ທ່ານ ບຸນທະວີ ຂຸນວົງສາ ຮັບຮູ້ຈີນເລິກເຊິ່ງກວ່າເກົ່າ

ທ່ານ ບຸນທະວີ ຂຸນວົງສາ ຮັບຮູ້ຈີນເລິກເຊິ່ງກວ່າເກົ່າ
ໄປຄຽງຄູ່ກັບສະພາບເສດຖະກິດ-ການເມືອງຂອງປະເທດຈີນມີການເຕີບໃຫຍ່ຂະຫຍາຍຕົວຢ່າງເຂັ້ມແຂງ, ອິດທິພົນບົດບາດຂອງຈີນນັບມື້ນັບກວ້າງຂວາງ, ຜູ້ຄົນຈາກທົ່ວທຸກມູມໂລກຕ່າງກໍຈ້ອງມອງມາທີ່ ສປ ຈີນ ດ້ວຍສາຍຕາແຫ່ງຄວາມເຄົາລົບນັບຖື ຊຶ່ງໃນນັ້ນມີບັນດານັກຮຽນນັກສຶກສາລາວຈໍານວນຫຼວງຫຼາຍຜູ້ມີຄວາມປາຖະໜາເດີນທາງມາ
ສຶກສາຫາຄວາມຮູ້ຢູ່ປະເທດຈີນ. ຂ້າພະເຈົ້າກໍເປັນອີກຜູ້ໜຶ່ງ ຊຶ່ງຕິດຕາການພັດທະນາຂອງປະເທດຈີນມາໂດຍຕະຫຼອດ. ໃນປີ 2022 ກໍໄດ້ຮັບທຶນການສຶກສາຈາກລັດຖະບານຈີນມາສຶກສາຮໍ່າຮຽນສາຂາວິຊາລັດທິມາກ ຢູ່ມະຫາວິທະຍາໄລຢູນນານ.
ການດຳລົງຊີວິດ ແລະ ສຶກສາຮໍ່າຮຽນຢູ່ ສປ ຈີນ ເປັນເວລາ 1 ປີ, ຂ້າພະເຈົ້າມີການຮັບຮູ້ຕໍ່ຈີນເລິກເຊິ່ງກວ່າເກົ່າ. ທາງດ້ານການສຶກສາ, ຄົນຈີນຈະເປັນຄົນໃຫ້ຄວາມສຳຄັນກັບການສຶກສາຫຼາຍ, ສະເພາະຂ້າພະເຈົ້າເອງພ້ອມດ້ວຍນັກສຶກສາລາວ ລວມເຖິງນັກສຶກສາຕ່າງປະເທດຕ່າງກໍເຫັນດີເປັນເອກະພາບກັນວ່າ ຄົນຈີນ ມັກຮຽນຮູ້ ນັກສຶກສາຈີນດຸໝັ່ນສຶກສາຮ່ຳຮຽນຫຼາຍ. ມີຫຼາຍຄັ້ງ ຕັ້ງແຕ່ເຊົ້າທີ່ຂ້າພະເຈົ້າກຳລັງແລ່ນຫຼິ້ນກິລາຕາມແຄມທາງກໍເຫັນນັກສຶກສາຈີນພາກັນທະຍອຍເຂົ້າຫ້ອງສະໝຸດເພື່ອອ່ານໜັງສືຢ່າງເປັນຂະບວນຟົດ
ຟື້ນ. ຫຼັງຈາກດຳລົງຊີວິດ ແລະ ສຶກສາຮ່ຳຮຽນຢູ່ນີ້ດົນນານ ບັນດານັກຮຽນລາວເຮົາກໍຕິດນິດໄສຮັກການອ່ານ ສະແຫວງຫາຄວາມຮູ້ໃໝ່ໆແບບນັກສຶກສາຈີນ.
ຄົນຈີນໂດຍທົ່ວໄປແລ້ວເປັນຄົນນິດໄສດີ ເມື່ອຮູ້ວ່າເຮົາເປັນຄົນລາວຈະໃຫ້ການຊ່ວຍເຫຼືອເປັນພິເສດ, ມັນແມ່ນຄວາມຈິງ ແນວຄິດທີ່ວ່າສອງຊາດເປັນເພື່ອນບ້ານໃກ້ຊິດກັນມີພູຮ່ວມສາຍ ແມ່ນໍ້າຮ່ວມຫ້ວຍ ໃຈກົງກັນ ຮ່ວມຈຸດໝາຍດຽວກັນໄດ້ສ່ອງແສງອອກມາຢາງເຕັມທີ່.