ສື່ມວນຊົນ ມີບົດບາດສໍາຄັນໃນການສຶກສາອົບຮົມການເມືອງ-ແນວຄິດ

ສື່ມວນຊົນ ມີບົດບາດສໍາຄັນໃນການສຶກສາອົບຮົມການເມືອງ-ແນວຄິດ

ສື່ມວນຊົນ ມີບົດບາດສໍາຄັນໃນການສຶກສາອົບຮົມການເມືອງ-ແນວຄິດ
ເນື່ອງໃນໂອກາດວັນສື່ມວນຊົນ ແລະ ການພິມຈໍາໜ່າຍ, ວັນສ້າງຕັ້ງໜັງສືພິມປະຊາຊົນ ສຽງຂອງສູນກາງພັກ ຄົບຮອບ 76 ປີ (13/8/1950-13/8/2026) ໃກ້ຈະມາເຖິງນີ້. ທ່ານ ສີວັນ ຫອມໄຊຍະເດດ ຮັກສາການຫົວໜ້າບັນນາທິການໃຫຍ່ໜັງສືພິມປະຊາຊົນ ສຽງຂອງສູນກາງພັກ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນໃນວັນທີ 10 ສິງຫານີ້ ທີ່ສໍານັກງານໜັງສືພິມປະຊາຊົນວ່າ:

 

ສມວນຊນ ມບດບາດສາຄນໃນການສກສາອບຮມການເມອງ-ແນວຄດ - image 1
 

ສື່ມວນຊົນແມ່ນເຄື່ອງມືສໍາຄັນ ໃນການນໍາເອົາແນວຄິດ, ທິດສະດີປະຕິວັດ, ແນວທາງນະໂຍບາຍຂອງພັກ - ລັດ ໄປສູ່ປະຊາຊົນ ແລະ ເອົາຄວາມຄິດເຫັນ, ຄວາມມຸ່ງມາດປາຖະໜາຂອງປະຊາຊົນ ມາສ່ອງແສງໃຫ້ພັກ - ລັດ ໄດ້ຮັບຊາບເພື່ອນຳໄປພິຈາລະນາ ກຳນົດປັບປຸງໃຫ້ສົມບູນຂຶ້ນຕື່ມ ທາງດ້ານແນວທາງ ກໍຄືແຜນພັດທະນາເສດຖະກິດ-ສັງຄົມຂອງຊາດ ເພື່ອຜົນປະໂຫຍດຂອງຊາດ-ຂອງປະຊາຊົນເຮົາ; ສື່ມວນຊົນ ຍັງເປັນຜູ້ຢັ້ງຢືນທັດສະນະທີ່ຖືກຕ້ອງ, ຕໍ່ສູ້ທັດສະນະທີ່ຜິດເຂວ, ຕີຖອຍຖ້ອຍທຳນອງບິດເບືອນ, ການອອກຂ່າວດ້ານດຽວ, ລວງດຽວຂອງຄົນບໍ່ດີນັບມື້ວ່ອງໄວ, ທັນການ ແລະ ຈະແຈ້ງຂຶ້ນ. ຖັນແຖວພະນັກງານທີ່ເຮັດວຽກສື່ມວນຊົນ ໄດ້ມີຄວາມເສຍສະຫຼະສູງ ໃນແຕ່ລະໄລຍະປະຫວັດສາດ, ຖັນແຖວນັກຂ່າວໄດ້ເຕີບໃຫຍ່, ເຂັ້ມແຂງ ແລະ ມີຄຸນນະພາບ, ມີທັດສະນະການເມືອງຈະແຈ້ງ, ມີຄວາມສະດຸ້ງໄວຕໍ່ສະພາບການ, ມີຄວາມຊໍານານງານໃນດ້ານວິຊາການເພີ່ມຂຶ້ນ, ການນໍາໃຊ້ຄວາມກ້າວໜ້າທາງດ້ານວິທະຍາສາດເຕັກໂນໂລຊີ ໃນການເກັບກຳຂ່າວ, ຂຽນຂ່າວ, ໂຄສະນາຂົນຂວາຍ ໃນບັ້ນສໍາຄັນຂອງພັກ, ຂອງຊາດ ກໍມີຫຼາຍຮູບຫຼາຍສີ, ຫຼາຍເນື້ອໃນ, ຫຼາຍວີທີການທີ່ອຸດົມສົມບູນ ແລະ ສ້າງໄດ້ຄວາມເຊື່ອໝັ້ນຈາກພັກ-ລັດ ແລະ ປະຊາຊົນ ເຮັດໃຫ້ມີຈິດໃຈຮັກຊາດຂອງຄົນລາວ ຕໍ່ຊາດລາວ, ຄວາມເອກອ້າງທະນົງໃຈໃນຄວາມເປັນເອກະລາດ, ອໍານາດອະທິປະໄຕ ຂອງປະຊາຊົນລາວບັນດາເຜົ່າ ນັບມື້ໄດ້ຮັບການເຊີດຊູສູງຂຶ້ນ.ຄວາມສາມັກຄີເປັນຈິດໜຶ່ງໃຈດຽວພາຍໃນຊາດ ໄດ້ເພີ່ມທະວີຂຶ້ນສູ່ລະດັບໃໝ່ຢ່າງແຂງແຮງ; ເອກະລັກຂອງຊາດ ແລະ ວັດທະນະທໍາອັນດີງາມ ໄດ້ຮັບການອະນຸລັກຮັກສາ ແລະ ພັດທະນາສອດຄ່ອງກັບຍຸກສະໄໝປັດຈຸບັນ.

ໃນຍຸກການປະຕິວັດອຸດສາຫະກຳ 4.0, ການຂະຫຍາຍຕົວຢ່າງກ້າວກະໂດດຂອງອິນເຕີເນັດຄວາມໄວສູງ ແລະ ເຄືອຂ່າຍສັງຄົມອອນລາຍ ໄດ້ເຮັດໃຫ້ສະພາບການສື່ສານປ່ຽນແປງໄປຢ່າງສິ້ນເຊີງ. ສື່ມວນຊົນລາວກໍາລັງປະເຊີນກັບສິ່ງທ້າທາຍເປັນຕົ້ນແມ່ນຂໍ້ຈຳກັດດ້ານເຕັກໂນໂລຊີ ແລະ ທຶນຮອນ, ສື່ລັດຈໍານວນໜຶ່ງຍັງກ້າວບໍ່ທັນວິວັດທະນາການໃໝ່, ຂາດງົບປະມານໃນການຫັນເປັນດີຈີຕອນ ເຮັດໃຫ້ການສະໜອງຂໍ້ມູນຊັກຊ້າ ແລະ ເກີດຊ່ອງວ່າງຂ່າວສານ, ໄພຂົ່ມຂູ່ທາງໄຊເບີ: ການແຜ່ລະບາດຂອງຂ່າວປອມ (Fake News), ການບິດເບືອນຂໍ້ມູນ, ການນຳໃຊ້ປັນຍາປະດິດ (AI) ເພື່ອປອມແປງພາບ-ສຽງ, ລວມທັງສົງຄາມຈິດຕະສາດ ທີ່ແນໃສ່ໂຈມຕີ ແລະ ທຳລາຍຄວາມເຊື່ອໝັ້ນຕໍ່ການນຳພາຂອງພັກ-ລັດ. ຫັນປ່ຽນຈິນຕະນາການໃໝ່ ຕາມທິດຊີ້ນຳຂອງພັກ ກົນໄກການຄຸ້ມຄອງແບບດັ້ງເດີມ ແມ່ນບໍ່ສາມາດຕອບສະໜອງໄດ້, ສິ່ງເຫຼົ່ານີ້ຮຽກຮ້ອງໃຫ້ພວກເຮົາຕ້ອງມີ "ຈິນຕະນາການໃໝ່" ໃນການກຳນົດວາລະຂ່າວສານ ແລະ ການຊີ້ນຳ-ຄຸ້ມຄອງສື່ ໃຫ້ທັນກັບສະພາບການ.

ມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ໄດ້ເນັ້ນໜັກວ່າ:“ເພີ່ມທະວີການພັດທະນາວຽກງານຖະແຫຼງຂ່າວ-ສື່ມວນຊົນ ໃຫ້ເຂັ້ມແຂງ, ທັນສະໄໝ, ວ່ອງໄວ, ທັນການ, ກາຍເປັນກະບອກສຽງທີ່ແຫຼມຄົມຂອງພັກຕິດພັນກັບການຍົກລະດັບວຽກງານໂຄສະນາປະຊາສຳພັນ ດ້ວຍຫຼາຍຮູບຫຼາຍສີ, ດຶງດູດຈິດໃຈ ແລະ ອຸດົມສົມບູນກວ່າເກົ່າ, ສົ່ງເສີມວຽກຈິງຄົນແທ້, ຕົວແບບການພັດທະນາ ແລະ ນະວັດຕະກຳ ໃຫ້ສັງຄົມຮັບຊາບ ແລະ ຮຽນຮູ້ຢ່າງກວ້າງຂວາງ”. ພັດທະນາລະບົບເຕັກໂນໂລຊີແບບໃໝ່, ຫັນເປັນທັນສະໄໝ ແລະ ຍົກລະດັບບຸກຄະລາກອນສື່ໃຫ້ມີຄຸນນະພາບສູງຂຶ້ນ,ສາມາດວິເຄາະ-ວິໄຈ, ຕອບໂຕ້ ແລະ ວິຈານບັນຫາຕ່າງໆ ໃຫ້ສັງຄົມໄດ້ຮັບຮູ້ ເພື່ອເຮັດໃຫ້ການປະຕິບັດໜ້າທີ່ຂອງຕົນດີກວ່າເກົ່າ, ນັກສື່ມວນຊົນທຸກຄົນຕ້ອງກຳໃຫ້ໄດ້ທຸກມະຕິ, ຄຳສັ່ງ ແລະ ບັນດາແຈ້ງການຂອງພັກ-ລັດຖະບານ ໃນແຕ່ລະໄລຍະ ເພື່ອໄປສ່ອງແສງຫຼື ຜັນຂະຫຍາຍຕໍ່ໃຫ້ປະຊາຊົນໄດ້ຮັບຮູ້ ແລະ ເຂົ້າໃຈ, ຕ້ອງສະແດງສັດຈະທຳໃນຄວາມເປັນຈິງ, ບໍ່ໃສ່ຮ້າຍປ້າຍສີ, ບໍ່ບິດເບືອນ,ບໍ່ສ້າງຄວາມແຕກແຍກຢູ່ໃນສັງຄົມ,ຕ້ອງເຮັດໃຫ້ສັງຄົມມີຄວາມສາມັກຄີຮັກແພງຊ່ວຍເຫຼືອຊຶ່ງກັນ ແລະ ກັນ, ສ້າງຄວາມເຂົ້າໃຈລະຫວ່າງພັກ-ລັດ ກັບປະຊາຊົນ ແລະ ປະຊາຊົນກັບປະຊາຊົນໃຫ້ນັບມື້ດີຂຶ້ນກວ່າເກົ່າ.ປຸກລະດົມປະຊາຊົນທຸກຊັ້ນຄົນ ເຂົ້າຮ່ວມຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍຂອງພັກ ແລະແຜນພັດທະນາເສດຖະກິດ-ສັງຄົມ, ສ່ອງແສງທຸກການເຄື່ອນໄຫວຂອງສັງຄົມ, ເປັນແຮງຂັບເຄື່ອນການພັດທະນາເສດຖະກິດ-ສັງຄົມລວມທັງວຽກງານຮັກສາຄວາມປອດໄພໃນການດໍາລົງຊີວິດຂອງປະຊາຊົນໃນສັງຄົມ, ເປັນຜູ້ຊີ້ແຈງ ແລະ ສ້າງຄວາມເຂົ້າໃຈໃນບັນຫາຕ່າງໆທີ່ເກີດຂຶ້ນຢ່າງຖືກຕ້ອງ, ເປັນເວທີລະຫວ່າງອົງການບໍລິຫານ, ອົງການປົກຄອງກັບປະຊາຊົນ, ພ້ອມທັງຊຸກຍູ້ສ້າງຄວາມສາມັກຄີເປັນປຶກແຜ່ນ, ຮັກຊາດ, ຮັກບ້ານເກີດເມືອງນອນ, ພ້ອມກັນສ້າງສາພັດທະນາຢ່າງບໍ່ຢຸດຢັ້ງ.

