ສະຫະພັນບານເຕະແຫ່ງຊາດລາວ (ສຕລ) ຮ່ວມກັບ ສະຫະພັນບານເຕະສາກົນ

ສຕລ ຮ່ວມກັບ ຟີຟາ ເສີມສ້າງທັກສະດ້ານການຫຼິ້ນກິລາເຕະບານໃຫ້ເຍົາວະຊົນຍິງລາວ

ສຕລ ຮ່ວມກັບ ຟີຟາ ເສີມສ້າງທັກສະດ້ານການຫຼິ້ນກິລາເຕະບານໃຫ້ເຍົາວະຊົນຍິງລາວ
ສະຫະພັນບານເຕະແຫ່ງຊາດລາວ (ສຕລ) ຮ່ວມກັບ ສະຫະພັນບານເຕະສາກົນ ຫຼື ຟີຟາ ຈັດກິດຈະກຳບານເຕະຍິງ FIFA Women’s Football Campaign 2024 ແນໃສ່ສົ່ງເສີມ ແລະ ສ້າງແຮງບັນດານໃຈໃຫ້ກັບເຍົາວະຊົນລາວ

ໂດຍສະເພາະເພດຍິງ ໃນຮຸ່ນອາຍຸ 8-14 ປີ ໃຫ້ຫັນມາຫຼິ້ນກິລາເຕະບານໃຫ້ນັບມື້ຫຼາຍຂຶ້ນເປັນວົງກວ້າງ.
ກິດຈະກຳເສີມສ້າງທັກສະດ້ານກິລາເຕະບານໃຫ້ເຍົາວະຊົນຍິງລາວ ຈັດຂຶ້ນໃນວັນທີ 21 ກັນຍາ ຜ່ານມາ ທີ່ສູນຝຶກກິລາບານເຕະແຫ່ງຊາດ ໃຫ້ກຽດເຂົ້າຮ່ວມມີ ທ່ານ ວີເພັດ ສີຫາຈັກ ປະທານສະຫະພັນບານເຕະແຫ່ງຊາດລາວ ແລະ ທ່ານ ໄຊມອນ ໂທເສວລີ (SIMON TOSELLI) ຜູ້ຕາງໜ້າຈາກ FIFA ພ້ອມດ້ວຍບັນດາຄະນະບໍລິຫານງານ ສຕລ, ແຂກຖືກເຊີນ, ພະນັກງານ, ຄູ-ອາຈານ, ນັກກິລາ ບານເຕະສາວທີມຊາດ, ເຍົາວະຊົນ ແລະ ສື່ມວນຊົນ ເຂົ້າຮ່ວມຫຼາຍຮ້ອຍຄົນ.
ໂອກາດນີ້, ທ່ານ ວີເພັດ ສີຫາຈັກ ກ່າວວ່າ: ‘’ ການຈັດງານຄັ້ງນີ້ແມ່ນເພື່ອຈຸດປະສົງພັດທະນາເຕະບານຍິງ ລາວໃຫ້ກ້າວສູ່ລະດັບເທົ່າທຽມກັບເຕະບານຊາຍ, ນີ້ເປັນໂຄງການທຳອິດຂອງການພັດທະນາກິລາເຕະບານຍິງທີ່ ສຕລ ເປັນຜູ້ລິເລີ່ມສ້າງແຜນຍຸດທະສາດ ພັດທະນາກິລາເຕະບານຍິງນີ້ຂຶ້ນມາໃນປີທີ່ຜ່ານມາ ແລະ ສືບຕໍ່ເຮັດໃຫ້ມີກິດຈະກຳດັ່ງກ່າວນີ້ເກີດຂຶ້ນໄດ້ ຊຶ່ງເປັນຄັ້ງທຳອິດ.
ຂະນະທີ່ ທ່ານ ໄຊມອນ ໂທເສວລີ ກໍໄດ້ກ່າວວ່າ: ‘’ ມື້ນີ້ເປັນໂອກາດອັນດີທີ່ພວກເຮົາໄດ້ພ້ອມກັນສະເຫຼີມສະຫຼອງກິດຈະກຳເຕະບານຍິງ FIFA Women’s Football Campaign 2024.ນີ້ແມ່ນໜຶ່ງໃນຈຸດປະສົງຫຼັກຂອງ ຟີຟາ ທີ່ມີເຈດຈຳນົງໃນການພັດທະນາບານເຕະຍິງໃນທົ່ວໂລກ ກໍຄື ສ້າງຈໍານວນນັກກິລາຍິງໃຫ້ມີສ່ວນຮ່ວມໃນກິລາບານເຕະ ບໍ່ວ່າຈະເປັນໃນລະດັບບານເຕະຂັ້ນພື້ນຖານ, ບານເຕະເຍົາວະຊົນ ແລະ ລະດັບທີມຊາດໃຫ້ນັບມື້ໃຫ້ຫຼາຍຂຶ້ນ. ໂອກາດນີ້ສະແດງຄວາມຂອບໃຈ ແລະ ຍ້ອງຍໍຊົມເຊີຍມາຍັງ ສຕລ ທີ່ໄດ້ມີການຈັດຫຼາຍກິດຈະກຳປິ່ນອ້ອມໃນການພັດທະນາເຕະບານຍິງບໍ່ວ່າຈະເປັນການແຂ່ງຂັນລະດັບເຍົາວະຊົນ, ການແຂ່ງຂັນ ລາວລີກຍິງ ຊຶ່ງຈັດມາເປັນປີທີ 2 ແລ້ວ.
ໃນກິດຈະກຳດັ່ງກ່າວ ມີນັກກິລາທີ່ເປັນເຍົາວະຊົນຍິງລາວ ທີ່ມາຈາກບັນດາໂຮງຮຽນແຫ່ງຕ່າງໆອ້ອມຂ້າງສູນກາງ ນະຄອນຫຼວງວຽງຈັນ ເຂົ້າຮ່ວມ 250 ຄົນ, ໃນນັ້ນ ເຍົາວະຊົນຍິງລາວ ໄດ້ຮ່ວມຫຼິ້ນກິດຈະກຳຕ່າງໆ ໂດຍສະເພາະແມ່ນໄດ້ຮຽນຮູ້ທັກສະ ແລະ ເຕັກນິກ ໃນການຫຼິ້ນເຕະບານ ຊຶ່ງໄດ້ສ້າງໃຫ້ມີຮອຍຍິ້ມ ສຽງຫົວ ແລະ ເກີດມີມິດຕະພາບ ທີ່ດີຂອງນັກກິລາດ້ວຍກັນທີ່ມາຈາກຫຼາຍໂຮງຮຽນ.
(ຂ່າວ-ພາບ: ສົງການ ພັນແພງດີ)

