ໄຕມາດທຳອິດຂອງປີ 2024 ການທ່ອງທ່ຽວຕ່າງແດນ ເພີ່ມຂຶ້ນ 97%

ໄຕມາດທຳອິດຂອງປີ 2024 ການທ່ອງທ່ຽວຕ່າງແດນ ເພີ່ມຂຶ້ນ 97%
ຂ່າວຕ່າງປະເທດລາຍງານ ໃນວັນທີ 21 ພຶດສະພາ ຜ່ານມາ, ອົງການທ່ອງທ່ຽວໂລກ ແຫ່ງສະຫະປະຊາຊາດ (UNWTO) ລາຍງານວ່າ: ການເດີນທາງຂອງນັກທ່ອງທ່ຽວນາໆຊາດໃນໄຕມາດທຳອິດ (ມັງກອນ - ມີນາ) ຂອງປີ 2024 ເພີ່ມຂຶ້ນ 97% ຂອງໄລຍະກ່ອນເກີດໂຣກລະບາດໃຫຍ່ ໂດຍໂຕເລກຂອງໝົດປີນີ້ມີທ່າອ່ຽງສູງກວ່າໂຕເລກຂອງປີ 2019.
ຂ່າວຕ່າງປະເທດລາຍງານ ໃນວັນທີ 21 ພຶດສະພາ ຜ່ານມາ, ອົງການທ່ອງທ່ຽວໂລກ ແຫ່ງສະຫະປະຊາຊາດ (UNWTO) ລາຍງານວ່າ: ການເດີນທາງຂອງນັກທ່ອງທ່ຽວນາໆຊາດໃນໄຕມາດທຳອິດ (ມັງກອນ - ມີນາ) ຂອງປີ 2024 ເພີ່ມຂຶ້ນ 97% ຂອງໄລຍະກ່ອນເກີດໂຣກລະບາດໃຫຍ່ ໂດຍໂຕເລກຂອງໝົດປີນີ້ມີທ່າອ່ຽງສູງກວ່າໂຕເລກຂອງປີ 2019.
ລາຍງານລະບຸວ່າ: ຈຳນວນນັກທ່ອງທ່ຽວທີ່ເດີນທາງລະຫວ່າງປະເທດໃນໄຕມາດທຳອິດຂອງປີນີ້ ລວມມີ 285 ລ້ານຄົນ ຊຶ່ງເພີ່ມຂຶ້ນປະມານ 20% ເມື່ອທຽບກັບໄລຍະດຽວກັນຂອງປີ 2023 ໂດຍອົງການດັ່ງກ່າວຄາດວ່າການທ່ອງທ່ຽວລະຫວ່າງປະເທດຈະຟື້ນຕົວຢ່າງເຕັມຮູບແບບໃນໄລຍະເວລາທີ່ເຫຼືອຂອງປີນີ້ ແລະ ຈຳນວນການເດີນທາງຈະສູງກວ່າປີ 2019 ປະມານ 2%.
ການເດີນທາງລະຫວ່າງປະເທດໃນພາກພື້ນອາຊີປາຊີຟິກເພີ່ມຂຶ້ນ ໂດຍການເດີນທາງດັ່ງກ່າວໃນໄຕມາດທຳອິດຂອງປີ 2023 ຄິດໄລ່ເປັນ 65% ຂອງປີ 2019 ແລະ ເພີ່ມຂຶ້ນເປັນ 82% ໃນໄຕມາດທຳອິດຂອງປີນີ້. ຂະນະດຽວກັນ,ການເດີນທາງລະຫວ່າງປະເທດໃນພາກຕາເວັນອອກກາງເຕີບໂຕເພີ່ມຂຶ້ນ 36% ຈາກໄລຍະກ່ອນເກີດໂຣກລະບາດໃຫຍ່.
ສ່ວນທະວີບເອີຣົບ ຕ້ອນຮັບນັກທ່ອງທ່ຽວນາໆຊາດໃນໄຕມາດທຳອິດຂອງປີນີ້ ລວມທັງໝົດ 120 ລ້ານຄົນ ເພີ່ມຂຶ້ນ 1% ຈາກປີ 2019, ຂະນະທີ່ທະວີບອາຟຣິກາຕ້ອນຮັບນັກທ່ອງທ່ຽວນາໆຊາດເພີ່ມຂຶ້ນ 5% ເມື່ອທຽບກັບໄລຍະດຽວກັນຂອງປີ 2023 ແລະ ທະວີບອາເມຣິກາຕ້ອນຮັບນັກທ່ອງທ່ຽວນາໆຊາດສູງເຖິງ 99% ຂອງປີ 2019.
ທ່ານ ຊູຣັບ ໂປໂລລິຄາຊວິລີ ເລຂາທິການອົງການທ່ອງທ່ຽວໂລກ ກ່າວເຖິງຜົນກະທົບໃນທາງບວກຂອງການເດີນທາງທ່ອງທ່ຽວລະຫວ່າງປະເທດຕໍ່ເສດຖະກິດທ້ອງຖິ່ນ ວ່າ: ການຟື້ນຕົວຂອງການທ່ອງທ່ຽວລະຫວ່າງປະເທດເປັນຂ່າວດີຫຼາຍສຳລັບເສດຖະກິດ ແລະ ປະຊາຊົນຫຼາຍລ້ານຄົນ ພ້ອມທັງຢໍ້າເຖິງການຍົກລະດັບຄວາມຍືນຍົງ ແລະ ຄວາມຄອບຄຸມການແກ້ໄຂຜົນກະທົບຕໍ່ຊັບພະຍາກອນ ແລະ ຊຸມຊົນທ້ອງຖິ່ນ.
ລາຍໄດ້ຂອງການສົ່ງອອກຈາກການທ່ອງທ່ຽວລະຫວ່າງປະເທດ ຊຶ່ງລວມລາຍຮັບ ແລະ ການຂົນສົ່ງຜູ້ໂດຍສານ ໃນປີ 2023 ມີ 1.7 ພັນຕື້ໂດລາ ຄິດເປັນປະມານ 96% ຂອງໄລຍະກ່ອນເກີດໂຣກລະບາດໃຫຍ່ໃນແງ່ມູນຄ່າທີ່ແທ້ຈິງ ໂດຍລວມຍອດຜະລິດຕະພັນທາງກົງດ້ານການທ່ອງທ່ຽວ (TDGDP) ຟື້ນຕົວສູ່ລະດັບກ່ອນເກີດໂຣກລະບາດໃຫຍ່ ຢູ່ທີ່ 3.3 ພັນຕື້ໂດລາ ໃນປີ 2023 ຫຼື ທຽບເທົ່າ 3% ຂອງລວມຍອດຜະລິດຕະພັນທົ່ວໂລກ.

