ສືບທອດ ແລະ ຮັກສາໄວ້ໄດ້ຮີດຄອງປະເພນີອັນດີງາມຂອງຊາດ

ສືບທອດ ແລະ ຮັກສາໄວ້ໄດ້ຮີດຄອງປະເພນີອັນດີງາມຂອງຊາດ
ໂດຍ: ຍຸພິນທອງ
ການບູຊາໂຄມໄຟແມ່ນປະເພນີປະຕິບັດສືບທອດກັນມາຫຼາຍຊົວຄົນ ຊຶ່ງຈັດຂຶ້ນໃນໄລຍະບຸນອອກພັນສາ, ໂຄມໄຟແມ່ນສິ່ງທີ່ປະດິດຂຶ້ນຈາກໄມ້ແລ້ວເຮັດເປັນໂຄມເພື່ອໄຕ້ປະດັບ ແລະນ້ອມບູຊາພະລັດຕະນະໄຕໂດຍແບ່ງອອກເປັນ 3 ປະເພດຄື: ໂຄມໄຟກາບ ຊຶ່ງເຮັດເປັນກາບຄືດອກບົວ, ໂຄມໄຟປະເພດຫ້ອຍ ຫຼືຕັ້ງ ໄວ້ຕາມດິນປະດັບປະດາຢ່າງງົດງາມບາງຄັ້ງກໍມີການເຮັດເປັນດາວໃຫຍ່ ປະດັບຕາມສະຖານທີ່ຕ່າງໆຂອງວັດ ແລະໂຄມໄຟສໍາລັບປ່ອຍໃຫ້ລອຍຢູ່ ເທິງອາກາດເອີ້ນໂຄມລອຍ.
ພະ ບຸນທະວີ ກົມພະພັນ ເຈົ້າອະທິການວັດສີຄູນວຽງ (ວັດດົງໝ້ຽງ) ຕັ້ງຢູ່ບ້ານດົງໝ້ຽງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໄດ້ໃຫ້ຮູ້ປະຫັວດຄວາມເປັນມາຂອງພິທີບູຊາໂຄມໄຟ ວ່າ: ຖ້າຫາກວ່າ ຈະຖາມຫາເຄົ້າກໍາເນີດ ຫຼືທີ່ມາຂອງບູຊາໂຄມໄຟກໍຄົງເປັນການຍາກ ທີ່ຈະຫາຂໍ້ມູນຢ່າງຊັດເຈນໄດ້ ແຕ່ຜ່ານມານັກປາດ ອາຈານທ່ານໄດ້ໃຫ້ຂໍ້ສັນນິຖານໄວ້ຕ່າງໆດັ່ງນີ້: ການໄຕ້ໂຄມແມ່ນປະເພນີດັ່ງເດີມຂອງສາສະໜາພາມ,  ແຕ່ເດີມເປັນພິທີການຂອງສາສະໜາພາມທໍາການໄຕ້ໂຄມ ຫຼືໄຕ້ນໍ້າມັນບູຊາພະເປັນເຈົ້າທັງສາມອົງຂອງເຂົາຄື: ພະພົມ, ພະອີສວນ ແລະພະນາລາຍ. ຕໍານານເມືອງສຸວັນນະໂຄມຄໍາຕົ້ນກໍາເນີດໂຄມໄຟ ຕາມຕຳນານຂອງປະເທດສີລັງກາ ຊຶ່ງທ່ານຟັງຊິດການເຍຂຽນ ໄວ້ໃນໜັງສືສຳຫຼວດແມ່ນ້ຳຂອງ ຂອງທ່ານໃນສະຕະວັດທີ XIX (1866-1868) ກ່າວໄວ້ວ່າ: ເມືອງສຸວັນນະໂຄມຄຳ ປາກົດຕົວໃນສະຕະວັດທີ V ຂອງຄຣິດຕະການຄືປະມານ 1500 ປີມາແລ້ວ. ໄດ້ມີການການບູຊາໂດຍຈູດທູບທຽນ,ໂຄມໄຟ ແລະປະທີບບູຊາພະຍານາກໃຫ້ສະ ຫວ່າງທົ່ວແມ່ນ້ຳຂອງເປັນເວລາ 7 ວັນ 7 ຄືນ ເພື່ອຂໍໃຫ້ພະຍານາກຊູເອົາເຮືອຂອງມະເຫສີ ແລະກຸມມານນ້ອຍໄວ້ບໍ່ໃຫ້ໄຫຼລົງສູ່ທະເລ. ການທີ່ບູຊາພະຍານາກໂດຍການຈູດທູບ, ທຽນ, ໂຄມໄຟໄປຕາມ ແມ່ນ້ຳຂອງນີ້ເອງ ຈຶ່ງເກີດມີປະເພນີໄຫຼເຮືອໄຟ ແລະ ໃຕ້ໂຄມໄຟບູຊາຂອງຊາວລາວເຮົາເປັນຄັ້ງທໍາອິດ ແລະໄດ້ປະຕິບັດສືບໆກັນມາຈົນເຖິງປັດຈຸບັນນີ້ມີອາຍຸ1.500 ປີມາແລ້ວ.
ພະ ບຸຸນທະວີ ກົມພະພັນ ໄດ້ກ່າວໃຫ້ຮູ້ຕື່ມອີກວ່າ:  ການໃຕ້ໂຄມໄຟແມ່ນເພື່ອບູຊາຮອຍພະພຸດທະບາດທີ່ພະພຸດທະເຈົ້າໄດ້ປະທັບໄວ້ທີ່ແຄມແມ່ນໍ້າ ນໍາມານະທີດັ່ງສະແດງອອກໃນຄໍາຖວາຍເຮືອໄຟ ແລະ ໂຄມວ່າ: ຂ້ານ້ອຍທັງຫຼາຍ ຂໍບູຊາ ຊຶ່ງຮອຍພະພຸດທະບາດ ທີ່ຕັ້ງຢູ່ເໜືອຫາດຊາຍຊື່ນໍາມະທານະທີນັ້ນ ດ້ວຍປະທີບນີ້  ກິລິຍາທີ່ບູຊາຮອຍພະພຸດທະບາດດ້ວຍປະທີບນີ້ ຂໍຈົ່ງເປັນໄປເພື່ອປະໂຫຍດເພື່ອຄວາມສຸກແກ່ຂ້ານ້ອຍ ທັງຫຼາຍສິ້ນກາລະນານເທີ້ນ. ສັງລວມແລ້ວຈຸດປະສົງຂອງການບູຊາໂຄມໄຟແມ່ນ ເພື່ອສືບທອດ ແລະຮັກສາໄວ້ໄດ້ຮີດຄອງປະເພນີອັນດີງາມຂອງຊາດ ໃຫ້ຍືນຍົງຄູ່ກັບຄົນລາວຊາດລາວຕະຫຼອດໄປ; ນ້ອມບູຊາພະລັດຕະນະໄຕອັນເປັນຮົ່ມໄຊຂອງພຸດທະສາສະໜາ; ເພື່ອສະເຫຼີມສະຫຼອງຊື່ນຊົມສາທຸການຕ້ອນຮັບການສະເດັດລົງມາຈາກສະຫວັນຂອງພະພຸດທະເຈົ້າ ແລະເພື່ອຊື່ນຊົມອະນຸໂມທະ ນາບຸນທີ່ພະສົງສາມະເນນໄດ້ຈໍາວັດສາຄົບໄຕມາດສາມເດືອນ ຊຶ່ງມີຄວາມເຊື່ອວ່າຈະເຮັດໃຫ້ຊີວິດຂອງຜູ້ໄດ້ບູຊາໂຄມໄຟມີຄວາມສຸກຄວາມຈະເລີນ ແລະພົບຫົນທາງແຫ່ງແສງສະຫວ່າງໃນທໍາ ແລະໃນການໃຊ້ຊີວິດກໍຈະເດີນແມ່ນແລ່ນສະດວກ.
ຊຶ່ງແຕ່ລະປີ ວັດສີຄູນວຽງ ກໍໄດ້ມີການຈັດພິທີໃຕ້ໂຄມໄຟບູຊາ ມີການປະດັບເອ້ຍ້ອງຢ່າງສວຍງາມມີຫຼາຍສີສັນ ມີຈໍານວນຫຼາຍໆດວງ ປີນີ້ງານບຸນອອກພັນສາປະວໍລະນາ ກໍກົງກັບວັນທີ 29 ຕຸລາ 2023 ຂຶ້ນ 15 ຄໍ່າ ເດືອນ 11 ລາວ ຊຶ່ງຍາດໂຍມທັງຫຼາຍສາມາດເຂົ້າມາທ່ຽວຊົມກິດຈະກໍາຕ່າງໆພາຍໃນວັດເຊັ່ນ: ໄຫວ້ພະຮັບສິນ,ວຽນທຽນ, ໄຫຼເຮືອໄຟ, ທ່ຽວຊົມໂຄມໄຟ, ຊົມສິລະປະການສະແດງພື້ນເມືອງລາວ, ການນຸ່ງຊຸດຊົນເຜົ່າຕ່າງໆ ຊຶ່ງງານຈະດໍາເນີນໄປຮອດວັນທີ 29 ຕຸລາ 2023.
ທ້າຍສຸດນີ້ ອາຕະມາຂໍຝາກໃຫ້ຍາດໂຍມທັງຫຼາຍຈົ່ງພ້ອມພຽງກັນຫຼິ້ນບຸນອອກພັນສາດ້ວຍຄວາມມ່ວນຊື່ນໃຫ້ໄດ້ທັງຄວາມຮັກແພງສາມັກຄີ, ການອະນຸລັກວັດທະນະທໍາ ແລະໃຫ້ຫຼິ້ນບຸນຢ່າງມີສະຕິໂດຍສະເພາະການສັນຈອນໄປມາຢ່າງມີສະຕິ, ການດື່ມກິນກໍຂໍໃຫ້ຢູ່ໃນຄວາມພໍເໝາະພໍດີ ແລະຂໍໃຫ້ອານິສົງແຫ່ງການສ້າງບຸນດັ່ງກ່າວຈົ່ງປົກປ້ອງຄຸ້ມຄອງຍາດໂຍມໃຫ້ມີແຕ່ຄວາມສຸກຄວາມຈະເລີນທຸກຖ້ວນໜ້າເທີ້ນ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເຈົ້າແຂວງຊຽງຂວາງໂອ້ລົມການນຳເມືອງພູກູດ

