ສື່ມວນຊົນແຂວງຫຼວງນໍ້າທາ ຮັບຮູ້ ແລະ ເຂົ້າໃຈກ່ຽວກັບວຽກງານໂພຊະນາການຂອງແມ່ - ເດັກ ແລະ ການລ້ຽງດູເດັກອ່ອນ ຫຼາຍຂຶ້ນ

ສື່ມວນຊົນແຂວງຫຼວງນໍ້າທາ ຮັບຮູ້ ແລະ ເຂົ້າໃຈກ່ຽວກັບວຽກງານໂພຊະນາການຂອງແມ່ - ເດັກ ແລະ ການລ້ຽງດູເດັກອ່ອນ ຫຼາຍຂຶ້ນ
ໂດຍ: ຍຸພິນທອງ
    ກົມສື່ມວນຊົນ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ແລະ ອົງການອຸຍນີເຊັບ ພ້ອມດ້ວຍສື່ມວນຊົນຈາກໜັງສືພິມປະຊາຊົນ, ໜັງສືພິມກອງທັບ, ວິທະຍຸກະຈາຍສຽງແຫ່ງຊາດລາວ ແລະ ໂທລະພາບນະຄອນຫຼວງວຽງຈັນ ໄດ້ເຄື່ອນໄຫວເກັບກໍາຂໍ້ມູນກ່ຽວກັບການຈັດຕັ້ງປະຕິບັດ ວຽກງານໂພຊະນາການຂອງແມ່- ເດັກ ແລະ ການລ້ຽງດູເດັກອ່ອນ ແລະ ເດັກນ້ອຍ ໃນວັນທີ 19 ຫາ 25 ທັນວາ 2023 ທີ່ແຂວງຫຼວງນໍ້າທາ ຊຶ່ງນໍາພາໂດຍ ທ່ານ ວັນນະສິນ ສິມມະວົງ ຮອງຫົວໜ້າກົມສື່ມວນຊົນ ກະຊວງ ຖວທ ແລະ ຜູ້ຕາງໜ້າຈາກອົງການອຸຍນີເຊັບ ຊຶ່ງການລົງເກັບກຳຂໍ້ມູນໃນຄັ້ງນີ້ເປັນສ່ວນໜຶ່ງຂອງການໂຄສະນາໂພຊະນາການ ແມ່-ເດັກ ແລະ ການລ້ຽງດູເດັກອ່ອນ ເດັກນ້ອຍ ລະຫວ່າງລັດຖະບານ ສປປ ລາວ. ສະຫະພາບເອີຣົບ ແລະ ອົງການອຸຍນີເຊັບ ໂດຍໄດ້ຮັບການສະໜັບສະໜູນຈາກສະຫະພາບອີຣົບ ແລະ ອົງການອຸຍນີເຊັບ.
     ໃນໂອກາດດັ່ງກ່າວ, ທ່ານ ວຽງຄໍາ ໄຊຍະວົງ  ຮອງຫົວໜ້າພະແນກ ຖວທ ແຂວງຫຼວງນໍ້າທາ  ກໍໄດ້ໃຫ້ສໍາພາດໃນການຈັດຕັ້ງປະຕິບັດ ວຽກງານໂພຊະນາການຂອງແມ່- ເດັກ ແລະ ການລ້ຽງດູເດັກອ່ອນ ແລະ ເດັກນ້ອຍ ໃນໄລຍະຜ່ານມາໂດຍຫຍໍ້ວ່າ: ການປະຕິບັດໜ້າທີ່ວຽກງານພາຍໃນ ພະແນກ ກ່ຽວກັບວຽກງານໂຄສະນາແນວທາງ ຂອງພັກ - ລັດ ເວົ້າລວມ ເວົ້າສະເພາະ ໃນໂພຊະນາການຂອງແມ່ - ເດັກ ແລະ ການລ້ຽງດູເດັກອ່ອນ ແລະ ເດັກນ້ອຍ ເພື່ອເຮັດໃຫ້ເຂົາເຈົ້າມີສຸຂະພາບທີ່ແຂງແຮງ, ມີພັດທະນາການທີດີ, ພາຍຫຼັງທີ່ພະນັກງານ ຖວທ ແຂວງ ໄດ້ໄປປະຊຸມຢູ່ທີ່ເມືອງວັງວຽງ, ແຂວງວຽງຈັນ ໃນລະ    ຫ່ວາງວັນທີ ວັນທີ 5 ຫາ  6 ກັນຍາ ຜ່ານມາ ກໍໄດ້ເຮັດໃຫ້ພະນັກງານມີຄວາມຮັບຮູ້ ແລະ ເຂົ້າໃຈຕໍ່ວຽກງານນີ້ຫຼາຍຂຶ້ນ, ເປັນຕົ້ນແມ່ນວິທີລົງເກັບກຳຂໍ້ມູນຂ່າວ, ວິທີການສຳພາດ, ວິທີການສ້າງຄຳຖາມສຳພາດ, ຮູບແບບການຂຽນຂ່າວ, ນອກນັ້ນຍັງໄດ້ເອົາເນື້ອໃນຂອງການຝຶກອົບຮົມເປັນຕົ້ນແມ່ນ ເນື້ອໃນໂພຊະນາການຂອງແມ່ - ເດັກ ແລະ ການລ້ຽງດູເດັກອ່ອນ ແລະ ເດັກນ້ອຍ ມາໂຄສະນາເຜີຍແຜ່ເປັນປົກກະຕິ,ໄດ້ນຳເອົາກົດໝາຍ, ນິຕິກໍາຕ່າງໆ,   ທີ່ກ່ຽວພັນເຖິງວຽກງານສາທາລະນາສຸກ ໂຄສະນາຜ່ານສື ວິທະຍຸ ໂທລະພາບ ເຟສບຸກ ແລະ ອື່ນໆ  ນອກນັ້ນທາງພະແນກ ຖວທ ກໍໄດ້ຮັບແຈ້ງການ ຂອງຫ້ອງການ ກະຊວງ ຖວທ ເລກທີ 608/ຫກ ເລື່ອງ ຊ່ວຍເຜີຍແຜ່ໂຄສະນາກ່ຽວກັບການສົ່ງເສີມການລ້ຽງດູເດັກອ່ອນ ດ້ວຍນົມແມ່ ເພື່ອໂພຊະນາການທີ່ດີ ລວມທັງ ໝົດ 22 ຫົວຂໍ້ ແລະ ໄດ້ມອບໃຫ້ພາກສ່ວນທີ່ກ່ຽວຂ້ອງເປັນຜູ້ຈັດຕັ້ງປະຕິບັດ, ມອບໃຫ້ກອງວິຊາການວິທະຍຸ-ໂທລະພາບ ໂຄສະນາອອກອາກາດເປັນປົກກະຕິ, ສຳລັບວິທະຍຸແມ່ນໄດ້ເອົາຂໍ້ມູນໂພຊະນາການຊ້ອນເຂົ້າໃນທຸກລາຍການ, ຈະເປັນລາຍການບັນເທິງ, ລາຍການທົ່ວໄປ ແລະ ໄດ້ເລັ່ງໃສ່ຫຼັກໆແມ່ນ ລາຍການຮູ້ໄວ້ໄດ້ປະໂຫຍດ ( ລາຍການຮັກສາສຸຂະພາບ) ອອກອາການທຸກວັນຈັນ ຫາ ວັນສຸກ ເວລາ 8 ໂມງ 00 ຫາ 8 ໂມງ 30 ນາທີ, ນອກນັ້ນຍັງມີລາຍການເພື່ອສຸຂະພາບ ຂອງພະແນກສາທາແຂວງເປັນຜູ້ຈັດເອງ, ສຳລັບໂທລະພາບ ແມ່ນໄດ້ນຳເອົາສະປອດໂຄສະນາ ດັ່ງກ່າວປ່ອຍອອກໂດຍຜ່ານເຟສບຸກ ຂອງໂທລະພາບທຸກໆວັນ.