ທ່ານ ສີວັນ ຫອມໄຊຍະເດດ ໃຫ້ຮູ້ຕື່ມວ່າ: ສື່ມວນຊົນ ຍັງມີບົດບາດສໍາຄັນໃນການສຶກສາອົບຮົມການເມືອງ- ແນວຄິດ, ສ້າງທັດສະນະຫຼັກໝັ້ນ ແລະ ຄວາມເຊື່ອໝັ້ນຕໍ່ອຸດົມຄະຕິ ແລະ ການນຳພາຂອງພັກ ໃນການຊຸກຍູ້,ປຸກລະດົມທົ່ວປວງຊົນເຮັດໜ້າທີ່ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຕອບໂຕ້ຖ້ອຍທໍານອງຂອງພວກຄົນບໍ່ດີ ທີ່ຫວັງມ້າງເພທໍາລາຍລະບອບໃໝ່ຂອງພວກເຮົາ ທັງຢູ່ພາຍໃນ ແລະ ພາຍນອກ, ເສີມສ້າງຄວາມສາມັກຄີປອງດອງທົ່ວປວງຊົນທັງຊາດ, ໂຄສະນາດຶງດູດເອົາການຮ່ວມມື, ການຊ່ວຍເຫຼືອ ແລະການລົງທຶນຈາກຕ່າງປະເທດ.ໃນຍຸກປັດຈຸບັນ, ຍຸກ AI ຄວາມຮຽກຮ້ອງຕ້ອງການຂອງສັງຄົມໃນການຮັບຮູ້ຂໍ້ມູນຂ່າວສານນັບມື້ສູງ. ສະນັ້ນ, ສື່ພວກເຮົາ ຕ້ອງເອົາໃຈໃສ່ເຮັດໜ້າທີ່ການເມືອງ ຊຶ່ງເປັນກະບອກສຽງໃຫ້ແກ່ພັກ - ລັດ ກໍຄືປະຊາຊົນ ເພື່ອໂຄສະນາເຜີຍແຜ່ແນວທາງນະໂຍບາຍຂອງພັກ, ແຜນພັດທະນາເສດຖະກິດ - ສັງຄົມ, ລະບຽບກົດໝາຍທີ່ລັດວາງອອກ ໃຫ້ກວ້າງຂວາງ ແລະ ເລິກເຊິ່ງກວ່າເກົ່າ. ພ້ອມນີ້, ການໂຄສະນາເຜີຍແຜ່ຂໍ້ມູນຂ່າວສານ ສື່ພວກເຮົາຕ້ອງກຳແໜ້ນຫຼັກການ ເພື່ອວິເຄາະ ວິໃຈໃຫ້ຖືກຕ້ອງ ຊັດເຈນ ຕິດແທດຕົວຈິງຕາມ 4 ລັກສະນະຄື: ລັກສະນະຕົວຈິງ, ລັກສະນະສຶກສາອົບຮົມ, ລັກສະນະແນະນໍາ ແລະ ລັກສະນະຕໍ່ສູ້.ການເຮັດວຽກສື່ມວນຊົນ, ສິ່ງສໍາຄັນແມ່ນຕ້ອງກຳແໜ້ນ ແລະ ເຂົ້າໃຈແຈ້ງບັນດາມະຕິ, ຄຳສັ່ງຕ່າງໆຂອງພັກ, ລັດ ເພື່ອຊີ້ແຈງ, ແນະນໍາ ໃຫ້ສັງຄົມຮັບຮູ້-ເຂົ້າໃຈ ແລະ ຈັດຕັ້ງປະຕິບັດ ຢ່າງມີປະສິດທິພາບ, ປະສິດທິຜົນສູງ ໃນການສ້າງສາພັດທະນາເສດຖະກິດ ແລະ ຍົກສູງຊີວິດການເປັນຢູ່ຂອງປະຊາຊົນລາວບັນດາເຜົ່ານັບມື້ດີຂຶ້ນ ສືບຕໍ່ປົກປັກຮັກສາ ແລະ ພັດທະນາປະເທດຊາດ ໃຫ້ນັບມື້ຈະເລີນກ້າວໜ້າຢ່າງບໍ່ຢຸດຢັ້ງ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຊາວໜຸ່ມໄຊເສດຖາ ລະດົມກໍາລັງ 1,300 ກວ່າຄົນ ປ້ອງກັນງານບຸນນະມັດສະການພະທາດຫຼວງ

