ແຈ້ງຂ່າວປະຊາສຳພັນ ກ່ຽວກັບການຕັດລະບົບໄຟຟ້າ

ຕັດລະບົບໄຟຟ້າ ທີ່ມີຄວາມສ່ຽງເພື່ອຄວາມປອດໄພ

ຕັດລະບົບໄຟຟ້າ ທີ່ມີຄວາມສ່ຽງເພື່ອຄວາມປອດໄພ
ໃນວັນທີ 15 ກັນຍາຜ່ານມານີ້, ເພສເຟສບຸກຂອງ ລັດວິສາຫະກິດໄຟຟ້າລາວ ສາຂານະຄອນຫຼວງ 2 ໄດ້ແຈ້ງຂ່າວປະຊາສຳພັນ ກ່ຽວກັບການຕັດລະບົບໄຟຟ້າທີ່ມີຄວາມສ່ຽງເພື່ອຄວາມປອດໄພ

 ໃນ 15 ບ້ານຂອງ 3 ເມືອງ ໂດຍລະບຸວ່າ:
ປັດຈຸບັນ,ລະດັບນ້ຳຂຶ້ນສູງຫຼາຍ ທາງລັດວິສາຫະກິດໄຟຟ້າລາວ ສາຂານະຄອນຫຼວງ 2 ຂໍແຈ້ງມາເຖິງຜູ້ຊົມໃຊ້ໄຟຟ້າຊາບວ່າ: ທາງສາຂານະຄອນຫຼວງ 2 ໄດ້ຕັດລະບົບໄຟຟ້າທີ່ມີຄວາມສ່ຽງເພື່ອຄວາມປອດໄພ ຊຶ່ງບ້ານທີ່ບໍ່ມີໄຟຟ້າໃຊ້ ມີຄື:
1. ເມືອງຫາດຊາຍຟອງມີ: ບ້ານພ້າວ, ບ້ານກາງທ່າ, ບ້ານແກ້ງຍາງ, ບ້ານຫາດດອກແກ້ວ, ບ້ານຫາດກັນຊາ, ບ້ານດອນ, ບ້ານຈຽມປາງ, ບ້ານຈອມທອງ, ບ້ານໂຄກຊາຍ, ບ້ານສີຖານໃຕ້, ບ້ານນາໄຮ່, ບ້ານທ່າພະ, ບ້ານສົມໂຮງ
2. ເມືອງສັງທອງມີ: ບ້ານຫີນລັບ
3. ເມືອງປາກງື່ມມີ: ບ້ານຖິ່ນທ່ຽງ
ພ້ອມກັນນັ້ນ, ກໍຍັງໄດ້ຂໍອະໄພໃນການຊົມໃຊ້ໄຟຟ້າດ້ວຍ, ການຕັດລະບົບໄຟຟ້າ ກໍເພື່ອຄວາມປອດໄພຂອງທຸກທ່ານ ແລະ ຍັງແຈ້ງເຕືອນໃຫ້ຜູ້ຊົມໃຊ້ໄຟຟ້ານໍາໃຊ້ໄຟຢ່າງລະມັດລະວັງ ມີສະຕິ ແລະ ເຝົ້າຕິດຕາມລະດັບນ້ຳຕະຫຼອດເວລາ ເພື່ອຄວາມປອດໄພຂອງທ່ານ ແລະ ຊັບສິນ ເມື່ອພົບເຫັນຈຸດສ່ຽງ ຫຼື ບັນຫາກ່ຽວກັບໄຟຟ້າ ສາມາດໂທແຈ້ງທີ່ສາຍດ່ວນ Call Center1199 ຕະຫຼອດ 24 ຊົ່ວໂມງ ຫຼື ຫ້ອງການໄຟຟ້າໃກ້ບ້ານທ່ານ.
(ຂ່າວ: ສຸກສະຫວັນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເມືອງສິງ ຈັດງານເທສະການບຸນບັ້ງໄຟໄຕລື້

