![]() |
ຕາມການລາຍງານຈາກອົງການປົກຄອງບ້ານວຽງສາ, ໃນວັນທີ 30 ສິງຫາ ນ້ຳກໍ ແລະ ນ້ຳຫ້ວຍນ້ອຍ ໃນພື້ນທີ່ໄດ້ເພີ່ມສູງຂຶ້ນຢ່າງວ່ອງໄວ ເນື່ອງຈາກມີຝົນຕົກໜັກ ເຮັດໃຫ້ເຂດໂຮງຮຽນສາມັນກິນນອນຊົນເຜົ່າ, ເຮືອນພັກຄູ-ອາຈານ ແລະ ບ້ານເຮືອນຂອງປະຊາຊົນໃກ້ຄຽງໄດ້ຮັບຜົນກະທົບ ມີນ້ຳ ແລະ ດິນຕົມໄຫຼເຂົ້າເຮືອນ. ຫຼັງຈາກເກີດເຫດການ ແລະ ນ້ຳໄດ້ແຫ້ງລົງ.
![]() |
ມາໃນວັນທີ 31 ສິງຫາ, ທາງໂຮງຮຽນ ແລະ ປະຊາຊົນແຕ່ລະຄົວເຮືອນໄດ້ພ້ອມກັນອະນາໄມເຮືອນຂອງຕົນເອງ ໂດຍໄດ້ຮັບການສະໜັບສະໜູນ ແລະ ໃຫ້ການຊ່ວຍເຫຼືອຈາກຫຼາຍພາກສ່ວນ, ໂດຍສະເພາະກຳລັງທະຫານຈາກໂຮງຮຽນການທະຫານທ້ອງຖິ່ນຫຼັກ 6 ທີ່ໄດ້ລະດົມກຳລັງເຂົ້າໄປຊ່ວຍຍົກຍ້າຍສິ່ງຂອງ, ກວດດິນຕົມອອກຈາກເຮືອນ ແລະ ເກັບກູ້ສິ່ງເສດເຫຼືອ ເພື່ອໃຫ້ສະພາບຄວາມເປັນຢູ່ຂອງພະນັກງານ, ຄູ-ອາຈານ ແລະ ປະຊາຊົນ ກັບຄືນສູ່ສະພາບປົກກະຕິໂດຍໄວ.
![]() |
ຂ່າວ: ແສງອາທິດ



ຄໍາເຫັນ