ການພັດທະນາວິທີການໃໝ່ທີ່ມີປະສິດທິພາບໃນການລະບຸຕໍາແໜ່ງຂີ້ເຫຍື້ອພລາສຕິກ

ເຕັກໂນໂລຊີດາວທຽມລຸ້ນໃໝ່ ຊ່ວຍກວດຈັບຂີ້ເຫຍື້ອພລາສຕິກເທິງຫາດຊາຍ

ເຕັກໂນໂລຊີດາວທຽມລຸ້ນໃໝ່ ຊ່ວຍກວດຈັບຂີ້ເຫຍື້ອພລາສຕິກເທິງຫາດຊາຍ
ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີ້ວ່າ: ທີມນັກຄົ້ນຄວ້າ ຈາກມະຫາວິທະຍາໄລRMIT ເມືອງເມລເບຣິນຂອງອົສຕຣາລີ ເປີດເຜີຍການພັດທະນາວິທີການໃໝ່ທີ່ມີປະສິດທິພາບໃນການລະບຸຕໍາແໜ່ງຂີ້ເຫຍື້ອພລາສຕິກ

ເທິງຫາດຊາຍຈາກອາວະກາດ, ໂດຍດັດຊະນີຂີ້ເຫຍື້ອພລາສຕິກເທິງຫາດຊາຍ (BPDI) ຈະລະບຸຂີ້ເຫຍື້ອພລາສຕິກຕາມແຄມຝັ່ງ ດ້ວຍແສງສະທ້ອນທີ່ກວດຈັບໂດຍດາວທຽມໃນຂະນະທີ່ຜ່ານພື້ນທີ່.

ນັກຄົ້ນຄວ້າລະບຸວ່າ: ມີການໃຊ້ເຕັກໂນໂລຊີດາວທຽມໃນການຕິດຕາມຂີ້ເຫຍື້ອພລາສຕິກໃນມະຫາສະໝຸດ ແຕ່ບໍ່ສາມາດໃຊ້ເຕັກໂນໂລຊີດັ່ງກ່າວໄດ້ຢ່າງມີປະສິດທິພາບໃນການລະບຸຕໍາແໜ່ງຂີ້ເຫຍື້ອພລາສຕິກເທິງຫາດຊາຍ ເພາະຂີ້ເຫຍື້ອປົນຢູ່ໃນຂີ້ຊາຍ ຊຶ່ງວິທີການໃໝ່ນີ້ມີປະສິດທິພາບຊ່ວຍສົ່ງເສີມຄວາມພະ ຍາຍາມເຮັດຄວາມສະອາດຕາມແຄມຝັ່ງ.

ທ່ານ ເຈນນາ ກັຟຟັອກ ຫົວໜ້າການຄົ້ນຄວ້າ ກ່າວວ່າ: ຂີ້ເຫຍື້ອເທິງຫາດຊາຍອາດສົ່ງຜົນກະທົບຮ້າຍແຮງຕໍ່ສັດປ່າທີ່ອາດເຂົ້າໃຈຜິດວ່າພລາສຕິກເປັນອາຫານ, ສັດຂະໜາດໃຫຍ່ອາດຖືກຂີ້ເຫຍື້ອ ພລາສຕິກກ້ຽວພັນໂຕ, ສັດຂະໜາດນ້ອຍເຊັນປູເສສວນອາດຕິດຢູ່ໃນຂີ້ເຫຍື້ອພລາສຕິກ, ຂະນະດຽວກັນຂີ້ເຫຍື້ອພລາສຕິກອາດຍ່ອຍສະຫຼາຍເປັນໄມໂຄຣພລາສຕິກ ຫຼື ນາໂນພລາສຕິກ ຫາກບໍ່ຖືກກຳຈັດ.

ທ່ານ ກັຟຟັອກ ກ່າວຕື່ມວ່າ: ຫາດຊາຍເທິງເກາະຫ່າງໄກຫຼາຍແຫ່ງມີຂີ້ເຫຍື້ອພລາສຕິກຢູ່ໜາ ແໜ້ນທີ່ສຸດໃນໂລກ ແລະ ປະລິມານຂີ້ເຫຍື້ອພລາສຕິກ ແລະ ອຸປະກອນຕຶກປາທີ່ຖືກຖິ້ມຕາມຫາດຊາຍທີ່ຫ່າງໄກທາງເໜືອຂອງອົສຕຣາລີເພີ່ມຂຶ້ນຢ່າງຕໍ່ເນື່ອງ.