ຄໍາເຫັນ

ຂ່າວສືກສາ-ກິລາ

ທີມເມືອງຫາດຢູໄນເຕັດ ໄດ້ແຊັມເຕະບານຊີງຂັນນະຄອນຫຼວງວຽງຈັນ ຄັ້ງທີ 1

ທີມເມືອງຫາດຢູໄນເຕັດ ໄດ້ແຊັມເຕະບານຊີງຂັນນະຄອນຫຼວງວຽງຈັນ ຄັ້ງທີ 1

ການແຂ່ງຂັນກິລາບານເຕະຊີງຂັນນະຄອນຫຼວງວຽງຈັນ ຄັ້ງທີ 1 ຫຼື ລາຍການ THE CAPITAL CUP 2025 ເພື່ອເປັນການເລືອກເຟັ້ນຫານັກກິລາຜູ້ທີ່ມີພອນສະຫວັນດີເດັ່ນ ກຽມຕາງໜ້ານະຄອນຫຼວງວຽງຈັນ ຮ່ວມງານກິລາແຫ່ງຊາດ ຄັ້ງທີ 12 ຈະຈັດຂຶ້ນລະ ຫວ່າງວັນທີ 15-25 ພະຈິກ ນີ້.
ສຳເລັດການແຂ່ງຂັນກິລາເປຕັງ ຊີງຂັນປະທານສານປະຊາຊົນສູງສຸດ