ທາງດ້ານຄົມມະນາຄົມຂົນສົ່ງ, ການເດີນທາງໄປມາຢູ່ປະເທດຈີນສະດວກສະບາຍຫຼາຍ. ຕາໜ່າງຂອງລົດໄຟຄວາມໄວສູງຂອງຈີນໄດ້ປົກຄຸມຫຼາຍຂົງເຂດ, ໃນຫຼາຍເມືອງກໍມີລົດໄຟໃຕ້ດິນ. ຍົນ C919 ທີ່ຜະລິດເອງພາຍໃນປະເທດມີຄຸນນະພາບດີ. ຜ່ານມາ ຂ້າພະເຈົ້າໄດ້ເດີນທາງໄປມາຕາມສະຖານທີ່ຕ່າງໆ ເພື່ອການທ່ອງທ່ຽວໂດຍທາງລົດໃຫຍ່, ລົດໄຟຄວາມໄວສູງ, ຍົນ ຊຶ່ງສາມາດສຳຜັດໄດ້ເຖິງຄວາມທັນສະໄໝຂອງການຄົມມະນາຄົມຂົນສົ່ງແຫ່ງປະເທດຈີນ.
ທາງດ້ານເຕັກໂນໂລຊີໃນການຈັບຈ່າຍໃຊ້ສອຍ: ໃນຍຸກນີ້ ແມ່ນຍຸກທີ່ຜູ້ຄົນຊື້-ຂາຍສິ່ງຂອງກັນທາງອອນລາຍເປັນກະແສຫຼັກ, ພຽງແຕ່ໃຊ້ມືຖືໜ່ວຍດຽວ ກໍສາມາດດຳເນີນການຊື້ເຄື່ອງຂອງຜ່ານລະບົບອິນເຕີເນັດໄດ້ແລ້ວ, ປັດຈຸບັນນີ້ສິນຄ້າມີຂາຍຕາມແຄມທາງກໍມີ QR CODE ໃຫ້ສະແກນຈ່າຍເພື່ອຄວາມສະດວກ.
ໃນຖານະທີ່ເປັນປະທານສະມາຄົມນັກສຶກສາລາວຢູ່ມະຫາວິທະຍາໄລຢູນນານ ຂ້າພະເຈົ້າຂໍຝາກເຖິງ ນັກສຶກສາທີ່ກໍາລັງສຶກສາຮໍ່າຮຽນຢູ່ ສປ ຈີນ ຈົ່ງຮັກສາສຸຂະພາບໃຫ້ເຂັ້ມແຂງຢູ່ສະເໝີ ເພື່ອສືບຕໍ່ພາລະກິດການສຶກສາຮໍ່າຮຽນ, ຕ້ອງຫາເວລາສ້າງໂອກາດໃຫ້ຕົນເອງໄດ້ເດີນທາງໄປສະຖານທີ່ຕ່າງໆຂອງຈີນເພື່ອສໍາຜັດ ແລະ ຊາບຊຶມກັບສິ່ງໃໝ່ໆເພື່ອການຮຽນຮູ້ ເຕີບໂຕຂຶ້ນ. ຫວັງວ່າທຸກທ່ານສາມາດນໍາໃຊ້ຄວາມຮູ້ທີ່ຮຽນໄດ້ຢູ່ຈີນ ເຂົ້າໃນພາລະກິດການສ້າງສາປະເທດຊາດ.
ຂ້າພະເຈົ້າຂໍຂອບໃຈສອງພັກສອງລັດທີ່ໃຫ້ໂອກາດຂ້າພະເຈົ້າໄດ້ມາສຶກສາຄົ້ນຄ້ວາຢູ່ດິນແດນແຫ່ງນີ້ ຢູ່ຄຸນໝິງ ໃນແຕ່ລະວັນລ້ວນແຕ່ແມ່ນລະດູໃບໄມປົ່ງ ອາກາດດີຫຼາຍ ບໍ່ຮ້ອນ ບໍ່ໜາວຈົນເກີນໄປ, ອາຫານກໍແຊບຊ້ອຍຫຼາກຫຼາຍ ເສັ້ນໝີ່ຂ້າມຂົວແມ່ນອາຫານໂປດປານຂອງຂ້າພະເຈົ້າເລີຍ. ວັດທະນະທໍາກໍມີເອກະລັກສະເພາະ, ໃນແຕ່ລະເມືອງຈະມີງານເທດສະການເຕັ້ນລໍາຂອງເຜົ່າຕ່າງໆຕະຫຼອດປີ, ເປັນພື້ນທີ່ແຫ່ງພຶກສານາໆພັນມີລະບົບນິເວດອັນອຸດົມສົມບູນ.