ທັງນີ້, ດັດຊະນີຂີ້ເຫຍື້ອພລາສຕິກເທິງຫາດຊາຍລະບຸຕຳແໜ່ງຂີ້ເຫຍື້ອພລາສຕິກດ້ວຍການແຍກຄວາມແຕກຕ່າງຂອງແສງສະທ້ອນລະຫວ່າງຂີ້ຊາຍ, ນ້ຳ ແລະ ພລາສຕິກ, ໂດຍໃຊ້ຂໍ້ມູນທີ່ເກັບຮວບຮວມດ້ວຍດາວທຽມWorldView-3 ຊຶ່ງໂຄຈອນແນວດຽວກັບດວງຕາເວັນທີ່ມີຄວາມສູງເໜືອພື້ນໂລກ ປະມານ 617 ກິໂລແມັດ.

ຄະນະນັກຄົ້ນຄວ້າທົດສອບວິທີການດັ່ງກ່າວ ດ້ວຍການວາງຂີ້ເຫຍື້ອພລາສຕິກເປົ້າໝາຍເທິງພື້ນທີ່ປະມານ 2 ຕາແມັດໃນບໍລິເວນຫາດຊາຍໃນລັດວິກຕໍເຣຍຂອງອົສຕຣາລີ ຈຳນວນ 14 ຊິ້ນສ່ວນ ຊຶ່ງແຕ່ລະຊິ້ນສ່ວນເຮັດມາກຈາກພລາສຕິກປະເພດຕ່າງໆ ແລະ ພົບວ່າດັດຊະນີນີ້ມີປະສິດທິພາບສູງກວ່າດັດຊະນີທີ່ມີຢູ່ 3 ໂຕ ຊຶ່ງຖືກໃຊ້ກວດຈັບຂີ້ເຫຍື້ອພລາສຕິກເທິງດິນ ແລະໃນແຫຼ່ງນ້ຳ.

ຄໍາເຫັນ

ຂ່າວຕ່າງປະເທດ

ອິນເດຍ ປະເຊີນກັບການຂາດແຄນແກ໊ສປຸງແຕ່ງອາຫານ

ອິນເດຍ ປະເຊີນກັບການຂາດແຄນແກ໊ສປຸງແຕ່ງອາຫານ

ຂ່າວຕ່າງປະເທດລາຍງານ ໃນວັນທີ 10 ມີນາ ຜ່ານມາວ່າ: ສະມາຊິກລັດຖະສະພາອິນເດຍໄດ້ສະແດງຄວາມກັງວົນກ່ຽວກັບບັນຫາການຂາດແຄນແກ໊ສປີໂຕຣລຽມແຫຼວ (LPG) ໃນຫຼາຍພື້ນທີ່ຂອງປະເທດ, ໂດຍສະເພາະແມ່ນລັດກາຣນາຕາກາ ທາງພາກໃຕ້ ແລະ ລັດມາຮາຮາສຕຣາ ພາກຕາເວັນຕົກສ່ຽງໃຕ້ ຊຶ່ງໄດ້ຮັບຜົນກະທົບຢ່າງໜັກ.
IEA ສະເໜີການປ່ອຍນ້ຳມັນສຳຮອງຄັ້ງໃຫຍ່ທີ່ສຸດໃນປະຫວັດສາດ

