ຕາແສງກະດັນ ສະຫຼຸບຜົນງານຮອບດ້ານ 6 ເດືອນຕົ້ນປີ 2026

ຕາແສງກະດັນ ສະຫຼຸບຜົນງານຮອບດ້ານ 6 ເດືອນຕົ້ນປີ 2026

ຕາແສງກະດັນ ສະຫຼຸບຜົນງານຮອບດ້ານ 6 ເດືອນຕົ້ນປີ 2026
ຄະນະກໍາມະການປົກຄອງຕາແສງກະດັນ ເມືອງໂຂງ ແຂວງຈໍາປາສັກ ໄດ້ສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານຮອບດ້ານ ໄລຍະ 06 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 06 ເດືອນທ້າຍປີ 2026 ເມື່ອ​ບໍ່​ດົນ​ມາ​ນີ້ ໂດຍມີ ທ່ານ ຈັນທະນົງສິນ ຈັນທະພິມ ຮອງເລຂາພັກເມືອງ ປະທານຄະນະກຳມະການປົກຄອງເມືອງ, ທ່ານ ຈັນສະໝອນ ໄຊປະເສີດ ກຳມະການພັກເມືອງ ປະທານຄະນະກຳມະການປົກຄອງຕາແສງກະດັນ, ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຕາແສງກະດນ ສະຫບຜນງານຮອບດານ 6 ເດອນຕນປ 2026 - image 1
 

 

ທ່ານ ບຸນທັນ ແສງທອງ ຮອງປະທານຄະນະກຳມະການປົກຄອງຕາແສງກະດັນ ໄດ້ຜ່ານບົດລາຍງານໂດຍສັງເຂບວ່າ: ພາຍຫຼັງທີ່ຕາແສງກະດັນ ໄດ້ຮັບການສ້າງຕັ້ງຂຶ້ນໃໝ່ຢ່າງເປັນທາງການ ຕາມມະຕິຕົກລົງຂອງຄະນະປະຈໍາພັກເມືອງໂຂງ ເມື່ອວັນທີ 27 ກຸມພາ 2026 ທີ່ຜ່ານມາ. ໂດຍຜ່ານການຈັດຕັ້ງປະຕິບັດວຽກງານຕົວຈິງໃນໄລຍະ 6 ເດືອນຕົ້ນປີ, ຄະນະກໍາມະການປົກຄອງຕາແສງກະດັນ ພາຍໃຕ້ການນໍາພາ-ຊີ້ນໍາຂອງອົງຄະນະພັກຮາກຖານ ຍາດໄດ້ຜົນງານອັນພົ້ນເດັ່ນໃນຫຼາຍດ້ານເປັນຕົ້ນ: ວຽກງານການເມືອງ-ແນວຄິດ ແລະ ການປັບປຸງກົນຈັກການຈັດຕັ້ງ, ອົງຄະນະພັກຮາກຖານຕາແສງກະດັນ ໄດ້ເອົາໃຈໃສ່ຢ່າງຕັ້ງໜ້າໃນການໂຄສະນາສຶກສາອົບຮົມການເມືອງ-ແນວຄິດ ໃຫ້ແກ່ພະນັກງານ, ສະມາຊິກພັກ ແລະ ປະຊາຊົນພາຍໃນ 23 ບ້ານ. ປັດຈຸບັນ, ທົ່ວຕາແສງມີຄະນະພັກຮາກຖານກວມເອົາ 37 ໜ່ວຍພັກ, ມີສະມາຊິກພັກທັງໝົດ 478 ສະຫາຍ. ສໍານັກງານຕາແສງກະດັນ (ຕັ້ງຢູ່ບ້ານໃຫຍ່ຂີ້ນາກ) ໄດ້ຮັບການປັບປຸງບູລະນະດ້ານອາຄານສະຖານທີ່ໄດ້ 80% ເພື່ອຮັບປະກັນຄວາມພ້ອມໃນການບໍລິການປະຊາຊົນ.

ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ (ປກຊ-ປກສ): ວຽກງານຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ, ຕາແສງໄດ້ສໍາເລັດການເປີດອົບຮົມການເມືອງ-ຫັດແອບການທະຫານໃຫ້ແກ່ກໍາລັງ ປກຊ-ປກສ ທັງໝົດ 23 ບ້ານ ໂດຍມີຜູ້ເຂົ້າຮ່ວມ 200 ກວ່າຄົນ, ເຮັດໃຫ້ກໍາລັງມີຄວາມເຂັ້ມແຂງ ພ້ອມທັງໄດ້ເຄື່ອນໄຫວຮ່ວມກັບ ກອງບັນຊາການ ປກສ ເມືອງ ໃນການກວດກາ, ທ້ອນໂຮມອາວຸດລ່າເນື້ອ ແລະ ສິ່ງຜິດກົດໝາຍຕ່າງໆ.