ເຈົ້າແຂວງຊຽງຂວາງໂອ້ລົມການນຳເມືອງພູກູດ

ໃນວັນທີ 5 ສິງຫາຜ່ານມານິ້, ທ່ານ ບຸນຈັນ ສີວົງພັນ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຊຽງຂວາງ ພ້ອມດ້ວຍຄະນະ ໄດ້ລົງຢ້ຽມຢາມ, ເຮັດວຽກ ແລະ ໂອ້ລົມການນຳເມືອງພູກູດ. ທ່ານ ຄຳພາ ພິລາວົງ ກຳມະການພັກແຂວງ ເລຂາພັກເມືອງ ໄດ້ລາຍງານການຊີ້ນຳ-ນຳພາ ການພັດທະນາເສດຖະກິດ-ສັງຄົມຂອງເມືອງໃນໄລຍະຜ່ານມາວ່າ: ເມືອງພູກູດມີ 2 ຈຸດສຸມ, ມີພະນັກງານ-ລັດຖະກອນທັງໝົດ 773 ຄົນ ຍິງ 371 ຄົນ, ມີ 43 ບ້ານ, ມີ 5,457 ຫຼັງຄາເຮືອນ ມີພົນລະເມືອງທັງໝົດ 27,909 ຄົນ ຍິງ 13,732 ຄົນ, ເຜົ່າລາວລຸ່ມ 56.3%, ເຜົາມົ້ງ 25%, ກຶມມຸ 18.7% ຍັງມີບ້ານທຸກຍາກ 19 ບ້ານ, ຄອບຄົວທຸກຍາກ 1,372 ຄອບຄົວ, ພາຍໃນເມືອງມີຄວາມສະຫງົບດີ ມີຄວາມສາມັກຄີແໜ້ນແຟ້ນ, ເສດຖະກິດຂະຫຍາຍຕົວ 4.5% ລວມຍອດຜະລິດຕະພັນພາຍໃນ 495.1 ຕື້ກີບ ສະເລ່ຍໄດ້ 7,795,000 ກີບຕໍ່ຄົນຕໍ່ປີ, ເມືອງໄດ້ຫັນເອົາມະຕິກອງປະຊຸມໃຫຍ່ຂອງສູນກາງ, ແຂວງ ແລະ ເມືອງເປັນບ່ອນອີງໃນການ ຈັດຕັ້ງປະຕິບັດພັດທະນາເສດຖະກິດ-ສັງຄົມ, ການແກ້ໄຂຄວາມທຸກຍາກ, ການຫັນລົງກໍ່ສ້າງຮາກຖານການເມືອງ, ໄພພິບັດລະຫ່ວາງວັນທີ 21-28 ກໍລະກົດ 2025 ມີ 10 ບ້ານໄດ້ຮັບຜົນກະທົບ, ມີ 186 ຄອບຄົວ, ມີ 930 ຄົນ ຍິງ 469 ຄົນ, ເຮືອນຖືກນໍ້າຖ້ວມ ແລະ ດິນເຈື່ອນທັບຖົມ 11 ຫຼັງ ພ້ອມເຄື່ອງໃຊ້ຄົວເຮືອນເສຍຫາຍ, ໂຮງຮຽນເປ່ເພ 1 ຫຼັງ, ນ້ຳລິນ 11 ແຫ່ງ, ຊົນລະປະທານ-ຄອງເໝືອງ 4 ແຫ່ງ, ຂົວ 2 ແຫ່ງ, ເນື້ອທີ່ນາ 40 ເຮັກຕາ, ສວນສາລີ 53 ເຮັກຕາ, ໜອງປາ 19 ໜອງ, ເຮືອຈັກ 2 ລໍາ, ລົດຊິ່ງ 1 ຄັນ, ລັດລ້ຽງ, ເສັ້ນທາງເປ່ເພ, ເສົາໄຟລົ້ມ ມູນຄ່າເສຍຫາຍເບື້ອງຕົ້ນ 21 ຕື້ກ່ວາກີບ.
ສາມພາກສ່ວນລົງນາມບົດບັນທຶກການຮ່ວມມືແລກປ່ຽນວິຊາການ

ສາມພາກສ່ວນລົງນາມບົດບັນທຶກການຮ່ວມມືແລກປ່ຽນວິຊາການ

ໃນວັນທີ 6 ສິງຫາ ນີ້ ທີ່ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໄດ້ຈັດພິທີລົງນາມບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມື ແລະ ແລກປ່ຽນທາງວິຊາການ ລະຫວ່າງສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ (ສວສສຊ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ແລະ ມະຫາວິທະຍາໄລແຫ່ງຊາດ (ມຊ) ໂດຍການເຂົ້າຮ່ວມລົງນາມຂອງທ່ານ ກອງແກ້ວ ໄຊສົງຄາມ ປະທານ ສວສສຊ, ທ່ານ ພູວົງ ອຸ່ນຄໍາແສນ ຫົວໜ້າ ສມປຊ ແລະ ທ່ານ ເດຊານຸລາດ ແສນດວງເດດ ອະທິການບໍດີມະຫາວິທະຍາໄລແຫ່ງຊາດ, ມີບັນດາຮອງປະທານ, ຮອງຫົວໜ້າສະຖາບັນ, ຮອງອະທິການບໍດີ ແລະ ບັນດາແຂກທີ່ຖືກເຊີນຈາກທັງ 3 ພາກສ່ວນເຂົ້າຮ່ວມເປັນສັກຂີພິຍານ.
ຄໍາມ່ວນຈັດກິດຈະກຳປັ່ນລົດຖີບ ໂອກາດວັນສາກົນຕ້ານການຄ້າມະນຸດ

