ທ່ານ ນາງ ວາລີ ເວດສະພົງ ສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ ໄດ້ສະເໜີໃຫ້ລັດຖະບານ ເອົາໃຈໃສ່ໃນການຄຸ້ມຄອງເງິນຕາຕ່າງປະເທດໃຫ້ມີສະຖຽນລະພາບ,ຖ້າເງິນຕາຕ່າງປະເທດບໍ່ມີສະຖຽນລະພາບ ຈະສົ່ງຜົນກະທົບຕໍ່ເສດຖະກິດຂອງປະເທດເຮົາ,ໃນຂະນະດຽວກັນການຄຸຸ້ມຄອງບໍ່ແຮ່ ຢູ່ໃນໂຄງການແຮ່ທາດແບບທົດລອງ 93 ບໍລິສັດ ມີບໍລິສັດຕ່າງປະເທດຫຼາຍປານໃດ ແລະ ໃນ93ນັ້ນ,ເຫັນວ່າລາຍຮັບຈາກການຂຸດຄົ້ນແຮ່ທາດດັ່ງກ່າວຍັງໜ້ອຍບໍ່ຄຸ່ມຄ່າກັບຖະໜົນຫົນທາງ,ສາຍນໍ້າ,ສິ່ງແວດລ້ອມ ທີ່ເປ່ເພຊຸດໂຊມແລະເສຍຫາຍໄປ ແລະ ເອົາກັບຄືນບໍ່ໄດ້, ດັ່ງນັ້ັ້ນ ພວກເຮົາຕ້ອງມີມາດຕະການໃນການແກ້ໄຂ,ສຳລັບຜູ້ສຳຫຼວດ ແລະ ຜູ້ຂຸດຄົ້ນ ກໍຕ້ອງແຍກກັນ ເພາະວ່າຜົນປະໂຫຍດຈະຕ່າງກັນ, ສະເໜີໃຫ້ລັດຖະບານເປັນເຈົ້າການໃນການສຳຫຼວດທັງໝົດບໍ່ແຮ່ໃນປະເທດລາວ ແລະ ຖ້າບໍລິສັດໃດຢາກມາສຳປະທານ ກໍຂໍໃຫ້ປະມູນເອົາ.
ຂ່າວແລະພາບ:ບຸນຕອມ.
ຄໍາເຫັນ