ສສຊ ຊຸດທີ X ປະຈໍາເຂດເລືອກຕັ້ງທີ I ນວ ລົງພົບປະຜູ້ມີສິດເລືອກຕັ້ງ

ສສຊ ຊຸດທີ X ປະຈໍາເຂດເລືອກຕັ້ງທີ I ນວ ລົງພົບປະຜູ້ມີສິດເລືອກຕັ້ງ

ສສຊ ຊຸດທີ X ປະຈໍາເຂດເລືອກຕັ້ງທີ I ນວ ລົງພົບປະຜູ້ມີສິດເລືອກຕັ້ງ
ສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ປະຈໍາເຂດເລືອກຕັ້ງທີ I ນະຄອນຫຼວງວຽງຈັນ (ນວ) ລົງພົບປະຜູ້ມີສິດເລືອກຕັ້ງ ແລະ ເຜີຍແຜ່ຜົນສໍາເລັດຂອງກອງປະຊຸມສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນ ນວ ຊຸດທີ V ໃນວັນທີ 12 ມິຖຸນານີ້ ທີ່ສະໂມສອນໃຫຍ່ ກະຊວງປ້ອງກັນຄວາມສະຫງົບ (ປກສ). ໃຫ້ກຽດນໍາພາຄະນະ ໂດຍ ສະຫາຍ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ, ເຂົ້າຮ່ວມຮັບຟັງມີ ສະຫາຍ ພົນໂທ ວັນທອງ ກອງມະນີ ຄະນະເລຂາທິການສູນກາງພັກ ລັດຖະມົນຕີກະຊວງ ປກສ, ຮອງລັດຖະມົນຕີ, ຄະນະພັກ, ຄະນະນໍາ ພ້ອມດ້ວຍພະນັກງານຫຼັກແຫຼ່ງ, ນາຍ ແລະ ພົນຕໍາຫຼວດ ຂອງກະຊວງ ປກສ.
ສສຊ ຊດທ X ປະຈາເຂດເລອກຕງທ I ນວ ລງພບປະຜມສດເລອກຕງ - image 1
 

 

ຈຸດປະສົງ ເພື່ອພົບປະຜູ້ມີສິດເລືອກຕັ້ງ ແລະ ເຜີຍແຜ່ຜົນສໍາເລັດ ກອງປະຊຸມຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນ ນວ ຊຸດ ທີ V, ເພື່ອຮັບຟັງຄໍາຄິດຄໍາເຫັນ, ຄໍາສະເໜີ ຜູ້ມີສິດເລືອກຕັ້ງ ໂດຍສະເພາະແມ່ນກໍາລັງ ປ້ອງກັນຄວາມສະຫງົບ ກ່ຽວກັບບັນຫາຂັດຂ້ອງໝອງໃຈຕ່າງໆ ເພື່ອຈະນໍາສະເໜີ ຕໍ່ສະພາປະຊາຊົນ ນວ ແລະ ພາກສ່ວນທີ່ກ່ຽວຂ້ອງ.