ຄໍາເຫັນ

ຂ່າວຕ່າງປະເທດ

ປະຫວັດຫຍໍ້

ປະຫວັດຫຍໍ້

ສົມເດັດ ເຈົ້າຍິງ ໄອໂກະ ແຫ່ງ ປະເທດຍີ່ປຸ່ນ - ຊື່ທາງການ: ສົມເດັດ ເຈົ້າຍິງ ໄອໂກະ (Her Imperial Highness Princess Aiko) - ຊື່ພະຣາຊະທານສໍາລັບສະມາຊິກຣາຊະວົງ: ເຈົ້າຍິງ ໂທຊິ ຫຼື ໂທຊິ ໂນະ ມິຢະ (Princess Toshi ຫຼືToshi-no-Miya)
ທ່ານນາງເຜີງລີ້ຢວນແລະມະເຫສີແອັດສະປາຍຢ້ຽມຢາມສູນບໍລິການຄົນພິການ

ທ່ານນາງເຜີງລີ້ຢວນແລະມະເຫສີແອັດສະປາຍຢ້ຽມຢາມສູນບໍລິການຄົນພິການ

ຂ່າວສານຊີອາໄອລາຍງານວ່າ: ໃນເຊົ້າວັນທີ 12 ພະຈິກນີ້, ທ່ານນາງເຜີງລີ້ຢວນພັນລະຍາຂອງທ່ານສີຈິ້ນຜິງປະທານປະເທດຈີນແລະທ່ານນາງເລຕິເຊຍມະເຫສີແອັດສະປາຍທີ່ເດີນທາງຮ່ວມກັບເຈົ້າຊີວິດເຟລິເປ 6 ຂອງແອັດສະປາຍ ມາຢ້ຽມຢາມຈີນທາງລັດຖະກິດນັ້ນໄດ້ໄປຢ້ຽມຢາມສູນບໍລິການຄົນພິການນະຄອນຫຼວງປັກກິ່ງ.
ຣັດເຊຍ ແນະນຳຊິມກາດເດັກນ້ອຍເພື່ອຕິດຕາມຕຳແໜ່ງ

ຣັດເຊຍ ແນະນຳຊິມກາດເດັກນ້ອຍເພື່ອຕິດຕາມຕຳແໜ່ງ

ຂ່າວຕ່າງປະເທດລາຍງານຫວ່າງບໍ່ດົນມານີ້ວ່າ: ທ່ານ ມັກຊຸດ ຊາດາເຢຟ ລັດຖະມົນຕີກະຊວງພັດທະນາດີຈີຕອນ, ການສື່ສານ ແລະ ສື່ມວນຊົນຂອງຣັດເຊຍ ໄດ້ປະກາດຢ່າງເປັນທາງການກ່ຽວກັບການແນະນຳຊິມກາດເດັກນ້ອຍ ຊຶ່ງຊ່ວຍໃຫ້ພໍ່ແມ່ຜູ້​ປົກ​ຄອງສາມາດຕິດຕາມຕຳແໜ່ງທີ່ຢູ່ຂອງລູກໆໄດ້ແບບສົດໆ.
ຜູ້​ນຳຫຼາຍ​ປະ​ເທດສະໜັບສະໜູນການເພີ່ມການໃຊ້ເຊື້ອໄຟແບບຍືນຍົງ

ຜູ້​ນຳຫຼາຍ​ປະ​ເທດສະໜັບສະໜູນການເພີ່ມການໃຊ້ເຊື້ອໄຟແບບຍືນຍົງ

ຂ່າວຕ່າງປະເທດລາຍງານເມື່ອ​ບໍ່​ດົນ​ມາ​ນີ້ວ່າ: ບັນດາຜູ້ນຳທີ່ເຂົ້າຮ່ວມກອງປະຊຸມສຸດຍອດດ້ານສະພາບອາກາດຂອງສະຫະປະຊາຊາດ ຊຶ່ງໄດ້ສິ້ນສຸດລົງຫວ່າງມໍ່ໆມານີ້ ໄດ້ໃຫ້ຄຳໝັ້ນສັນຍາວ່າຈະຂະຫຍາຍການນຳໃຊ້ເຊື້ອໄຟທີ່ຍືນຍົງ(sustainable fuels)ຢ່າງໜ້ອຍ 4 ເທົ່າພາຍໃນປີ 2035, ໂດຍມີຍີ່ປຸ່ນ ແລະ ອີຕາລີ ໄດ້ເຂົ້າຮ່ວມກັບປະເທດເຈົ້າພາບບຣາຊິນໃນການສະເໜີແນວຄວາມຄິດດັ່ງກ່າວ.
ຍີ່ປຸ່ນວາງແຜນຂຶ້ນຄ່າທຳນຽມວີຊາໃນປີ 2026

