ແລະ ປັບປຸງກົດໝາຍ, ສຳລັບກອງປະຊຸມສະພາປະຊາຊົນ ນະຄອນຫຼວງວຽງຈັນຊຸດທີ II ໄດ້ພິຈາລະນາ ແລະ ຮັບຮອງເອົາບັນຫາສໍາຄັນ ຂອງນະຄອນຫຼວງວຽງຈັນເປັນຕົ້ນວຽກງານທີ່ພົ້ນເດັ່ນຕໍ່ກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ 6 ເດືອນຕົ້ນປີ, ຕິດພັນກັບການປະເມີນໂດຍສັງເຂບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX (2021-2025), ການຈັດຕັ້ງປະຕິບັດ 8 ແຜນງານ, 20 ໂຄງການລະດັບຊາດ, ໂຄງການປິ່ນອ້ອມທີ່ກໍານົດໃນແຜນການ 5 ປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2025 ນະຄອນຫຼວງວຽງຈັນ, ຮັບຮອງເອົາການສະເໜີປັບລາຄາຊົມໃຊ້ນໍ້າປະປາ ປີ 2025 - 2027 ຂອງລັດວິສາຫະກິດນໍ້າປະປານະຄອນຫຼວງວຽງຈັນ, ຮັບຮອງເອົາການປັບປຸງກົງຈັກການຈັດຕັ້ງຂອງອົງການປົກຄອງນະຄອນຫຼວງວຽງຈັນ, ຮັບຮອງເອົາວຽກງານນິຕິກໍາ, ຮັບຮອງເອົາບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 6 ເດືອນຕົ້ນປີແລະ ທິດທາງແຜນການ 6 ເດືອນທ້າຍປີ 2025 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ IV.
ຈາກນັ້ນ, ບັນດາຜູ້ເຂົ້າຮ່ວມໄດ້ປະກອບຄຳຄິດຄຳເຫັນ ແລະ ສະເໜີບັນຫາຫຼາຍບັນຫາ ເພື່ອໃຫ້ສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນ ນວ ໄດ້ສັງລວມເອົາຄຳສະເໜີຂອງ ປະຊາຊົນ ທີ່ມີຄວາມຂັດຂ້ອງໝອງໃຈເພື່ອນຳໄປສະເໜີໃຫ້ພາກສ່ວນທີ່ກ່ຽວຂ້ອງຄົ້ນຄວ້າ, ພິຈາລະນາແລ້ວກ້າວໄປສູ່ການຈັດຕັ້ງປະຕິບັດໃນສະພາບຄວາມເປັນຈິງ.
(ຂ່າວ-ພາບ: ສຳນານ)
ຄໍາເຫັນ