IEA ສະເໜີການປ່ອຍນ້ຳມັນສຳຮອງຄັ້ງໃຫຍ່ທີ່ສຸດໃນປະຫວັດສາດ

ຂ່າວຕ່າງປະເທດລາຍງານ ໃນວັນທີ 11 ມີນາ ນີ້ວ່າ: ໜັງສືພິມ Wall Street Journal (WSJ) ລາຍງານໂດຍອ້າງອີງແຫຼ່ງຂໍ້ມູນວ່າ, ອົງການພະລັງງານສາກົນ (IEA) ໄດ້ສະເໜີໃຫ້ມີການປ່ອຍນ້ຳມັນຈາກຄັງສຳຮອງທາງຍຸດທະສາດຄັ້ງໃຫຍ່ທີ່ສຸດເທົ່າທີ່ເຄີຍມີມາ ເພື່ອຫຼຸດຜ່ອນລາຄານ້ຳມັນດິບທີ່ເພີ່ມຂຶ້ນຢ່າງໄວວາ ຊຶ່ງເປັນຜົນກະທົບມາຈາກຂໍ້ຂັດແຍ່ງລະຫວ່າງ ສະຫະລັດ ອາເມຣິກາ, ອິສຣາເອນ ແລະ ອີຣານ.
ສ ເກົາຫຼີ ຈະໃຊ້ລະບົບກຳນົດລາຄານໍ້າມັນເຊື້ອໄຟ

ສ ເກົາຫຼີ ຈະໃຊ້ລະບົບກຳນົດລາຄານໍ້າມັນເຊື້ອໄຟ

ຂ່າວຕ່າງປະເທດລາຍງານ ໃນວັນທີ 9 ມີນາ ຜ່ານມາວ່າ: ທ່ານ ຄິມ ຢົງ-ບອມ ຫົວໜ້າເຈົ້າໜ້າທີ່ດ້ານນະໂຍບາຍຂອງ ສ ເກົາຫຼີ ໄດ້ປະກາດວ່າ: ສ ເກົາຫຼີ ວາງແຜນທີ່ຈະຈັດຕັ້ງປະຕິບັດລະບົບກຳນົດລາຄານໍ້າມັນເຊື້ອໄຟພາຍໃນປະເທດໃນອາທິດນີ້ ເພື່ອປ້ອງກັນການຂຶ້ນລາຄາຜະລິດຕະພັນນໍ້າມັນ ແລະ ຮັບປະກັນການຄາດຄະເນລາຄາໄດ້, ຫຼັງຈາກລາຄານໍ້າມັນດິບທົ່ວໂລກເພີ່ມສູງຂຶ້ນ ທ່າມກາງການຂັດແຍ້ງໃນຕາເວັນອອກກາງເພີ່ມທະວີຄວາມຮຸ່ນແຮງຂຶ້ນ.
ເສດຖະກິດ ຣັດເຊຍ ກັບຄືນສູ່ Top 10 ພື້ນຖານເສດຖະກິດໃຫຍ່ທີ່ສຸດໃນໂລກ

ເສດຖະກິດ ຣັດເຊຍ ກັບຄືນສູ່ Top 10 ພື້ນຖານເສດຖະກິດໃຫຍ່ທີ່ສຸດໃນໂລກ

ວິທະຍຸກະຈາຍສຽງຫວຽດນາມລາຍງານ ໃນວັນທີ 9 ມີນາ ຜ່ານມາວ່າ: ອົງການສະຖິຕິ ຣັດເຊຍ (Rosstat) ໄດ້ຮັບຮູ້ລວມຍອດຜະລິດຕະພັນພາຍໃນ (GDP) ຂອງ ຣັດເຊຍ ບັນລຸມູນຄ່າ 2,556 ຕື້ໂດລາ. ໂຕເລກດັ່ງກ່າວໄດ້ນຳປະເທດ ຣັດເຊຍ ຈັດອັນດັບທີ 8 ໃນຕາຕະລາງບັນດາພື້ນຖານເສດຖະກິດໃຫຍ່ທີ່ສຸດໃນໂລກ.
ມູນຄ່າການນຳເຂົ້າ ແລະ ສົ່ງອອກສິນຄ້າຂອງຈີນ ເພີ່ມຂຶ້ນ 18.3%