   ທ່ານໄດ້ກ່າວຕື່ມອີກວ່າ: ຜ່ານການໂຄສະນາ ໄດ້ເຮັດໃຫ້ນັກຂ່າວ, ນັກຈັດລາຍການ ແລະ ປະຊາຊົນບັນດາເຜົ່າ ໄດ້ຮັບຮູ້ ແລະ ເຂົ້າໃຈກ່ຽວກັບວຽກງານໂພຊະນາການຂອງແມ່ - ເດັກ ແລະ ການລ້ຽງດູເດັກອ່ອນ ແລະ ເດັກນ້ອຍ, ໃນການຮັກສາສຸຂະພາບ, ການໄດ້ຮັບສານອາຫານທີ່ດີ, ການປົກປ້ອງເດັກ ແລະ ແມ່ຍິງຖືພາ ເພື່ອສ້າງໂອກາດໃຫ້ເຂົາເຈົ້າໄດ້ຮັບຮູ້ ແລະ ເຂົ້າໃຈຕໍ່ວຽກງານນີ້ໃຫ້ຫຼາຍຂຶ້ນ. ດັ່ງນັ້ນການໂຄສະນາວຽກງານໂພຊະນາການຈຶ່ງແມ່ນວຽກສຳຄັນທີ່ສຸດ ໃນການສົ່ງເສີມສຸຂະພາບ, ແມ່ນການໃຫ້ຄວາມຮູ້ ສ້າງຂໍ້ມູນ ຂ່າວສານ, ສ້າງໃຫ້ຄົນເຮົາມີສະຕິຕື່ນຕົວ ໃນການເບິ່ງແຍ່ງດູແລສຸຂະພາບຂອງຕົນ ໂດຍສະເພາະແມ່ນແມ່ຖືພາ ແລະ ເດັກອ່ອນ, ເດັກນ້ອຍໃຫ້ໄດ້ຮັບສານອາຫານຄົບຖ້ວນ ປະຕິບັດຕາມຫຼັກການ, ວິທີການຕ່າງໆໃຫ້ຖືກຕ້ອງ ມີແຜນການດຳລົງຊິວິດທີ່ດີ. ດັ່ງນັ້ນ ການສົ່ງເສີມແມ່ຖືພາ ແລະ ເດັກອ່ອນ, ເດັກນ້ອຍ ແມ່ນມີຄວາມສໍາຄັນຢ່າງຫຼວງຫຼາຍ ທີ່ຈະໃຫ້ເດັກນ້ອຍທຸກຄົນ ມີໂອກາດເລີ່ມຕົ້ນຊີວິດທີ່ດີທີ່ສຸດ ແລະ ພັດທະນາເຕີບໂຕຢ່າງເຕັມທີ່. ສະນັ້ນ, ວຽກງານນີ້ຈຶ່ງຈຳເປັນທີ່ສຸດ ທີ່ຕ້ອງໄດ້ໂຄສະນາໃຫ້ປະຊາຊົນໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ. ແຂວງຫຼວງນໍ້າທາ ເປັນແຂວງໜຶ່ງທີ່ມີພູດອຍກວມ  85%, ມີຫຼາຍຊົນເຜົ່າ,  ປະຊາຊົນສ່ວນຫຼາຍຍັງອາໄສທຳມະຊາດ ໂດຍສະເພາະແມ່ນເຂດຫ່າງໄກສອກຫຼີກ, ເຮັດໃຫ້ການກະຈາຍຄື້ນຂອງວິທະຍຸ ບໍ່ໄປຮອດໄປເຖິງປະຊາຊົນເທົ່າທີ່ຄວນ, ຮູບແບບການໂຄສະນາຍັງຈຳກັດ, ຍ້ອນຂາດງົບປະມານ, ອຸປະກອນຮັບໃຊ້ຕໍ່ວຽກງານສື່ຕ່າງໆຍັງຈຳກັດ,  ຈຶ່ງເຮັດໃຫ້ວຽກງານນີ້ບໍ່ທັນເຮັດໄດ້ດີເທົ່າທີ່ຄວນ, ເຮັດໃຫ້ປະຊາຊົນບາງເຂດຍັງບໍ່ທັນເຂົ້າໃຈຕໍ່ວຽກງານດັ່ງກ່າວໄດ້ດີ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ກໍາລັງ ປກຊ-ປກສ ສະແດງທົດລອງການສວນສະໜາມ ສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ

ກໍາລັງ ປກຊ-ປກສ ສະແດງທົດລອງການສວນສະໜາມ ສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ

ພິທີສະແດງທົດລອງ ການສວນສະໜາມສະເຫຼີມສະຫຼອງ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ປະສານກ້ອນກຳລັງ ປກຊ-ປກສ ຄັ້ງທີ 1 ຈັດຂຶ້ນໃນວັນທີ 4 ພະຈິກຜ່ານມານີ້ ທີ່ວິທະຍາຄານນາຍທະຫານບົກກົມມະດຳ ໂດຍມີທ່ານ ພົນໂທ ຄຳກິ່ງ ຜຸຍຫຼ້າມະນີວົງ ຮອງລັດຖະ ມົນຕີກະຊວງປ້ອງກັນຄວາມສະຫງົບ, ມີ ທ່ານ ພົນຈັດຕະວາ ກົງທອງ ສຸຂະວົງ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ, ພ້ອມດ້ວຍບັນດາຄະນະນໍາກົມໃຫຍ່ ປກຊ-ປກສ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຊ່ວຍກັນສົ່ງເສີມສິ້ນໄໝມ້ອນຊໍາເໜືອ ຜະລິດຕະພັນຂອງຊາວແຂວງຫົວພັນ

ຊ່ວຍກັນສົ່ງເສີມສິ້ນໄໝມ້ອນຊໍາເໜືອ ຜະລິດຕະພັນຂອງຊາວແຂວງຫົວພັນ

ໃນໂອກາດງານບຸນນະມັດສະການພະທາດຫຼວງວຽງຈັນ ປະຈໍາປີ 2025 ມີຫຼາຍພາກ ສ່ວນລວມທັງບຸກຄົນ ໄດ້ນໍາເອົາຜະລິດຕະພັນຂອງຕົນມາວາງຈໍາໜ່າຍ. ທ່ານ ນາງ ມິດຕາວັນ ພັນວົງສາ ເຈົ້າຂອງຮ້ານສິ້ນໄໝມ້ອນຊໍາເໜືອ ເມືອງວຽງໄຊ ແຂວງຫົວພັນ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນເມື່ອບໍ່ດົນຜ່ານມາ ທີ່ເດີ່ນພະທາດຫຼວງວຽງຈັນວ່າ: ຕົນເອງຮູ້ສຶກຕື່ນເຕັ້ນ-ດີໃຈ ປີນີ້, ເປັນປີທໍາອິດທີ່ໄດ້ມີໂອກາດນໍາເອົາສິ້ນໄໝມ້ອນຊໍາເໜືອ ຊຶ່ງເປັນຜະລິດຕະພັນສິ້ນເອກະລັກຂອງຊໍາເໜືອແທ້ມາວາງຂາຍໃນງານບຸນພະທາດຫຼວງ ທີ່ເປັນບຸນປະເພນີລະດັບຊາດຂອງລາວເຮົາ. ປົກກະຕິຂາຍຢູ່ຕະຫຼາດວຽງໄຊ ເມືອງວຽງໄຊ ແຂວງຫົວພັນ. ສິ້ນທີ່ນໍາມາວາງສະແດງ-ຂາຍໃນປີນີ້ ມີຂາຍປະເພດຄື: ຫຼັກໆແມ່ນສິ້ນໄໝມ້ອນສົດ, ສິ້ນຝ້າຍ, ມ້ອນປົນຝ້າຍ, ລາຄາເລີ່ມຕົ້ນ 2 ແສນກີບ ຫາ 3 ລ້ານກວ່າກີບ, ສິ້ນໄໝມ້ອນຊໍາເໜືອ ຈະມີເອກະລັກສະເພາະໃນຕົວ ແລະ ມີລວດລາຍສວຍງາມ ປານີດທີ່ສຸດ ຕໍາດ້ວຍສີມືຂອງຄົນລາວຊາວຊໍາເໜືອແທ້ ປະກອບມີ: ລາຍນາກ, ລາຍຮູບດອກໄມ້, ລາຍນົກຍຸງ, ລາຍງູ, ລາຍຊ້າງ.
ຜະລິດຕະພັນເຜົ່າເມີ້ຍ ມີຄວາມງາມທີ່ເປັນເອກະລັກໄດ້ຮັບຄວາມນິຍົມຈາກສັງຄົມ