ໃນວາລະ ສະຫາຍ ພົນຕີ ສຸລິນະ ແກ້ວປະເສີດ ຮອງເລຂາຄະນະພັກ ຮອງລັດຖະມົນຕີ ຫົວໜ້າກົມໃຫຍ່ການເມືອງ ປກສ ໄດ້ລາຍງານໂດຍຫຍໍ້ ກ່ຽວກັບ ສະພາບການຈັດຕັ້ງ ແລະ ການເຄື່ອນໄຫວວຽກງານ ຂອງ ປກສ ໄລຍະທີ່ຜ່ານມາ ເປັນຕົ້ນ ແມ່ນໄດ້ມີແຜນການສ້າງ ແລະ ປັບປຸງກົດໝາຍ 5 ປີ ຂອງກະຊວງ ທີ່ໄດ້ສະເໜີເຂົ້າໃນແຜນການສ້າງ ແລະ ປັບປຸງກົດໝາຍ (2026-2030) ຂອງສະພາແຫ່ງຊາດ ຊຸດທີ 10 ນີ້ ແມ່ນມີ 3 ຮ່າງກົດໝາຍຄື: ປັບປຸງກົດໝາຍວ່າດ້ວຍກໍາລັງປ້ອງກັນຄວາມສະຫງົບປະຊາຊົນ, ກົດໝາຍວ່າດ້ວຍບັດປະຈໍາຕົວຂອງພົນລະເມືອງ (ຊຶ່ງເປັນກົດໝາຍສ້າງໃໝ່), ປັບປຸງກົດໝາຍ ວ່າດ້ວຍການຕ້ານການຄ້າມະນຸດ; ໃນນັ້ນສະເພາະປີ 2026 ນີ້ ກໍມີຮ່າງກົດໝາຍວ່າດ້ວຍກໍາລັງປ້ອງ ກັນຄວາມສະຫງົບປະຊາຊົນ (ສະບັບປັບປຸງ) ທີ່ຈະໄດ້ນໍາເຂົ້າພິຈາລະນາໃນກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ 10 ຂໍໃຫ້ທ່ານສືບຕໍ່ຊີ້ນໍາກະຊວງປ້ອງກັນຄວາມສະຫງົບ ແລະ ຊ່ວຍຊຸກຍູ້ ທາງກຳມາທິການກົດໝາຍ ແລະ ຍຸຕິທຳ, ກຳມາທິການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ສະພາແຫ່ງຊາດ ໃຫ້ສາມາດນໍາເອົາຮ່າງກົດໝາຍທັງ 3 ສະບັບດັ່ງກ່າວຫັນເຂົ້າພິຈາລະນາໃນກອງປະຊຸມຂອງສະພາແຫ່ງຊາດ ແຕ່ລະໄລຍະຕາມແຜນກຳນົດໄວ້, ສະເໜີ ປະທານສະພາແຫ່ງຊາດຊ່ວຍຊີ້ ນໍາໃຫ້ບັນດາສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງໃນທົ່ວປະເທດ ເອົາບັນດາເນື້ອໃນ, ຈິດໃຈຂອງກົດ ໝາຍໃນຂົງເຂດວຽກງານປ້ອງກັນຄວາມສະຫງົບ ເປັນຕົ້ນ ກົດໝາຍວ່າດ້ວຍການເຂົ້າ-ອອກ ແລະ ຄຸ້ມຄອງຄົນຕ່າງປະເທດ ຢູ່ ສປປ ລາວ, ກົດໝາຍວ່າດ້ວຍການຄຸ້ມຄອງອາວຸດ ແລະ ວັດຖຸລະເບີດ, ລົງໂຄສະນາ, ເຜີຍແຜ່ ເພື່ອປູກຈິດສໍານຶກ ໃຫ້ແກ່ພໍ່ແມ່ປະຊາຊົນລາວບັນດາເຜົ່າຕື່ມ; ເພື່ອໃຫ້ເຂົາເຈົ້າຮັບຮູ້, ມີຄວາມເຂົ້າໃຈ ແລະ ປະ ກອບສ່ວນເຮັດວຽກງານປ້ອງກັນຄວາມສະຫງົບຢູ່ ຂັ້ນພື້ນຖານຂອງຕົນເອງໃຫ້ມີຄວາມສະຫງົບ ແລະ ປອດໄພ. ຜ່ານມາທາງກະຊວງປ້ອງກັນຄວາມສະຫງົບ ກໍໄດ້ເຮັດແຕ່ກໍຍັງຈຳກັດຢູ່, ຖ້າເບື້ອງສະພາແຫ່ງຊາດຊ່ວຍຕື່ມຍິ່ງເປັນການດີ, ສະເໜີປະທານສະພາແຫ່ງຊາດຊ່ວຍເຫຼືອ, ຊີ້ນຳສະມາຊິກສະພາແຫ່ງຊາດ ຊຸດທີ 10 ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ 5 ປຸກລະດົມ, ຂົນຂວາຍ ພໍ່, ແມ່, ປະຊາຊົນລາວບັນດາເຜົ່າ ຜູ້ທີ່ຍັງບໍ່ທັນໄດ້ເຮັດບັດປະຈຳຕົວພົນລະເມືອງ (ບັດດີຈີຕອນ) ໂດຍປະຕິບັດຕາມແຜນການຄາດວ່າຈະໃຫ້ສໍາເລັດພາຍໃນປີ 2026, ບັນດາຄະດີທີ່ໄປສົ່ງສານຕັດສິນແລ້ວມີຜົນບັງຄັບໃຊ້ແລ້ວ ໃນກໍລະນີຍາດພີ່ນ້ອງຜູ້ຖືກຫາບໍ່ພໍໃຈແລ້ວໄດ້ຂຽນຄໍາຮ້ອງທຸກຂຶ້ນສະພາ ຢາກໃຫ້ທາງສະພາລົງມາສົມທົບກັບພາກສ່ວນທີ່ຮັບຜິດຊອບຄະດີ ເພື່ອກວດກາເບິ່ງຄືນຄວາມໂປ່ງໃສຂອງການດໍາເນີນຄະດີ ຖ້າພາວະວິໄສແລ້ວກໍໃຫ້ພິຈາລະນາແຈ້ງຕອບເລີຍ ບໍ່ຢາກໃຫ້ຄົ້ນຄວ້າກັບໄປກັບມາ ຈະສ້າງຄວາມຫຍຸ້ງຍາກໃນການປະຕິບັດຄໍາຕັດສິນຂອງສານ.