ຄໍາເຫັນ

ຂ່າວຕ່າງປະເທດ

ມຽນມາ ປິດຊິມກາດ ທີ່ກ່ຽວຂ້ອງກັບການພະນັນອອນລາຍ

ມຽນມາ ປິດຊິມກາດ ທີ່ກ່ຽວຂ້ອງກັບການພະນັນອອນລາຍ

ຂ່າວຕ່າງປະເທດລາຍງານ ໃນວັນທີ 22 ມິຖຸນາ ຜ່ານມາວ່າ: ເຈົ້າໜ້າທີ່ມຽນມາໄດ້ປິດການໃຊ້ງານຊິມກາດ 143,409 ຊິມ ທີ່ສົງໃສວ່າເຊື່ອມໂຍງກັບການພະນັນອອນລາຍລະຫວ່າງເດືອນມີນາ 2025 ຫາ ເດືອນພຶດສະພາ 2026 ຫຼັງຈາກກວດພົບຂໍ້ຄວາມຈຳນວນຫຼວງຫຼາຍທີ່ມີເນື້ອຫາທີ່ກ່ຽວຂ້ອງກັບການພະນັນອອນລາຍ.
ທຶນ​ຕ່າງ​ປະ​ເທດ “ເປີດ​ໂສມໜ້າ​ໃໝ່” ດ້ານ​ການ​ລົງ​ທຶນ​ຢູ່​ຈີນ​ໄດ້​ແນວ​ໃດ?