ຄໍາມ່ວນຈັດກິດຈະກຳປັ່ນລົດຖີບ ໂອກາດວັນສາກົນຕ້ານການຄ້າມະນຸດ

ໃນຕອນເຊົ້າວັນທີ 6 ສິງຫານິ້, ຄະນະກໍາມະການຕ້ານການຄ້າມະນຸດແຂວງຄໍາມ່ວນ ຈັດກິດຈະກໍາ ຂີ່ລົດຖີບເພື່ອສຸຂະພາບ ເນື່ອງໃນໂອກາດວັນສາກົນຕ້ານການຄ້າມະນຸດ 30 ກໍລະກົດ. ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ວົງເພັດ ຈິດປັນຍາ ຮອງເລຂາພັກແຂວງ ຜູ້ຊີ້ນໍາວຽກງານການເມືອງ-ແນວຄິດ, ວຽກພັກ-ພະນັກງານ ພ້ອມດ້ວຍບັນດາທ່ານການນໍາແຂວງ, ຄະນະກໍາມະການກ່ຽວຂ້ອງ ຕະຫຼອດຮອດນັກຂີ່ລົດຖີບເຂົ້າຮ່ວມ.
ເມືອງບາຈຽງຈະເລີນສຸກ ທາບທາມບຸກຄະລາກອນເຂົ້າໃສ່ໂຄງປະກອບຄະນະບໍລິຫານງານພັກແຂວງຈຳປາສັກ ສະໄໜທີ IX ຮອບທີ 1

ເມືອງບາຈຽງຈະເລີນສຸກ ທາບທາມບຸກຄະລາກອນເຂົ້າໃສ່ໂຄງປະກອບຄະນະບໍລິຫານງານພັກແຂວງຈຳປາສັກ ສະໄໜທີ IX ຮອບທີ 1

ໃນວັນທີ 5 ສິງຫາຜ່ານມານີ້, ເມືອງບາຈຽງຈະເລີນສຸກ ແຂວງຈຳປາສັກ ທາບທາມບຸກຄະລາກອນເຂົ້າໃສ່ໂຄງປະກອບຄະນະບໍລິຫານງານພັກແຂວງສະໄໜທີ IX ຮອບທີ 1 ຂຶ້ນທີ່ສະໂມສອນຂອງເມືອງ ໂດຍໃຫ້ກຽດເປັນປະທານຂອງ ສະຫາຍ ປະດິດ ວັນນະລັດສະໝີ ກຳມະການປະຈຳພັກແຂວງປະທານກວດກາພັກແຂວງ ຜູ້ຊີ້ນຳເມືອງບາຈຽງຈະເລີນສຸກ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ບໍລິຄໍາໄຊ ປະກາດການຈັດຕັ້ງ ພາຍຫຼັງໂຮມພະແນກ

ບໍລິຄໍາໄຊ ປະກາດການຈັດຕັ້ງ ພາຍຫຼັງໂຮມພະແນກ

ພິທີປະກາດການຈັດຕັ້ງ ພາຍຫຼັງໂຮມພະແນກແຜນການ ແລະ ການລົງທຶນ ເຂົ້າກັບພະແນກການເງິນ ແຂວງບໍລິຄຳໄຊ ໄດ້ຈັດຂຶ້ນໃນຕອນບ່າຍວັນທີ 5 ສິງຫານີ້ ທີ່ຫ້ອງປະຊຸມຫ້ອງວ່າການປົກຄອງແຂວງ, ເປັນປະທານໂດຍທ່ານ ສຸວັນນີ ໄຊຊະນະ ຮອງເລຂາພັກແຂວງ ປະທານສະພາປະຂາຊົນແຂວງ, ທ່ານ ອຸບັນ ສຸພິດາ ຄະນະພັກກະຊວງ ຫົວໜ້າກົມຈັດຕັ້ງ ຄະນະນໍາປັບປຸງ ກົງຈັກການຈັດຕັ້ງກະຊວງການເງິນ.
ທຫລ ພາກໃຕ້ແຂວງຈຳປາສັກ ສືບຕໍ່ຄຸ້ມຄອງມະຫາພາກດ້ານເງິນຕາ