ຍີ່ປຸ່ນວາງແຜນຂຶ້ນຄ່າທຳນຽມວີຊາໃນປີ 2026

ຂ່າວຕ່າງປະເທດລາຍງານ ໃນວັນທີ 10 ພະຈິກ ຜ່ານມາວ່າ: ລັດຖະບານຍີ່ປຸ່ນວາງແຜນທີ່ຈະເພີ່ມຄ່າທຳນຽມວີຊາສຳລັບຄົນຕ່າງປະເທດໃນປີງົບປະມານ 2026, ຍ້ອນວ່າຄ່າທຳນຽມໃນປັດຈຸບັນຍັງຕໍ່າເມື່ອທຽບກັບຄ່າທຳນຽມໃນສະຫະລັດ ອາເມຣິກາ ແລະ ເອີຣົບ. ໂດຍມີເປົ້າໝາຍສ່ວນໜຶ່ງແມ່ນເພື່ອແກ້ໄຂບັນຫານັກທ່ອງທ່ຽວຫຼາຍເກີນໄປສົ່ງຜົນກະທົບຕໍ່ຄົນທ້ອງຖິ່ນ.
ການເປີດປະຕູສູ່ພາຍນອກລະດັບສູງຂອງຈີນກ້າວໄປໜ້າຕື່ມອີກ

ການເປີດປະຕູສູ່ພາຍນອກລະດັບສູງຂອງຈີນກ້າວໄປໜ້າຕື່ມອີກ

ຂ່າວສານຊີອາໄອລາຍງານ ໃນວັນທີ 10 ພະຈິກ ຜ່ານມາວ່າ: ງານວາງສະແດງສິນຄ້ານຳເຂົ້າສາກົນຈີນຄັ້ງທີ 8 ໄດ້ດຶງດູດ 155 ປະເທດ,ເຂດແຄວ້ນ ແລະ ອົງການຈັດຕັ້ງສາກົນເຂົ້າຮ່ວມ.ໂທລະພາບສາກົນຈີນ ຫຼື CGTN ຂອງວິທະຍຸໂທລະພາບສູນກາງຈີນ ຫຼື CMG ໄດ້ດຳເນີນການສຳຫຼວດຄວາມເຫັນຕໍ່ຜູ້ຕອບແບບສອບຖາມຈຳນວນ 14,000ຄົນຈາກ 46 ປະເທດໃນທົ່ວໂລກ ຜົນການສຳຫຼວດສະແດງໃຫ້ເຫັນວ່າ: ຜູ້ຕອບແບບສອບຖາມ 72.6% ເຫັນວ່າຈີນແມ່ນຕະຫຼາດເສລີທີ່ເປີດປະຕູສູ່ພາຍນອກ ແລະ ມີກຳລັງແຂ່ງຂັນ​ສູງ.
ການ​ເຕີບ​ໂຕ​ສີ​ຂຽວ ໃນ​ສັງ​ກາດ​ດີ​ຈີ​ຕອນ​​ບຸ​ລິ​ມະ​ສິດ​ແຖວ​ໜ້າ​ຂອງ ຫວຽດ​ນາມ

ການ​ເຕີບ​ໂຕ​ສີ​ຂຽວ ໃນ​ສັງ​ກາດ​ດີ​ຈີ​ຕອນ​​ບຸ​ລິ​ມະ​ສິດ​ແຖວ​ໜ້າ​ຂອງ ຫວຽດ​ນາມ

ວິທະຍຸກະຈາຍສຽງຫວຽດນາມ ລາຍງານວ່າ: ໃນວັນທີ 10 ພະຈິກ ຜ່ານມາຢູ່ນະຄອນຫຼວງຮ່າໂນ້ຍ, ທ່ານຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ເຂົ້າຮ່ວມເວທີປາໄສວິສາຫະກິດ ຫວຽດນາມປະຈຳປີ ພາຍ​ໃຕ້ຫົວຂໍ້ “ວິສາຫະກິດ FDI ນຳໜ້າໃນການປະຕິບັດຍຸດທະສາດການເຕີບໂຕສີຂຽວ ໃນສັງກາດດີຈີຕອນ”. ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີຫວຽດ​ນາມກ່າວວ່າ: ເສດຖະກິດດີຈີຕອນ, ເສດຖະກິດສີຂຽວ, ເສດຖະກິດໝູນວຽນ, ເສດຖະກິດມີຫົວຄິດປະດິດສ້າງແມ່ນຄວາມຮຽກຮ້ອງຕ້ອງການໂດຍພາວະວິໄສ, ແມ່ນການຄັດເລືອກຍຸດທະສາດ ແລະ ບຸລິມະສິດແຖວໜ້າຂອງ ຫວຽດນາມ.
OPEC+ ຕັ້ງເປົ້າໝາຍເພີ່ມການຜະລິດນ້ຳມັນໃນເດືອນທັນວານີ້