ທຶນ​ຕ່າງ​ປະ​ເທດ “ເປີດ​ໂສມໜ້າ​ໃໝ່” ດ້ານ​ການ​ລົງ​ທຶນ​ຢູ່​ຈີນ​ໄດ້​ແນວ​ໃດ?

ວິທະຍຸໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນ​ຖາ​ນະ​ເປັນ​ກິດ​ຈະ​ກຳ​​ໃຫຍ່​ທີ່ສຳ​ຄັນສຳ​ລັບບໍ​ລິ​ສັດ​ຂ້າມ​ຊາດ​ຄັ້ງ​ທຳ​ອິດ​ຂອງ​ຈີນ, ກອງ​ປະ​ຊຸມ​ສຸດຍອດ​ຜູ້​ນຳ​ບໍ​ລິ​ສັດ​ຂ້າມ​ຊາດ​ຊີງ​ຕາວ ​ຄັ້ງ​ທີ 7 ທີ່​ສຳ​ເລັດ​ລົງ​ໃນ​ວັນ​ທີ 17 ມິ​ຖຸ​ນາ ຜ່ານມາ ໄດ້​ດຶງ​ດູດ​ຜູ້​ບໍ​ລິ​ຫານ​ຂັ້ນ​ສູງ 322 ທ່ານ​​ຈາກບໍ​ລິ​ສັດ​ຂ້າມ​ຊາດ​ໃນ 44 ປະ​ເທດ ແລະ ເຂດ​ແຄວ້ນ​ເຂົ້າ​ຮ່ວມໂດຍ​ໄດ້​ເຊັນ​ສັນ​ຍາ​ 57 ໂຄງ​ການ.
ເອີຣົບ ປະເຊີນກັບວິກິດການຄື້ນຄວາມຮ້ອນຮ້າຍແຮງ

ເອີຣົບ ປະເຊີນກັບວິກິດການຄື້ນຄວາມຮ້ອນຮ້າຍແຮງ

ຂ່າວຕ່າງປະເທດລາຍງານ ໃນວັນທີ 22 ມິຖຸນາ ຜ່ານມາວ່າ: ເອີຣົບກຳລັງປະເຊີນກັບວິກິດການຄື້ນຄວາມຮ້ອນທີ່ຮ້າຍແຮງ, ໂດຍອຸນຫະພູມສູງຂຶ້ນເກືອບ 40 ອົງສາ ຊຶ່ງສົ່ງຜົນໃຫ້ມີການເຕືອນໄພທົ່ວປະເທດ. ລະບົບການຂົນສົ່ງສາທາລະນະຖືກຢຸດສະງັກ ແລະ ສັດປ່າໃນຫຼາຍພື້ນທີ່ກຳລັງເຈັບປ່ວຍຍ້ອນຄວາມກົດດັນຈາກຄວາມຮ້ອນ ຊຶ່ງຜູ້ຊ່ຽວຊານລະບຸວ່າແມ່ນສັນຍານອັນຕະລາຍຂອງການປ່ຽນແປງສະພາບອາກາດໂລກ.
ການ​ເຈ​ລະ​ຈາ​ລະ​ຫວ່າງ​ ອີ​ຣານ - ອາ​ເມ​ຣິ​ກາ​ ໄດ້​ຮັບ​ຄວາມ​ຄືບ​ໜ້າ