ຊາວໜຸ່ມໄຊເສດຖາ ລະດົມກໍາລັງ 1,300 ກວ່າຄົນ ປ້ອງກັນງານບຸນນະມັດສະການພະທາດຫຼວງ

ຄະນະບໍລິຫານງານຊາວໜຸ່ມ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໄດ້ນໍາພາກໍາລັງຊາວໜຸ່ມ ຫຼາຍກວ່າ 1,300 ຄົນ ລົງປະຈໍາການ ປ້ອງກັນຄວາມສະຫງົບ ໃນງານບຸນນະມັດສະການພະທາດຫຼວງ ປະຈໍາປີ 2026 ພ້ອມທັງເຂົ້າຮ່ວມ ກິດຈະກໍາສໍາຄັນ ຂອງງານບຸນດັ່ງກ່າວ ຢ່າງເປັນຂະບວນຟົດຟື້ນ.
ຜ່ານຮ່າງຄູ່ມືຄຸ້ມຄອງລະບົບການເງິນເພື່ອຄວາມເປັນເອກະພາບແລະໂປ່ງໃສ

ຜ່ານຮ່າງຄູ່ມືຄຸ້ມຄອງລະບົບການເງິນເພື່ອຄວາມເປັນເອກະພາບແລະໂປ່ງໃສ

ອົງການກາແດງແຫ່ງຊາດລາວ ໄດ້ຈັດກອງປະຊຸມຜ່ານຮ່າງຄູ່ມືຄຸ້ມຄອງລະບົບການເງິນ ຂອງອົງການກາແດງແຫ່ງຊາດລາວ ໃນວັນທີ 19 ພະຈິກນີ້, ໂດຍການເປັນປະທານ ຂອງທ່ານ ຄໍາລາວັນ ຈັນທະລາວັນ ກໍາມະການສູນກາງພັກເລຂາຄະນະພັກປະທານອົງການກາແດງແຫ່ງຊາດລາວ, ເຂົ້າຮ່ວມມີບັນດາຜູ້ແທນຈາກຂັ້ນສູນກາງ ແລະ ຂັ້ນແຂວງທົ່ວປະເທດ ພ້ອມດ້ວຍຄູ່ຮ່ວມງານພັດທະນາ.
ມ​ສ ສົງແຂວງຫລວງພະບາງ ໄດ້ຮັບການຊ່ວຍ​ເຫຼືອຈາກຄະນະສາຍບຸນ ສປ ຈີນ

ມ​ສ ສົງແຂວງຫລວງພະບາງ ໄດ້ຮັບການຊ່ວຍ​ເຫຼືອຈາກຄະນະສາຍບຸນ ສປ ຈີນ

ພິທີມອບ - ຮັບ ອຸປະກອນການສຶກສາ ຂອງຄະນະທີມງານສາຍບຸນ ຈາກ ສປ ຈີນ ໃຫ້ແກ່ໂຮງຮຽນມັດທະຍົມສົມບູນສົງ (ມ​ສ ສົງ) ແຂວງຫຼວງພະບາງ,ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 19 ພະ​ຈິກ​ຜ່ານ​ມາທີ່ ມ​ສ ດັ່ງ​ກ່າວ, ໂດຍມີ ສາທຸ ຈັນທະລິນ ຈີນນະທັມໂມ ຮອງປະທານ ອົງການພຸດທະສາສະໜາສັມພັນລາວ (ອພສ) ຫົວໜ້າກັມມາທິການສຶກສາສົງແຂວງ, ທ່ານ ຄຳຄ່ອງ ພົມມະປັນຍາ ປະທານກວດກາພັກ-ອົງການກວດກາລັດແຂວງ, ພ້ອມດ້ວຍ ຜູ້ຕາງໜ້າຈາກພະແນກການກ່ຽວຂ້ອງ ເຂົ້າຮ່ວມ.
ນາງ ອາລຸນໄຊ ພຸດທະວົງ ຈາກ ມສ ຄອນ ຊະ​ນະ​ເລີດ ການ​ປະ​ກວດ​ໝໍ​ລຳ​ສີ​ພັນ​ດອນ