ມູນຄ່າການນຳເຂົ້າ ແລະ ສົ່ງອອກສິນຄ້າຂອງຈີນ ເພີ່ມຂຶ້ນ 18.3%

ຂ່າວສານຊີອາໄອລາຍງານວ່າ: ໃນວັນທີ 10 ມີນາ ຜ່ານມາ, ອົງການພາສີແຫ່ງຊາດຈີນໄດ້ເປີດເຜີຍໂຕເລກການຄ້າຕ່າງປະເທດ ຊຶ່ງສະ​ແດງ​ໃຫ້​ເຫັນ​ວ່າໃນ 2 ເດືອນຕົ້ນປີນີ້, ມູນຄ່າການນຳເຂົ້າ ແລະ ສົ່ງອອກສິນຄ້າຂອງຈີນ​ເພີ່ມ​ຂຶ້ນ 18.3% ທຽບໃສ່ໄລຍະດຽວກັນ ຂອງປີກາຍ.
ຫວຽດ​ນາມ ແມ່ນ​ໜຶ່ງ​ໃນ​​ພື້ນ​ຖານ​ເສດ​ຖະ​ກິດ​ທີ່ມີກ​ານ​ເຕີບ​ໂຕ​ໄວ​ທີ່​ສຸດ​ໃນອາ​ຊຽນ

ຫວຽດ​ນາມ ແມ່ນ​ໜຶ່ງ​ໃນ​​ພື້ນ​ຖານ​ເສດ​ຖະ​ກິດ​ທີ່ມີກ​ານ​ເຕີບ​ໂຕ​ໄວ​ທີ່​ສຸດ​ໃນອາ​ຊຽນ

ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 10 ມີນາ ຜ່ານມາວ່າ: ມີຫຼາຍອົງການຈັດຕັ້ງ ແລະ ສື່ມວນຊົນສາກົນໄດ້ເນັ້ນໜັກວ່າ: ຫວຽດນາມ ແມ່ນໜຶ່ງໃນບັນດາພື້ນຖານເສດຖະກິດທີ່ມີການເຕີບໂຕໄວທີ່ສຸດໃນອາຊຽນ, ເມື່ອຍົກບັນດາການຕີລາຄາຢ່າງຕັ້ງໜ້າກ່ຽວກັບເສດຖະກິດຂອງ ຫວຽດນາມ ໃນເດືອນກຸມພາຜ່ານມາ. ເວັບໄຊ Investing.com ໄດ້ຄັດຂໍ້ມູນ ຂອງ S&P Global ໂດຍໃຫ້ຮູ້ວ່າ: ຂະແໜງການຜະລິດຂອງ ຫວຽດນາມ ເປີດສາກປີ 2026 ດ້ວຍທ່າເຕີບໂຕແຮງ ເມື່ອປະລິມານ ແລະ ໃບສັ່ງຊື້ສິນຄ້າໃໝ່ລ້ວນແຕ່ເພີ່ມຂຶ້ນ.
ໜັງສືພິມເຢີນເຢີນ ກັບພາລະກິດແຫ່ງການປ່ຽນແປງໃໝ່

ໜັງສືພິມເຢີນເຢີນ ກັບພາລະກິດແຫ່ງການປ່ຽນແປງໃໝ່

ການກໍາເນີດເກີດຂຶ້ນຂອງໜັງສືພິມ ເຢີນເຢີນ ສະບັບທໍາອິດ ຢູ່ເຂດທີ່ໝັ້ນຫວຽດບັກ ວັນທີ 11 ມີນາ 1951, ແມ່ນກະບອກສຽງຂອງພັກແຮງງານຫວຽດນາມ (ປັດຈຸບັນແມ່ນ ພັກກອມມູນິດຫວຽດນາມ), ປ່ຽນແທນໜັງສືພິມ ສຶເຖິດ, ແນໃສ່ຕອບສະໜອງຄວາມຮຽກຮ້ອງຕ້ອງການວຽກງານໂຄສະນາໄລຍະໃໝ່ ແຫ່ງການຕໍ່ສູ້ຕ້ານພວກລ່າເມືອງຂຶ້ນຝຣັ່ງ.
ຈີນ​ ທີ່​ໝັ້ນ​ຄົງ​ຈະ​ເປັນ​ພອນ​ໃຫ້​ແກ່​ໂລກ