ການ​ເຈ​ລະ​ຈາ​ລະ​ຫວ່າງ​ ອີ​ຣານ - ອາ​ເມ​ຣິ​ກາ​ ໄດ້​ຮັບ​ຄວາມ​ຄືບ​ໜ້າ

ວິທະຍຸໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນ​ທີ 22 ມິ​ຖຸ​ນາ​ ຜ່ານມາ, ​ໃນ​ຖາ​ນະ​ເປັນຝ່າຍ​ໄກ່​ເກ່ຍ​ການ​ເຈ​ລະ​ຈາ​ລະ​ຫວ່າງ​ອີ​ຣານ-ອາ​ເມ​ຣິ​ກາ, ກາ​ຕາ ​ແລະ​ ປາ​ກິ​ສ​ຖານ ​ໄດ້​ອອກ​ຖະ​ແຫຼງ​ການ​ຮ່ວມ​ວ່າ: ການ​ເຈ​ລະ​ຈາ​ລະ​ຫວ່າງ​ອີ​ຣານ-ອາ​ເມ​ຣິ​ກາ ​ໄດ້​ຈັດ​ຂຶ້ນ​ພາຍ​ໃຕ້​ບັນ​ຍາ​ກາດ​ທີ່​ມີ​ລັກ​ສະ​ນະ​ຕັ້ງ​ໜ້າ, ສ້າງ​ສັນ ແລະ ໄດ້​ຮັບ​ຄວາມ​ຄືບ​ໜ້າ​ທີ່​​ໜ້າ​ຊື່ນ​ຊົມ​ ຊຶ່ງລວມ​ທັງ​ໄດ້​ສ້າງ​ຕັ້ງ​ກົນ​ໄກ​​ສຳ​ລັບການ​ເຈ​ລະ​ຈາ​ດ້ານ​ວິ​ຊາ​ການ​ຕື່ມ​ອີກ.
ຫວຽດນາມ ຈັດກອງ​ປະ​ຊຸມຄັ້ງທີ 1 ​ຄະ​ນະ​ຊີ້​ນຳ​ສູນ​ກາງ ​ການ​ສ້າ​ງ​ລະ​ບອບ​ລະ​ບຽບ​ການໃຫ້ສົມບູນແບບ

ຫວຽດນາມ ຈັດກອງ​ປະ​ຊຸມຄັ້ງທີ 1 ​ຄະ​ນະ​ຊີ້​ນຳ​ສູນ​ກາງ ​ການ​ສ້າ​ງ​ລະ​ບອບ​ລະ​ບຽບ​ການໃຫ້ສົມບູນແບບ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນ​ວັນທີ 22 ມິ​ຖຸ​ນາ ຜ່ານມາ ຢູ່ນະຄອນຫຼວງ​ຮ່າ​ໂນ້ຍ, ທ່ານ ໂຕ​ເລິມ ​ເລ​ຂາ​ທິ​ການ​ໃຫຍ່ ປະ​ທານ​ປະ​ເທດ ໄດ້​ເປັນ​ປະ​ທານກອງ​ປະ​ຊຸມ​ຄັ້ງ​ທີ 1 ຄະ​ນະ​ຊີ້​ນຳ​ສູນ​ກາງ​ກ່ຽວ​ກັບ​ການ​ສ້າ​ງ​ລະ​ບອບ​ລະ​ບຽບ​ການ​ໃຫ້​ສົມ​ບູນ​ແບບ ແລະ ການ​ປະ​ຕິ​ບັດ​ກົດ​ໝາຍ. ເຂົ້າ​ຮ່ວມ​ມີ​ທ່ານ​ ເລ​ມິງ​ຮຶງ ນາ​ຍົກ​ລັດ​ຖະ​ມົນ​ຕີ, ທ່ານ ເຈິ່ນ​ແທັງ​ເໝິນ ​ປະ​ທ​ານ​ສະ​ພາ​ແຫ່ງ​ຊາດ ແລະ ທ່ານ ເຈິ່ນ​ເກິມ​ຕູ້ ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ທິ​ການສູນກາງພັກ.
​​ຈີນ​ ມີ​ສ່ວນ​ຮ່ວມ​ໃນ​ງານ​ແຂ່ງ​ຂັນ​ບານ​ເຕະ​ຊີງ​ແຊັມ​ໂລກ ​​ທີ່ອາ​ເມ​ຣິ​ກາ-ແມັກ​ຊິກ - ກາ​ນາ​ດາ ​ເປັນ​ເຈົ້າ​ພາບ