ວຽກງານເສດຖະກິດ-ການເງິນ ແລະ ການຄຸ້ມຄອງຊຸມຊົນ: ໃນດ້ານການເງິນ, ຕາແສງກະດັນ ສາມາດຈັດເກັບລາຍຮັບເຂົ້າງົບປະມານປະຈໍາປີ 2026 ໄດ້ແລ້ວ 234 ລ້ານກວ່າກີບ, ເທົ່າກັບ 59.43% ຂອງແຜນການປີ.

ວຽກງານວັດທະນະທໍາ-ສັງຄົມ ແລະ ສິ່ງແວດລ້ອມ: ຄະນະປົກຄອງຕາແສງ ໄດ້ເອົາໃຈໃສ່ຊີ້ນໍາການສຶກສາ ໂດຍໄດ້ເຂົ້າຮ່ວມຕິດຕາມ ແລະ ອໍານວຍຄວາມສະດວກໃນການສອບເສັງຈົບຊັ້ນ ມໍ 4 ແລະ ມໍ 7 ຢູ່ ມສ ຂີ້ນາກ ພ້ອມທັງອອກແຈ້ງການໃຫ້ປິດຮ້ານບັນເທິງຊົ່ວຄາວໃນຊ່ວງເວລາສອບເສັງ. ດ້ານສິ່ງແວດລ້ອມ, ໄດ້ຊີ້ນໍາໃຫ້ບ້ານຊົນລະວຽງ ແລະ ບ້ານພຽງດີ ຕິດປ້າຍຫ້າມຖິ້ມຂີ້ເຫຍື່ອຕາມແຄມທາງຫຼວງເລກທີ 13, ພ້ອມທັງນໍາພາຂະບວນການອະນາໄມ ແລະ ປູກຕົ້ນໄມ້ ຢູ່ອ້ອມຮອບສໍານັກງານຕາແສງຢ່າງເປັນຂະບວນຟົດຟື້ນ.

ຂ່າວ: ເມືອງໂຂງ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ກອງປະຊຸມວຽກງານກວດກາ ຂອງຄະນະກວດກາສູນກາງພັກຕໍ່ວຽກງານກວດກາຂອງ ຄອສພ

ກອງປະຊຸມວຽກງານກວດກາ ຂອງຄະນະກວດກາສູນກາງພັກຕໍ່ວຽກງານກວດກາຂອງ ຄອສພ

ກົມກວດກາ ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໄດ້ຈັດກອງປະຊຸມການລົງຕິດຕາມ, ຊຸກຍູ້ວຽກງານກວດກາ ຂອງຄະນະກວດກາສູນກາງພັກຕໍ່ວຽກງານກວດກາຂອງຄະນະໂຄສະນາອົບຮົມສູນກາງພັກ ຂຶ້ນໃນວັນທີ 5 ພະຈິກນີ້ ທີ່ ຄອສພ, ຈຸດປະສົງເພື່ອເປັນການຕີລາຄາຄືນກ່ຽວກັບການເຄື່ອນໄຫວວຽກງານກວດກາພັກ, ກວດກາລັດ ວຽກງານຄໍາຮ້ອງ ຄໍາສະເໜີ ໃນໄລຍະຜ່ານມາ. ໂດຍການເປັນປະທານຂອງ ທ່ານ ສາຄອນ ພົມມະລາດ ຄະນະປະຈໍາພັກ ຮອງປະທານກວດກາພັກ ຮອງຫົວໜ້າໂຄສະນາອົບຮົມສູນກາງພັກ; ທ່ານ ຊື່ນຊົມ ໄຊເກີຢາຈົງຕົວ ຮອງປະທານຄະນະກວດກາສູນກາງພັກ ຮອງປະທານອົງການກວດກາແຫ່ງລັດ ມີບັນດາປະທານກວດກາ ຕາງໜ້າໜ່ວຍພັກທີ່ໄດ້ເຮັດວຽກງານກວດກາເຂົ້າຮ່ວມ.
ຫສປທ ປາຖະກະຖາວັນລັດຖະທຳມະນູນ ແຫ່ງ ສປປ ລາວ ຄົບຮອບ 35 ປີ

