ເຕົ່າທະເລເກີດໃໝ່ໃນມາເລເຊຍມີໂຕຜູ້ໜ້ອຍລົງ ຍ້ອນພາວະໂລກຮ້ອນ

ເຕົ່າທະເລເກີດໃໝ່ໃນມາເລເຊຍມີໂຕຜູ້ໜ້ອຍລົງ ຍ້ອນພາວະໂລກຮ້ອນ
ຂ່າວຕ່າງປະເທດລາຍງານ ໃນວັນທີ 22 ເມສາຜ່ານມາວ່າ: ເຕົ່າທະເລ ໃນມາເລເຊຍ ສ່ຽງຖືກສູນພັນ ຍ້ອນພາວະໂລກຮ້ອນເຮັດໃຫ້ຊາຍອຸ່ນ ສົ່ງຜົນໃຫ້ລູກເຕົ່າທີ່ຟັກອອກມາມີໂຕແມ່ຫຼາຍກວ່າໂຕຜູ້, ເກາະເຣດັງ ໃນລັດຕຣັງການູ ທາງຕາເວັນອອກສ່ຽງເໜືອຂອງມາເລເຊຍ ເປັນໜຶ່ງໃນເກາະອັນຫງຽບສະຫງົບ ແລະ ເປັນແຫຼ່ງອະນຸລັກເຕົ່າທະເລທີ່ສຳຄັນ ເພາະສະຖານທີ່ແຫ່ງນີ້ມັກມີເຕົ່າທະເລຂຶ້ນມາວາງໄຂ່ ແລະ ຖືກຕັ້ງເປັນເຂດຮັກສາຍພັນເຕົ່າ ຊາກາຮູຕັງ (ChagarHutang).
ທ່ານ ມູຮຳໝັດ ຮາຟິຊູດິນ ໂມດຊາປາ ເຈົ້າໜ້າທີ່ສູນອະນຸລັກກ່າວວ່າ: ເກາະເຣດັງ ມີຊື່ສຽງເລື່ອງເຕົ່າ ພວກເຮົາຕ້ອງການປົກປ້ອງສົມບັດຂອງພວກເຮົາໄວ້ໃນສະຖານທີ່ແຫ່ງນີ້, ແຕ່ແຫຼ່ງອະນຸລັກດັ່ງກ່າວອາດກາຍເປັນອະດີດ ເມື່ອພວກເຕົ່າກຳລັງປະເຊີນກັບໄພຄຸກຄາມຈາກອຸນຫະພູມທີ່ເພີ່ມຂຶ້ນ ເນື່ອງຈາກການປ່ຽນແປງສະພາບພູມອາກາດ ເພາະຄວາມຮ້ອນເຮັດໃຫ້ຊາຍອຸ່ນຂຶ້ນ ແລະ ລົບກວນການກຳນົດເພດຂອງລູກເຕົ່າ.
ພວກເຮົາຕ້ອງເຂົ້າໃຈກ່ອນວ່າ: ເມື່ອເຕົ່າທະເລປະສົມພັນ ເຕົ່າທະເລໂຕແມ່ຈະຂຶ້ນມາຫາດຊາຍເພື່ອວາງໄຂ່ ໂດຍຈະຂຸດຊາຍ ແລະ ຝັງໄຂ່ເອົາໄວ້ຖ້າມື້ຟັກອອກມາ ຊຶ່ງຈາກຂໍ້ມູນທາງວິທະຍາສາດນັ້ນ ເພດຂອງເຕົ່າທະເລ ແລະ ແຂ້ ບໍ່ໄດ້ຖືກກຳນົດໃນໄລຍະຂອງການປະຕິສົນທິ ແຕ່ຈະຂຶ້ນຢູ່ກັບອຸນຫະພູມທີ່ໄຂ່ໄດ້ຮັບ.