ທຫລ ພາກໃຕ້ແຂວງຈຳປາສັກ ສືບຕໍ່ຄຸ້ມຄອງມະຫາພາກດ້ານເງິນຕາ

ສະຫາຍ ໄຊລືຊາ ຜູຍຍະວົງ ເລຂາຄະນະພັກຮາກຖານ ຫົວໜ້າສາຂາ ທະນາຄານແຫ່ງ ສປປ ລາວ ພາກໃຕ້ (ທຫລ.ພຕ) ແຂວງຈຳປາສັກ ໄດ້ລາຍງານ ຕໍ່ຜູ້ສື່ຂ່າວພວກເຮົາ ເມື່ອບໍ່ດົນມານີ້ ວ່າ: ທຫລ.ພຕ ແຂວງຈຳປາສັກ ແມ່ນມີພາລະບົດບາດ ແລະ ໜ້າທີ່ທຽບເທົ່າກົມ ທີ່ເປັນເສນາທິການໃຫ້ຄະນະຜູ້ວ່າການ ທຫລ ໃນການຈັດຕັ້ງປະຕິບັດວຽກງານຄຸ້ມຄອງມະຫາພາກທາງດ້ານເງິນຕາ, ສະຖາບັນການເງິນ ແລະ ລະບົບຊຳລະໃນ 4 ແຂວງພາກໃຕ້ (ຈໍາປາສັກ, ສາລະວັນ, ອັດຕະປື ແລະ ເຊກອງ);
ເຜີຍແຜ່ນິຕິກໍາໂຄງການກອງທຶນສາມັກຄີ ແລະ ພັດທະນາແນວລາວສ້າງຊາດ

ເຜີຍແຜ່ນິຕິກໍາໂຄງການກອງທຶນສາມັກຄີ ແລະ ພັດທະນາແນວລາວສ້າງຊາດ

ສູນກາງແນວລາວສ້າງຊາດ (ສນຊ) ໄດ້ຈັດກອງປະຊຸມເຜີຍແຜ່ນິຕິກໍາໂຄງການກອງທຶນສາມັກຄີ ແລະ ພັດທະນາແນວລາວສ້າງຊາດ ໂດຍການເປັນປະທານຂອງທ່ານ ຄໍາໄຫຼ ສີປະເສີດ ກໍາມະການສູນກາງພັກ ຮອງປະທານສູນກາງແນວລາວສ້າງຊາດ ຜູ້ປະຈໍາການ, ມີທ່ານ ດາວຽງສັກ ຫວ່າງວິຈິດ ຫົວໜ້າຫ້ອງການ ສູນກາງແນວລາວສ້າງຊາດ, ທ່ານ ຫຼ້າສາຍ ນວນທາສິງ ຜູ້ອໍານວຍການໃຫຍ່ ໂຄງການກອງທຶນສາມັກຄີ ແລະພັດທະນາແນວລາວສ້າງຊາດ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ ທັງແບບປົກກະຕິ ແລະ ທາງໄກໃນວັນທີ 5 ສິງຫານີ້.
ຈໍາປາສັກ​ ປະກາດການຈັດຕັ້ງ