ສຳເລັດການແຂ່ງຂັນກິລາເປຕັງ ຊີງຂັນປະທານສານປະຊາຊົນສູງສຸດ

ວັນທີ 14 ສິງຫາ ຜ່ານມາ ທີ່ສານປະຊາຊົນສູງສຸດ ໄດ້ສຳເລັດການແຂ່ງຂັນກິລາເປຕັງຊີງຂັນປະທານສານປະຊາຊົນສູງສຸດ. ໃຫ້ກຽດເຂົ້າຮ່ວມຊົມ ແລະ ມອບຂັນລາງວັນຂອງທ່ານ ບຸນຂວາງ ທະວີສັກ ຮອງປະທານສານປະຊາຊົນສູງສຸດ ຊຶ່ງມີພະນັກງານສານປະຊາຊົນສູງສຸດ, ສານປະຊາຊົນພາກກາງ, ສານປະຊາຊົນນະຄອນຫຼວງວຽງຈັນ ແລະ ສານປະຊາຊົນທັງ 4 ເຂດໃນນະຄອນຫຼວງວຽງຈັນ ແລະ ນັກກິລາເຂົ້າຮ່ວມ.
ນັກສຶກສາທິດສະດີການເມືອງລະບົບຂັ້ນສູງ 9 ເດືອນ  ຮຸ່ນທີ VII ທັດສະນະສຶກສາ ຢູ່ນະຄອນຫຼວງວຽງຈັນ

ນັກສຶກສາທິດສະດີການເມືອງລະບົບຂັ້ນສູງ 9 ເດືອນ ຮຸ່ນທີ VII ທັດສະນະສຶກສາ ຢູ່ນະຄອນຫຼວງວຽງຈັນ

ຄະນະນັກສຶກສາທິດສະດີການເມືອງລະບົບຂັ້ນສູງ 9 ເດືອນ ຮຸ່ນທີ VII ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ໄປທັດສະນະສຶກສາຢູ່ຫໍພິພິທະພັນປະທານ ໄກສອນ ພົມວິຫານ, ຄະນະວິສະວະກຳສາດ (ຄວສ) ມະຫາວິທະຍາໄລແຫ່ງຊາດ ແລະ ນິຄົມອຸດສາຫະກຳວຽງຈັນ-ໂນນທອງ ເຂດເສດຖະກິດພິເສດກວມລວມໄຊເຊດຖາ ນະຄອນຫຼວງວຽງຈັນ ໂດຍການນໍາພາຢ້ຽມຢາມຂອງ ທ່ານ ແສງແກ້ວ ວົງລຳພັນ ຮອງຫົວໜ້າກົມຄຸ້ມຄອງການຮຽນ-ການສອນ ສມປຊ, ມີຄະນະຄູ-ອາຈານ ແລະ ນັກສຶກສາ ເຂົ້າຮ່ວມ.
ໂຮງຮຽນປະຖົມສາທິດມີຄວາມພ້ອມເປີດສົກຮຽນໃໝ່