ຫສປທ ປາຖະກະຖາວັນລັດຖະທຳມະນູນ ແຫ່ງ ສປປ ລາວ ຄົບຮອບ 35 ປີ

ຫ້ອງວ່າການສຳນັກງານປະທານປະເທດ (ຫສປທ) ໄດ້ຈັດຕັ້ງປາຖະກະຖາ ວັນລັດຖະທຳມະນູນ ແຫ່ງ ສປປ ລາວ ຄົບຮອບ 35 ປີ (15/8/1991-15/8/2026) ຂຶ້ນ ໃນວັນທີ 5 ພະຈິກນີ້ ທີ່ຫ້ອງປະຊຸມ ຫສປທ, ໂດຍໃຫ້ກຽດເຂົ້າຮ່ວມ ຂອງ ທ່ານ ນາງ ຟອງສະໝຸດ ອັ່ນລາວັນ ເລຂາຄະນະພັກ ຫົວໜ້້າຫ້ອງວ່າການສຳນັກງານປະທານປະເທດ, ມີບັນດາຄະນະພັກ, ບັນດາຫົວໜ້າກົມ, ຮອງກົມ, ສະມາຊິກພັກ ແລະ ພະນັກງານເຂົ້າຮ່ວມ.
ປະກາດແຕ່ງຕັ້ງ ແລະ ເລື່ອນຊັ້ນ ໃຫ້ນາຍຕໍາຫຼວດຂັ້ນສູງ

ປະກາດແຕ່ງຕັ້ງ ແລະ ເລື່ອນຊັ້ນ ໃຫ້ນາຍຕໍາຫຼວດຂັ້ນສູງ

ກະຊວງປ້ອງກັນຄວາມສະຫງົບ (ປກສ) ຈັດພິທີປະກາດແຕ່ງຕັ້ງ, ເລື່ອນຊັ້ນໃຫ້ນາຍຕໍາຫຼວດຂັ້ນສູງ ໃນວັນທີ 4 ພະຈິກນີ້, ເປັນປະທານໂດຍທ່ານ ພົທ ວັນທອງ ກອງມະນີ ຄະນະເລຂາທິການສູນກາງພັກ ລັດຖະ ມົນຕີກະຊວງປ້ອງກັນຄວາມສະຫງົບ, ມີຮອງລັດຖະມົນຕີ, ຫົວໜ້າ-ຮອງຫົວໜ້າກົມ, ກອງບັນຊາການ, ພະນັກ ງານຫຼັກແຫຼ່ງ ແລະ ນາຍຕໍາຫຼວດ ທີ່ໄດ້ຮັບການແຕ່ງຕັ້ງ, ເລື່ອນຊັ້ນເຂົ້າຮ່ວມ.
ທາງຫຼວງແຫ່ງຊາດເລກ 13 ໃຕ້ເຂດເມືອງໄຊທານີ ຫາເມືອງປາກງື່ມ ກຳລັງຂຸ້ນຂ້ຽວປູຢາງຂົ້ວ

ທາງຫຼວງແຫ່ງຊາດເລກ 13 ໃຕ້ເຂດເມືອງໄຊທານີ ຫາເມືອງປາກງື່ມ ກຳລັງຂຸ້ນຂ້ຽວປູຢາງຂົ້ວ

ອີງຕາມຂໍ້ມູນທີ່ລັດວິສະຫາກິດກໍ່ສ້າງທາງເລກ 8 ໃຫ້ຮູ້ວ່າ: ໂຄງການປັບປຸງເສັ້ນທາງຫຼວງແຫ່ງຊາດເລກທີ 13 ໃຕ້ ມາຮອດປັດຈຸບັນ, ທາງໂຄງການຜູ້ຮັບເໝົາກໍ່ສ້າງ ກໍຄື ລັດວິສະຫະກິດກໍ່ສ້າງທາງເລກ 8 ກຳລັງຂຸ້ນຂ້ຽວລົງຢາງຂົ້ວ (ອັສຟານຊັ້ນ 1) ນັບແຕ່ກິໂລແມັດທີ 24 ຫາກິໂລແມັດທີ 28 ແລະ ອີກຈຸດໄລຍະທາງແຕ່ກິໂລແມັດທີ 28 ເມືອງໄຊທານີ ຫາກິໂລແມັດທີ 50.2 ເມືອງປາກງື່ມ ນະຄອນຫຼວງວຽງຈັນ
ຫົວໜ້າ ຄຈສພ ລົງຊຸກຍູ້ວຽກງານ ຢູ່ຕາແສງຊ້າງມີໄຊ

