ສືບຕໍ່ສ້າງໃຫ້ ນວ ບັນລຸການເປັນຫົວໜ່ວຍເຂັ້ມແຂງດ້ານ ປກຊ-ປກສ ກວມ 80% ຂຶ້ນໄປ

ສືບຕໍ່ສ້າງໃຫ້ ນວ ບັນລຸການເປັນຫົວໜ່ວຍເຂັ້ມແຂງດ້ານ ປກຊ-ປກສ ກວມ 80% ຂຶ້ນໄປ
ໂດຍ: ສ.ບຸດປະຊາ
ນະຄອນຫຼວງວຽງຈັນ (ນວ) ກຳລັງສືບຕໍ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ພະນັກງານ-ນັກຮົບພາຍໃນກໍາລັງເປັນປົກກະຕິ, ປັບປຸງກໍ່ສ້າງກໍາລັງໃຫ້ມີຄວາມທັນສະໄໝ, ເຂັ້ມແຂງຮອບດ້ານ ເຮັດໃຫ້ມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບປອດໄພ ແລະ ມີຄວາມເປັນລະບຽບຮຽບຮ້ອຍ; ສຸມທຸກຄວາມສາມາດໃນການແກ້ໄຂປະກົດການຫຍໍ້ທໍ້ຂອງສັງຄົມໃຫ້ຍູ້ດັນການແກ້ໄຂຄະດີຕ່າງໆໃຫ້ຫຼຸດລົງເທື່ອລະກ້າວ; ກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ (ປກຊ-ປກສ) ເປັນເຈົ້າການ ຈັດຕັ້ງເຄື່ອນໄຫວ ກວດກາເວນຍາມໃນວັນສໍາຄັນຕ່າງໆຂອງພັກ-ຂອງຊາດ ໃນຂອບເຂດຄວາມຮັບຜິດຊອບຂອງຕົນໃຫ້ມີຄວາມສະຫງົບປອດໄພໂດຍພື້ນຖານ.
ການສ້າງ ນວ ເປັນຫົວໜ່ວຍຍຸດທະສາດດ້ານວຽກງານ ປກຊ-ປກສ ໃນໄລຍະຜ່ານມາ ກໍຄືໃນລະຫວ່າງ ປີ 2016-2020 ທີ່ໄດ້ມີການປະເມີນຜົນວຽກງານ 3 ສ້າງຂອງ ນວ ຊຶ່ງດ້ານນີ້ມີ 5 ຕົວຊີ້ບອກ ແລະ ຜ່ານມາວຽກງານນີ້ ກໍເປັນວຽກງານຕົ້ນຕໍພື້ນຖານຂອງການພັດທະນາ ໂດຍຖືເອົາການຈັດຕັ້ງເຜີຍແຜ່ແນວທາງ ປກຊ-ປກສ ທົ່ວປວງຊົນຮອບດ້ານ ໃຫ້ເປັນໜ້າທີ່ ແລະ ຄວາມຮັບຜິດຊອບຂອງໝົດທຸກຄົນໃນສັງຄົມ, ມີການຝຶກແອບຍຸດທະວິທີ-ການທະຫານໃຫ້ກອງຮ້ອຍ ປກສ, ກອງຫຼອນ ມີການກວດກາເວນຍາມ ແລະ ອອກເຄື່ອນໄຫວຕາມຂອບເຂດຊາຍແດນເປັນປົກກະຕິ, ກວດກາຄົນເຂົ້າ-ອອກເມືອງ, ໄດ້ອອກປຶ້ມສໍາມະໂນຄົວທັນສະໄໝ, ເຄື່ອນໄຫວວຽກງານອື່ນໆ ຕາມໜ້າທີ່ ແລະ ຂັ້ນເທິງມອບໝາຍ, ໂຄສະນາປູກຈິດສໍານຶກຄວາມປອດໄພ ໃນການສັນຈອນໃຫ້ບັນດານັກຮຽນ, ພໍ່ແມ່ປະຊາຊົນ ຕິດຕັ້ງໄຟອໍານາດໃໝ່, ສ້າງສິ່ງອໍານວຍ ຕາມຈຸດ 4 ແຍກ ເພື່ອສະດວກໃນການສັນຈອນ ເພື່ອແກ້ໄຂຈຸດທີ່ມີຄວາມສ່ຽງເກີດອຸປະຕິເຫດ ໂດຍຕິດຕັ້ງໄຟກະພິບ ແລະ ແຕ້ມເສັ້ນທາງຈາລະຈອນ.
ພ້ອມກັນນັ້ນ, ການລົງກໍ່ສ້າງຮາກຖານການເມືອງ ໂດຍສະເພາະກໍາລັງ ປກຊ-ປກສ ຕິດພັນກັບການຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍຂອງສັງຄົມ ແລະ ປະຕິບັດ 3 ຫຼຸດ 3 ເພີ່ມ 3 ຂະບວນການ, ປະຕິບັດວາລະແຫ່ງຊາດ, ແກ້ໄຂປະກົດການຫຍໍ້ທໍ້ທາງສັງຄົມ, ນໍາພາສ້າງສ້າງບ້ານປ້ອງກັນຊາດເຂັ້ມ ແຂງ 33 ບ້ານ (ປັດຈຸບັນ 75 ບ້ານ), ສ້າງບ້ານປ້ອງກັນຄວາມສະຫງົບດີໄດ້ 371 ບ້ານ (ປັດຈຸບັນ 415ບ້ານ), ບ້ານປອດຢາເສບຕິດ 347 ບ້ານ; ວຽກງານຍຸຕິທໍາຮາກຖານ ໄດ້ເອົາໃຈໃສ່ລົງຕິດຕາມ, ຊຸກຍູ້ ສ້າງຕູ້ສະໝຸດກົດໝາຍປະຈໍາບ້ານ, ເປີດການຮຽນການສອນກົດໝາຍຊັ້ນຕົ້ນຢູ່ 9 ເມືອງ, ໄດ້ສຸມໃສ່ການແກ້ໄຂບັນດາຂໍ້ຂັດແຍ່ງຕ່າງໆ ທີ່ເກີດຂຶ້ນໃຫ້ຫຼຸດລົງເທື່ອລະກ້າວ ນໍາພາສ້າງບ້ານແບບຢ່າງໃນການປະຕິ ບັດກົດໝາຍໄດ້ 320 ບ້ານ.
ຈາກການປະເມີນດັ່ງກ່າວ, ການສ້າງ ນວ ເປັນຫົວໜ່ວຍຍຸດທະສາດດ້ານ ປກຊ-ປກສ ບັນລຸ 4 ຕົວຊີ້ບອກ ເທົ່າກັບ 80%, ບໍ່ບັນລຸ 1 ຕົວຊີ້ບອກ ຄື: (ຂໍ້ 7.5) ເທົ່າກັບ 20%, ສາເຫດບໍ່ບັນລຸ ຍ້ອນວ່າຍັງບໍ່ສາມາດປະກາດຮັບຮອງເປັນເມືອງຫົວໜ່ວຍເຂັ້ມແຂງດ້ານ ປກຊ-ປກສ ກວມ 80% ຂຶ້ນໄປ, ແຕ່ຍັງສຶບຕໍ່ຈັດຕັ້ງປະຕິບັດໃຫ້ດີຂຶ້ນກວ່າເກົ່າ ເພື່ອຈະສາມາດບັນລຸຕົວຊີ້ບອກດັ່ງກ່າວນີ້.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