ໂຮງຮຽນປະຖົມສາທິດມີຄວາມພ້ອມເປີດສົກຮຽນໃໝ່

ທ່ານ ນາງ ບຸນທັນ ປຸນຍາວົງ ຜູ້ອຳນວຍການໂຮງຮຽນປະຖົມສຶກສາສົມບູນສາທິດ ຫຼື ເອີ້ນວ່າ ໂຮງຮຽນປະຖົມສາທິດ ຄະນະສຶກສາສາດ ມະຫາວິທະຍາໄລແຫ່ງຊາດ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນເມື່ອບໍ່ດົນມານີ້ ທີ່ໂຮງຮຽນປະຖົມສາທິດວ່າ: ກ່ອນຈະເປີດສົກຮຽນໃໝ່ນີ້ທາງໂຮງຮຽນໄດ້ມີແຜນກະກຽມ ໂດຍການເປີດບໍາລຸງຄູເນັ້ນໃສ່ 4 ວິຊາຫຼັກເຊັ່ນ: ວິຊາພາສາລາວ, ຄະນິດສາດ, ວິທະຍາສາດສິ່ງແວດລ້ອມ ແລະ ພາສາອັງກິດ, ໄດ້ກະ ກຽມຄວາມພ້ອມດ້ານອາຄານສະຖານທີ່, ຫ້ອງຮຽນ, ຫ້ອງນໍ້າ, ຫ້ອງການ, ຫ້ອງສະໝຸດ, ໄຟຟ້າ, ນໍ້າປະປາ, ຕັດຫຍ້າ ເພື່ອກຽມຄວາມພ້ອມໃນການຮັບນັກຮຽນ, ລົງທະບຽນນັກຮຽນເກົ່າ ແລະ ນັກຮຽນໃໝ່ປະຈຳສົກຮຽນ 2025-2026 ໃນວັນທີ 25 ສິງຫາເປັນຕົ້ນໄປ. ຄາດວ່າໃນສົກຮຽນໃໝ່ນີ້ຈະຮັບນັກຮຽນ 750 ຄົນ ຍິງ 395 ຄົນ, ທາງໂຮງຮຽນມີຄູ-ອາຈານທັງໝົດ 21 ຄົນ, ຄູອາສາ 1 ຄົນ, ໂດຍເນັ້ນຄຸນນະພາບປະຕິບັດຕາມ 3 ລັກສະນະ ແລະ 5 ຫຼັກມູນຂອງການສຶກສາເພື່ອກຽມປະເມີນເປັນໂຮງຮຽນຕົວແບບຄຸນນະພາບດີ.
ມອບ-ຮັບນໍ້າບາດານໃຫ້ 2 ໂຮງຮຽນ ແລະ 1 ບ້ານ ເມືອງຊະນະຄາມ

ມອບ-ຮັບນໍ້າບາດານໃຫ້ 2 ໂຮງຮຽນ ແລະ 1 ບ້ານ ເມືອງຊະນະຄາມ

ພິທີມອບ-ຮັບນໍ້າບາດານໃຫ້ 2 ໂຮງຮຽນ ແລະ 1 ບ້ານຂອງເມືອງຊະນະຄາມ ຄື: ໂຮງຮຽນ ມສ ນາສັກ, ໂຮງຮຽນປະຖົມບ້ານໃໝ່ປາກທຸນ ແລະ ບ້ານໂນນນາແກບ ຊຶ່ງພິທີ ດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 15 ສິງຫານີ້ ທີ່ໂຮງຮຽນ ມ.ສ ນາສັກ ແຂວງວຽງຈັນ, ໂດຍການເຂົ້າຮ່ວມຂອງ ທ່ານ ຄໍາລາວັນ ຈັນທະລາວັນ ປະທານອົງການກາແດງແຫ່ງຊາດລາວ, ທ່ານ ແສງຈັນ ຄະນະປະຈໍາພັກເມືອງ ຮອງປະທານຄະນະກຳມະການປົກຄອງເມືອງ ເມືອງຊະນະຄາມ, ທ່ານ ບຸນເນົາ ພະຈອມພົນ ຫົວໜ້າອົງການກາແດງແຂວງວຽງຈັນ ມີບັນດາສະຫາຍຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຜູ້ປະສານງານຂອງໂຄງການຂັ້ນແຂວງ-ຂັ້ນເມືອງ, ອໍານວຍການໂຮງຮຽນ, ເລຂາພັກບ້ານ-ນາຍບ້ານໃນຈໍານວນ 3 ບ້ານດັ່ງກ່າວ ແລະ ຕະຫຼອດຮອດນ້ອງນັກຮຽນເຂົ້າຮ່ວມ.
ສ້າງຫຼັກສູດປະລິນຍາຕີພາສາຈີນໃນສາຂາວິຊາສະເພາະຕ່າງໆ ເພື່ອສ້າງບຸກຄະລາກອນທີ່ມີຄວາມສາມາດທີ່ຫຼາກຫຼາຍໃນລະດັບສູງ