ດັ່ງນັ້ນ, ອຸນຫະພູມຂອງຫາດຊາຍທີ່ຫໍ່ຫຸ້ມໄຂ່ເຕົ່າທະເລເຫຼົ່ານີ້ ຈຶ່ງມີຜົນຕໍ່ເພດຂອງລູກເຕົ່າທະເລໃນໄຂ່, ໂດຍຫາກໄຂ່ເຕົ່າຟັກໂຕໃນອຸນຫະພູມ 29,2 ອົງສາ ຈະມີໂອກາດເປັນໂຕຜູ້ ແລະ ໂຕແມ່ເທົ່າໆກັນ ແຕ່ຖ້າອຸນຫະພູມຕໍ່າກວ່າ 27,7 ອົງສາ ລູກເຕົ່າທີ່ຟັກອອກມາຈະເປັນໂຕຜູ້ ແຕ່ຫາກຟັກໃນອຸນຫະພູມສູງກວ່າ 31 ອົງສາ ພວກມັນຈະເປັນໂຕແມ່. ດັ່ງນັ້ນ, ຖ້າຫາດຊາຍອຸນເທົ່າໃດເຕົ່າທີ່ຟັກອອກມາກໍຈະຍິ່ງມີໂອກາດມີແຕ່ໂຕແມ່ຫຼາຍຂຶ້ນເທົ່ານັ້ນ.
ກ່ອນໜ້ານີ້ເຄີຍມີການລາຍງານໄປແລ້ວວ່າ: ນັກວິທະຍາສາດທີ່ສະຫະລັດອາເມຣິກາ ພົບວ່າ: ເຕົ່າທະເລທີ່ເກີດໃໝ່ໃນລັດຟໍຣິດາ ໃນໄລຍະ 4-5 ປີຫຼັງມານີ້ ເປັນໂຕແມ່ທັງໝົດ.ລ້າສຸດ ເຂດຮັກສາພັນເຕົ່າຊາກາຮູຕັງ ກໍພົບວ່າໃນໄລຍະບໍ່ເທົ່າໃດປີທີ່ຜ່ານມາ ມີເຕົ່າທະເລໂຕຜູ້ຈຳນວນໜ້ອຍຫຼາຍທີ່ຟັກອອກຈາກໄຂ່ ເຊັ່ນດຽວກັບຫາດຊາຍອື່ນໆຕາມແຄມຝັ່ງຕາເວັນອອກ.
ທ່ານ ໂມຮຳໝັດ ອຸຊາອີ ຣຸສລີ ຜູ້ຊ່ຽວຊານດ້ານເຕົ່າ ຈາກມະຫາວິທະຍາໄລມາເລເຊຍຕຣັງການູ ກ່າວວ່າ: ສຳລັບຫຼາຍພື້ນທີ່ເທິງຫາດຊາຍຝັ່ງຕາເວັນອອກຂອງຄາບສະໝຸດ ຕັ້ງແຕ່ປີ 2019-2022 ຈຳນວນເຕົ່າໂຕຜູ້ທີ່ຟັກອອກມານັ້ນເກືອບເປັນສູນ ຍ້ອນພາວະໂລກຮ້ອນສົ່ງຜົນໃຫ້ບໍ່ມີການຟັກໄຂ່ໂຕຜູ້.