ຈີນ​ ທີ່​ໝັ້ນ​ຄົງ​ຈະ​ເປັນ​ພອນ​ໃຫ້​ແກ່​ໂລກ

ຂ່າວສານຊີອາໄອລາຍງານວ່າ: ໃນວັນ​ທີ 8 ມີ​ນາ ຜ່ານມາ​ນີ້, ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ຂອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ ​ທີ່​ຈັດ​ຂຶ້ນ​ໃນ​ໄລ​ຍະ​ຈັດ​ກອງ​ປະ​ຊຸມ​ປະ​ຈຳ​ປີ​ຂອງກອງ​ປະ​ຊຸມ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ ໄດ້​ດຶງ​ດູດ​ສາຍ​ຕາ​ຂອງ​ຊາວ​ໂລກ. ທ່ານ​ ຫວາງ​ຢີ້ ກຳ​ມະ​ການ​ກົມ​ການ​ເມືອ​ງ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ ​ໄດ້​ບັນ​ຍາຍ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ຂອງ​ຈີນ​ເປັນ​ເວ​ລາ 90 ນາ​ທີກ່ຽວ​ກັບ​ຄຳ​ຖາມ 21 ຂໍ້. ທ່ານ​ ຫວາງ​ຢີ້​ ກ່າວ​ວ່າ: “ຈີນ ​ໄດ້​ເພີ່ມ​ຄວາມ​ໝັ້ນ​ທ່ຽງແລະ ຄວາມ​ແນ່ນອນ​ທີ່​ລ້ຳ​ຄ່າ​ທີ່​ສຸດ​ໃຫ້​ແກ່​ໂລກ ແລະ ກາຍ​ເປັນ​ເສົາ​ຄ້ຳຫຼັກ​​ທີ່​ທົດ​ແທນ​ບໍ່​ໄດ້​ໃນ​ທ່າມ​ກາງ​ສະ​ພາບ​ການ​ປັ່ນ​ປ່ວນ​ຂອງ​ທົ່ວ​ໂລກ.”
ການຜະລິດນໍ້າມັນຂອງອີຣັກ ຫຼຸດລົງ 70%

ການຜະລິດນໍ້າມັນຂອງອີຣັກ ຫຼຸດລົງ 70%

ຂ່າວຕ່າງປະເທດລາຍງານໃນວັນທີ 9 ມີນາ ຜ່ານມາວ່າ: ການຜະລິດນ້ຳມັນຂອງອີຣັກຈາກບໍ່ນ້ຳມັນຫຼັກທາງພາກໃຕ້ໄດ້ຫຼຸດລົງເຖິງ 70% ຈາກປະມານ 4.3 ລ້ານບາເຣວຕໍ່ມື້ ມາເປັນພຽງ 1.3 ລ້ານບາເຣວຕໍ່ມື້ ຍ້ອນວ່າການຕໍ່ສູ້ຢ່າງຕໍ່ເນື່ອງໃນພາກພື້ນເຮັດໃຫ້ອີຣັກບໍ່ສາມາດສົ່ງອອກນ້ຳມັນຜ່ານຊ່ອງແຄບຮໍມຸສໄດ້.
ວິກິດການໃນຕາເວັນອອກກາງກຳລັງເຮັດໃຫ້ຄ່າຂົນສົ່ງໃນນູແວນເຊລັງສູງຂຶ້ນ

ວິກິດການໃນຕາເວັນອອກກາງກຳລັງເຮັດໃຫ້ຄ່າຂົນສົ່ງໃນນູແວນເຊລັງສູງຂຶ້ນ

ຂ່າວຕ່າງປະເທດລາຍງານໃນວັນທີ 9 ມີນາ ຜ່ານມາວ່າ: ບໍລິສັດ Rocket Freight ຊຶ່ງເປັນບໍລິສັດຂົນສົ່ງສິນຄ້າທີ່ຕັ້ງຢູ່ເມືອງໂອກແລນ ປະເທດນູແວນເຊລັງ ໄດ້ເຕືອນວ່າ: ຊາວນູແວນເຊລັງອາດຈະປະເຊີນກັບຄ່າໃຊ້ຈ່າຍໃນການຂົນສົ່ງທີ່ສູງຂຶ້ນຢ່າງຫຼວງຫຼາຍ ແລະ ການຈັດສົ່ງສິນຄ້າທີ່ຊັກຊ້າເປັນເວລາຫຼາຍເດືອນ ເນື່ອງຈາກຂໍ້ຂັດແຍ່ງໃນຕາເວັນອອກກາງສົ່ງຜົນກະທົບຕໍ່ລະບົບຕ່ອງໂສ້ການສະໜອງທົ່ວໂລກ.
ເພີ່ມເຕີມ