ສສຊ ຊດທ X ປະຈາເຂດເລອກຕງທ I ນວ ລງພບປະຜມສດເລອກຕງ - image 2
 

ໂອກາດດັ່ງກ່າວ, ສະຫາຍ ໄຊສົມພອນ ພົມວິຫານ ໄດ້ໂອ້ລົມ ຊີ້ທິດເຍືອງທາງ ຊຶ່ງມີເນື້ອໃນບາງຕອນ ວ່າ: ຈົ່ງເພີ່ມທະວີບົດບາດການນໍາພາຂອງພັກ ເຂົ້າໃນການເຄື່ອນໄຫວວຽກງານ ຂອງກໍາລັງປ້ອງກັນຄວາມສະຫງົບ ເພື່ອເຮັດໃຫ້ການປະຕິບັດໜ້າທີ່ວຽກງານມີປະສິດທິພາບ ແລະ ປະສິດທິຜົນ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍກໍາລັງປ້ອງກັນຄວາມສະຫງົບ, ນາຍ ແລະ ພົນຕໍາຫຼວດຂອງ ກະຊວງປ້ອງກັນຄວາມສະຫງົບ ເປັນກໍາລັງຫຼັກແຫຼ່ງຂອງຄະນະພັກ, ເປັນຜູ້ຕັດສິນຜົນສໍາເລັດການຈັດຕັ້ງປະຕິບັດໜ້າທີ່ການເມືອງ ຂອງກະຊວງປ້ອງກັນຄວາມສະຫງົບ ຈຶ່ງຕ້ອງໄດ້ຮັບການນໍາພາ, ສຶກສາອົບຮົມບົ່ມເພາະ ຈາກຄະນະພັກ, ຄະນະນໍາຂອງກະຊວງຢ່າງໃກ້ຊິດ, ເຖິງຖອງ; ຝຶກຜົນຫຼໍ່ຫຼອມໃຫ້ເປັນຜູ້ຈົງຮັກພັກດີ, ຮັບໃຊ້ປະຊາຊົນ ປະເທດຊາດ ຢ່າງບໍ່ຮູ້ອິດຮູ້ເມື່ອຍ ດ້ວຍຄວາມບໍລິສຸດຜ່ອງໃສ, ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ວຽກງານ, ສືບຕໍ່ຝຶກຝົນທາດແທ້ປະຕິວັດ, ຄວາມຈົງຮັກພັກດີຕໍ່ປະເທດຊາດ, ຍອມເສຍສະຫຼະເພື່ອຊາດເພື່ອປະຊາຊົນຂອງນາຍ ແລະ ພົນຕຳຫຼວດໃຫ້ຖືເປັນບັນຫາສຳຄັນໃຈກາງ, ນາຍ ແລະ ພົນຕຳຫຼວດໃນກຳລັງປ້ອງກັນຄວາມສະຫງົບປະຊາຊົນຕ້ອງສືບຕໍ່ຝຶກຝົນຫຼໍ່ຫຼອມຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິ ວັດ, ຄວາມຈົງຮັກພັກດີຕໍ່ພັກ, ຕໍ່ຜົນປະໂຫຍດລວມຂອງຊາດ ແລະ ປະຊາຊົນ, ຄວາມມີລະບຽບວິໄນ, ຖືສິ່ງນີ້ທັງເປັນທາດແທ້, ເປັນຊີວິດຈິດໃຈຂອງຕົນ, ທັງເປັນຄຸນລັກສະນະທີ່ຂາດບໍ່ໄດ້ເພື່ອເປັນອາວຸດອັນແຫຼມຄົມຕັດສິນໄຊຊະນະໃນການຕ້ານກຸ່ມຄົນບໍ່ດີທີ່ຫວັງມ້າງເພທຳລາຍ, ກໍ່ຄວາມບໍ່ສະຫງົບ, ຄວາມບໍ່ເປັນລະບຽບຮຽບຮ້ອຍ ໃນສັງຄົມເຮົາ, ກໍາລັງປ້ອງກັນຄວາມສະຫງົບ ຕ້ອງເປັນແບບຢ່າງໃນການມີລະບຽບວິໄນ, ຈັນຍາບັນ, ລະບຽບວິໄນຂອງຕຳຫຼວດປະຊາຊົນ ຕ້ອງໄດ້ຮັບການຈັດຕັ້ງປະຕິບັດຢ່າງເຄັ່ງຄັດ, ເດັດຂາດ, ເຖິງເວລາຕ້ອງຍອມເສຍສະຫຼະເພື່ອຊາດ, ເພື່ອປະຊາຊົນ,ກຽມພ້ອມຢູ່ທຸກເວລາ ເພື່ອປະຕິບັດໜ້າທີ່, ກຳລັງປ້ອງກັນຄວາມສະຫງົບປະຊາຊົນເຮົາຕ້ອງສືບຕໍ່ເອົາໃຈໃສ່ຊ່ວຍລັດຖະບານແກ້ໄຂບັນຫາເສດຖະກິດ, ຕ້ອງສ້າງຄວາມເຂັ້ມແຂງທາງດ້ານການສ້າງພະລາທິການກັບທີ່ ເພື່ອຊ່ວຍຫຼຸດຜ່ອນການແບກຫາບຂອງລັດຖະບານໃນບັນຫາຍຸດທະສາດໃຫຍ່ໆດໍາເນີນການປະຢັດ, ການໃຊ້ຈ່າຍຢ່າງມີປະສິດທິຜົນ, ກຳລັງປ້ອງກັນຄວາມສະຫງົບປະຊາຊົນຕ້ອງສືບຕໍ່ໃຫ້ຄວາມສຳຄັນກັບການພົວພັນທີ່ມີມູນເຊື້ອກັບກຳລັງປ້ອງກັນຄວາມສະຫງົບ ຂອງປະເທດເພື່ອນມິດທັງຢູ່ໃກ້ ແລະ ໄກ ໂດຍສະເພາະເພື່ອນມິດຍຸດທະສາດ, ຮູ້ຍາດແຍ່ງ, ຮູ້ຮໍ່າຮຽນ ແລະ ຮູ້ຮັບເອົາການຮ່ວມມືຊ່ວຍເຫຼືອ ຢ່າງມີການເລືອກເຟັ້ນດ້ວຍສະຕິປັນຍາທີ່ແຫຼມຄົມ ແລະ ເອົາໃຈ ໃສ່ວຽກງານອື່ນໆ.