ເມືອງສິງ ຈັດງານເທສະການບຸນບັ້ງໄຟໄຕລື້

ໃນວັນທີ 22 ພຶດສະພາຜ່ານມາ, ທີ່ນາທົ່ງຫຼວງ ຈຽງໃຈ ເມືອງສິງ ແຂວງຫຼວງນໍ້າທາ ໄດ້ຈັດງານເທສະການບຸນປອຍ (ບຸນບັ້ງໄຟ) ໄຕລື້, ເຂົ້າຮ່ວມມີທ່ານ ວົງມະນີ ເພື່ອປະຊາ ຮອງປະທານຄະນະກຳມະການປົກ ຄອງແຂວງ, ມີທ່ານ ໜານມອນ ແກ້ວສິງໄຊ ກຳມະການພັກແຂວງ ເລຂາພັກເມືອງ ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຫົວໜ້າຄະນະສະມາຊິກສະພາປະຊາຊົນຂັ້ນແຂວງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ເມືອງໂພນທອງ ແຂວງຫຼວງພະບາງ ປະກາດ 9 ບ້ານ ເປັນບ້ານພົ້ນທຸກ

ເມືອງໂພນທອງ ແຂວງຫຼວງພະບາງ ປະກາດ 9 ບ້ານ ເປັນບ້ານພົ້ນທຸກ

ວັນທີ 22 ພຶດສະພາ 2026 ນີ້ ຄະນະກໍາມະການປົກຄອງເມືອງໂພນທອງ ໄດ້ປະກາດຮັບຮອງ 9 ບ້ານ ເປັນບ້ານພົ້ນທຸກ ແລະ ປະກາດບ້ານວັງຊຽງ ເປັນບ້ານພັດທະນາ, ໂດຍມີ ທ່ານ ສຳນານ ສົນທະນີ ກຳມະການປະຈຳພັກແຂວງ ຮອງປະທານສະພາປະຊາຊົນແຂວງ, ທ່ານ ສົມວອນ ແກ້ວຄຳພອນ ຮອງເລຂາພັກເມືອງ ປະທານຄະນະກຳມະການປົກຄອງເມືອງ, ພ້ອມດ້ວຍແຂກຮັບເຊີນ ແລະການຈັດຕັ້ງບ້ານທັງ 9 ບ້ານ ຕະຫຼອດຮອດປະຊາຊົນເຂົ້າຮ່ວມ.
ອະດີດຮອງນາຍົກລັດຖະມົນຕີ ເຄື່ອນໄຫວຊຸກຍູ້ການສ້າງອະນຸສອນສະຖານບັ້ນຮົບນໍ້າບາກ

ອະດີດຮອງນາຍົກລັດຖະມົນຕີ ເຄື່ອນໄຫວຊຸກຍູ້ການສ້າງອະນຸສອນສະຖານບັ້ນຮົບນໍ້າບາກ

ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ອະດີດຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຊຸກຍູ້ການສ້າງອະນຸສອນສະຖານບັ້ນຮົບນໍ້າບາກ ໃນວັນທີ 19 ພຶດສະພາຜ່ານມາ, ໂດຍການຕ້ອນຮັບຂອງທ່ານ ບຸນທັນ ຈັນທະສັກ ປະທານຄະນະກຳມະການປົກຄອງເມືອງນໍ້າບາກ ແຂວງຫຼວງພະບາງ ພ້ອມດ້ວຍຄະ ນະເຂົ້າຮ່ວມ.
ຫ້ອງວ່າການສຳນັກງານປະທານປະເທດ ປາຖະກະຖາ 2 ວັນ ປະຫວັດສາດ