ຜະລິດຕະພັນເຜົ່າເມີ້ຍ ມີຄວາມງາມທີ່ເປັນເອກະລັກໄດ້ຮັບຄວາມນິຍົມຈາກສັງຄົມ

ໃນໂອກາດເຂົ້າຮ່ວມງານວາງສະແດງສິນຄ້າໃນງານບຸນນະມັດສະການພະທາດຫຼວງວຽງຈັນປະຈຳປີ 2025 ທ່ານນາງ ວັນນີ ລໍມະນີ ຄະນະຜູ້ບໍລິຫານກຸ່ມຫັດຖະກຳຕໍ່າຫູກ-ທໍໄໝລາຍເຜົ່າເມີ້ຍດັ້ງເດີມເຮືອນລໍມະນີ ເປັນຕົວແທນຜະລິດຕະພັນເຜົ່າເມີ້ຍ ເມືອງປາກຊັນ ແຂວງບໍລິຄຳໄຊ ຊຶ່ງເປັນສິນຄ້າໜຶ່ງເມືອງ ໜຶ່ງຜະລິດຕະພັນ (ໂອດັອບຂອງແຂວງ) ໄດ້ໃຫ້ສຳພາດຕໍ່ນັກຂ່າວໜັງສືພິມປະຊາຊົນໃນວັນທີ 3 ພະຈິກນີ້ວ່າ: ມີຄວາມຮູ້ສຶກພາກພູມໃຈຫຼາຍທີ່ໄດ້ເປັນສ່ວນໜຶ່ງເຂົ້າຮ່ວມງານໃນຄັ້ງນີ້ ເພື່ອເຜີຍແຜ່ວັດທະນະທໍາຂອງເຜົ່າເມີ້ຍຜ່ານເຄື່ອງນຸ່ງຫົ່ມອັນຈົບງາມ ເພື່ອໃຫ້ທຸກຄົນໄດ້ຮູ້ຈັກ ແລະ ເຫັນວ່າເຜົ່າເມີ້ຍມີເອກະສະເພາະຂອງຕົນ ເພື່ອຈຳໜ່າຍສິນຄ້າ ແລະ ກະຈາຍລາຍໄດ້ໃຫ້ປະຊາຊົນພາຍໃນແຂວງ.
ມອບ-ຮັບ ໂຄງການກໍ່ສ້າງຮ່ອງລະບາຍນໍ້າຕົວເມືອງທ່າແຂກ

ມອບ-ຮັບ ໂຄງການກໍ່ສ້າງຮ່ອງລະບາຍນໍ້າຕົວເມືອງທ່າແຂກ

ພິທີ ມອບ-ຮັບ ໂຄງການ ກໍ່ສ້າງຮ່ອງລະບາຍນໍ້າ ຕົວເມືອງທ່າແຂກ ແຂວງຄໍາມ່ວນ ລະຫວ່າງບໍລິສັດຜູ້ຮັບເໝົາ (ບໍລິສັດ ແສງມີໄຊ ຄົບວົງຈອນ ຈໍາກັດຜູ້ດຽວ) ກັບ ເຈົ້າຂອງໂຄງການ (ພະແນກ ໂຍທາທິການ ແລະ ຂົນສົ່ງແຂວງຄໍາມ່ວນ) ເພື່ອມອບຕໍ່ໃຫ້ແກ່ ອົງການພັດທະນາ ແລະ ບໍລິຫານຕົວເມືອງທ່າແຂກ ເປັນຜູ້ຄຸ້ມຄອງຊົມໃຊ້, ຊຶ່ງໄດ້ຈັດຂຶ້ນໃນວັນທີ 4 ພະຈິກຜ່ານມາ ຢູ່ທີ່ໂຮງແຮມ ຣີເວີເຣຍ ເມືອງທ່າແຂກ ແຂວງຄໍາມ່ວນ.
ເລຂາພັກແຂວງບັນຍາຍເອກະສານ ຊຸດຝຶກອົບຮົມທິດສະດີການເມືອງໃຫ້ການນຳຂັ້ນເມືອງ-ນະຄອນ