(ຂ່າວ: ແສງຈັນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄອສພ ເຊື່ອມຊຶມມະຕິກອງປະຊຸມຄົບຄະນະສະໄໝວິສາມັນຄັ້ງທີ 1 ຂອງພັກສະໄໝທີ XII

ຄອສພ ເຊື່ອມຊຶມມະຕິກອງປະຊຸມຄົບຄະນະສະໄໝວິສາມັນຄັ້ງທີ 1 ຂອງພັກສະໄໝທີ XII

ຄະະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໄດ້ຈັດກອງປະຊຸມເຜີຍແຜ່, ເຊື່ອມຊຶມມະຕິກອງ ປະຊຸມຄົບຄະນະ (ສະໄໝວິສາມັນຄັ້ງທີ 1) ຂອງຄະນະບໍລິຫານງານສູນກາງພັກສະໄໝທີ XII ຂຶ້ນໃນ ວັນທີ 3 ພະຈິກນີ້, ທີ່ຫ້ອງປະຊຸມໃຫຍ່ ຄອສພ, ໂດຍການເປັນປະທານ ຂອງ ສະຫາຍ ຄຳພັນ ເຜີຍຍະວົງ ກຳມະການກົມການເມືອງສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຮອງປະ ທານສະພາທິດສະດີສູນກາງພັກ, ມີບັນດາສະຫາຍຄະນະພັກ, ເລຂາພັກຮາກຖານ, ບັນດາໜ່ວຍພັກ, ຫົວໜ້າກົມ, ຮອງກົມ, ຫົວໜ້າພະແນກ ແລະ ຮອງພະແນກເຂົ້າຮ່ວມ
ຍົກລະດັບຄວາມຮູ້ດ້ານບັນຊີວິສາຫະກິດ ໃຫ້ພະນັກງານຂະແໜງການເງິນ 8 ແຂວງພາກເໜືອ