ຫ້ອງວ່າການສຳນັກງານປະທານປະເທດ ປາຖະກະຖາ 2 ວັນ ປະຫວັດສາດ

ຫ້ອງວ່າການສຳນັກງານປະທານປະເທດ (ຫສປທ) ໄດ້ຈັດຕັ້ງປາຖະກະຖາ ວັນຜ່າວົງປິດລ້ອມຂອງກອງພັນທີ 2 ທີ່ທົ່ງໄຫຫີນຊຽງຂວາງ ຄົບຮອບ 67 ປີ (18/5/1959-18/5/2026) ແລະ ວິລະກຳໂຕນຄຸກຢ່າງມະຫັດສະຈັນ ຂອງບັນດາຜູ້ນຳພັກ ແລະ ແນວລາວຮັກຊາດ ຄົບຮອບ 66 ປີ (24/5/1960-24/5/2026) ຂຶ້ນໃນວັນທີ 21 ພຶດສະພານີ້ ທີີ່ຫ້ອງປະຊຸມ ຫສປທ ຊຶ່ງມີ ສະຫາຍ ນາງ ຟອງສະມຸດ ອັ່ນລາວັນ ເລຂາຄະນະພັກ ຫົວໜ້າຫ້ອງວ່າການສຳນັກງານປະທານປະເທດ, ສະຫາຍ ອິນທະປັນຍາ ຂຽວວົງພະຈັນ ຮອງເລຂາຄະນະພັກ ຮອງຫົວໜ້າຫ້ອງວ່າການສຳນັກງານປະທານປະເທດ, ມີຄະນະພັກ, ຄະນະກົມ, ສະມາຊິກພັກ, ພະນັກງານ-ລັດຖະກອນ ທົ່ວຫ້ອງການສຳນັກງານ ປະທານປະເທດ ເຂົ້າຮ່ວມຮັບຟັງຢ່າງພ້ອມແພງ.
ຄະນະນຳ ກົມວິທະຍາສາດ-ປະຫວັດສາດການທະຫານ ເຄື່ອນໄຫວເຮັດວຽກຢູ່ແຂວງຫຼວງພະບາງ

ຄະນະນຳ ກົມວິທະຍາສາດ-ປະຫວັດສາດການທະຫານ ເຄື່ອນໄຫວເຮັດວຽກຢູ່ແຂວງຫຼວງພະບາງ

ໃນວັນທີ 19 ພຶດສະພາຜ່ານມາ, ສະຫາຍ ພັນເອກ ສິງ ບຸນນິວົງ ຮອງຫົວໜ້າກົມວິທະຍາສາດ-ປະຫວັດ ສາດການທະຫານ ກອງທັບປະຊາຊົນລາວ ແລະ ສະຫາຍ ພັນເອກ ຫງວຽນ ຕ້ວນແອງ ຊ່ຽວຊານສະຖາບັນຍຸດທະສາດ ແລະ ປະຫວັດສາດ ກອງທັບປະຊາຊົນຫວຽດນາມ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ກອງບັນຊາການທະຫານແຂວງຫຼວງພະບາງ, ມີສະຫາຍ ພັນເອກ ສິງທອງ ອິນທະວອງ ຫົວໜ້າຫ້ອງ ການ ກອງບັນຊາການທະຫານແຂວງ ພ້ອມດ້ວຍຄະນະໃຫ້ການຕ້ອນຮັບຢ່າງອົບອຸ່ນ.
ຄະນະນຳກົມສ່ວຍສາອາກອນຊຸກຍູ້ວຽກງານຢູ່ແຂວງຫຼວງພະບາງ