ສ້າງຫຼັກສູດປະລິນຍາຕີພາສາຈີນໃນສາຂາວິຊາສະເພາະຕ່າງໆ ເພື່ອສ້າງບຸກຄະລາກອນທີ່ມີຄວາມສາມາດທີ່ຫຼາກຫຼາຍໃນລະດັບສູງ

ສະຖາບັນຂົງຈື ມະຫາວິທະຍາໄລສຸພານຸວົງ ໄດ້ສະເໜີເປີດຫຼັກສູດປະລິນຍາຕີພາສາຈີນ ແລະ ໄດ້ຮັບອະນຸມັດຈາກກະຊວງ ສຶກສາທິການ ແລະ ກິລາ ໃນປີ 2020 ແລະ ໄດ້ກາຍເປັນສະຖາບັນການສຶກສາຂັ້ນສູງ ແຫ່ງທຳອິດທີ່ເປີດປະລິນຍາຕີພາສາຈີນໃນພາກເໜືອຂອງປະເທດລາວ, ເຮັດໃຫ້ການພົວພັນໃນຂົງເຂດການສຶກສາຂອງສອງຝ່າຍນັບມື້ຍິ່ງລົງເລິກຍິ່ງຂຶ້ນ. ຫຼັກສູດສາຂາປະລິນຍາຕີພາສາຈີນເປັນອີກເວທີໜຶ່ງທີ່ເຮັດໃຫ້ ນັກສຶກສາລາວໄດ້ຮຽນພາສາຈີນຢ່າງເປັນລະບົບ, ເປັນວິຊາສະເພາະຫຼາຍຂຶ້ນ, ໄດ້ກາຍເປັນການສ້າງຮາກຖານສຳຄັນໃນການພົວພັນການສຶກສາ ແລະ ແລກປ່ຽນວັດທະນະທໍາລາວ -ຈີນ.
ກອງປະຊຸມຜູ້ບໍລິຫານການສຶກສາທົ່ວປະເທດ

ກອງປະຊຸມຜູ້ບໍລິຫານການສຶກສາທົ່ວປະເທດ

ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດກອງປະຊຸມຜູ້ບໍລິຫານການສຶກສາ, ວິທະຍາສາດ ແລະ ກິລາ ທົ່ວປະເທດ ປະຈຳສົກຮຽນ 2024-2025 ຂຶ້ນໃນວັນທີ 11 ສິງຫາ ນີ້ ທີ່ກະຊວງສຶກສາທິການ ແລະ ກິລາ, ພາຍໃຕ້ການເປັນປະທານ ຂອງທ່ານ ທອງສະລິດ ມັງໜໍ່ເມກ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ຊຶ່ງມີຮອງລັດຖະມົນຕີ ຫົວໜ້າກົມ ຮອງກົມອະທິການບໍດີ ຫົວໜ້າພະແນກສຶກສາທິການ ແລະ ກິລາເຂົ້າຮ່ວມ.
ແຂ່ງຂັນເຕະບານ 4 ສາມັກຄີ ສະຫຼອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ  ຄົບຮອບ 75 ປີ

ແຂ່ງຂັນເຕະບານ 4 ສາມັກຄີ ສະຫຼອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ

ການແຂ່ງຂັນກິລາເຕະບານ 4 ສາມັກຄີ ລາຍການ Lao Sport Media CUP 2025 ເພື່ອສ້າງຂະບວນການສະເຫຼີມສະຫຼອງວັນສື່ມວນຊົນ ແລະ ການພິມຈໍາໜ່າຍ ຄົບຮອບ 75 ປີ (13 ສິງຫາ 1950-13 ສິງຫາ 2025) ໄດ້ຈັດຂຶ້ນໃນວັນທີ 9 ສິງຫາ ຜ່ານມາ ທີ່ເດີ່ນບານຫຍ້າທຽມ ວິກຕໍຣີ ບ້ານທ່າພະລານໄຊ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ໂດຍມີທ່ານ ຕຸໄລເພັດ ພິມເມືອງ ຮອງປະທານກຸ່ມນັກຂ່າວ ສາຍກິລາລາວ ທັງເປັນປະທານຈັດການແຂ່ງຂັນ, ທ່ານ ສຸກສາຄອນ ສີປະເສີດ ຜູ້ອຳນວຍການສູນໂຄສະນາຂ່າວສານການສຶກສາ ແລະ ກິລາ, ທ່ານ ບຸນທົງ ສີສຸລະສັກ ຫົວໜ້າເຂດຮັບຜິດຊອບ 4 ເມືອງ ນະຄອນຫຼວງວຽງຈັນ ບໍລິສັດ ເບຍລາວ ຈຳກັດ ແລະ ທ່ານ ພຸດທະພອນ ສີວິໄຊ ປະທານບໍລິສັດ ໝາຍເວ ສະປອດແວ ລາວ ຈຳກັດ ມີບັນດາຄະນະບໍລິຫານງານ ແລະ ນັກກິລາ ຕະຫຼອດຮອດກອງເຊຍ ທັງ 4 ພາກສ່ວນເຂົ້າຮ່ວມຢ່າງຄືກຄື້ນມ່ວນຊື່ນ.
ບໍລິສັດ ເບຍລາວ ສືບຕໍ່ສະໜັບສະໜູນເຕະບານລີກສູງສຸດຂອງ ສປປ ລາວ

ບໍລິສັດ ເບຍລາວ ສືບຕໍ່ສະໜັບສະໜູນເຕະບານລີກສູງສຸດຂອງ ສປປ ລາວ

ໃນວັນທີ 4 ສິງຫາ ຜ່ານມາ ທີ່ຮ້ານອາຫານຮາດຣ໋ອກ ຄາເຟ (Hard Rock Café) ນະຄອນຫຼວງວຽງຈັນ ໄດ້ມີພິທີເຊັນສັນຍາສະໜັບສະໜູນ ການແຂ່ງຂັນກິລາເຕະບານ ເປບຊີ ລາວລີກ 3 ລະດູການ ລວມເປັນເງິນ 4,950,000,000 ກີບ ລະຫວ່າງ ທ່ານ ວີເພັດ ສີຫາຈັກ ປະທານສະຫະພັນບານເຕະແຫ່ງຊາດລາວ (ສຕລ) ແລະ ທ່ານ ເຮັນຣິກ ແອນເດີສັນ ຜູ້ອຳນວຍການ ບໍລິສັດ ເບຍລາວ ຈຳກັດ ເປັນກຽດເຂົ້າຮ່ວມເປັນສັກຂີພິຍານຂອງ ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍຄະນະບໍລິຫານງານ ສຕລ, ຕາງໜ້າບັນດາສະໂມສອນ, ພະນັກງານທີ່ກ່ຽວຂ້ອງ ຕະຫຼອດຮອດບັນດາສື່ມວນຊົນ.
ຄວາມຄືບໜ້າການຈັດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII

ຄວາມຄືບໜ້າການຈັດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII

ກອງປະຊຸມຄະນະຮັບຜິດຊອບລະດັບຊາດ ຄັ້ງທີ III ຈັດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ແລະ ຈັດງານມະຫະກໍາກິລາຄົນພິການແຫ່ງຊາດ ຄັ້ງທີ IV ໄດ້ຈັດຂຶ້ນໃນວັນທີ 4 ສິງຫາຜ່ານມາ, ທີ່ອົງການປົກຄອງນະຄອນຫຼວງວຽງຈັນ (ນວ) ໂດຍການເປັນປະທານຮ່ວມຂອງທ່ານ ທອງສະລິດ ມັງໜໍ່ເມກ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງ ນວ ທັງເປັນປະທານຈັດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII.
ເພີ່ມເຕີມ