ຫົວໜ້າ ຄຈສພ ລົງຊຸກຍູ້ວຽກງານ ຢູ່ຕາແສງຊ້າງມີໄຊ

ວັນທີ 2 ພະຈິກຜ່ານມານີ້, ສະຫາຍ ນາງ ສີໃສ ລືເດດມູນສອນ ກໍາມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ເລຂາຄະນະພັກ ຫົວໜ້າຄະນະຈັດຕັ້ງສູນກາງພັກ (ຄຈສພ) ໄດ້ລົງຢ້ຽມຢາມ ແລະ ຕິດຕາມຊຸກຍູ້ວຽກງານຢູ່ຕາແສງຊ້າງມີໄຊ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໂດຍການຕ້ອນຮັບຂອງ ສະຫາຍ ນາງ ວິໄລວອນ ຈັນທະລາຕີ ຮອງປະທານຄະນະກໍາມະການປົກຄອງນະຄອນຫຼວງວຽງຈັນ ພ້ອມຄະນະນຳ ຂອງນະຄອນຫຼວງວຽງຈັນ, ເມືອງ ແລະ ຄະນະພັກ ຄະນະກຳມະການປົກຄອງຕາແສງ ຕະຫຼອດຮອດພະນັກງານ-ລັດຖະກອນ ຕາແສງຊ້າງມີໄຊ ເຂົ້າຮ່ວມ.
ອົງການກວດສອບແຫ່ງລັດສະຫຼຸບວຽກງານຈັດຕັ້ງ ແລະ ການປົກຄອງ 5 ປີ

ອົງການກວດສອບແຫ່ງລັດສະຫຼຸບວຽກງານຈັດຕັ້ງ ແລະ ການປົກຄອງ 5 ປີ

ກອງປະຊຸມສະຫຼຸບວຽກງານຈັດຕັ້ງ ແລະ ການປົກຄອງ ຂອງອົງການກວດສອບແຫ່ງລັດ ໄລຍະ 5 ປີ (2021-2025) ແລະ ທິດທາງແຜນການໃນ 5 ປີຕໍ່ໜ້າ (2026-2030) ໄດ້ຈັດຂຶ້ນໃນວັນທີ 4 ຕຸລານີ້ ທີ່ອົງການກວດສອບແຫ່ງລັດ, ໂດຍການເປັນປະທານ ຂອງ ສະຫາຍ ວຽງທະວີສອນ ເທບພະຈັນ ກຳມະການສູນກາງພັກ ປະທານອົງການກວດສອບແຫ່ງລັດ, ມີຄະນະປະຈຳພັກ, ກຳມະການຄະນະພັກ, ຄະນະກົມ, ຄະນະນໍາອົງການກວດສອບປະຈຳພາກ ແລະ ພະນັກງານເຂົ້າຮ່ວມ.
ສານປະຊາຊົນສູງສຸດ ປະກາດເລື່ອນຊັ້ນຜູ້ພິພາກສາ

ສານປະຊາຊົນສູງສຸດ ປະກາດເລື່ອນຊັ້ນຜູ້ພິພາກສາ

ສານປະຊາຊົນສູງສຸດ ຈັດພິທີປະກາດເລື່ອນຊັ້ນຜູ້ພິພາກສາ ຈາກຜູ້ພິພາກສາຊັ້ນໜຶ່ງ ຂຶ້ນເປັນຜູ້ພິພາກ ສາຊັ້ນສອງ ໃນວັນທີ 4 ພະຈິກນີ້, ເປັນປະທານໂດຍ ທ່ານ ຄູນ ຜາສຸກ ຮອງປະທານສານປະຊາຊົນສູງສຸດ, ມີ ຫ້ອງການ, ກົມ, ຄະນະສານ ພ້ອມດ້ວຍສະຖາບັນ, ພະນັກງານ ແລະ ຜູ້ພິພາກສາ ທີ່ໄດ້ຮັບການເລື່ອນຊັ້ນເຂົ້າຮ່ວມ.
9 ເດືອນ ເມືອງໂຂງ ດຶງດູດນັກທ່ອງທ່ຽວ 1 ແສນເທື່ອກວ່າຄົນ