ຄະນະນຳກົມສ່ວຍສາອາກອນຊຸກຍູ້ວຽກງານຢູ່ແຂວງຫຼວງພະບາງ

ທ່ານ ອານຸວົງ ບົວພັນ ຮອງຫົວໜ້າກົມສ່ວຍສາອາກອນ ກະຊວງການເງິນ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຊຸກຍູ້ວຽກງານຢູ່ແຂວງຫຼວງພະບາງ ໃນວັນທີ 20 ພຶດສະພາຜ່ານມາ, ທີ່ຫ້ອງປະຊຸມສ່ວຍສາອາກອນປະຈຳແຂວງຫຼວງພະບາງ, ໂດຍມີທ່ານ ຄຳເພັດ ສີລາທອງນິດ ຫົວໜ້າພະແນກການເງິນແຂວງ ພ້ອມດ້ວຍພະນັກງານ ສ່ວຍສາອາກອນປະຈຳແຂວງ ແລະ ນະຄອນ-ຫຼວງພະບາງໃຫ້ການຕ້ອນຮັບ.
ສາລະວັນ ຫາ​ລືສົ່ງເສີມ​ການຜະລິດລະດູຝົນ ຮັບມື​ກັບການປ່ຽນແປງດິນຟ້າອາກາດ

ສາລະວັນ ຫາ​ລືສົ່ງເສີມ​ການຜະລິດລະດູຝົນ ຮັບມື​ກັບການປ່ຽນແປງດິນຟ້າອາກາດ

ພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງສາລະວັນ ໄດ້ຄົ້ນຄວ້າປຶກສາຫາລື, ໃນການສົ່ງເສີມການຜະລິດລະດູຝົນ, ເຊິ່ງມີແຜນປູກພືດລະດູຝົນ ປີ 2026, ໃນເນື້ອທີ 170 ພັນເຮັກຕາ, ຄາດຄະເນຜົນຜະລິດ 2,2 ລ້ານໂຕນ, ໃນນັ້ນເຂົ້ານາປີ ມີເນື້ອທີ່ຜະລິດ 81,400 ເຮັກຕາ, ຄາດຄະເນຜົນຜະລິດ 370,000 ໂຕນ, ເຊິ່ງມີຈຸດສຸມຍົກສະມັດຕະພາບ 6 ໂຕນຕໍ່ເຮັກຕາ, ໃນເນື້ອທີ່ 1 ພັນເຮັກຕາ ກວມເອົາ 5 ເມືອງ ຄື: ສາລະວັນ, ວາປີ, ເລົ່າງາມ, ຄົງເຊໂດນ ແລະ ເມືອງລະຄອນເພັງ.
ຄໍາມ່ວນ ປາຖະກະຖາ 2 ວັນປະຫວັດສາດ

ຄໍາມ່ວນ ປາຖະກະຖາ 2 ວັນປະຫວັດສາດ

ພິທີປາຖະກະຖາ ຫວນຄືນ ວິລະກຳໂຕນຄຸກຢ່າງມະຫັດສະຈັນ ຂອງບັນດາຜູ້ນຳພັກ ແລະ ແນວລາວຮັກຊາດ ຄົບຮອບ 66 ປີ (24 ພຶດສະພາ 1960 - 24 ພຶດສະພາ 2026) ແລະ ວັນຜ່າວົງປິດລ້ອມຂອງກອງພັນທີ 2 ວິລະຊົນ ທີ່ທົ່ງໄຫຫີນ ແຂວງຊຽງຂວາງ ຄົບຮອບ 67 ປີ (18 ພຶດສະພາ 1959 - 18 ພຶດສະພາ 2026) ໄດ້ຈັດຂື້ນໃນວັນທີ 20 ພຶດສະພາ 2026 ທີ່ ແຂວງຄຳມ່ວນ, ໃຫ້ກຽດເຂົ້າຮ່ວມຂອງທ່ານ ສົມໃຈ ພານີຈັນ ຮອງເລຂາຄະນະບໍລິຫານພັກແຂວງ, ຜູ້ຊີ້ນໍາວຽກງານການເມືອງແນວຄິດ ແລະ ວຽກພັກ-ພະນັກງານ, ພ້ອມດ້ວຍພະນັກງານການນໍາຫຼັກແຫຼ່ງ, ບັນດາພະແນກການ, ກໍາລັງປະກອບອາວຸດ ປກຊ-ປກສ ແລະ ພະນັກງານລັດຖະກອນ ເຂົ້າຮ່ວມຮັບຟັງ.
ສາລະວັນ ອະນຸມັດໃຫ້ສອງບໍລິສັດ ສໍາຫຼວດຄວາມເປັນໄປໄດ້ ໂຄງການປູກໄມ້ໃຫ້ໝາກ