ຄໍາເຫັນ

ຂ່າວຕ່າງປະເທດ

ປະຫວັດຫຍໍ້

ປະຫວັດຫຍໍ້

ສົມເດັດ ເຈົ້າຍິງ ໄອໂກະ ແຫ່ງ ປະເທດຍີ່ປຸ່ນ - ຊື່ທາງການ: ສົມເດັດ ເຈົ້າຍິງ ໄອໂກະ (Her Imperial Highness Princess Aiko) - ຊື່ພະຣາຊະທານສໍາລັບສະມາຊິກຣາຊະວົງ: ເຈົ້າຍິງ ໂທຊິ ຫຼື ໂທຊິ ໂນະ ມິຢະ (Princess Toshi ຫຼືToshi-no-Miya)
ທ່ານນາງເຜີງລີ້ຢວນແລະມະເຫສີແອັດສະປາຍຢ້ຽມຢາມສູນບໍລິການຄົນພິການ

ທ່ານນາງເຜີງລີ້ຢວນແລະມະເຫສີແອັດສະປາຍຢ້ຽມຢາມສູນບໍລິການຄົນພິການ

ຂ່າວສານຊີອາໄອລາຍງານວ່າ: ໃນເຊົ້າວັນທີ 12 ພະຈິກນີ້, ທ່ານນາງເຜີງລີ້ຢວນພັນລະຍາຂອງທ່ານສີຈິ້ນຜິງປະທານປະເທດຈີນແລະທ່ານນາງເລຕິເຊຍມະເຫສີແອັດສະປາຍທີ່ເດີນທາງຮ່ວມກັບເຈົ້າຊີວິດເຟລິເປ 6 ຂອງແອັດສະປາຍ ມາຢ້ຽມຢາມຈີນທາງລັດຖະກິດນັ້ນໄດ້ໄປຢ້ຽມຢາມສູນບໍລິການຄົນພິການນະຄອນຫຼວງປັກກິ່ງ.
ຣັດເຊຍ ແນະນຳຊິມກາດເດັກນ້ອຍເພື່ອຕິດຕາມຕຳແໜ່ງ

ຣັດເຊຍ ແນະນຳຊິມກາດເດັກນ້ອຍເພື່ອຕິດຕາມຕຳແໜ່ງ

ຂ່າວຕ່າງປະເທດລາຍງານຫວ່າງບໍ່ດົນມານີ້ວ່າ: ທ່ານ ມັກຊຸດ ຊາດາເຢຟ ລັດຖະມົນຕີກະຊວງພັດທະນາດີຈີຕອນ, ການສື່ສານ ແລະ ສື່ມວນຊົນຂອງຣັດເຊຍ ໄດ້ປະກາດຢ່າງເປັນທາງການກ່ຽວກັບການແນະນຳຊິມກາດເດັກນ້ອຍ ຊຶ່ງຊ່ວຍໃຫ້ພໍ່ແມ່ຜູ້​ປົກ​ຄອງສາມາດຕິດຕາມຕຳແໜ່ງທີ່ຢູ່ຂອງລູກໆໄດ້ແບບສົດໆ.
ຜູ້​ນຳຫຼາຍ​ປະ​ເທດສະໜັບສະໜູນການເພີ່ມການໃຊ້ເຊື້ອໄຟແບບຍືນຍົງ

ຜູ້​ນຳຫຼາຍ​ປະ​ເທດສະໜັບສະໜູນການເພີ່ມການໃຊ້ເຊື້ອໄຟແບບຍືນຍົງ

ຂ່າວຕ່າງປະເທດລາຍງານເມື່ອ​ບໍ່​ດົນ​ມາ​ນີ້ວ່າ: ບັນດາຜູ້ນຳທີ່ເຂົ້າຮ່ວມກອງປະຊຸມສຸດຍອດດ້ານສະພາບອາກາດຂອງສະຫະປະຊາຊາດ ຊຶ່ງໄດ້ສິ້ນສຸດລົງຫວ່າງມໍ່ໆມານີ້ ໄດ້ໃຫ້ຄຳໝັ້ນສັນຍາວ່າຈະຂະຫຍາຍການນຳໃຊ້ເຊື້ອໄຟທີ່ຍືນຍົງ(sustainable fuels)ຢ່າງໜ້ອຍ 4 ເທົ່າພາຍໃນປີ 2035, ໂດຍມີຍີ່ປຸ່ນ ແລະ ອີຕາລີ ໄດ້ເຂົ້າຮ່ວມກັບປະເທດເຈົ້າພາບບຣາຊິນໃນການສະເໜີແນວຄວາມຄິດດັ່ງກ່າວ.
ຍີ່ປຸ່ນວາງແຜນຂຶ້ນຄ່າທຳນຽມວີຊາໃນປີ 2026