9 ເດືອນ ເມືອງໂຂງ ດຶງດູດນັກທ່ອງທ່ຽວ 1 ແສນເທື່ອກວ່າຄົນ

ທ່ານ ໄພວັນ ສໍຄົງສິນ ຫົວໜ້າໜ້າຫ້ອງການ ວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ເມືອງໂຂງ ແຂວງຈໍາປາສັກ ໄດ້ໃຫ້ສໍາພາດກ່ຽວກັບວຽກງານການທ່ອງທ່ຽວຢູ່ ເມືອງໂຂງ ຕໍ່ນັກຂ່າວໜັງສືພິມປະຊາຊົນ ໂອກາດທີ່ຄະນະຊ່ຽວຊານທະນາຄານພັດທະນາອາຊີ (ADB) ປະຈໍາ ສປປ ລາວ ພ້ອມດ້ວຍສື່ມວນຊົນຈາກສູນກາງ ເຄື່ອນໄຫວຢ້ຽມຢາມໂຄງການດັ່ງກ່າວ ລະຫວ່າງວັນທີ 29-31 ຕຸລາ ທີ່ຜ່ານມາ ວ່າ: ເມືອງໂຂງ ເປັນເມືອງໜຶ່ງ ທີ່ມີທ່າແຮງທາງດ້ານການທ່ອງທ່ຽວ ເຫັນວ່າມີການຂະຫຍາຍຕົວຢ່າງວ່ອງໄວ ແລະ ກວ້າງຂວາງ ຊຶ່ງປັດຈຸບັນ ຄະນະນໍາແຂວງ ກໍໄດ້ເອົາໃຈໃສ່ເປັນພິເສດ ຕໍ່ການພັດທະນາ, ສົ່ງເສີມການທ່ອງທ່ຽວ ແລະ ຖືເປັນປາຍແຫຼມ ຂອງການພັດທະນາເສດຖະກິດ-ສັງຄົມຂອງແຂວງ ກໍຄືເມືອງ.
ເປີດງານວາງສະແດງຜົນງານວິທະຍາສາດ ເຕັກໂນໂລຊີ ແລະ ນະວັດຕະກໍາຂອງ ມຊ ຄົບຮອບ 30 ປີ

ເປີດງານວາງສະແດງຜົນງານວິທະຍາສາດ ເຕັກໂນໂລຊີ ແລະ ນະວັດຕະກໍາຂອງ ມຊ ຄົບຮອບ 30 ປີ

ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດພີທີເປີດງານວາງສະແດງ ຜົນງານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາຂອງ ມຊ ຄົບຮອບ 30 ປີ ຂຶ້ນໃນວັນທີ 4 ພະຈິກນີ້, ທີ່ ມຊ ໂດຍໃຫ້ກຽດເຂົ້າຮ່ວມຕັດແຖບຜ້າເປີດງານຂອງທ່ານ ສິນທະວອນ ດາລາວົງ ຜູ້ອໍານວຍການໃຫຍ່ ມຊ, ມີຮອງຜູ້ອໍານວຍການ, ພະນັກງານ, ຄູ-ອາຈານ, ນັກສຶກສາ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ສກຂ ອັດຕະປື ສະຫຼຸບຜົນການສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ 5 ປີ

ສກຂ ອັດຕະປື ສະຫຼຸບຜົນການສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ 5 ປີ

ພະແນກສຶກສາທິການ ແລະ ກິລາ (ສກຂ) ແຂວງອັດຕະປື ໄດ້ຈັດກອງປະຊຸມສະຫຼຸບຕີລາຄາຜົນການ ຈັດຕັ້ງປະຕິບັດແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ໄລຍະ 5 ປີ (2021-2025) ພ້ອມວາງທິດທາງ 5 ປີຕໍ່ໜ້າ (2026-2030) ຂຶ້ນໃນວັນທີ 3 ພະຈິກຜ່ານມາ, ທີ່ພະແນກ ສກຂ, ເຂົ້າຮ່ວມຂອງທ່ານ ນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງ, ມີທ່ານ ອຸດົມສິນ ສີຊານົນ ກຳມະການພັກແຂວງ ຫົວໜ້າພະແນກ ສກຂ, ມີຄະນະຮັບຜິດຊອບ ແລະ ພະນັກງານ-ລັດຖະກອນ ເຂົ້າຮ່ວມ.
ເພີ່ມເຕີມ