ສາລະວັນ ອະນຸມັດໃຫ້ສອງບໍລິສັດ ສໍາຫຼວດຄວາມເປັນໄປໄດ້ ໂຄງການປູກໄມ້ໃຫ້ໝາກ

ພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ເພື່ອສຶກສາຄວາມເປັນໄປໄດ້ ໂຄງການເຊົ່າ-ສຳປະທານເນື້ອທີ່ດິນລັດຢູ່ ບ້ານຂະເໝົາ ແລະ ບ້ານດົງມອນ ເມືອງວາປີ, ແຂວງສາລະວັນ ເພື່ອປູກກາເຟ, ໝາກຄ້ຽວ, ໝາກມ່ວງຫິມະພານ ແລະ ໝາກໄມ້ອື່ນໆ ເພື່ອຈຳໜ່າຍພາຍໃນ ແລະ ສົ່ງອອກຕ່າງປະເທດ, ເປັນຂັ້ນເລີ່ມຕົ້ນ ທີ່ເປີດໂອກາດໃຫ້ບໍລິສັດເອກະຊົນ ເຂົ້າມາສຳຫຼວດ ແລະ ສຶກສາຄວາມເປັນໄປໄດ້ ການເຊົ່າ ຫຼື ສຳປະທານດິນຂອງລັດ ເປັນການກຽມຄວາມພ້ອມຂັ້ນຕົ້ນເພື່ອປ່ຽນດິນລັດ ໃຫ້ກາຍເປັນຖານການຜະລິດກະສິກຳຂະໜາດໃຫຍ່ ທີ່ຈະຊ່ວຍຍົກລະດັບເສດຖະກິດຂອງເມືອງ ກໍຄືແຂວງສາລະວັນ ໃຫ້ເຕີບໃຫຍ່, ທັງໄດ້ຂໍອະນຸຍາດເຂົ້າກວດກາເບິ່ງຄຸນນະພາບຂອງດິນ, ສະພາບດິນຟ້າອາກາດ, ແຫຼ່ງນ້ຳ ແລະ ດ້ານຜົນກະທົບຕ່າງໆ ກ່ອນຈະມີການເຊັນສັນຍາສຳປະທານໃນຂັ້ນຕອນຕໍ່ໄປ.
ປະທານອົງການປົກຄອງແຂວງຄໍາມ່ວນ ເຄື່ອນໄຫວເຮັດວຽກຢູ່ເມືອງຫີນບູນ

ປະທານອົງການປົກຄອງແຂວງຄໍາມ່ວນ ເຄື່ອນໄຫວເຮັດວຽກຢູ່ເມືອງຫີນບູນ

ວັນທີ 18 ພຶດສະພາ ຜ່ານ​ມາ​ນີ້, ທ່ານ ສົມສະອາດ ອຸ່ນສີດາ ປະທານຄະນະກຳມະການປົກຄອງແຂວງຄໍາມ່ວນ ພ້ອມຄະນະຕິດຕາມ ໄດ້ເຄື່ອນໄຫວເຮັດວຽກຢູ່ເມືອງຫີນບູນ, ໂດຍສົມທົບກັບອໍານາດການປົກຄອງເມືອງ ແລະ ຂະ​ແໜງການທີ່ກ່ຽວຂ້ອງ ເພື່ອຕິດຕາມການພັດທະນາ ແລະ ແກ້ໄຂບັນຫາຕ່າງໆ ພາຍໃນທ້ອງຖິ່ນ.
ເພີ່ມເຕີມ