ຈໍາປາສັກ​ ປະກາດການຈັດຕັ້ງ

ວັນທີ 4 ສິງຫາຜ່ານມາ ​ຢູ່​ສະໂມສອນ​ແຂວງ,​ ແຂວງຈໍາປາສັກ​ ໄດ້ຈັດພິທີປະກາດກົງຈັກການຈັດຕັ້ງ ຂອງພະແນກການ - ກົມກອງອ້ອມຂ້າງແຂວງ ທີ່ໄດ້ຮັບການປັບປຸງ ພ້ອມທັງແຕ່ງຕັ້ງພະນັກງານນາພາ​ - ຄຸ້ມຄອງ ໃນກົງຈັກການຈັດຕັ້ງຄະນະພັກ, ຄະນະພະແນກ, ຫົວໜ້າຂະແໜງ, ຮອງຂະແໜງການຂອງແຂວງ ຈໍານວນໜຶ່ງ ຕາມນິຕິກຳຂອງສູນກາງພັກ, ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງໆຈໍາປາສັກ.​
ປົກປັກຮັກສາ, ຄຸ້ມຄອງ ຊັບພະຍາກອນທໍາມະຊາດຢູ່ປະເທດເຮົາໃຫ້ຍືນຍົງ

ປົກປັກຮັກສາ, ຄຸ້ມຄອງ ຊັບພະຍາກອນທໍາມະຊາດຢູ່ປະເທດເຮົາໃຫ້ຍືນຍົງ

ຊັບພະຍາກອນທໍາມະຊາດ ແມ່ນສິ່ງທີ່ມີຊີວິດ ແລະ ບໍ່ມີຊີວິດທີ່ເກີດຂຶ້ນຕາມທໍາມະຊາດເຊັ່ນ: ດິນ, ນໍ້າ, ອາກາດ, ຊີວະນາໆພັນ, ບໍ່ແຮ່, ຫີນ, ຊາຍ ແລະ ອື່ນໆ ຊຶ່ງເປັນເງື່ອນໄຂອັນຈໍາເປັນໃຫ້ແກ່ການດໍາລົງຊີວິດຂອງປະຊາຊົນບັນດາເຜົ່າ ແລະ ການພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ.
ນັກຂ່າວ ຮັບການຍົກລະດັບການຫັນເປັນດີຈີຕອນ

ນັກຂ່າວ ຮັບການຍົກລະດັບການຫັນເປັນດີຈີຕອນ

ສະມາຄົມນັກຂ່າວ ແຫ່ງ ສປປ ລາວ ຮ່ວມກັບສໍານັກຂ່າວ ABC ແລະ ສະຖານທູດອົສຕຣາລີ ປະຈໍາລາວ ຈັດຊຸດຝຶກອົບຮົມໃນຫົວຂໍ້: “ເວທີສົນທະນາການຫັນໄປສູ່ດີຈີຕອນ” ໃນວັນທີ 5 ສິງຫານີ້ ທີ່ໂຮງແຮມຄຣາວພລາຊາ ນະຄອນຫຼວງວຽງຈັນ. ເປັນກຽດໃນພິທີ ໂດຍ ທ່ານ ວັນໄຊ ຕະວິນຍານ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກຫົວໜ້າບັນນາທິການໃຫຍ່ໜັງສືພິມປະຊາຊົນ, ທ່ານ ສະຫວັນຄອນ ຣາຊມຸນຕຣີ ປະທານ ສະມາຄົມນັກຂ່າວ ແຫ່ງ ສປປ ລາວ ອະດີດຮອງລັດຖະມົນຕີ ກະຊວງ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ; ທ່ານ ນາງ ເມການ ຈອນ (Megan Jones) ເອກອັກຄະລັດຖະທູດຜູ້ມີອໍານາດເຕັມແຫ່ງປະເທດອົສຕຣາລີ ປະຈໍາ ສປປ ລາວ, ທ່ານ ແອຣອນ ແກນ (Mr Aaron Kearney) ຜູ້ອຳນວຍການ ABCID - ຜູ້ມີສ່ວນຮ່ວມ ແລະ ພັດທະນາໂຄງການ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ແລະ ສໍາມະນາກອນ.
ເພີ່ມເຕີມ