ຍົກລະດັບຄວາມຮູ້ດ້ານບັນຊີວິສາຫະກິດ ໃຫ້ພະນັກງານຂະແໜງການເງິນ 8 ແຂວງພາກເໜືອ

ສະຖາບັນເສດຖະກິດການເງິນ ສາຂາພາກເໜືອ ຈັດພິທີເປີດຝຶກອົບຮົມວຽກງານດ້ານບັນຊີວິສາຫະກິດ ແລະ ງົບປະມານ ໃຫ້ພະນັກງານຂະແໜງການເງິນບັນດາແຂວງພາກເໜືອ ໂດຍເປັນປະທານຂອງ ທ່ານ ນາງ ວົງພະຈັນ ວົງປະດິດ ຫົວໜ້າສະຖາບັນເສດຖະກິດການເງິນ ສາຂາພາກເໜືອ ໃນວັນທີ 2 ພະຈິກຜ່ານມາ, ທີ່ສະຖາບັນດັ່ງກ່າວ, ໂດຍມີວິທະຍາກອນ, ສຳມະນາກອນ ແລະ ແຂກຮັບເຊີນເຂົ້າຮ່ວມ.
ຄໍາມ່ວນ ເປີດສາງພາງກຸ່ມບໍລິສັດພະນົມພອນ ຍົກລະດັບວຽກງານໂລຈິສຕິກ ເຊື່ອມການຄ້າຊາຍແດນ

ຄໍາມ່ວນ ເປີດສາງພາງກຸ່ມບໍລິສັດພະນົມພອນ ຍົກລະດັບວຽກງານໂລຈິສຕິກ ເຊື່ອມການຄ້າຊາຍແດນ

ວັນທີ 1 ພະຈິກຜ່ານມາ, ທີ່ແຂວງຄໍາມ່ວນ ໄດ້ຈັດພີທີເປີດສາງພາງຂອງກຸ່ມບໍລິສັດ ພະນົມພອນ ຈໍາກັດ ຢ່າງເປັນທາງການ ຫວັງຍົກລະດັບວຽກງານໂລຈິສຕິກ ແລະ ເສີມທ່າແຮງການຄ້າຂ້າມຊາຍແດນ. ໃຫ້ກຽດເຂົ້າຮ່ວມພິທີມີທ່ານ ວັນໄຊ ພອງສະຫວັນ ກໍາມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ປະທານກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ, ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ, ມີທ່ານ ສົມໃຈ ພານີຈັນ ຮອງເລຂາພັກແຂວງ ພ້ອມດ້ວຍການນໍາຂັ້ນສູນກາງ, ການນໍາແຂວງ, ຜູ້ບໍລິ ຫານກຸ່ມບໍລິສັດ ແລະ ແຂກຖືກເຊີນເຂົ້າຮ່ວມ.
ກອງພົນທີ 2 ຈັດຕັ້ງພິທີເຄົາລົບທຸງຊາດ

ກອງພົນທີ 2 ຈັດຕັ້ງພິທີເຄົາລົບທຸງຊາດ

ວັນທີ 2 ພະຈິກນີ້, ກອງພົນທີ 2 ໄດ້ຈັດຕັ້ງພິທີເຄົາລົບທຸງຊາດ ປະຈຳເດືອນພະຈິກ ໂດຍການເປັນປະທານຂອງສະຫາຍ ພັນເອກ ອຸ່ນເຕົ່າ ໄຊຍະຄຸນ ຫົວໜ້າຫ້ອງເສນາທິການ ກອງພົນທີ 2, ມີຄະນະພັກ-ຄະນະບັນຊາ, ພະແນກການ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ.
ອັດ​ຕະ​ປືສຸມ​ໃສ່​ວຽກ​ງານ​ປົກ​ຄອງແລະປັບ​ປຸງ​ການ​ຈັດ​ຕັ້ງໃຫ້​ກະ​ທັດ​ຮັດ