​​ຈີນ​ ມີ​ສ່ວນ​ຮ່ວມ​ໃນ​ງານ​ແຂ່ງ​ຂັນ​ບານ​ເຕະ​ຊີງ​ແຊັມ​ໂລກ ​​ທີ່ອາ​ເມ​ຣິ​ກາ-ແມັກ​ຊິກ - ກາ​ນາ​ດາ ​ເປັນ​ເຈົ້າ​ພາບ

ງານແຂ່ງຂັນບານເຕະຊີງແຊັມໂລກປີ 2026 ທີ່ອາເມຣິກາ-ແມັກຊິກ-ການາດາຮ່ວມກັນເປັນເຈົ້າພາບໄດ້ເລີ່ມຂຶ້ນຢ່າງເປັນທາງການໃນວັນທີ 11 ມິຖຸນາ ຜ່ານມານີ້. ເຖິງວ່າທີມຊາດຈີນບໍ່ໄດ້ເຂົ້າຮ່ວມການແຂ່ງຂັນ, ແຕ່ຈີນໄດ້ມີສ່ວນຮ່ວມໃນຫຼາຍຂົງເຂດຂອງການແຂ່ງຂັນຄັ້ງນີ້ຢ່າງຮອບດ້ານ, ຈາກການສະໜັບສະໜູນ ຫຼື ເປັນສະປອນເຊີຍີ່ຫໍ້ຕ່າງໆ, ເຕັກໂນໂລຊີສຳຄັນຮອດວັດທະນະທຳທີ່ທັນສະໄໝ, ຈີນໄດ້ມີສ່ວນຮ່ວມຢ່າງກວ້າງຂວາງ ແລະ ເລິກເຊິ່ງ ຊຶ່ງມີຫຼາຍກວ່າຄວາມຮັບຮູ້ຂອງຄົນທົ່ວໄປ.
ສິງກະໂປ ຊ່ວຍເຫຼືອບໍລິສັດສື່ ພັດທະນາເນື້ອໃນດີຈີຕອນ

ສິງກະໂປ ຊ່ວຍເຫຼືອບໍລິສັດສື່ ພັດທະນາເນື້ອໃນດີຈີຕອນ

ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີ້ວ່າ: ອົງການພັດທະນາສື່ຂໍ້ມູນຂ່າວສານ (IMDA) ຂອງລັດຖະບານສິງກະໂປ ໄດ້ປະກາດແຜນການດຳເນີນໂຄງການພັດທະນາເນື້ອໃນດີຈີຕອນ ແລະ ຂີດຄວາມສາມາດທາງດີຈີຕອນ ໄລຍະ 4 ປີ ມູນຄ່າ 48 ລ້ານໂດລາສິງກະໂປ ເພື່ອຊ່ວຍເຫຼືອບໍລິສັດສື່ພັດທະນາເນື້ອໃນດີຈີຕອນ ແລະ ປັບໃຊ້ເຄື່ອງມືປັນຍາປະດິດ (AI).
ອົສຕຣາລີ ຢືນຢັນກໍລະນີທຳອິດຂອງໄຂ້ຫວັດສັດປີກ H5N1 ໃນອົສຕຣາລີ

