ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ສະເໜີໃຫ້ ຕາແສງ ເທີຍເຊີນ ແຂວງອານຢາງ ແລະ ຕາແສງໝີຮຽບ ແຂວງດົ່ງທາບ ຮັກສາການເຄື່ອນໄຫວເປັນປົກກະຕິຕາມຮູບແບບການປະຕິບັດລະບຽບການບໍລິຫານ ໃໝ່ກະກຽມໃຫ້ກອງປະຊຸມໃຫຍ່ທຸກຂັ້ນຂອງພັກໃຫ້ເປັນຢ່າງດີ. ກ່ຽວກັບການພັດທະນາເສດຖະກິດ-ສັງຄົມ, ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າແຂວງອານຢາງ ແລະ ແຂວງດົ່ງທາບ ພະຍາຍາມບັນລຸການເຕີບໂຕຢູ່ລະດັບສູງກວ່າ 8%, ສຸມໃສ່ການລົງທຶນສາທາລະນະ, ກະຕຸ້ນການບໍລິໂພກ, ການສົ່ງອອກ, ຫັນຕະຫຼາດເປັນຫຼາຍຮູບຫຼາຍແບບ. ພ້ອມທັງຕັ້ງໜ້າເບິ່ງແຍງດູແລຊີວິດດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນ, ສົ່ງເສີມປະຊາຊົນເຂົ້າຮ່ວມການສ້າງແຜນນະໂຍບາຍ, ນະໂຍບາຍກົດໝາຍຂອງພັກ, ລັດ.
ຮັບຮູ້ເຂົ້າໃຈ “ປີຈີນ” ຂອງ APEC ຜ່ານຈາກ 3 ຈຸດເວລາສຳຄັນ
ກອງປະຊຸມບໍ່ເປັນທາງການຂອງຜູ້ນຳອົງການຮ່ວມມືເສດຖະກິດອາຊີ-ປາຊີຟິກ ຫຼື APEC ຄັ້ງທີ 33 ໄດ້ຈັດຂຶ້ນລະຫວ່າງວັນທີ 18-19 ພະຈິກນີ້ ຢູ່ນະຄອນເຊິ່ນເຈິ້ນ ແຂວງກວາງຕຸ້ງ ຈີນ. ໂອກາດກ່າວຄຳປາໄສໃນກອງປະຊຸມ, ທ່ານ ສີຈິ້ນຜິງ ປະທານປະເທດຈີນ ໄດ້ກ່າວເຖິງຈຸດເວລາສຳຄັນ 3 ຈຸດ ຊຶ່ງຊ່ວຍໃຫ້ຜູ້ຄົນທັງຫຼາຍຮັບຮູ້ເຂົ້າໃຈ “ສິ່ງມະຫັດສະຈັນແຫ່ງອາຊີ-ປາຊີຟິກ” ຢ່າງຈະແຈ້ງ.
ຄໍາເຫັນ