ອັດ​ຕະ​ປືສຸມ​ໃສ່​ວຽກ​ງານ​ປົກ​ຄອງແລະປັບ​ປຸງ​ການ​ຈັດ​ຕັ້ງໃຫ້​ກະ​ທັດ​ຮັດ

ໃນໄລຍະ 5 ປີ (2021-2025) ແຂວງອັດຕະປື ໄດ້ສຸມໃສ່ປັບປຸງກົງຈັກການຈັດຕັ້ງ, ຍົກສູງປະ ສິດທິພາບວຽກງານປົກຄອງ ແລະ ຂັບເຄື່ອນວຽກງານ 3 ສ້າງ ໂດຍສາມາດຫຼຸດຈຳນວນພະ ແນກການຂັ້ນແຂວງຈາກ 38 ເຫຼືອ 34 ພະແນກການ ແລະ ຫຼຸດໜ່ວຍງານຈາກ 432 ເຫຼືອ 345 ໜ່ວຍງານ ພ້ອມທັງສ້າງຕັ້ງສູນບໍລິການຜ່ານປະຕູດຽວ 3 ແຫ່ງ ເພື່ອເຮັດໃຫ້ການບໍລິການລັດມີຄວາມສະດວກ, ວ່ອງໄວ ແລະ ໂປ່ງໃສຂຶ້ນ.
ຈາກທົ່ງນາທີ່ມີເຂົ້າຂຽວງາມ ເຫຼືອພຽງດິນທີ່ແຫ້ງແຕກເຫີບ

ຈາກທົ່ງນາທີ່ມີເຂົ້າຂຽວງາມ ເຫຼືອພຽງດິນທີ່ແຫ້ງແຕກເຫີບ

​ ສະພາບໄພ​ພິ​ບັດນ້ຳຖ້ວມໃນປີ 2026 ໄດ້ສົ່ງຜົນກະທົບຢ່າງໜັກໜ່ວງຕໍ່ຊີວິດການເປັນຢູ່ ແລະ ການທຳມາຫາກິນຂອງປະຊາຊົນ ໃນຫຼາຍພື້ນທີ່, ໂດຍສະເພາະແມ່ນເນື້ອທີ່ທຳການຜະລິດກະສິກຳຂອງຊາວກະສິກອນທີ່ເສຍ​ຫາຍ​ຈາກ​ໄພນ້ຳຖ້ວມ.
ສາລະວັນ ເຜີຍແຜ່ເຊື່ອມຊຶມນິຕິກຳການສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ທົ່ວແຂວງ

ສາລະວັນ ເຜີຍແຜ່ເຊື່ອມຊຶມນິຕິກຳການສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ທົ່ວແຂວງ

ແຂວງ ສາ​ລະ​ວັນໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມເນື້ອໃນເອກະສານທີ່ສຳຄັນ ກ່ຽວກັບວຽກງານສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ຂັ້ນແຂວງ ຄຸ້ມຄອງ ທົ່ວແຂວງສາລະວັນ, ໃນ​ວັນ​ທີ 30 ຕຸ​ລາ​ຜ່ານ​ມາໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ດາວວົງ ພອນແກ້ວ ກຳມະການສູນກາງພັກເລຂາຄະນະບໍລິຫານງານພັກແຂວງປະທານສະພາປະຊາຊົນແຂວງສາລະວັນ,ມີບັນດາສະຫາຍຮອງເລຂາພັກແຂວງ, ຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ເລຂາພັກເມືອງ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າຮ່ວມ.
ທ່ານ ວັນໄຊ ພອງສະຫວັນ ໂອ້ລົມພະນັກງານຫຼັກແຫຼ່ງແຂວງຄໍາມ່ວນ