ເລຂາພັກແຂວງບັນຍາຍເອກະສານ ຊຸດຝຶກອົບຮົມທິດສະດີການເມືອງໃຫ້ການນຳຂັ້ນເມືອງ-ນະຄອນ

ສະຫາຍ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ ໄດ້ເຂົ້າຮ່ວມເປັນປະທານໃນຊຸດຝຶກອົບຮົມໃຫ້ບັນດາສະຫາຍຄະນະບໍລິຫານງານພັກເມືອງ ແລະ ນະຄອນໄກສອນພົມວິຫານ, ຊຶ່ງຊຸດຝຶກອົບຮົມດັ່ງກ່າວ ໄດ້ຈັດຂຶ້ນທີ່ສະໂມສອນຂອງໂຮງຮຽນການເມືອງ ແລະ ການປົກຄອງແຂວງ ໃນລະຫວ່າງວັນທີ 4-8 ພະຈິກ 2025; ເຂົ້າຮ່ວມມີສະຫາຍ ຄໍາວິໄສ ຜຸຍຍະວົງ ຄະນະປະຈຳພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງສະ ຫວັນນະເຂດ ແລະ ສະຫາຍ ສາລີ ວິນລາວັນ ຄະນະປະຈຳພັກແຂວງ ຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງສະຫວັນນະເຂດ.
ເລຂາຄະນະບໍລິຫານງານພັກເມືອງ ແກ່ນທ້າວລົງຕິດຕາມການສໍາຫຼວດພົນລະເມືອງ.

ເລຂາຄະນະບໍລິຫານງານພັກເມືອງ ແກ່ນທ້າວລົງຕິດຕາມການສໍາຫຼວດພົນລະເມືອງ.

ການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສແມ່ນມີຄວາມສໍາຄັນ ແລະ ຈໍາເປັນຕ້ອງໄດ້ຈັດຕັ້ງປະຕິບັດ, ຊຶ່ງວຽກງານດັ່ງກ່າວ ແມ່ນວຽກງານໃຫຍ່ລະດັບຊາດ ຈະໄດ້ຈັດຂຶ້ນໃນທຸກໆ 10 ປີ. ການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດຄັ້ງທີ V ປີ 2025, ເມືອງແກ່ນທ້າວ ແຂວງໄຊຍະບູລີມີທັງໝົດ 51 ເຂດສໍາຫຼວດ ຊຶ່ງໄດ້ເລີ່ມລົງສໍາຫຼວດຢ່າງເປັນທາງການໃນວັນທີ 3 ພະຈິກ 2025 ແລະ ຈະໄດ້ດໍາເນີນໄປຮອດວັນທີ 14 ທັນວາ 2025.
ສະຫະພັນກຳມະບານເຂດປົກຄອງຕົນເອງເຜົ່າຈ້ວງ ແລກປ່ຽນບົດຮຽນກັບ ສະຫະພັນກຳມະບານແຂວງວຽງຈັນ.

ສະຫະພັນກຳມະບານເຂດປົກຄອງຕົນເອງເຜົ່າຈ້ວງ ແລກປ່ຽນບົດຮຽນກັບ ສະຫະພັນກຳມະບານແຂວງວຽງຈັນ.

ໃນວັນທີ 4 ພະຈິກຜ່ານມານີ້, ສະຫາຍ ເວ ຢົງຊານ ຮອງປະທານສະຫະພັນກຳມະບານເຂດປົກຄອງຕົນເອງເຜົ່າຈ້ວງ ແຂວງກວາງຊີ ສປ ຈີນ ພ້ອມດ້ວຍຄະນະ ໄດ້ເດີນທາງມາຢ້ຽມຢາມ ແລະ ພົບປະແລກປ່ຽນບົດຮຽນ ກັບ ສະຫະພັນກຳມະບານແຂວງວຽງຈັນ ໂດຍການຕ້ອນຮັບຢ່າງອົບອຸ່ນຈາກ ສະຫາຍ ວໍຣະສອນ ສີອັກຄະສອນ ກຳມະການພັກແຂວງ ປະທານສະຫະພັນກຳມະບານແຂວງວຽງຈັນ ພ້ອມດ້ວຍຄະນະ, ພິທີໄດ້ມີຂຶ້ນຢູ່ທີ່ຫ້ອງປະຊຸມຊັ້ນ 3 ຫ້ອງວ່າການແຂວງວຽງຈັນ.
ສາລາພັກເຢັນນໍ້າບຸ້ຍ ບ້ານໜອງແປນ ເປັນແຫຼ່ງທ່ອງທ່ຽວທາງທໍາມະຊາດທີ່ໜ້າໄປສໍາພັດ