ຍີ່ປຸ່ນວາງແຜນຂຶ້ນຄ່າທຳນຽມວີຊາໃນປີ 2026

ຂ່າວຕ່າງປະເທດລາຍງານ ໃນວັນທີ 10 ພະຈິກ ຜ່ານມາວ່າ: ລັດຖະບານຍີ່ປຸ່ນວາງແຜນທີ່ຈະເພີ່ມຄ່າທຳນຽມວີຊາສຳລັບຄົນຕ່າງປະເທດໃນປີງົບປະມານ 2026, ຍ້ອນວ່າຄ່າທຳນຽມໃນປັດຈຸບັນຍັງຕໍ່າເມື່ອທຽບກັບຄ່າທຳນຽມໃນສະຫະລັດ ອາເມຣິກາ ແລະ ເອີຣົບ. ໂດຍມີເປົ້າໝາຍສ່ວນໜຶ່ງແມ່ນເພື່ອແກ້ໄຂບັນຫານັກທ່ອງທ່ຽວຫຼາຍເກີນໄປສົ່ງຜົນກະທົບຕໍ່ຄົນທ້ອງຖິ່ນ.
ການເປີດປະຕູສູ່ພາຍນອກລະດັບສູງຂອງຈີນກ້າວໄປໜ້າຕື່ມອີກ

ການເປີດປະຕູສູ່ພາຍນອກລະດັບສູງຂອງຈີນກ້າວໄປໜ້າຕື່ມອີກ

ຂ່າວສານຊີອາໄອລາຍງານ ໃນວັນທີ 10 ພະຈິກ ຜ່ານມາວ່າ: ງານວາງສະແດງສິນຄ້ານຳເຂົ້າສາກົນຈີນຄັ້ງທີ 8 ໄດ້ດຶງດູດ 155 ປະເທດ,ເຂດແຄວ້ນ ແລະ ອົງການຈັດຕັ້ງສາກົນເຂົ້າຮ່ວມ.ໂທລະພາບສາກົນຈີນ ຫຼື CGTN ຂອງວິທະຍຸໂທລະພາບສູນກາງຈີນ ຫຼື CMG ໄດ້ດຳເນີນການສຳຫຼວດຄວາມເຫັນຕໍ່ຜູ້ຕອບແບບສອບຖາມຈຳນວນ 14,000ຄົນຈາກ 46 ປະເທດໃນທົ່ວໂລກ ຜົນການສຳຫຼວດສະແດງໃຫ້ເຫັນວ່າ: ຜູ້ຕອບແບບສອບຖາມ 72.6% ເຫັນວ່າຈີນແມ່ນຕະຫຼາດເສລີທີ່ເປີດປະຕູສູ່ພາຍນອກ ແລະ ມີກຳລັງແຂ່ງຂັນ​ສູງ.
ການ​ເຕີບ​ໂຕ​ສີ​ຂຽວ ໃນ​ສັງ​ກາດ​ດີ​ຈີ​ຕອນ​​ບຸ​ລິ​ມະ​ສິດ​ແຖວ​ໜ້າ​ຂອງ ຫວຽດ​ນາມ

ການ​ເຕີບ​ໂຕ​ສີ​ຂຽວ ໃນ​ສັງ​ກາດ​ດີ​ຈີ​ຕອນ​​ບຸ​ລິ​ມະ​ສິດ​ແຖວ​ໜ້າ​ຂອງ ຫວຽດ​ນາມ

ວິທະຍຸກະຈາຍສຽງຫວຽດນາມ ລາຍງານວ່າ: ໃນວັນທີ 10 ພະຈິກ ຜ່ານມາຢູ່ນະຄອນຫຼວງຮ່າໂນ້ຍ, ທ່ານຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ເຂົ້າຮ່ວມເວທີປາໄສວິສາຫະກິດ ຫວຽດນາມປະຈຳປີ ພາຍ​ໃຕ້ຫົວຂໍ້ “ວິສາຫະກິດ FDI ນຳໜ້າໃນການປະຕິບັດຍຸດທະສາດການເຕີບໂຕສີຂຽວ ໃນສັງກາດດີຈີຕອນ”. ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີຫວຽດ​ນາມກ່າວວ່າ: ເສດຖະກິດດີຈີຕອນ, ເສດຖະກິດສີຂຽວ, ເສດຖະກິດໝູນວຽນ, ເສດຖະກິດມີຫົວຄິດປະດິດສ້າງແມ່ນຄວາມຮຽກຮ້ອງຕ້ອງການໂດຍພາວະວິໄສ, ແມ່ນການຄັດເລືອກຍຸດທະສາດ ແລະ ບຸລິມະສິດແຖວໜ້າຂອງ ຫວຽດນາມ.
OPEC+ ຕັ້ງເປົ້າໝາຍເພີ່ມການຜະລິດນ້ຳມັນໃນເດືອນທັນວານີ້