ທ່ານ ວັນໄຊ ພອງສະຫວັນ ໂອ້ລົມພະນັກງານຫຼັກແຫຼ່ງແຂວງຄໍາມ່ວນ

ທ່ານ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກຄະນະເລຂາທິການສູນກາງພັກປະທານຄະນະກວດກາສູນກາງພັກປະທານອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ ໄດ້ເຄື່ອນໄຫວເຮັດວຽກ ແລະ ໂອ້ລົມ​ພະ​ນັກ​ງານຫຼັກ​ແຫຼ່ງແຂວງ​ຄຳ​ມ່ວນໃນ​ວັນ​ທີ 2 ພະ​ຈິກ​ນີ້ໂດຍ​ມີກໍາມະການປະຈໍາພັກແຂວງ, ກໍາມະການພັກແຂວງ, ເລຂາພັກເມືອງ, ຫົວໜ້າ, ຮອງຫົວໜ້າພະແນກການ-ອົງການທຽບເທົ່າອ້ອມຂ້າງແຂວງ, ພະນັກງານອາວຸດໂສບຳນານ, ພະນັກງານຫຼັກແຫຼ່ງ, ນັກທຸລະກິດ ພາຍໃນແຂວງຄຳມ່ວນເຂົ້າ​ຮ່ວມ​ຮັບ​ຟັງ.
ອັດຕະປື ເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມໃຫຍ່ຜູ້ແທນ ສນຊ ທົ່ວປະເທດ ຄັ້ງທີ XII

ອັດຕະປື ເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມໃຫຍ່ຜູ້ແທນ ສນຊ ທົ່ວປະເທດ ຄັ້ງທີ XII

ວັນທີ 30 ຕຸລາຜ່ານມາ, ທີ່ຫໍປະຊຸມໃຫຍ່ແຂວງອັດຕະປື ໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມຜົນສຳ ເລັດມະຕິກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດ (ສນຊ) ທົ່ວປະເທດ ຄັ້ງທີ XII ແລະ ຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດແຂວງ ຄັ້ງທີ VIII. ໃຫ້ກຽດເຜີຍແຜ່ຂອງທ່ານ ນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງ, ທ່ານ ນາງ ບັນທະໄລ ແກ້ວມະນີວົງ ຄະນະປະຈຳພັກແຂວງ, ປະທານແນວລາວສ້າງຊາດແຂວງ ພ້ອມດ້ວຍຄະນະພັກ, ຄະນະນຳແຂວງ ແລະ ພະນັກງານ-ລັດຖະກອນເຂົ້າຮ່ວມ.
ມຊ ຈັດພິທີໃສ່ບາດອຸທິດບຸນໃຫ້ຜູ້ທີ່ມີຜົນງານດີເດັ່ນ ໂອກາດວັນສ້າງຕັ້ງ ຄົບຮອບ 30 ປີ

ມຊ ຈັດພິທີໃສ່ບາດອຸທິດບຸນໃຫ້ຜູ້ທີ່ມີຜົນງານດີເດັ່ນ ໂອກາດວັນສ້າງຕັ້ງ ຄົບຮອບ 30 ປີ

ວັນທີ 2 ພະຈິກນີ້, ຄະນະພັກ, ຄະນະນໍາມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດພິທີໃສ່ບາດເພື່ອອຸທິດບຸນກຸສົນໄປຫາຜູ້ທີ່ມີຜົນງານດີເດັ່ນຕໍ່ການສຶກສາ ແລະ ເຈົ້າຖິ່ນເຈົ້າຖານຜູ້ມີຄຸນງາມຄວາມດີຕໍ່ ມຊ ຕໍ່ປະເທດຊາດ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງ (ມຊ) ຄົບຮອບ 30 ປີ (1996-2026) ພ້ອມນັ້ນ, ຍັງໄດ້ປັ້ນຮູບຫຼໍ່ຂອງປະທານ ໄກສອນພົມວິຫານ ປະດິດສະຖານໄວ້ຢູ່ ມຊ ເພື່ອເປັນສິລິມຸງຄຸນ, ຄວາມຮົ່ມເຢັນເປັນສຸກໃຫ້ ມຊ ກໍຄືພະນັກງານ, ຄູສອນ ແລະ ນັກສຶກສາທົ່ວ ມຊ ທັງເປັນການສືບສານຮີດຄອງປະເພນີອັນດີງາມຂອງຊາດ. ດັ່ງນັ້ນ, ມຊ ຈຶ່ງໄດ້ຈັດພິທີມະຫາມຸງຄຸນ 30 ປີ ຂຶ້ນ, ເປັນກຽດເຂົ້າຮ່ວມຂອງທ່ານ ຄຳພັນ ພົມມະທັດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງຍຸຕິທຳ, ທ່ານ ສິນທະວອນ ດາລາວົງ ຜູ້ອຳນວຍການໃຫຍ່ ມຊ, ມີບັນດາແຂກຖືກເຊີນກ່ຽວຂ້ອງ, ຄູ-ອາຈານ, ນັກສຶກສາເຂົ້າຮ່ວມ.
ເພີ່ມເຕີມ