OPEC+ ຕັ້ງເປົ້າໝາຍເພີ່ມການຜະລິດນ້ຳມັນໃນເດືອນທັນວານີ້

ຂ່າວຕ່າງປະເທດລາຍງານ ໃນວັນທີ 3 ພະຈິກ ຜ່ານມາວ່າ: ອົງການປະເທດຜູ້ສົ່ງອອກນ້ຳມັນ (OPEC) ແລະ ພັນທະມິດ ຫຼື ເອີ້ນລວມກັນວ່າ OPEC+ ໄດ້ຕົກລົງທີ່ຈະເພີ່ມກຳລັງການຜະລິດນ້ຳມັນຂຶ້ນເປັນ137,000 ບາເຣວຕໍ່ມື້ໃນເດືອນທັນວານີ້.ຫຼັງຈາກປະເທດສະມາຊິກເຊັ່ນ: ຊາອຸດິດ ອາຣັບບີ, ຣັດເຊຍ, ອີຣັກ, ສະຫະລັດອາຣັບເອມິເຣດ, ກູເວດ, ກາຊັກສະຖານ, ອານເຊຣີ ແລະ ໂອມານ ປະຊຸມອອນລາຍເພື່ອທົບທວນສະພາບຕະຫຼາດໂລກ ແລະ ທ່າອ່ຽງເສດຖະກິດ.
ກອງປະຊຸມ APEC ມີຈຸດປະສົງເພີ່ມທະວີການຮ່ວມມືເພື່ອອະນາຄົດທີ່ຍືນຍົງ

ກອງປະຊຸມ APEC ມີຈຸດປະສົງເພີ່ມທະວີການຮ່ວມມືເພື່ອອະນາຄົດທີ່ຍືນຍົງ

ຂ່າວຕ່າງປະເທດລາຍງານ ໃນທ້າຍອາທິດຜ່ານມາວ່າ: ທ່ານ ລີເຈມຽນ ປະທານາທິບໍດີ ສ ເກົາຫຼີຊຶ່ງເປັນປະທານກອງປະຊຸມຜູ້ນຳເສດຖະກິດ APEC ຄັ້ງທີ 32 ທີ່ເມືອງ Gyeongju ປະເທດ ສ ເກົາຫຼີໄດ້ຮຽກຮ້ອງໃຫ້ເພີ່ມການຮ່ວມມື ແລະ ຄວາມສາມັກຄີໃນພາກພື້ນອາຊີປາຊີຟິກ ເພື່ອເອົາຊະນະສິ່ງທ້າທາຍໃໝ່ໆ ໃນຂະນະທີ່ໂລກກຳລັງເຂົ້າສູ່ຈຸດປ່ຽນທີ່ສຳຄັນ.
ອິນໂດເນເຊຍຕັ້ງເປົ້າໝາຍເພີ່ມກຳລັງການຜະລິດພະລັງງານໝູນວຽນ

ອິນໂດເນເຊຍຕັ້ງເປົ້າໝາຍເພີ່ມກຳລັງການຜະລິດພະລັງງານໝູນວຽນ

ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີວ່າ: ກະຊວງພະລັງງານ ແລະ ຊັບພະຍາກອນບໍ່ແຮ່ຂອງອິນໂດເນເຊຍໄດ້ປະກາດເປົ້າໝາຍໃນການເພີ່ມກຳລັງການຜະລິດພະລັງງານໄຟຟ້າຈາກພະລັງງານໝູນວຽນ 42.6 ກິໂລວັດໃນໄລຍະທົດສະວັດຕໍ່ໄປ ຊຶ່ງເປັນສ່ວນໜຶ່ງຂອງຍຸດທະສາດເພື່ອເລັ່ງການຫັນປ່ຽນຈາກເຊື້ອໄຟຟອດຊິວໄປສູ່ລະບົບພະລັງງານທີ່ມີກາກບອນຕ່ຳ.
ເພີ່ມເຕີມ