OPEC+ ຕັ້ງເປົ້າໝາຍເພີ່ມການຜະລິດນ້ຳມັນໃນເດືອນທັນວານີ້

ຂ່າວຕ່າງປະເທດລາຍງານ ໃນວັນທີ 3 ພະຈິກ ຜ່ານມາວ່າ: ອົງການປະເທດຜູ້ສົ່ງອອກນ້ຳມັນ (OPEC) ແລະ ພັນທະມິດ ຫຼື ເອີ້ນລວມກັນວ່າ OPEC+ ໄດ້ຕົກລົງທີ່ຈະເພີ່ມກຳລັງການຜະລິດນ້ຳມັນຂຶ້ນເປັນ137,000 ບາເຣວຕໍ່ມື້ໃນເດືອນທັນວານີ້.ຫຼັງຈາກປະເທດສະມາຊິກເຊັ່ນ: ຊາອຸດິດ ອາຣັບບີ, ຣັດເຊຍ, ອີຣັກ, ສະຫະລັດອາຣັບເອມິເຣດ, ກູເວດ, ກາຊັກສະຖານ, ອານເຊຣີ ແລະ ໂອມານ ປະຊຸມອອນລາຍເພື່ອທົບທວນສະພາບຕະຫຼາດໂລກ ແລະ ທ່າອ່ຽງເສດຖະກິດ.
ກອງປະຊຸມ APEC ມີຈຸດປະສົງເພີ່ມທະວີການຮ່ວມມືເພື່ອອະນາຄົດທີ່ຍືນຍົງ

ກອງປະຊຸມ APEC ມີຈຸດປະສົງເພີ່ມທະວີການຮ່ວມມືເພື່ອອະນາຄົດທີ່ຍືນຍົງ

ຂ່າວຕ່າງປະເທດລາຍງານ ໃນທ້າຍອາທິດຜ່ານມາວ່າ: ທ່ານ ລີເຈມຽນ ປະທານາທິບໍດີ ສ ເກົາຫຼີຊຶ່ງເປັນປະທານກອງປະຊຸມຜູ້ນຳເສດຖະກິດ APEC ຄັ້ງທີ 32 ທີ່ເມືອງ Gyeongju ປະເທດ ສ ເກົາຫຼີໄດ້ຮຽກຮ້ອງໃຫ້ເພີ່ມການຮ່ວມມື ແລະ ຄວາມສາມັກຄີໃນພາກພື້ນອາຊີປາຊີຟິກ ເພື່ອເອົາຊະນະສິ່ງທ້າທາຍໃໝ່ໆ ໃນຂະນະທີ່ໂລກກຳລັງເຂົ້າສູ່ຈຸດປ່ຽນທີ່ສຳຄັນ.
ອິນໂດເນເຊຍຕັ້ງເປົ້າໝາຍເພີ່ມກຳລັງການຜະລິດພະລັງງານໝູນວຽນ

ອິນໂດເນເຊຍຕັ້ງເປົ້າໝາຍເພີ່ມກຳລັງການຜະລິດພະລັງງານໝູນວຽນ

ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີວ່າ: ກະຊວງພະລັງງານ ແລະ ຊັບພະຍາກອນບໍ່ແຮ່ຂອງອິນໂດເນເຊຍໄດ້ປະກາດເປົ້າໝາຍໃນການເພີ່ມກຳລັງການຜະລິດພະລັງງານໄຟຟ້າຈາກພະລັງງານໝູນວຽນ 42.6 ກິໂລວັດໃນໄລຍະທົດສະວັດຕໍ່ໄປ ຊຶ່ງເປັນສ່ວນໜຶ່ງຂອງຍຸດທະສາດເພື່ອເລັ່ງການຫັນປ່ຽນຈາກເຊື້ອໄຟຟອດຊິວໄປສູ່ລະບົບພະລັງງານທີ່ມີກາກບອນຕ່ຳ.
ເພີ່ມເຕີມ