ນາງ ອາລຸນໄຊ ພຸດທະວົງ ຈາກ ມສ ຄອນ ຊະ​ນະ​ເລີດ ການ​ປະ​ກວດ​ໝໍ​ລຳ​ສີ​ພັນ​ດອນ

ງານຕະຫຼາດນັດກາງຄືນຂອງ ເມືອງ​ໂຂງ ແຂວງ​ຈຳ​ປາ​ສັກ ເພື່ອສືບສານສິລະປະໝໍລຳສີພັນດອນ ພາຍໃຕ້ຄຳຂວັນ: “ມົນສະເໜ່ສີພັນດອນ ສືບສານວິຖີຊີວິດ ສ້າງສີສັນຍາມຄ່ຳຄືນ” ຕິດພັນກັບການປະກວດໝໍລຳສີພັນດອນ ໃນລະດັບໂຮງຮຽນມັດທະຍົມສົມບູນ (ມສ) ທົ່ວເມືອງໂຂງ ໄດ້​ປິດ​ລົງ​ຢ່າງຄຶກຄື້ນ ແລະ ມ່ວນຊື່ນ ໃນ​ຄ່ຳ​ຄືນ​ຂອງວັນ​ທີ 19 ພະ​ຈິກ​ຜ່ານ​ມາ ທີ່ ບ້ານ​ເມືອງ​ແສນ ຕາ​ແສງດອນ​ໂຂງ, ໂດຍມີ ທ່ານ ສາທິດ ປັດສາພັນ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງໂຂງ, ທ່ານ ສະເຫຼີມໄຊ ແສງສຸລິຍະວົງ ຮອງປະທານຄະນະກຳມະການປົກຄອງເມືອງ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ ຕະຫຼອດ​ຮອດ​ປະ​ຊາ​ຊົນ​ຊາວ​ເມືອງ​ໂຂງເຂົ້າຮ່ວມຢ່າງຫຼວງຫຼາຍ.
ແຂວງຄຳມ່ວນ ມອບ 500 ລ້ານກີບ ບູລະນະໂຮງຮຽນ ມ.ປ ທ່າແຂກ

ແຂວງຄຳມ່ວນ ມອບ 500 ລ້ານກີບ ບູລະນະໂຮງຮຽນ ມ.ປ ທ່າແຂກ

“ທ່ານ ໄຊຊະນະ ໂຄດພູທອນ ເລຂາພັກແຂວງປະທານສະພາປະຊາຊົນແຂວງຄໍາມ່ວນ ໄດ້ມອບເງິນ 500 ລ້ານກີບ ທີ່ໄດ້ຈາກການລະດົມທຶນຈາກສັງຄົມ ໃຫ້ແກ່ໂຮງຮຽນມັດທະຍົມຕອນປາຍທ່າແຂກ ເພື່ອບູລະນະສ້ອມແປງອາຄານ ແລະ ປັບປຸງສະພາບແວດລ້ອມການຮຽນ-ການສອນ.
ຊາວໜຸ່ມແຂວງຫຼວງພະບາງ ຈັດ​ກິດ​ຈະ​ກຳບໍລິຈາກເລືອດ

ຊາວໜຸ່ມແຂວງຫຼວງພະບາງ ຈັດ​ກິດ​ຈະ​ກຳບໍລິຈາກເລືອດ

ຄະນະບໍລິຫານງານຊາວໜຸ່ມ ແຂວງຫຼວງພະບາງ ໄດ້ຈັດກິດຈະກຳ ຮັບບໍລິຈາກເລືອດແບບສະໝັກໃຈ ເພື່ອຊ່ວຍເຫຼືອສັງຄົມ, ໃນ​ວັນ​ທີ 20 ພະ​ຈິກ​ນີ້, ໂດຍມີ ທ່ານ ຄຳຫຼ້າ ລຽນປະດິດ ຮອງເລຂາຄະນະບໍລິຫານງານພັກແຂວງ, ພ້ອມດ້ວຍຄະນະບໍລິຫານງານຊາວໜຸ່ມແຂວງ, ຕາງໜ້າອົງການກາແດງແຂວງ, ພະສົງ-ສາມະເນນ ແລະສະມາຊິກຊາວໜຸ່ມ ຈາກສຳນັກງານ-ອົງການ ພາຍໃນແຂວງ ເຂົ້າຮ່ວມ.
ອັດຕະປື ເປີດນຳໃຊ້ລະ​ບົບ​ໃບເກັບ​ເງິນເອ​ເລັກ​ໂຕ​ຣ​ນິກ ແລະ ເບີກຈ່າຍງົບປະມານລັດ