ອົສຕຣາລີ ຢືນຢັນກໍລະນີທຳອິດຂອງໄຂ້ຫວັດສັດປີກ H5N1 ໃນອົສຕຣາລີ

ຂ່າວຕ່າງປະເທດລາຍງານ ໃນທ້າຍອາທິດຜ່ານມາວ່າ: ທ່ານນາງ ຈູລີ ຄໍລລິນສ ລັດຖະມົນຕີກະຊວງກະສິກຳ, ການປະມົງ ແລະ ປ່າໄມ້ຂອງອົສຕຣາລີ ໄດ້ຢືນຢັນການກວດພົບເຊື້ອໄວຣັດໄຂ້ຫວັດສັດປີກ H5N1 ຄັ້ງທຳອິດໃນແຜ່ນດິນຂອງອົສຕຣາລີ. ໂດຍຜົນການທົດສອບຢືນຢັນວ່ານົກ skua ສີນ້ຳຕານທີ່ພົບໃນອຸທະຍານແຫ່ງຊາດທາງພາກໃຕ້ຂອງລັດ Western Australia ໃນວັນທີ 14 ມິຖຸນາ ຜ່ານມາ ໄດ້ຕິດເຊື້ອ ແລະ ຕາຍຍ້ອນໄຂ້ຫວັດສັດປີກຊະນິດຮຸ່ນແຮງນີ້.
ອາ​ຊຽນ - ຣັດ​ເຊຍ ສ້າງວິ​ໄສ​ທັດ​ການ​ຮ່ວມ​ມື​ຍຸດ​ທະ​ສາດ​ໃໝ່

ອາ​ຊຽນ - ຣັດ​ເຊຍ ສ້າງວິ​ໄສ​ທັດ​ການ​ຮ່ວມ​ມື​ຍຸດ​ທະ​ສາດ​ໃໝ່

ວິທະຍຸກະຈາຍສຽງຫວຽດນາມລາຍງານ ໃນວັນທີ 20 ມິຖຸນາ ຜ່ານມາວ່າ: ກອ​ງ​ປະ​ຊຸມ​ສຸດຍອດ​ສະ​ເຫຼີມ​ສະຫຼອງວັນ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ ອາ​ຊຽນ - ຣັດ​ເຊຍ ຄົບ​ຮອບ 35 ປີ ໄດ້​ດຳ​ເນີນ​ໃນ​ລະ​ຫວ່າງວັນ​ທີ 17 – 18 ມິ​ຖຸ​ນາ ຜ່ານມາ ຢູ່​ນະ​ຄອນ Kazan ສະ​ຫະ​ພັນ ຣັດ​ເຊຍ, ໄດ້​ຮັບ​ຮອງ​ເອົາ​ເອ​ກະ​ສານ​ຍຸດ​ທະ​ສາດ 4 ສະ​ບັບ, ໃນ​ນັ້ນ ມີ​ຖະ​ແຫຼງ​ການ Kazan 2026 ແລະ ແຜນ​ການ​ເຄື່ອນ​ໄຫວໄລ​ຍະ 2026 – 2030, ແນ​ໃສ່​ກຳ​ນົດ​ ແລະ ຍົກ​ລະ​ດັບ​ຄູ່​ຮ່ວມ​ມື​ຍຸດ​ທ​ະ​ສາດ​ໃນ​ບັນ​ດາ​ຂົງ​ເຂດ​ຄວາມ​ໝັ້ນ​ຄົງ, ພະ​ລັງ​ງານ ແລະ ເສດ​ຖະ​ກິດ.
ຈີນ ກຽມຈັດຕັ້ງອົງການຮ່ວມມືດ້ານປັນຍາປະດິດໂລກ

ຈີນ ກຽມຈັດຕັ້ງອົງການຮ່ວມມືດ້ານປັນຍາປະດິດໂລກ

ວິທະຍຸໂທລະພາບສູນກາງຈີນ (CMG) ລາຍງານວ່າ: ຫ້ອງການຖະແຫຼງຂ່າວຂອງລັດຖະບານຈີນໄດ້ຈັດກອງປະຊຸມຂ່າວຫວ່າງມໍ່ໆມານີ້ ໂດຍໄດ້ແຈ້ງໃຫ້ຮູ້ວ່າ: ຈີນກຳລັງເລັ່ງລັດກຽມຈັດຕັ້ງອົງການຮ່ວມມືດ້ານປັນຍາປະດິດໂລກ ແລະ ຍິນດີຕ້ອນຮັບທຸກຝ່າຍເຂົ້າຮ່ວມ.
ເພີ່ມເຕີມ