ສາລາພັກເຢັນນໍ້າບຸ້ຍ ບ້ານໜອງແປນ ເປັນແຫຼ່ງທ່ອງທ່ຽວທາງທໍາມະຊາດທີ່ໜ້າໄປສໍາພັດ

ເມືອງອຸທຸມພອນ ແຂວງສະຫວັນນະເຂດ ກໍາລັງສືບຕໍ່ພັດທະນາແຫຼ່ງທ່ອງທ່ຽວແບບວົງແຫວນ ຢູ່ພາຍໃນເມືອງຊຶ່ງມີຫຼາຍຈຸດທີ່ໜ້າສົນໃຈ ເຂດທາງເລກ 10 ໂດຍສະເພາະແຫຼ່ງທ່ອງທ່ຽວທາງທໍາມະຊາດ ແລະ ວັດທະນະທໍາ ທີ່ຕິດພັນກັບເຫດການທາງປະຫວັດສາດ.
ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ຈະຈັດຂຶ້ນໃນວັນທີ 10 ພະຈິກນີ້

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ຈະຈັດຂຶ້ນໃນວັນທີ 10 ພະຈິກນີ້

ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ຈະຈັດຂຶ້ນຢ່າງເປັນທາງການ ໃນລະຫວ່າງວັນທີ 10-21 ພະຈິກ 2025 ນີ້, ທີ່ຫ້ອງປະຊຸມໃຫຍ່ສະພາແຫ່ງຊາດ ນະຄອນຫລວງວຽງຈັນ, ຊຶ່ງຈະໃຊ້ເວລາດໍາເນີນກອງປະຊຸມທັງໝົດ 10 ວັນ (ບໍ່ລວມເອົາວັນພັກທາງລັດຖະການ).
ຊາວພຸດຮ່ວມແຫ່ຜາສາດເຜິ້ງ ງານບຸນພະທາດຫຼວງວຽງຈັນ

ຊາວພຸດຮ່ວມແຫ່ຜາສາດເຜິ້ງ ງານບຸນພະທາດຫຼວງວຽງຈັນ

ພຸດທະສາສະນິກະຊົນລາວ ບັນດາເຜົ່າ ຮ່ວມແຫ່ຜາສາດເຜິ້ງງານບຸນນະມັດສະການພະທາດຫຼວງວຽງຈັນ ປະຈໍາປີ 2025, ໃນວັນທີ 4 ພະຈິກກົງກັບມື້ຂຶ້ນ 14 ຄໍ່າ ເດືອນ 12 ລາວ. ພີທີແຫ່ຜາສາດເຜິ້ງໄດ້ເຕົ້າທີ່ວັດໜອງບອນ ແລ້ວແຫ່ເຂົ້າ ອ້ອມກົມມະລຽນທາດຫຼວງ 3 ຮອບ ເພື່ອເປັນການບູຊາ, ຄຸນພະພູມ, ພະທຳ ແລະ ພະສົງ ໂດຍມີຂະບວນຂອງພະສົງ ອອກໜ້າ ແລະ ຂະບວນຂອງການນໍາພັກ-ລັດ ນຳໂດຍ ທ່ານ ສິນລະວົງ ຄຸດໄພທູນ ປະທານສູນກາງແນວລາວສ້າງຊາດ, ທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ມີທ່ານນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງ ວັດທະນະທໍາ ແລະ ການທ່ອງທ່ຽວ , ພ້ອມດ້ວຍພັນລະຍາການນຳ ພ້ອມດ້ວຍຂະບວນຂອງມວນຊົນ ບັນດາເມືອງອ້ອມຂ້າງເຂົ້າຮ່ວມແຫ່ຢ່າງຄຶກຄື້ນ.
ເພີ່ມເຕີມ