![]() |
ທ່ານ ນາງ ສົມພຽນ ວົງໄຊ ສສຊ ເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ ປະຄໍາເຫັນວ່າ:ເຫັນດີເປັນເອກະພາບຕໍ່ບົດລາຍງານຂອງ ສປສສ ແລະ ອອປສ ໃນໄລຍະ 5 ປີຜ່ານມາ ເຫັນວ່າມີຜົນສຳເລັດຫຼາຍດ້ານ. ເຖິງແມ່ນໄດ້ມີການປັບປຸງການຈັດຕັ້ງຢ່າງເປັນລະບົບຄົບຊຸດຂຶ້ນກວ່າເກົ່າ,ພະນັກງານໄດ້ຮັບການຍົກລະດັບທາງດ້ານທິດສະດີການເມືອງ ແລະ ທາງດ້ານວິຊາສະເພາະຢ່າງເປັນລະບົບຢ່າງຕໍ່ເນື່ອງ ພ້ອມທັງໄດ້ປັບປຸງກົນໄກການດຳເນີນຄະດີໃຫ້ມີຄວາມວ່ອງໄວ ແລະ ສອດຄ່ອງກັບກົດໝາຍຫຼາຍຂຶ້ນ;ແຕ່ໃນການປະຕິບັດວຽກງານຕົວຈິງການດຳເນີນຄະດີຍັງມີຄວາມຊັກຊ້າ, ກາຍກຳນົດເວລາແມ່ນຍັງມີຫຼາຍຢູ່ ຊຶ່ງນີ້ກໍຍ້ອນຫຼາຍສາເຫດທັງໃນຕົວ ແລະ ນອກຕົວເພາະວ່າຢູ່ໃນຊ່ວງລໍຖ້າການປະຕິບັດກົດໝາຍທີ່ປັບປຸງໃໝ່ ເປັນຕົ້ນແມ່ນກົດໝາຍວ່າດ້ວຍການດຳເນີນຄະດີແພ່ງ ທີ່ກຳນົດມູນຄ່າ 1 ຕື້ລົງມາ ແມ່ນເປັນສິດອຳນາດຂອງສານເຂດ ແຕ່ໃນເມືອກ່ອນສານເຂດ ພັດສົ່ງຄະດີມູນຄ່າເກີນ 300 ລ້ານ ຂຶ້ນມາໃຫ້ສານແຂວງຫຼືສານປະຊາຊົນ ແລະ ຢູ່ໃນຊ່ວງໄລຍະປັບປຸງກົດໝາຍ ສານນະຄອນຫຼວງ,ສານແຂວງ ຍັງບໍ່ທັນໄດ້ປະຕິບັດ ເພາະຍັງບໍ່ຊັດເຈນວ່າ ຕົນເອງຈະເປັນຜູ້ຕັດສິນຄະດີດັ່ງກ່າວຫຼືວ່າຈະສົ່ງໃຫ້ເຂດຕັດສິນ ຈິ່ງເຮັດໃຫ້ຄະດີມາຄ້າງຢູ່ສານນະຄອນຫຼວງ ແລະ ສານແຂວງ ຫຼາຍພໍສົມຄວນ; ອັນນີ້, ກໍເປັນສາເຫດໜຶ່ງທີ່ເຮັດໃຫ້ຄະດີມີຄວາມຊັກຊ້າ.
ທ່ານ ສົມໄຊ ສີຫາຈັກ ສສຊ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ສະເໜີໃຫ້ ສປສສ ເອົາໃຈໃສ່ໃນການຕິດຕາມກວດກາການບໍລິຫານຄະດີຂອງສານປະຊາຊົນທ້ອງຖິ່ນ, ສານເຂດໂດຍສະເພາະຄະດີລາຍໃຫຍ່ເປັນຕົ້ນຄະດີຢາເສບຕິດ,ຄະດີສໍ້ລາດບັງຫຼວງ ແມ່ນຂາດການຕິດຕາມກວດກາ ຈິ່ງເຮັດໃຫ້ຄະດີມີຄວາມຊັກຊ້າແກ່ຍາວ; ສະເໜີໃຫ້ ສປສສ, ຕ້ອງໄດ້ຍົກລະດັບໃຫ້ແກ່ຜູ້ພິພາກສາ ດ້ານວິຊາສະເພາະ ແລະ ຈັນຍາບັນ,ຈັນຍາທຳ ເພື່ອຮັບປະກັນໃຫ້ແກ່ການພິຈາລະນາຄະດີຂອງສານໃຫ້ມີຄວາມຖືກຕ້ອງ ແລະ ໄປຄຽງຄູ່ກັບການສ້າງຕັ້ງສານປະຊາຊົນເຂດ ຄວນພິຈາລະນາສ້າງຕັ້ງສານປະຊາຊົນເມືອງ ໃນ 5 ປີ ຕໍ່ໜ້າ ເພື່ອໃຫ້ປະຊາຊົນໄດ້ເຂົ້າເຖິງຂະບວນຍຸຕິທຳ.
![]() |
ທ່ານ ສີສູນທອນ ສ.ຜາບມີໄຊຍ໌ ສສຊ ເຂດເລືອກຕັ້ງທີ 2 ແຂວງຜົ້ງສາລີ ໄດ້ສະເໜີໃຫ້ ສປສສ ແລະ ອອປສ ເອົາໃຈໃສ່ໃນການສ້າງພະນັກງານ ໃຫ້ເປັນມືອາຊີບ,ເປັນຜູ້ຊ່ຽວຊານສະເພາະດ້ານ ຢ່າງເປັນລະບົບຕໍ່ເນື່ອງ ການກໍ່ສ້າງຈະໄດ້ພະນັກງານຜູ້ຊ່ຽວຊານ,ຜູ້ສຳນານງານ,ຜູ້ເປັນມືອາຊີບ ຕ້ອງໄດ້ໄຊເວລາ ຈະກຳນົດແຜນການສ້າງຈະເປັນ 3-5-7 ແລະ 10 ປີ.
(ຂ່າວ-ພາບ:ບຸນຕອມ)


ຄໍາເຫັນ