ອັດຕະປື ເປີດນຳໃຊ້ລະ​ບົບ​ໃບເກັບ​ເງິນເອ​ເລັກ​ໂຕ​ຣ​ນິກ ແລະ ເບີກຈ່າຍງົບປະມານລັດ

ກະຊວງການເງິນ ຮ່ວມກັບ ອົງການປົກຄອງແຂວງອັດຕະປື ຈັດກອງປະຊຸມເຜີຍແຜ່ແນະນຳ ແລະ ເປີດນຳໃຊ້ລະບົບໃບເກັບເງິນເອເລັກໂຕຣນິກ (E-Tax Invoice) ແລະ ລະບົບຄຸ້ມຄອງແບບຟອມ ແລະ ເບີກຈ່າຍງົບປະມານພາກລັດແບບເອເລັກໂຕຣນິກ (D-Filing) ໃນວັນທີ 19 ພະຈິກຜ່ານ​ມາ ທີ່ແຂວງອັດ​ຕະ​ປື, ໂດຍມີ ທ່ານ ສາຍມະໂນລິນ ສິນບັນດິດ ຮອງຫົວ ໜ້າກົມສ່ວຍ ສາອາກອນ ກະຊວງການເງິນ, ມີທ່ານ ນາງ ໄຍຄຳ ສີຊາຊົນ ຮອງຫົວໜ້າພະແນກການເງິນແຂວງອັດຕະປື, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ
ສະມໍລບີ ໃຊ້ພະນັກງານ 280 ຄົນ ອະນາໄມໃນງານບຸນພະທາດຫຼວງ ຕະຫຼອດ 24 ຊົ່ວໂມງ

ສະມໍລບີ ໃຊ້ພະນັກງານ 280 ຄົນ ອະນາໄມໃນງານບຸນພະທາດຫຼວງ ຕະຫຼອດ 24 ຊົ່ວໂມງ

ບໍລິສັດ ສະມໍລບີ ໄດ້ກະກຽມກໍາລັງພະນັກງານຈໍານວນ 280 ຄົນ ພ້ອມອຸປະກອນ ແລະ ພາຫະນະຮັບໃຊ້ວຽກງານອະນາໄມ, ເກັບມ້ຽນ ແລະຂົນສົ່ງຂີ້ເຫຍື້ອພາຍໃນງານບຸນນະມັດສະການພະທາດຫຼວງວຽງຈັນ ປີ 2026 ໂດຍໄດ້ຈັດກໍາລັງພະນັກງານປະຈໍາການຕະຫຼອດ 24 ຊົ່ວໂມງ ເພື່ອຮັກສາສະພາບແວດລ້ອມພາຍໃນງານບຸນໃຫ້ສະອາດງາມຕາ ແລະ ເປັນລະບຽບຮຽບຮ້ອຍ.
ຄະນະຈັດຕັ້ງສູນກາງພັກ ມອບອຸປະກອນໄອທີໃຫ້ 38 ຕາແສງ ທົ່ວແຂວງສາລະວັນ

ຄະນະຈັດຕັ້ງສູນກາງພັກ ມອບອຸປະກອນໄອທີໃຫ້ 38 ຕາແສງ ທົ່ວແຂວງສາລະວັນ

ຄະນະຈັດຕັ້ງສູນກາງພັກ ມອບອຸປະກອນໄອທີໃຫ້ຄະນະກຳມະການປົກຄອງຕາແສງ 38 ຕາແສງ ທົ່ວແຂວງສາລະວັນ ປະກອບມີ ປີ່ນເຕີ 38 ເຄື່ອງ, ແທັບເລັດ 38 ເຄື່ອງ ແລະ ຄອມພິວເຕີແລັບທັອບ 38 ເຄື່ອງ, ລວມທຸກລາຍການທັງໝົດ 114 ເຄື່ອງ.
ສາລະວັນວາງເປົ້າໝາຍສ້າງຄອບຄົວພົ້ນທຸກ 5 ພັນກວ່າຄອບຄົວ

ສາລະວັນວາງເປົ້າໝາຍສ້າງຄອບຄົວພົ້ນທຸກ 5 ພັນກວ່າຄອບຄົວ

ແຂວງ​ສາ​ລະ​ວັນໄດ້​ຈັດກອງປະຊຸມເຜີຍແຜ່ ວາລະແຫ່ງຊາດ ວ່າດ້ວຍ ການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໃນວັນທີ 18 ພະຈິກຜ່​ານ​ມາທີ່ສະໂມສອນແຂວງ, ໂດຍການເປັນປະທານຂອງ ທ່ານ ປະເດີມພອນ ສົນທະນີ ຮອງເລຂາພັກແຂວງ, ປະທານຄະນະກໍາມະການປົກຄອງແຂວງ ທັງເປັນຫົວໜ້າຄະນະຊີ້ນໍາການຈັດຕັ້ງປະຕິບັດ ວາລະແຫ່ງຊາດຂັ້ນແຂວງ, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ເພີ່ມເຕີມ